ວັນທີ 9/12, ການນຳບັນດາປະເທດສະຫະພາບເອີລົບ ຫລື ອີຢູ (EU) ຈະຈັດການປະຊຸມຢູ່ບຣຸກແຊນ ປະເທດແບນຊິກ. ຫາງສຽງຖືວ່າ ນີ້ແມ່ນໂອກາດສຸດທ້າຍເພື່ອໃຫ້ EU ຊອກຫາວິທີການເພື່ອກອມກູ້ເອົາ EU ແລະ ສະກູນເງິນເອີໂຣລວມ. ແຕ່ມາຮອດປະຈຸບັນ, ສອງປະເທດທີ່ມີບົດບາດຫລັກແຫ່ລງຄືຝະລັ່ງ ແລະ ເຢັຍລະມັນ ຍັງບໍ່ທັນຊອກຫາສຽງເວົ້າລວມໃນຫລາຍບັນຫາໄດ້ ຊື່ງເຮັດໃຫ້ຫາງສຽງມີຄວາມລະແວງສົງໃສກ່ຽວກັບໝາກຜົນທີ່ໄດ້ລໍຄອຍ.
(ວິກິດການດ້ານເສດຖະກິດຍັງຄົງຜັນແປໄປຢູ່ພາກພື້ນນຳໃຊ້ສະກຸນເງິນເອີໂຣ)
ວີກິດການໜີ້ສິນຂອງລັດໄດ້ສະແດງໃຫ້ເຫັນບັນດາຈຸດອ່ອນ ແລະຂໍ້ຂັດແຍ້ງຂອງ EU ຢ່າງຈະແຈ້ງ. ພາຍຫລັງບັນດາມາດຕະການຮີບດ່ວນຊື່ງ ການນຳ EU ຍົກອອກມາໃນກອງປະຊຸມຄັ້ງກ່ອນໆ, ສະພາບການຍັງບໍ່ທັນໄດ້ມີສັນຍານທີ່ສະຫວ່າງສະໄຫວເທື່ອ. ທີ່ກອງປະຊຸມສຸດຍອດຄັ້ງຫລ້າສຸດ ທີ່ຈັດຂຶ້ນໃນວັນທີ 27/10, ບັນດາສະມາຊິກຂອງ EU ໄດ້ຕົກລົງກັນກ່ຽວກັບບັນດາເນື້ອໃນຕົ້ນຕໍຄື: ສະໜອງທຶນໃຫ້ບັນດາທະນາຄານຄືນໃໝ່, ເພີ່ມຄັງເງິນຮັກສາການເງິນເອີລົບເປັນປົກກະຕິ ຫລື FESF ຂຶ້ນ 1000 ຕື້ເອີໂຣ ແລະສ້າງໂຄງປະກອບໜີ້ສິນຂອງເກຼກຄືນໃໝ່. ແຕ່ເຖິງຢ່າງໃດກໍ່ຕາມ, ຍ້ອນບໍ່ລະດົມແຫຼ່ງເງິນໃຫ້ FESF ໄດ້, ຄວາມຕັດສິນໃຈດັ່ງກ່າວໄດ້ກາຍເປັນຄວາມເສຍຫວັງໂດຍທັນທີ,
ຊື່ງໄດ້ພາໄປເຖິງບັນດາການຄາດຄະເນຂອງການຊຸດໂຊມຂອງສະກູນເງິນເອີໂຣ. ຍ້ອນເຫດນັ້ນ, ທຸກໆຄວາມຫວັງພັດໄດ້ມຸ້ງໄປເຖິງກອງປະຊຸມສຸດຍອດຊື່ງຈະຈັດຂຶ້ນໃນວັນທີ 9/12 ນີ້. ຢູ່ທີ່ກອງປະຊຸມຄັ້ງນີ້, EU ພັດມຸ້ງໄປເຖິງຄວາມຕັດສິນອື່ນໆຄື: ທົ່ວທັງ EU ຫລືຢ່າງໜ້ອຍສຸດ 17 ປະເທດສະມາຊິກໃນເຂດໃຊ້ສະກູນເງິນເອີໂຣລວມ ຫລື eurozone