(vovworld) - ວັນທີ 20/6, ກອງປະຊຸມ ສະຫະປະຊາຊາດ ກ່ຽວກັບການພັດທະນາແບບຍືນຍົງ (Rio+20) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ Rio de Janeiro (Brazil) ດ້ວຍການເຂົ້າຮ່ວມຂອງການນຳ ທີ່ມາຈາກປະເທດຕ່າງໆ130 ທ່ານ ແລະ ຜູ້ແທນນັບໝື່ນຄົນ, ເຊິ່ງແມ່ນຜູ້ອຳນວຍການວິສາຫະກິດ, ຜູ້ຕ່າງໜ້າບັນດາອົງການພົນລະເຮືອນ. ກອງປະຊຸມຖືກດຳເນີນໃນລະຫວ່າງວັນທີ (20-22/6) ຈະຕີລາຄາຄວາມຄືບໜ້າເຊິ່ງໂລກບັນລຸໄດ້ ເພື່ອມຸ່ງໄປເຖິງການພັດທະນາແບບຍືນຍົງ ແລະ ລົບລ້າງຄວາມອຶດຫີວ, ທຸກຍາກ, ພ້ອມທັງກຳນົດ ແລະ ຮັບຮອງເອົາບັນດານະໂຍບາຍ ແລະ ຍຸດທະສາດໃໝ່ ເພື່ອແນໃສ່ສ້າງຫຼັກການພັດທະນາແບບຍືນຍົງໃນທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ຈຸດໝາຍນີ້ຍາກທີ່ຈະບັນລຸໄດ້ໃນສະຖານະການໂລກພວມຮັບມືກັບການທ້າທາຍຫຼາຍຢ່າງ.
(ພາບ: braz-enu.blogspot.com)
ດ້ວຍຫົວຂໍ້ວ່າ ”ເພື່ອອະນາຄົດຂອງພວກເຮົາ”, ກອງປະຊຸມ Rio+20ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາເຫດການສຳຄັນທີ່ສຸດໃນສະຕະວັດທີ 21, ເມື່ອວາງຈຸດໝາຍຊອກຫາຄວາມເຫັນດີເຫັນພ້ອມກ່ຽວໃນຫຼາຍບັນຫາ, ພິເສດແມ່ນຈຸດໝາຍພັດທະນາແບບຍືນຍົງພາຍຫຼັງປີ 2015 ນັ້ນ. ຕາມທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki – Moon ແລ້ວ, ຢູ່ກອງປະຊຸມ Rio , ໂລກຕ້ອງຊີ້ແຈ້ງ ກ່ຽວກັບພື້ນຖານເສດຖະກິດຂຽວເພື່ອປົກປັກຮັກສາສິ່ງແວດລ້ອມ ພ້ອມທັງເພີ່ມວຽກເຮັດງານທຳ, ສ້າງລາຍຮັບສູງພໍສົມຄວນ ແລະ ລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກ, ວົງການນັກໄຈ້ແຍກໄດ້ຖືວ່າ, ກອງປະຊຸມ Rio+20 ໄດ້ວາງອອກບັນດາບັນຫາດັ່ງກ່າວແມ່ນຍ້ອນວ່າ, ປະຈຸບັນ, ໂລກພວມປະເຊີນໜ້າການການທ້າທາຍຢ່າງຮ້າຍແຮງ. ໃນຈຳນວນພົນລະເມືອງ 7 ຕື້ຄົນ ມີເຖິງ 1,4 ຕື້ຄົນພວມດຳລົງຊີວິດດ້ວຍລະດັບຄອງຊີບ 1,25 USD/ວັນ. ເກືອບ 1 ຕື້ຄົນພວມຖືກອຶດຫີວໃນແຕ່ລະວັນ. ຄຽງຂ້າງນັ້ນ, ການປ່ອຍແກັດເຮືອນແກ້ວສືບຕໍ່ເພີ່ມຂຶ້ນ ແລະ 1/3 ຈຳນວນສັດ, ພືດສາຊາດອາດຈະຖືກດັບສູນ ຖ້າຫາກບໍ່ຄວບຄຸມສະພາບປ່ຽນແປງດິນຟ້າອາກາດໄດ້.
ຍ້ອນເຫດນັ້ນ, ທີ່ກອງປະຊຸມ Rio+20, ພ້ອມກັບການສຸມໃສ່ເຂົ້າວຽກງານລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກນັ້ນ, ບັນດາປະເທດຈະຊອກຫາມາດຕະການຕ່າງໆເພື່ອປະຕິບັດເລື່ອງຫັນໄປສູ່ພື້ນຖານເສດຖະກິດຂຽວ, ພ້ອມທັງຫຼີກເວັ້ນການທຳລາຍລະບົບຊີວະພາບທະເລ, ເປີດກວ້າງການນຳໃຊ້ບັນດາພະລັງງານຜະລິດຄືນໃໝ່ ເພື່ອຫຼຸດຜ່ອນການປ່ອຍແກັດເຮືອນແກ້ວ… ນອກນັ້ນ, ປະເທດຕ່າງໆຄວນຄຸ້ມຄອງປ່າໃຫ້ດີ ກວ່າ ເພື່ອຮອດປີ 2030, ທົ່ວໂລກສາມາດຫຼຸດຜ່ອນການທຳລາຍປ່າລົງເຄິ່ງໜຶ່ງ. ປະເທດຕ່າງໆກໍ່ຄາດຄະເນຈະຮັບຮອງເອົາບັນດາຈຸດໝາຍຄ້ຳປະກັນສະບຽງອາຫານ, ໃຫ້ຄຳໝັ້ນສັນຍາເພີ່ມຍອດຜະລິດຕະພັນພາຍໃນຂຶ້ນ, ໄປຄຽງຄູ່ກັບການຮັບປະກັນບັນດາມາດຕະຖານສັງຄົມ ແລະ ສິ່ງແວດລ້ອມ.
