(VOVWORLD) -ໂດຍຖືກຈັດຂຶ້ນພາຍຫຼັງໄດ້ຮັບການຫ້າງຫາກະກຽມຢ່າງລອບຄອບຖີ່ຖ້ວນ, ກອງປະຊຸມສຸດຍອດ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ປີ 2021 (COP26) ໂດຍມີການເຂົ້າຮ່ວມຂອງປະມຸກລັດ ແລະ ການນຳລັດຖະບານກວ່າ 120 ທ່ານ, ໄດ້ຕັ້ງຄວາມຫວັງວ່າ ຈະບັນລຸໄດ້ບາດກ້າວເດີນສຳຄັນໃນບັ້ນຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ. ເຖິງຢ່າງໃດກໍຕາມ, ສິ່ງທ້າທາຍທີ່ວາງອອກສຳລັບການນຳທີ່ເຂົ້າຮ່ວມກອງປະຊຸມກໍໃຫຍ່ຫຼວງທີ່ສຸດ, ເພາະວ່າ ທາງເລືອກຂອງໂລກກໍບໍ່ຫຼາຍເມື່ອຢືນຢູ່ຕໍ່ໜ້າສະພາບການປ່ຽນແປງຂອງດິນຟ້າອາກາດພວມສັບສົນເປັນໜ້າກັງວົນຄືໃນປັດຈຸບັນ.
COP26 ຖືກດຳເນີນໃນສະພາບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກຜັນແປນັບມື້ນັບຮ້າຍແຮງກວ່າເກົ່າ. ບົດລາຍງານເປີດສາກກອງປະຊຸມສະແດງໃຫ້ເຫັນວ່າ: ໃນໄລຍະ 30 ປີ ຜ່ານມາ, ລະດັບນ້ຳທະເລສະເລ່ຍໄດ້ເພີ່ມຂຶ້ນ 2,3 ແມັດ ຍ້ອນນ້ຳແຂງຖືກລະລາຍ, ໃນຂະນະທີ່ອັດຕາການປ່ອຍອາຍພິດເຮືອນແກ້ວນັບມື້ນັບເພີ່ມຂຶ້ນ. ກ່ອນດຳເນີນກອງປະຊຸມ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຢັ້ງຢືນວ່າ ສະພາບການດິນຟ້າອາກາດໃນປັດຈຸບັນ ແມ່ນ “ບັນຫາໜຶ່ງດຽວທີ່ກໍ່ໃຫ້ເກີດໄພພິບັດ”. ຄວາມຈິງດັ່ງກ່າວ ໄດ້ເຮັດໃຫ້ COP26 ຕັ້ງຄວາມຫວັງວ່າ ຈະວາງອອກເປົ້າໝາຍຕ່າງໆທີ່ມີລັກສະນະຕັດສິນກ່ຽວກັບອະນາຄົດອັນຍາວໄກຂອງໂລກ ຕໍ່ໜ້າໄພນາບຂູ່ຂອງດິນຟ້າອາກາດ ແລະ ການປ່ຽນແປງຂອງດິນຟ້າອາກາດໂດຍມະນຸດກໍ່ຂຶ້ນ.
ພິທີໄຂກອງປະຊຸມ COP26 (ພາບ: AFP/TTXVN) |
ບັນດາສັນຍານໜ້າຊື່ນຊົມ
ກ່ອນມື້ໄຂກອງປະຊຸມ COP26 ໜຶ່ງວັນ, ກອງປະຊຸມສຸດຍອດກຸ່ມບັນດາປະເທດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G20) ບັນລຸໄດ້ຂໍ້ຕົກລົງສຳຄັນໃນຄວາມມານະພະຍາຍາມກຳຈັດສະພາບອຸ່ນຂຶ້ນຂອງໜ່ວຍໂລກ. ຕາມນັ້ນແລ້ວ, ນີ້ກໍ່ເປັນຄັ້ງທຳອິດທີ່ການນຳ G20 ບັນລຸໄດ້ຄວາມເອກະພາບກ່ຽວກັບການສະໜັບສະໜູນເປົ້າໝາຍຮັກສາອຸນຫະພູມໜ່ວຍໂລກ ບໍ່ໃຫ້ເພີ່ມຂຶ້ນເກີນ 1,5 ອົງສາ C ເມື່ອທຽບໃສ່ໄລຍະກ່ອນການປະຕິວັດອຸດສາຫະກຳ ຕາມເນື້ອໃນຈິດໃຈຂອງສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດປີ 2015. ດ້ວຍກຳລັງຄວາມສາມາດບົ່ມຊ້ອນ ແລະ ຜົນກະທົບຂອງຕົນ, ຄຳໝັ້ນສັນຍາຂອງ G20 ໄດ້ຮັບຖືວ່າ ແມ່ນກຳລັງໜູນທີ່ຕັ້ງໜ້າເພື່ອໃຫ້ການນຳ COP26 ຍົກອອກຂໍ້ຕົກລົງ.
