(vovworld) - ທີ່ກອງປະຊຸມສຳມະນາສາກົນພາຍໃຕ້ຫົວຂໍ້ວ່າ: “ກົນໄກຮັບປະກັນສິດທິມະນຸດໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ ຢູ່ ຫວຽດນາມ ແລະ ບົດຮຽນຈາກປະເທດເອີລົບ, ພາກພື້ນອາຊີຕາເວັນອອກສຽງໃຕ້ ຈຳນວນຫນຶ່ງ” ພວມດຳເນີນໄປຢູ່ ຮ່າໂນ້ຍ, ຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາໄດ້ຢືນຢັນວ່າ: ຍາມໃດພັກ ແລະ ລັດຫວຽດນາມ ກໍກຳນົດວ່າວຽກງານຊົນເຜົ່າ, ນະໂຍບາຍຊົນເຜົ່າມີທີ່ຕັ້ງຍຸດທະສາດສຳຄັນພິເສດ ແລະ ໄດ້ປະຕິບັດຫລາຍນະໂຍບາຍຮັບປະກັນສິດທິມະນຸດໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ.
ຫວຽດນາມ ແມ່ນປະເທດທີ່ມີຫລາຍຊົນເຜົ່າ ດ້ວຍບັນດາຈຸດພິເສດສະເພາະຊຶ່ງຫລາຍປະເທດອຶ່ນໆພັດບໍ່ມີ. ປະຈຸບັນ ຫວຽດນາມ ມີ 54 ຊົນເຜົ່າ,ໃນນັ້ນ ເຜົ່າກິ່ງກວມສ່ວນຫລາຍ, ສ່ວນຊົນເຜົ່າອື່ນມີພົນລະເມືອງຫນ້ອຍກວ່າຈຶ່ງເອີ້ນວ່າ ຊົນເຜົ່າສ່ວນຫນ້ອຍ. ບັນດາຊົນເຜົ່າສ່ວນຫນ້ອຍເຄີຍດຳລົງຊີວິດຢູ່ເຂດຫ່າງໄກສອກຫລີກ, ເຂດພູດອຍ, ລະດັບການພັດທະນາທາງດ້ານເສດຖະກິດ ສັງຄົມຂອງບັນດາຊົນເຜົ່າສ່ວນຫນ້ອຍແມ່ນຕຳ່ກວ່າເມື່ອທຽບໃສ່ຊົນເຜົ່າກິ່ງ. ສະນັ້ນ ນະໂຍບາຍ, ກົດໝາຍຢ່າງສະເໝີຕົ້ນສະເໝີປາຍຂອງ ພັກ ແລະ ລັດ ຫວຽດນາມທີ່ມີຕໍ່ບັນດາຊົນເຜົ່ານັ້ນແມ່ນ: ສາມັກຄີ, ສະເໝີພາບ, ຮັກແພງ, ເຄົາລົບ ແລະ ຊ່ວຍເຫລືອເຊິ່ງກັນ ແລະກັນ. ໂດຍປະຕິບັດຕາມແນວທາງຂອງພັກ, ນະໂຍບາຍຂອງລັດ, ໃນຫລາຍປີຜ່ານມາ ມີຫລາຍໂຄງການຈຸດໝາຍແຫ່ງຊາດໃຫຍ່ຂະຫນາດໃຫຍ່ທີ່ໃຫ້ບຸລິມະສິດແກ່ເຂດຊົນເຜົ່າສ່ວນຫນ້ອຍ, ເຂດຫ່າງໄກສອກຫລີກ ໄດ້ນຳມາຊຶ່ງຜົນງານອັນໃຫຍ່ຫລວງຫລາຍຢ່າງໃຫ້ແກ່ຊີວິດການເປັນຢູ່ຂອງຊາວຊົນເຜົ່າສ່ວນຫນ້ອຍ. ໃນນັ້ນ ຕ້ອງເວົ້າເຖິງໂຄງການ 134 ຫນູນຊ່ວຍທີ່ດິນທຳການຜະລິດ, ດິນປຸກສ້າງ; ໂຄງການ 135 ແມ່ນພັດທະນາເສດຖະກິດສັງຄົມຢູ່ບັນດາຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ຊ່ວຍເຫລືອຊາວຊົນເຜົ່າຢູ່ເຂດຫ່າງໄກສອກຫລີກ; ມະຕິເລກທີ 30 a ແມ່ນປະຕິບັດການຫລຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ ແລະ ໝັ້ນຄົງ ໃຫ້ແກ່ 60 ເມືອງ ທຸກຍາກໃນທົ່ວປະເທດ, ເປັນຕົ້ນແມ່ນຢູ່ເຂດຊາວຊົນເຜົ່າສ່ວນຫນ້ອຍ.ເອື້ອຍ H Black ຊາວຊົນເຜົ່າ Ba na ຢູ່ ແຂວງ ດັກລັກ ໃຫ້ຮູ້ວ່າ:
“ພັກ ແລະ ລັດ ມີຄວາມເອົາໃຈໃສ່ທີ່ສຸດເຖິງຊາວຊົນເຜົ່າສ່ວນຫນ້ອຍ ເວົ້າລວມ ແລະ ຊາວຊົນເຜົ່າສ່ວນຫນ້ອຍຢູ່ແຂວງ ດັກລັກ ເວົ້າສະເພາະ. ນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ ໄດ້ນຳມາຊຶ່ງການປ່ຽນແປງຫລາຍຢ່າງໃຫ້ແກ່ຊາວຊົນເຜົ່າຄື: ໂຄງການກໍ່ສ້າງເສັ້ນທາງ, ໄຟຟ້າ, ໂຮງຮຽນ, ສຸກສາລາ…. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ລະບອບກ່ອນນີ້ເຮັດບໍ່ໄດ້. ກ່ອນນີ້ ຊາວຊົນເຜົ່າບໍ່ຮູ້ຈັກເຖິງການປູກກາເຟ, ແຕ່ປະຈຸບັນ ໄດ້ໝູນໃຊ້ວິທະຍາສາດເຕັກນິກໃນການປູກຝັງ, ຮູ້ຈັກປູກຕົ້ນໄມ້ອຸດສາຫະກຳ ແລະ ກາເຟແລ້ວ, ສະນັ້ນ ໂສມຫນ້າເຂດຊົນນະບົດ, ໝູ່ບ້ານຕ່າງໆແມ່ນມີການປ່ຽນແປງຫລາຍແລ້ວ.”
ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ຂໍ້ກຳນົດກ່ຽວກັບການສອນຫນັງສື, ພາສາເວົ້າຂອງຊາວຊົນເຜົ່າສ່ວນຫນ້ອຍໃນຮາກຖານການສຶກສາສາມັນ
ພາບ: internet
|
ມາຮອດປະຈຸບັນ, 100% ຈຳນວນຕາແສງຢູ່ເຂດພູດອຍ ແລະ ເຂດຊົນເຜົ່າສ່ວນຫນ້ອຍມີສຸກສາລາ, ໂຮງຮຽນປະຖົມ. ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ຂໍ້ກຳນົດກ່ຽວກັບການສອນຫນັງສື, ພາສາເວົ້າຂອງຊາວຊົນເຜົ່າສ່ວນຫນ້ອຍໃນຮາກຖານການສຶກສາສາມັນ ແລະ ສູນສຶກສາປະຈຳ ແລະ ການສອນພາສາຊົນເຜົ່າສ່ວນຫນ້ອຍໄດ້ຮັບການຜັນຂະຫນາຍໃນໂຮງຮຽນ 7000 ກວ່າແຫ່ງ. ພິເສດ ລັດໄດ້ກໍ່ສ້າງລະບົບໂຮງຮຽນກິນນອນຊົນເຜົ່າ ຊຶ່ງມີນັກຮຽນຊາວຊົນເຜົ່າສ່ວນຫນ້ອຍນັບໝື່ນຄົນໄດ້ຮັບການລ້ຽງດູ, ສິດສອນຈາກລັດໂດຍບໍ່ເສຍຄ່າ. ນີ້ແມ່ນຄວາມພະຍາຍາມຢ່າງໃຫຍ່ຫລວງຂອງປະເທດຍັງທຸກຍາກຄື ຫວຽດນາມ. 