(vovworld) – ກອງປະຊຸມຄັ້ງທີ 18 ຂອງສະຫະປະຊາຊາດ (ສປຊ) ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ Qatar (COP 18) ເຖິງວ່າຖືກດຳເນີນໄດ້ເຄິ່ງເວລາແລ້ວກໍ່ຕາມ, ແຕ່ມາຮອດປະຈຸບັນຍັງບໍ່ທັນມີສັນຍານໃດໆ ໃຫ້ແກ່ການກຳນົດອະນາຄົດໃຫ້ແກ່ສົນທິສັນຍາກຽວໂຕ ເຊິ່ງຈະໝົດຜົນສັກສິດໃນທ້າຍປີນີ້. ນັບແຕ່ເລີ່ມຕົ້ນກອງປະຊຸມ (26/11), ຫາງສຽງໄດ້ມີຄວາມລະແວງສົງໃສຕໍ່ຜົນສຳເລັດຂອງກອງປະຊຸມທີ່ຖືກຖືວ່າແມ່ນກາລະໂອກາດເພື່ອຫັນປ່ຽນກິດຈະການປົກປັກຮັກສາດິນຟ້າອາກາດຢູ່ໃນໂລກໂດຍພື້ນຖານ.
ກອງປະຊຸມຄັ້ງທີ 18 ຂອງສປຊກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
(ພາບ: ອິນເຕີແນດ)
ກອງປະຊຸມຄັ້ງທີ 18 ຂອງສະຫະປະຊາຊາດ (ສປຊ) ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ສຸມໃສ່ປຶກສາຫາລືກອບກົດໝາຍໃໝ່ ເພື່ອແນໃສ່ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ໃນນັ້ນມີຈຸດໝາຍຕ້ອງເຮັດແນວໃດ ເພື່ອຕໍ່ກຳນົດເວລາໃຫ້ສົນທິສັນຍາກຽວໂຕ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ຄຽງຂ້າງນັ້ນ, ແມ່ນເລື່ອງປະເທດຕ່າງໆຕ້ອງເຫັນດີເຫັນພ້ອມຕໍ່ແຜນການເພີ່ມຈຳນວນເງິນຊ່ວຍເຫຼືອໃຫ້ແກ່ການປ່ຽນແປງຂອງດິນຟ້າອາກາດ. ເຖິງຢ່າງໃດກໍ່ຕາມ, ໃນສັບປະດາປະຊຸມທຳອິດ, ຢູ່ເນື້ອໃນທັງໝົດຂອງ COP 18 ລ້ວນແຕ່ປະກົດມີຄຳເຫັນທີ່ຂັດແຍ້ງກັນຢ່າງເລິກເຊິ່ງຂອງ 200 ປະເທດທີ່ເຂົ້າຮ່ວມກອງປະຊຸມ. ສຳຫຼັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ເຊິ່ງແມ່ນບັນຫາທີ່ຮັບຄວາມສົນໃຈທີ່ສຸດນັ້ນ, ບັນດາປະເທດພັດທະນາທີ່ເຂົ້າຮ່ວມກອງປະຊຸມ ພັດບໍ່ສະແດງໃຫ້ເຫັນທ່າທີເດັດດ່ຽວ ໃນການຍົກອອກບັນດາຄຳໝັ້ນສັນຍາທີ່ແຂງແຮງກວ່າໃຫ້ແກ່ໄລຍະຕໍ່ໆໄປຂອງສົນທິສັນຍາ ກຽວໂຕ ເທື່ອ. ສະຫະພາບເອີລົບ (EU) ໄດ້ມີຄວາມຕັດສິນໃຈ ດ້ວຍເລື່ອງໝັ້ນໝາຍຈະຫຼຸດຜ່ອນ 20% ປະລິມານອາຍພິດໃນປີ 2020 (ທຽບໃສ່ລະດັບຂອງປີ 1990) ແລະ ຈະຫຼຸດຜ່ອນອາຍພິດເຖິງ 30% ໃຫ້ໄລຍະຫຼັງປີ 2020. ກົງກັນຂ້າມກັບເຈດຕະນາດີດັ່ງກ່າວຂອງ EU, ການາດາ, ຍີ່ປຸ່ນ, ແລະ ນິວຢີແລນ ພັດປະກາດວ່າ ຫຼັງປີ 2012 ນີ້, ເຂົາເຈົ້າຈະຖອນອອກຈາກສົນທິສັນຍາດັ່ງກ່າວ. ອາເມລິກາກໍ່ປະກາດບໍ່ເຂົ້າຮ່ວມບໍ່ວ່າຂໍ້ຕົກລົງໃດໆກ່ຽວກັບການຫຼຸດຜ່ອນອາຍພິດໃນທົ່ວໂລກ, ຖ້າຫາກບໍ່ມີການເຂົ້າຮ່ວມຂອງ 4 ປະເທດ ( BASIC - ເຊິ່ງລວມມີ ຈີນ, ອິນເດຍ, ບນາຊິນ ແລະ ອາຟະລິກາໃຕ້).
ນອກຈາກຄວາມບໍ່ເຫັນດີເຫັນພ້ອມກ່ຽວກັບການຫຼຸດຜ່ອນອາຍພິດແລ້ວ, ທີ່ກອງປະຊຸມ, ຝ່າຍຕ່າງໆຍັງແບ່ງປັນກ່ຽວກັບເວລາກຳນົດໄລຍະ II ຂອງສົນທິສັນຍາ. ໃນຂະນະທີ່ EU ແລະ ກຸ່ມ BASIC ສະເໜີວ່າ ໄລຍະ II ຂອງສົນທິສັນຍາຄວນແກ່ຍາວໃນໄລຍະ 8 ປີ ເພື່ອໃຫ້ເໝາະສົມກັບບັນດາຄາດໝາຍທີ່ໄດ້ວາງອອກໃຫ້ປີ 2020 ນັ້ນ, ມີບາງປະເທດອື່ນໆ, ພັດແກ່ຍາວໄລຍະເວລາໃຫ້ສົນທິສັນຍານີ້ພຽງ 5 ປີ ເທົ່ານັ້ນ, ເພື່ອບັງຄັບໃຫ້ບັນດາປະເທດພັດທະນາຕ້ອງຍູ້ແຮງຄວາມມານະພະຍາຍາມຫຼຸດຜ່ອນອາຍພິດເຮືອນແກ້ວກວ່າ.