ເຖິງຢ່າງໃດກໍຕາມ, ກຳລັງໜູນທີ່ໄດ້ຮັບຖືວ່າໃຫຍ່ຫຼວງທີ່ສຸດສຳລັບບັ້ນຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດທົ່ວໂລກເວົ້າລວມ ແລະ COP26 ເວົ້າສະເພາະ, ນັ້ນແມ່ນ ການກັບຄືນມາຂອງ ອາເມລິກາ. ພາຍຫຼັງທີ່ຂຶ້ນກຳອຳນາດແຕ່ເດືອນ ມັງກອນ 2021, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຕັດສິນໃຈກັບຄືນມາເຂົ້າຮ່ວມສົນທິສັນຍາສາກົນຫຼາຍສະບັບ, ໃນນັ້ນ ມີສົນທິສັນຍາ ປາຣີ ປີ 2015. ທ່ານປະທານາທິບໍດີ Joe Biden ກໍໃຫ້ຄຳໝັ້ນສັນຍາວ່າ ຈະນຳ ປະເທດ ອາເມລິກາ ຫຼຸດຜ່ອນການປ່ອຍອາຍພິດລົງປະມານ 50 – 52% ໃນປີ 2025 ເມື່ອທຽບໃສ່ຕົວເລກສະຖິຕິຂອງປີ 2005, ກາຍເປັນແບບຢ່າງກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ. ສານດັ່ງກ່າວໂດຍແມ່ນຜູ້ນຳ ອາເມລິກາ ສືບຕໍ່ເນັ້ນໜັກໃນບົດກ່າວປາໄສທີ່ກອງປະຊຸມທາງການວາລະທຳອິດຂອງ COP26 ໃນວັນທີ 1 ພະຈິກ.
ກໍຢູ່ໃນມື້ທຳອິດດຳເນີນກອງປະຊຸມ COP26, ໜຶ່ງໃນບັນດາປະເທດທີ່ມີປະລິມາຍການປ່ອຍອາຍພິດຫຼາຍແຖວໜ້າໂລກໂລກ ນັ້ນແມ່ນ ອິນເດຍ ໄດ້ໃຫ້ຄຳໝັ້ນສັນຍາ ຈະນຳອັດຕາການປ່ອຍອາຍພິດຫຼຸດລົງຢູ່ໃນລະດັບ 0 ໃນປີ 2070. ອິນເດຍ ແມ່ນປະເທດສຸດທ້າຍໃນຈຳນວນບັນດາປະເທດທີ່ມີປະລິມານການປ່ອຍທາດກາກບອນຫຼາຍ ໄດ້ປະກາດເປົ້າໝາຍການປ່ອຍອາຍພິດໃນລະດັບເປັນ 0. ກ່ອນໜ້ານັ້ນ, ຈີນ ຖະແຫຼງວ່າຈະບັນລຸໄດ້ເປົ້າໝາຍດັ່ງກ່າວໃນປີ 2060, ໃນຂະນະທີ່ ອາເມລິກາ ແລະ ສະຫະພາບເອີຣົບ (ອີຢູ) ວາງເປົ້າໝາຍຈະບັນລຸໄດ້ໃນປີ 2050.
