(vovworld)- ວັນທີ 8-9/7, ກອງປະຊຸມສຸດຍອດຂອງ NATO ຈະດຳເນີນຢູ່ Warsaw ປະເທດ ໂປໂລຍ ໂດຍມີການເຂົ້າຮ່ວມຂອງການນຳ 28 ປະເທດສະມາຊິກ. ທີ່ກອງປະຊຸມຄັ້ງນີ້, ຄາດໝາຍຈຸດສຸມຂອງ NATO ນັ້ນແມ່ນຈະຍົກອອກບັນດາຂໍ້ຕົກລົງສຳຄັນເພື່ອເພີ່ມທະວີຄວາມສາມາດປ້ອງກັນ ແລະ ນາບຂູ່ຂອງພັນທະມິດ ພ້ອມທັງຊຸກຍູ້ສະຖຽນລະພາບນອກຊາຍແດນ NATO.
ສຳລັບ 28 ປະເທດສະມາຊິກ, ໃນນັ້ນ ມີ 6 ປະເທດໃນກຸ່ມບັນດາປະເທດພັດທະນາແຖວຫນ້າຂອງໂລກ (G7), NATO ແມ່ນພັນທະມິດການທະຫານໃຫຍ່ກວ່າໝູ່ຂອງທົ່ວໂລກໃນປະຈຸບັນ.
ທ່ານເລຂາທິການໃຫຍ່ ອົງການ NATO Jens Stoltenberg
(ພາບ: AFP/ສຳນັກຂ່າວສານ ຫວຽດນາມ)
ນັບແຕ່ພາຍຫລັງກອງປະຊຸມສຸດຍອດຂອງພັນທະມິດຄັ້ງຜ່ານມາ ຊື່ງດຳເນີນໃນເດືອນ 9/2014 ຢູ່ Wales, NATO ໄດ້ຜັນຂະຫຍາຍແຜນການເພີ່ມທະວີການປ້ອງກັນລວມໝູ່ຄັ້ງໃຫຍ່ສຸດພາຍຫລັງສົງຄາມເຢັນ. ເຖິງຢ່າງໃດກໍຕາມ, ແຜນການນີ້ຍັງບໍ່ທັນພຽງພໍເພື່ອໃຫ້ NATO ອຸ່ນອ່ຽນໃຈ ສະນັ້ນ ການນຳພັນທະມິດການທະຫານໃຫຍ່ສຸດຂອງໂລກ ປາດຖະຫນາວ່າ ບັນດາປະເທດສະມາຊິກຈະຮັບຮອງເອົາບັນດາແຜນການປ້ອງກັນຄວາມສະຫງົບໃຫມ່ທີ່ກອງປະຊຸມສຸດຍອດຄັ້ງນີ້ຢ່າງວ່ອງໄວ.