100% ຈຳນວນເມືອງ ແລະ 95% ຈຳນວນຕາແສງ ຊາວຊົນເຜົ່າສ່ວນຫນ້ອຍມີຕາຫນ່າງໄຟຟ້າ ແລະ ບໍລິການໂທລະຄົມມະນາຄົມ. ບັນດາລາຍການກະຈາຍສຽງໄດ້ກະຈາຍຄື້ນ ກວ່າ 90% ແລະ ໂທລະພາບ ອອກສັນຍານໄປກວ່າ 80% ເນື້ອທີ່ທັງໝົດໃນທົ່ວປະເທດ ດ້ວຍບັນດາລາຍການພາສາຊົນເຜົ່າສ່ວນຫນ້ອຍ. ບັນດາຜົນງານໃນການຍົກສູງຊີວິດການເປັນຢູ່ທາງດ້ານເສດຖະກິດ ສັງຄົມ, ວັດທະນະທຳ, ຈິດໃຈໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍໄດ້ຢືນຢັນເຖິງກົນໄກຮັບປະກັນສິດທິມະນຸດໃຫ້ຊາວຊົນເຜົ່າສ່ວນຫນ້ອຍ ແລະ ປະກອບສ່ວນບໍ່ຫນ້ອຍເຂົ້າໃນການຍົກສູງຜົນງານຮັບປະກັນສິດທິມະນຸດຢູ່ ຫວຽດນາມ. ທ່ານ Dang Dung Chi, ຮອງຫົວຫນ້າສະຖາບັນຄົ້ນຄ້ວາສິດທິມະນຸດ, ສັງກັດສະຖາບັນການເມືອງ ການປົກຄອງ ແຫ່ງຊາດ ໂຮ່ຈິມີນ ເນັ້ນຫນັກວ່າ:
“ສິດທິມະນຸດຢູ່ ຫວຽດນາມ ໄດ້ຮັບການປົກປ້ອງນັບມື້ນັບຄົບຖ້ວນກວ່າໃນທຸກຂົງເຂດພົນລະເຮືອນ, ການເມືອງ, ເສດຖະກິດສັງຄົມ ແລະ ວັດທະນະທຳ. ລັດ ຫວຽດນາມ ໄດ້ປະກາດໃຊ້ຫລາຍໂຄງການ, ຈຸດໝາຍແຫ່ງຊາດເພື່ອປະຕິບັດສິດທິມະນຸດໃຫ້ປະຊາຊົນຫວຽດນາມ ທຸກຄົນ ກໍຄືໝວດເປົ້າໝາຍຊາວເຜົ່າສ່ວນຫນ້ອຍໃນສັງຄົມ.”
ໂຄງການ 135 : ພັດທະນາເສດຖະກິດ ຢູ່ ເຂດຫ່າງໄກສອກຫລີກ
ພາບ: internet
|
ເປັນທີ່ຈະແຈ້ງແລ້ວວ່າ, ການຮັບປະກັນສິດຂອງບັນດາຊົນເຜົ່າສ່ວນຫນ້ອຍ, ເປັນຕົ້ນແມ່ນ ສິດພັດທະນາ ຍາມໃດກໍແມ່ນການໃຫ້ບຸລິມະສິດຂອງ ຫວຽດນາມ ທີ່ລະບຸໄວ້ໃນກົດໝາຍ, ນະໂຍບາຍ, ບັນດາໂຄງການແຫ່ງຊາດ. ໃນຕົວຈິງ ຫວຽດນາມ ກໍບັນລຸໄດ້ຜົນງານຫລາຍຢ່າງ, ພິເສດ ກ່ຽວກັບການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ການສຶກສາ, ສາທາລະນະສຸກ, ສ້າງວຽກເຮັດງານທຳ, ຮັກສາສີສັນວັດທະນະທຳ, ພາສາ, ມູນເຊື້ອຂອງຊາວຊົນເຜົ່າສ່ວນຫນ້ອຍ. ທີ່ກອງປະຊຸມສຳມະນາສາກົນ ດັ່ງກ່າວ, ບັນດາຜູ້ຊ່ຽວຊານຂຶ້ນກັບບັນດາອົງການສິດທິມະນຸດສາກົນ ໄດ້ຕີລາສູງບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ກ່ຽວກັບບັນຫານີ້. ທ່ານ Ugo Caruso ຜູ້ຊ່ຽວຊານຂອງສະຫະພາບເອີລົບ (EU) ກ່ຽວກັບສິດທິມະນຸດໃຫ້ຮູ້ວ່າ: ທ່ານເອງກໍຮູ້ສຶກປະເອີບໃຈກ່ຽວກັບວິທີການຊຶ່ງລັດຖະບານ ຫວຽດນາມ ໄດ້ປະຕິບັດນະໂຍບາຍຮັບປະກັນສິດທິມະນຸດ.