ສິ່ງທ້າທາຍຍັງມີຫຼາຍ ແລະ ຕ້ອງມານະພະຍາຍາມຫຼາຍກວ່າອີກ
ອາດເຫັນໄດ້ວ່າ ໄລ່ມາຮອດປັດຈຸບັນ, ຄວາມຄືບໜ້າທີ່ບັນລຸໄດ້ໃນກອງປະຊຸມ COP26 ແມ່ນຕັ້ງໜ້າທີ່ສຸດ. ເຖິງຢ່າງໃດກໍຕາມ, ບັ້ນຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ ຍັງໄດ້ຮັບຖືວ່າ ຍັງມີສິ່ງທ້າທາຍຫຼາຍຢ່າງ. ໃນນັ້ນ, ບົດບາດນຳພາຂອງປະເທດ ອາເມລິກາ ຍັງບໍ່ທັນໄດ້ຮັບການຮັບປະກັນ. ເພາະສະນັ້ນ, ໄລ່ມາຮອດປັດຈຸບັນ, ແຜນການຫັກເງິນຈໍານວນ 555 ຕື້ USD ໃນບ້ວງເງິນໃຊ້ຈ່າຍສັງຄົມ ເພື່ອຫຼຸດຜ່ອນອາຍພິດເຮືອນແກ້ວຈາກພື້ນຖານເສດຖະກິດ ອາເມລິກາ ເຊິ່ງທ່ານປະທານາທິບໍດີ Joe Biden ໄດ້ສະເໜີມານັ້ນ ຍັງບໍ່ທັນໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ ອາເມລິກາ. ໃນນັ້ນ, ໂຄງການມີມູນຄ່າ 150 ຕື້ USD ແນໃສ່ບັງຄັບບັນດາບໍລິສັດພະລັງງານໄຟຟ້າ ເພີ່ມທະວີການຫັນໄປນຳໃຊ້ພະລັງງານສະອາດ, ຊ້ຳບໍ່ໜຳຍັງຖືກລືບອອກຈາກບັນຊີລາຍຊຶ່ສະເໜີງົບປະມານອີກດ້ວຍ.
ຄຽງຄູ່ກັນນັ້ນ, ຄວາມສ່ຽງທີ່ບັນດາປະເທດບໍ່ຍອມ ຫຼື ບໍ່ອາດຈະບໍ່ປະຕິບັດຄຳໝັ້ນສັນຍາ ແມ່ນສາມາດເກີດຂຶ້ນຍ້ອນຫຼາຍເຫດຜົນທີ່ແຕກຕ່າງກັນ. ໃນນັ້ນ, ເລື່ອງບັນດາພື້ນຖານເສດຖະກິດໃນໂລກຕ້ອງນຳໃຊ້ແຫຼ່ງກຳລັງເພື່ອຮັບມື ແລະ ແກ້ໄຂຜົນຕາມມາຈາກໂລກລະບາດໂຄວິດ - 19 ອາດຈະສົ່ງຜົນກະທົບຕໍ່ແຫຼ່ງກຳລັງຕ້ານການປ່ຽນແປງຂອງດິນຟ້າອາກາດ.
ສິ່ງດັ່ງກ່າວພິສູດໃຫ້ເຫັນວ່າ ເປັນຫຍັງການນຳຫຼາຍທ່ານທີ່ເຂົ້າຮ່ວມກອງປະຊຸມ COP26 ໄດ້ເນັ້ນໜັກເປັນພິເສດເຖິງບັນຫາບຸລິມະສິດແຫຼ່ງກຳລັງຕ້ານການປ່ຽນແປງຂອງດິນຟ້າອາກາດ. ໃນນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຟື້ນຟູທຳມະຊາດ ແມ່ນບຸລິມະສິດສູງສຸດໃນລັດຖະນະໂຍບາຍພັດທະນາ, ແມ່ນມາດຖານຄຸນສົມບັດສູງສຸດໃນທຸກຂັ້ນ, ທຸກຂະແໜງການ, ວິສາຫະກິດ ແລະ ປະຊາຊົນທຸກຄົນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ທຸກປະເທດ ຄວນມີຄຳໝັ້ນສັນຍາຢ່າງແຮງກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ບົນພື້ນຖານຫຼັກການຄວາມຮັບຜິດຊອບລວມ ແຕ່ມີຄວາມແຕກຕ່າງ ແລະ ເໝາະສົມກັບເງື່ອນໄຂ, ສະພາບການ ແລະ ກຳລັງຄວາມສາມາດຂອງແຕ່ລະປະເທດ, ຕ້ອງມີຄວາມສະເໝີພາບ ແລະ ຍຸຕິທຳກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ./.