ແຕ່ຕາມບັນດາຜູ້ຊ່ຽວຊານແລ້ວ, ບັນດາຈຸດໝາຍນີ້ຍາກທີ່ຈະບັນລຸໄດ້ຢູ່ກອງປະຊຸມ Rio+20. ເພື່ອກະກຽມໃຫ້ແກ່ກອງປະຊຸມນີ້, ກ່ອນທີ່ຈັດກອງປະຊຸມ 10 ວັນ, ສະຫະປະຊາຊາດຕ້ອງຈັດຕັ້ງຫຼາຍເຫດການ, ກອງປະຊຸມສຳມະນາ, ກອງປະຊຸມກຽມ ດ້ວຍການເຂົ້າຮ່ວມຂອງຜູ້ແທນນັບໝື່ນຄົນ. ແຕ່ເຖິງຢ່າງໃດກໍ່ຕາມ, ກ່ອນກອງປະຊຸມ Rio+20 ຍັງມີບັນດາທັດສະນະທີ່ແຕກຕ່າງກັນ ກ່ຽວກັບຈຸດໝາຍໃນເອກະສານສຸດທ້າຍຂອງກອງປະຊຸມຂັ້ນສູງສະຫະປະຊາຊາດ ກ່ຽວກັບການພັດທະນາແບບຍືນຍົງ. ວົງການນັກໄຈ້ແຍກຖືວ່າ, ບັນດາຈຸດໝາຍດັ່ງກ່າວລ້ວນແຕ່ກ່ຽວຂ້ອງເຖິງຜົນປະໂຫຍດຂອງຫຼາຍປະເທດ, ພິເສດແມ່ນບັນດາປະເທດພວມພັດທະນາ. ເລື່ອງລົງລາຍເຊັນໃນເອກະສານຂອງກອງປະຊຸມ Rio+20 ໝາຍຄວາມວ່າບັນດາປະເທດຕ້ອງປັບປຸງຍຸດທະສາດສະເພາະຂອງຕົນ, ງົບປະມານແຫ່ງລັດ ແລະ ບຸລິມະສິດອື່ນໆອີກ. ໃນກໍລະນີແບ່ງປັນຜົນປະໂຫຍດບໍ່ສະໝຳ່ສະເໝີກັນ, ສິດຜົນປະໂຫຍດຂອງບັນດາປະເທດພັດທະນາ ແລະ ພວມພັດທະນາຈະຖືກຮັບຜົນສະທ້ອນ. ນີ້ແມ່ນສາຍເຫດທີ່ພາໃຫ້ຫຼາຍປະເທດຍາກທີ່ຈະລົງລາຍເຊັນຮັບຮອງເອົາເອກະສານສຸດທ້າຍຢູ່ກອງປະຊຸມ Rio+20.
ກ່ອນນີ້ 20 ປີ, ກອງປະຊຸມສຸດຍອດ Rio 1992 ໄດ້ວາງອອກໂຄງການດຳເນີນງານ ກ່ຽວກັບການພັດທະນາແບບຍືນຍົງ ກໍ່ຄືການຄາດຄະເນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ການຊຸດໂຊມຂອງຊີວະນາໆພັນ… ຫຼັງຈາກນັ້ນ 20 ປີ, ກໍ່ຢູ່ທີ່ Brazil, ກອງປະຊຸມ Rio+20 ໂດຍສະຫະປະຊາຊາດຈັດຕັ້ງຂຶ້ນ ດ້ວຍຄວາມຫວັງຈະວາງອອກທິດທາງອັນລະອຽດໃຫ້ແກ່ການພັດທະນາແບບຍືນຍົງໃນໄລຍະຈະມາເຖິງ. ຄືດັ່ງຄຳຖະແຫຼງຂອງທ່ານຮອງຫົວໜ້າສະຫະປະຊາຊາດ Sha Zukang ທີ່ວ່າ: “ການພັດທະນາແບບຍືນຍົງບໍ່ແມ່ນການເລືອກເຟັ້ນ! ຫາກແມ່ນເສັ້ນທາງໜຶ່ງດຽວເພື່ອໃຫ້ມວນມະນຸດຢູ່ໃນໂລກມີຊີວິດໄດ້ດີກວ່າ“ ແລະ ກອງປະຊຸມ Rio+20 ໄດ້ສ້າງໂອກາດ ເພື່ອໃຫ້ໂລກເລືອກເຟັ້ນເສັ້ນທາງນີ້.