ແຜນການປ້ອງກັນຄວາມສະຫງົບໃຫມ່
ກ່ອນທີ່ດຳເນີນກອງປະຊຸມສຸດຍອດ, ທ່ານເລຂາທິການໃຫຍ່ ອົງການ NATO Jens Stoltenberg ຖືວ່າ NATO ປະຈຸບັນ ມີຄວາມເຂັ້ມແຂງກວ່າ, ຂະຫຍັນຂັນເຄື່ອນກວ່າ ແລະ ກຽມພ້ອມສູ້ຮົບກວ່າ, ແຕ່ຍັງຄົງຕ້ອງຜັນຂະຫຍາຍບາດກ້າວຕໍ່ໄປ, ໃນນັ້ນ ມີການເພີ່ມທະວີການມີຫນ້າຂອງການທະຫານຢູ່ຊາຍແດນທາງທິດຕາເວັນອອກຂອງ NATO ຫລາຍກວ່າ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ບຣຸກແຊນ ປະເທດ ແບນຊີກ, ວັນທີ 4/7 ຜ່ານມາ, ທ່ານ Stoltenberg ໃຫ້ຮູ້ວ່າ: NATO ຄາດວ່າ ຈະຜັນຂະຫຍາຍ ກອງພັນນ້ອຍນາໆຊາດເຖິງ Estonia, Latvia, Litva ແລະ ໂປໂລຍ. ຈຳນວນທັບໃນແຕ່ລະກອງພັນປະມານ 1 ພັນຄົນ. ພັນທະມິດການທະຫານນີ້ຈະເພີ່ມທະວີການມີຫນ້າຢູ່ທາງທິດຕາເວັນອອກສ່ຽງໃຕ້ຂອງເອີລົບຜ່ານການເພີ່ມເຕີມກອງພົນນາໆຊາດຕື່ມອີກກອງພົນຫນຶ່ງຢູ່ ໂຣມານີ ແລະ ເພີ່ມທະວີການປ້ອງກັນຄວາມປອດໄພທາງເຄືອຄ່າຍອິນເຕີແນດ, ປັບປຸງຄວາມສາມາດກຽມພ້ອມສູ້ຮົບກໍຄືການປ້ອງກັນໃນກໍລະນີຖືກບຸກໂຈມຕີດ້ວຍລູກສອນໄຟນຳວິຖີ.
ແຜນການປ້ອງກັນຄວາມສະຫງົບໃຫມ່ຊື່ງບັນດາປະເທດສະມາຊິກ NATO ປຶກສາຫາລືທີ່ກອງປະຊຸມສຸດຍອດຄັ້ງນີ້ ໄດ້ຮັບການປຶກສາຫາລືຈາກບັນດາລັດຖະມົນຕີການຕ່າງປະເທດຂອງບັນດາປະເທດສະມາຊິກ NATOທີ່ກອງປະຊຸມຂັ້ນລັດຖະມົນຕີ ຊື່ງດຳເນີນໃນ 2 ເດືອນກ່ອນນີ້ ຢູ່ ບຣຸກແຊນ ປະເທດ ແບນຊິກ. ນະທີ່ນີ້, ລັດຖະມົນຕີການຕ່າງປະເທດຂອງບັນດາປະເທດສະມາຊິກບໍລິເວນ NATO ໄດ້ຢືນຢັນ ການປ່ຽນແປງກ່ຽວກັບຍຸດທະສາດຂອງ NATO, ປະລະບັນດາການເຄື່ອນໄຫວດ້ານການທະຫານຢູ່ພາຍນອກເທື່ອລະກ້າວ, ເພື່ອສຸມໃສ່ປັບປຸງຂອບເຂດ ເອີລົບ ຕາເວັນອອກ. ສິ່ງທີ່ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດ ນັ້ນແມ່ນ ປະຈຸບັນ NATO ໄດ້ຖອນກຳລັງທະຫານອອກຈາກບັນດາບໍລິເວນຢູ່ພາຍນອກເກືອບທັງໝົດຄື: Kosovo, ລີບີ, ອາບການີສະຖານ, ເພື່ອສຸມກຳລັງແຮງ, ປົກປັກຮັກສາຜືນແຜ່ນດິນບັນດາປະເທດສະມາຊິກ. ສຳລັບການຕໍ່ສູ້ຕ້ານກຳລັງອິດສະລາມຫົວຮຸນແຮງ, NATO ບໍ່ເຂົ້າຮ່ວມ ພຽງແຕ່ຫນູນຊ່ວຍຢູ່ທາງໄກເທົ່ານັ້ນ. ການໃຫ້ບຸລິມະສິດຂອງ NATO ໃນປະຈຸບັນ ແມ່ນບັນດາປະເທດສະມາຊິກຢູ່ ເອີລົບຕາເວັນອອກ, ເຂດນ່ານທະເລ Baltic, ທະເລ Barent ແລະທະເລດຳ, ໃນນັ້ນ ບໍລິເວນສຳຄັນທີ່ສຸດແມ່ນໂປໂລຍ. ການຊ້ອມຮົບບາງຄັ້ງຂອງ NATO ຊື່ງດຳເນີນຢູ່ ໂປໂລຍ ຫວ່າງແລ້ວນີ້ ກໍເພື່ອແນໃສ່ທົດລອງຄວາມສາມາດໃນການເຄື່ອນຍ້າຍທະຫານ ແລະ ອາວຸດການທະຫານ, ກໍ່ສ້າງທ່າເຮືອຮົບຂອງໂປໂລຍຢູ່ຝັ່ງທະເລ Baltic ໃຫ້ກາຍເປັນຖານທີ່ໝັ້ນກອງບັນຊາການນາໆຊາດທີ່ໃຫຍ່ສຸດຂອງ NATO ຢູ່ ເອີລົບຕາເວັນອອກ.