ຈະບັນລຸໄດ້ຄຳໝັ້ນສັນຍາກ່ຽວກັບກົດລະບຽບຂໍ້ບັງຄັບງົບປະມານທີ່ມີລັກສະນະລວມໝູ່. ຕໍ່ຈາກນັ້ນ, ສົນທິສັນຍາກ່ຽວກັບສະກູນເງິນເອີໂຣ ນີ້ຈະພາໄປເຖິງເລື່ອງພິຈາລະນາສົນທິສັນຍາ Lisbon ກ່ຽວກັບການປະຕິຮູບ EU ຄືນໃໝ່. ເລື່ອງປັບປຸງສົນທິສັນຍາເອີລົບຈະກຳນົດກົນໄກໃໝ່ຂອງ EU ແລະເຂດໃຊ້ສະກູນເງິນເອີໂຣລວມ ຫລື eurozone. ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມຫວັງດັ່ງກ່າວບັນລຸໄດ້ຫລືບໍ່ ແມ່ນຂຶ້ນກັບຄວາມສາມາດນຳພາ ແລະ ເກັ້ຍກ່ອມຂອງຝະລັ່ງ ແລະ ເຢັຍລະມັນ. ແຕ່ມາຮອດປະຈຸບັນ, ການນຳສອງປະເທດຖືກຖືວ່າແມ່ນຫລັກແຫ່ລງຂອງ EU ຍັງມີຫລາຍທັດສະນະແຕກຕ່າງກັນ. ຖ້າຝະລັ່ງ ແລະເຢັຍລະມັນເຫັນດີເຫັນພ້ອມກັບຈຸດໝາຍ “ກໍ່ສ້າງເອີລົບຄືນໃໝ່” ຜ່ານການສ້າງສົນທິສັນຍາເອີລົບສະບັບໃໝ່ ໃນເດືອນ 3/2012, ໃນນັ້ນ, ພົ້ນເດັ່ນແມ່ນບັນດາຂໍ້ມາດຕາຄວບຄຸມການຂາດດຸນງົບປະມານຂອງບັນດາປະເທດສະມາຊິກຢ່າງແໜ້ນແຟ້ນກ່ວາ, ສອງປະເທດພັດມີຄວາມບໍ່ລົງລອຍກັນກ່ຽວກັບບັນດາພາຫະນະຕ້ອງມີເພື່ອປະຕິບັດຈຸດໝາຍນີ້. ມາຮອດປະຈຸບັນ, ເຢັຍລະມັນຍັງສືບຕໍ່ຢາກມີກົນໄກຕິດຕາມກວດກາດ້ານການເງິນຢ່າງເຄັ່ງຄັດ, ພ້ອມແລ້ວທີ່ຈະຍົກອອກບັນດາການລົງໂທດແບບບັງຄັບ ແລະຫລາຍຄົນຖືວ່າ ນີ້ແມ່ນຄຳຮຽກຮ້ອງທີ່ເໝາະສົມ, ຍ້ອນວ່າ ເຢັຍລະມັນແມ່ນປະເທດສະໜອງສິນເຊື່ອຫຼາຍກ່ວາໝູ່. ໃນຂະນະນັ້ນ, ຝະລັງພັດບໍ່ຢາກມອບໝາຍບົດບາດຕັດສິນນີ້ໃຫ້ແກ່ຄະນະກຳມະການເອີລົບ ຫລື EC ໃຫ້ແກ່ການນຳບັນດາປະເທດສະມາຊິກ ເພື່ອຫລີກລ້ຽງສະພາບສູນເສຍອະທິປະໄຕ. ໃນຂະນະທີ່ທ່ານນາງນາຍົກລັດຖະມົນຕີເຢັຍລະມັນຢາກມີການປະຕິຮູບສົນທິສັນຍາສະບັບຕ່າງໆຂອງ 27 ສະມາຊິກ EU ນັ້ນ, ປະທານາທິບໍດີຝະລັ່ງພັດຖືວ່າ ລະບຽບການນີ້ຕ້ອງໃຊ້ເວລາຍາວນານ, ແລະ ມີຄວາມສ່ຽງໄພ ຍ້ອນການປະຕິຮູບຕ້ອງການໃຫ້ສັດຕະຍາບັນຈາກບັນດາປະເທດສະມາຊິກ, ຫລື ພົບພໍ້ກັບສິດຢັບຢັ້ງຂອງອັງກິດ ຊື່ງແມ່ນປະເທດບໍ່ຢາກໂຕ້ຖຽງກັນກ່ຽວກັບການກຳນົດລະບອບ. ຝະລັ່ງພຽງແຕ່ຢາກມີສົນທິສັນຍາລວມມີພຽງ 17 ປະເທດໃນເຂດໃຊ້ສະກູນເງິນເອີໂຣລວມ ຫລື eurozone. ເປັນແນວນັ້ນແທ້, ຄວາມວິຕົກກັງວົນຂອງປະທານາທິບໍດີຝະລັ່ງ Nicola Sarkozy ບໍ່ແມ່ນວ່າບໍ່ມີພື້ນຖານ ຂະນະທີ່ຮອດຈຸດເວລາປະຈຸບັນນີ້, ອັງກິດຍັງຄົງບໍ່ສຸມຈິດສຸມໃຈກັບບັນດາຂໍ້ສະເໜີນີ້ຍີ່ງກ່ວາເວລາໃດໝົດ, ສ່ວນໂຮນລັງ ແລະໄອແລນພວມມີຄວາມວິຕົກກັງວົນກັບເລື່ອງຕ້ອງດຳເນີນການລົງປະຊາມະຕິ ຄືໄດ້ປະຕິບັດສຳລັບສົນທິສັນຍາ Lisbon ໃນເມື່ອກ່ອນ.
(ພາບ: AFP/TTXVN)
ກ່ອນດຳເນີນກອງປະຊຸມສຸດຍອດ EU, ວັນທີ 8/12, ປະທານາທິບໍດີຝະລັ່ງ Nicola Sarkozy ແລະນາຍົກລັດຖະມົນຕີເຢັຍລະມັນ Angela Meckel ໄດ້ພົບປະກັນຢູ່ Marseilles ໃນຂອບເຂດກອງປະຊຸມຂອງພັກປະຊາຊົນເອີລົບ ຫລື PPE ເພື່ອສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງ, ແກ້ໄຂຂໍ້ຂັດແຍ້ງ ແລະເກັ້ຍກ່ອມຊື່ງກັນ ແລະກັນກໍ່ຄືເກັ້ຍກ່ອມບັນດາສະມາຊິກ eurozone ໃນການຮັບຮູ້ບັນດາຂໍ້ສະເໜີລວມ ເພື່ອກອມກູ້ເອົາ EU ຊື່ງປະຈຸບັນພວມຖືກນາບຂູ່ຖືກແຕກທະລາຍ ແລະ ກອມກູເອົາສະກູນເງິນເອີໂຣລວມ. ບັນດາຕະຫຼາດພວມລໍຄອຍຂໍ້ຕົກລົງທີ່ຈະແຈ້ງ ທີ່ກອງປະຊຸມສຸດຍອດເອີລົບໃນວັນທີ 9/12. ແລະໃນກອງປະຊຸມຄັ້ງນີ້, ຖ້າ EU ຖືກປະລາໄຊ ຫລືພຽງບັນລຸໄດ້ “ຂໍ້ຕົກລົງທີ່ໄດ້ໜັກແໜ້ນ” ເທົ່ານັ້ນ, ການແບກຫາບດ້ານໜີ້ສິນຂອງ EU ແລະ eurozone ຈະໜັກໜ່ວງຂຶ້ນຕື່ມ ແລະ ໄພລົ້ມລະລາຍ ອາດຈະເກີດຂຶ້ນຢູ່ປະເທດສະມາຊິກ EU ຈຳນວນໜື່ງ.