ເຖິງວ່າບັນລຸໄດ້ຜົນງານຫລາຍຢ່າງກໍຕາມ ແຕ່ຍ້ອນແຫລ່ງກຳລັງຍັງຈຳກັດຂອງປະເທດພວມພັດທະນາ ສະນັ້ນ ຫວຽດນາມ ຍັງຕ້ອງສືບຕໍ່ປະຕິບັດຫລາຍມາດຕະການຮັບປະກັນບັນດາສິດໃຫ້ປະຊາຊົນທຸກຄົນຢ່າງພຽງພໍ, ໃນນັ້ນມີຊາວຊົນເຜົ່າສ່ວນຫນ້ອຍ. ຕາມທ່ານ Le Quang Binh ຫົວຫນ້າສະຖາບັນຄົ້ນຄ້ວາສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມແລ້ວ, ບັນດາມາດຕະການສັງລວມຍັງຕ້ອງໄດ້ຮັບການຄິດໄລ່ເຖິງໃນການຮັບປະກັນສິດທິມະນຸດໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ.
“ພວກເຮົາສືບຕໍ່ມອບດິນ ແລະ ມອບປ່າໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ, ນັ້ນແມ່ນພື້ນຖານທີ່ດີເພື່ອໃຫ້ຊາວຊົນເຜົ່າສ່ວນຫນ້ອຍສາມາດເສີມຂະຫຍາຍການທຳມາຫາກິນຂອງຕົນໄດ້. ທີສອງ ຕ້ອງລົບລ້າງການປະພຶດຈຳແນກຕໍ່ກັບສຳລັບຊາວຊົນເຜົ່າສ່ວນຫນ້ອຍ. ທີສາມ ຕ້ອງພັດທະນາການສຶກສາບຳລຸງສ້າງໃຫ້ຊາວຊົນເຜົ່າສ່ວນຫນ້ອຍ. ໂຄງການສຶກສາຕ້ອງມຸ່ງໄປເຖິງພະນັກງານທ້ອງຖິ່ນ, ບຳລຸງເຕັກນິກ, ຄວາມຮູ້ໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ.”
ການຍົກສູງລະດັບຄວາມຮູ້, ຮັບປະກັນການພັດທະນາແບບຍືນຍົງ, ຢູ່ ບັນດາເຂດທີ່ມີຊາວຊົນເຜົ່າສ່ວນຫນ້ອຍດຳລົງຊີວິດຢູ່ ຈະແມ່ນຫນຶ່ງໃນສິ່ງປະກອບສ່ວນຮັບປະກັນສິດທິມະນຸດດີທີ່ສຸດໃຫ້ແກ່ເຂົາເຈົ້າ. ສິ່ງດ່ັງກ່າວຈະຊ່ວຍສ້າງວຽກເຮັດງານທຳ ແລະ ກຳລັງຫນູນເພື່ອປຸກລຸກຄວາມສາມາດບົ່ມຊ້ອນ, ຫົວຄິດປະດິດສ້າງຂອງຊາວຊົນເຜົ່າສ່ວນຫນ້ອຍ, ເພື່ອໃຫ້ເຂົາເຈົ້ານັບມື້ນັບເຈືອຈານເຂົ້າກັບວົງຄະນາຍາດບັນດາເຜົ່າຫວຽດນາມ. ນີ້ກໍແມ່ນວິທີຊຶ່ງ ຫວຽດນາມ ພວມມຸ່ງໄປເຖິງການປະຕິບັດໃນອະນາຄົດ./.