ກອງປະຊຸມໜຶ່ງຂອງ NATO
ບັນດາບັນຫາກ່ຽວຂ້ອງເຖິງຍຸດທະສາດປ້ອງກັນຄວາມສະຫງົບ
ກອງປະຊຸມສຸດຍອດ NATO ຄັ້ງນີ້ ແມ່ນດຳເນີນໃນສະພາບການທີ່ ອັງກິດ ຊື່ງແມ່ນສະມາຊິກຕັ້ງຫນ້າໃນ NATO, ຕັດສິນຖອນຕົວອອກຈາກ ສະຫະພາບເອີລົບ. ວົງການນັກໄຈ້ແຍກຖືວ່າ: ນາຍົກລັດຖະມົນຕີ ອັງກິດ David Cameron ຢາກພິສູດໃຫ້ເຫັນວ່າ ອັງກິດ ຍັງຄົງແມ່ນປະເທດມະຫາອຳນາດ “ເຜື່ອແຜ່” ຢ່າງແນ່ນອນເພາະວ່າ ເຂົາເຈົ້າໄດ້ຕັດສິນຈະຮັບຜິດຊອບຫນ້າທີ່ອັນໜັກໜ່ວງສ່ວນຫນຶ່ງຂອງການປ້ອງກັນຊາດຂອງ ເອີລົບ. ເຖິງຢ່າງໃດກໍຕາມ, ການປ່ອນບັດຂອງຜູ້ມີສິດເລືອກຕັ້ງອັງກິດ ດ້ວຍຄວາມຕັດສິນຖອນຕົວອອກຈາກ ອີຢູ ຫວ່າງແລ້ວນີ້ ຈະສົ່ງຜົນສະທ້ອນບໍ່ແມ່ນຫນ້ອຍເຖິງການຮັກສາລາຍຈ່າຍໃຫ້ແກ່ການປ້ອງກັນຊາດຂອງ NATO. ມີສະມາຊິກອື່ນອີກນັ້ນແມ່ນ ອາເມລິກາ ກໍພວມຫລຸດຜ່ອນບັນດາຄຳໝັ້ນສັນຍາ ກັບການປ້ອງກັນຄວາມສະຫງົບພາຍໃນກຸ່ມ. ການພົ້ນເດັ່ນຂຶ້ນຂອງຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີ, ທ່ານ Donald Trump ໄດ້ກໍ່ໃຫ້ເກີດຄວາມວິຕົກກັງວົນກ່ຽວກັບລັດທິຢູ່ໂດດດ່ຽວເລີ່ມເປັນຮູບເປັນຮ່າງຂອງອາເມລິກາ. ສິ່ງທີ່ເປັນຫນ້າສົນໃຈຫນຶ່ງອີກ ນັ້ນແມ່ນ ມີການນຳຫລັກແຫລ່ງຫລາຍທ່ານຂອງຝ່າຍຕາເວັນຕົກໄດ້ເຂົ້າຮ່ວມການປະຊຸມຢູ່ Warsaw ພວມກະກຽມໝົດອາຍຸການ, ໃນນັ້ນ ມີທ່ານນາຍົກລັດຖະມົນຕີ ອັງກິດ David Cameron ແລະ ປະທານາທິບໍດີ ອາເມລິກາ Barak Obama. ໃນຂະນະນັ້ນ, ຖານະຕຳແຫນ່ງຂອງປະທານາທິບໍດີ ຝລັ່ງ Francois Hollande ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຍັງອີງໃສ່ໝາກຜົນການເລືອກຕັ້ງໃນປີ 2017.