(ພາບປະກອບ : ອິນເຕີແນດ)
ຍັງມີບັນຫາໜຶ່ງອີກບໍ່ທັນໄດ້ຮັບຄວາມເຫັນດີເຫັນພ້ອມນັ້ນແມ່ນພັນທະປະກອບດ້ານການເງິນຂອງບັນດາປະເທດພັດທະນາໃຫ້ແກ່ບັນດາປະເທດພວມພັດທະນາໃນການແກ້ໄຂຜົນຮ້າຍຈາກການປ່ຽນແປງຂອງດິນຟ້າອາກາດ. ບັນດາຝ່າຍບໍ່ທັນເຫັນດີເຫັນພ້ອມກ່ຽວກັບແບບວິທີຄິດໄລ່, ລາຍງານ ແລະ ກວດກາຕີລາຄາປະລິມານອາຍພິດ ກໍ່ຄືຈຳນວນເງິນເຊິ່ງບັນດາປະເທດພັດທະນາຕ້ອງປະກອບໃຫ້ແກ່ບັນດາປະເທດພວມພັດທະນາ.
ຕາມບົດລາຍງານຂອງ ສປຊ, ປະລິມານ CO2 ໃນອາກາດ ໄດ້ເພີ່ມຂຶ້ນ 20% ນັບແຕ່ປີ 2000 ເຖິງປະຈຸບັນ. ຕາມການຄົ້ນຄ້ວາຂອງທະນາຄານໂລກແລ້ວ, ຖ້າຫາກວ່າບັນດາປະເທດບໍ່ມີການກະທຳຢ່າງວ່ອງໄວເພື່ອຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງ, ອຸນຫະພູມໃນທົ່ວໂລກຈະເພີ່ມ 4 ອົງສາຕື່ມອີກໃນສະຕະວັດນີ້, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ 2 ອົງສາ ເຊິ່ງ ສປຊ ໄດ້ຄາດຄະເນໃນເບື້ອງຕົ້ນ. ລະດັບຄວາມຮ້ອນເພີ່ມຂຶ້ນ 6 ອົງສາ ຫຼືສູງກວ່ານັ້ນ ຈະເກີດຂຶ້ນຢູ່ເຂດ ທະເລ ແມດີເຕີຮານຽນ, ອາຟະລິກາເໜືອ, ຕາເວັນອອກກາງ ແລະ ຫຼາຍແຫ່ງຢູ່ອາເມລິກາ. ແລະ ມວນມະນຸດຈະໄດ້ເຫັນປະຈັກຕາໄພພິບັດທີ່ເກີດຂຶ້ນຢ່າງຮ້າຍແຮງກວ່າອີກ.
ຕໍ່ໜ້າສະພາບການຄືດັ່ງກ່າວ, ທີ່ກອງປະຊຸມ, ສະຫະພັນບັນດາປະເທດທະເລ (AOSIS) ໄດ້ປະກາດວ່າ, ການກົດໜ່ວງບັນດາຂໍ້ຕົກລົງ ຈະເຮັດໃຫ້ໂລກພາດໂອກາດໃນການແກ້ໄຂສະພາບໄພພິບັດໃນທົ່ວໂລກ . ເຖິງວ່າກອງປະຊຸມຄັ້ງທີ 18 ຂອງສະຫະປະຊາຊາດ (ສປຊ) ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຈະສິ້ນສຸດໃນທ້າຍສັບປະດານີ້ກໍ່ຕາມ, ແຕ່ມີນັກສັງເກດການຫຼາຍຄົນພັດຖືວ່າ, ກອງປະຊຸມພຽງແຕ່ບັນລຸໄດ້ເອກະສານຕົກລົງເທົ່ານັ້ນ, ໃນຂະນະທີ່ປະເທດໃດກໍ່ຢາກບັນລຸໄດ້ຂໍ້ຕົກລົງໃໝ່ທີ່ສືບທອດໃຫ້ແກ່ສັນຍາກຽວໂຕ ໂດຍໄວ, ແຕ່ເຂົາເຈົ້າພັດມີການກະທຳບໍ່ເອົາຈິງເອົາຈັງ ເພື່ອລໍຖ້າ, ແລະ ຮຽກຮ້ອງໃຫ້ຄູ່ຮ່ວມມືຕ້ອງມີການກະທຳທີ່ແຂງແຮງກວ່າ.
ໜ່ວຍໂລກນັບມື້ນັບອຸ່ນຂຶ້ນ, ອັນໄດ້ສົ່ງຜົນສະທ້ອນທີ່ຮ້າຍແຮງຫຼາຍຢ່າງເຖິງມະນຸດ, ແຕ່ເບິ່ງຄືວ່າ, ສະພາບການດັ່ງກ່າວກໍ່ບໍ່ເຮັດໃຫ້ບັນດາປະເທດພັດທະນາທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 18 ຂອງສະຫະປະຊາຊາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດນີ້ ມີຄວາມສຸດຈິດສຸດໃຈເພື່ອພ້ອມກັນແກ້ໄຂເທື່ອ.