ນັ້ນແມ່ນຍັງບໍ່ທັນເວົ້າເຖິງເລື່ອງບັນດາປະເທດສະມາຊິກ NATO ກໍລະມັດລະວັງການຕໍ່ປະຕິກິລິຍາຄັດຄ້ານຢ່າງແຮງຈາກລັດເຊຍຕໍ່ຫນ້າການຫັນທິດປ້ອງກັນຄວາມສະຫງົບຂອງພັນທະມິດການທະຫານນີ້. ກ່ອນໜ້ານັ້ນ, ອຳນາດການປົກຄອງປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຜັນຂະຫຍາຍບັນດາລູກສອນໄຟ, ລົດຖັງ ແລະ ບັນດາພົນທະຫານເຖິງ Kaliningrad, ເຂດດິນແດນຂອງລັດເຊຍ ທີ່ຕິດກັບ ໂປໂລຍ ແລະ Lithuania. ບັນດາປະເທດ NATO ພວມມີຄວາມວິຕົກກັງວົນວ່າ ລັດເຊຍ ອາດຈະຜັນຂະຫຍາຍອາວຸດນິວເຄຼຍ ໄລຍະສັ້ນ ຢູ່ Kalingrad ພາຍຫລັງກອງປະຊຸມສຸດຍອດຢູ່ Warsaw ສິ້ນສຸດ. ຫວ່າງແລ້ວນີ້, ເມື່ອເຕື້ອງເຖິງທິດສະດີນະໂຍບາຍການຕ່າງປະເທດໃຫມ່ຂອງລັດເຊຍ (ວັນທີ 30/6), ປະທານາທິບໍດີ ລັດເຊຍ Putin ໄດ້ເນັ້ນຫນັກເປັນພິເສດເຖິງການມີຫນ້າຂອງ NATO ຢູ່ໃກ້ກັບຊາຍແດນ ລັດເຊຍ ເມື່ອເວົ້າວ່າ NATO ປະຈຸບັນພວມພະຍາຍາມໄປຕາມທິດຕ້ານລັດເຊຍ. ພັນທະມິດການທະຫານນີ້ ພວມນຳສາຍພົວພັນກັບລັດເຊຍ ຂຶ້ນສູ່ລະດັບສູ້ຢັນກັນຢ່າງແທດຈິງ.
ກອງປະຊຸມສຸດຍອດ NATO ດຳເນີນໃນ 2 ມື້ຈະມາເຖິງ ອາດຈະເຫັນດີຜັນຂະຫຍາຍແຜນການປ້ອງກັນຄວາມສະຫງົບໃຫມ່. ເຖິງຢ່າງໃດກໍຕາມ ການຜັນຂະຫຍາຍຢູ່ລະດັບໃດ, ໃນໄລຍະເວລາຍາວປານໃດ ເພື່ອຫລີກລ້ຽງໃຫ້ເພີ່ມຄວາມສາມາດສູ້ຢັນກັນດ້ານການທະຫານກັບລັດເຊຍກໍຄື ບໍ່ສ້າງຄວາມເຄັ່ງຕຶງຂຶ້ນຕື່ມຢູ່ ເອີລົບ ນັ້ນກໍ່ແມ່ນສິ່ງທີ່ການນຳ 28 ປະເທດສະມາຊິກ NATO ຈະຕ້ອງຄິດໄລ່ຊັ່ງຊາຢ່າງແນ່ນອນ.