(VOVWORLD) - ວັນທີ 24 ມີນາ, ກອງປະຊຸມສຸດຍອດ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ຖືກໄຂຂຶ້ນຢູ່ ບຣຸກແຊນ, ປະເທດແບນຊິກ. ນີ້ແມ່ນເຫດການເປີດສາກໃຫ້ແກ່ການຈັດກອງປະຊຸມສຸດຍອດຄັ້ງຕ່າງໆ ເຊິ່ງລວມມີ ກອງປະຊຸມກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ແລະ ສະຫະພາບເອີຣົບ (EU), ໂດຍມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ອາເມລິກາ Joe Biden. ເນື້ອໃນຈຸດສຸມຂອງກອງປະຊຸມທີ່ຈັດຂຶ້ນໃນຄັ້ງນີ້ແມ່ນເພື່ອແນໃສ່ຊອກຫາມາດຕະການເພື່ອຫຼຸດຜ່ອນຄວາມເຄັ່ງຕຶງທີ່ພວມປີນຂັ້ນໄດຢູ່ ຢູແກຼນ.
ການນຳບັນດາປະເທດ NATO (ພາບ: AFP) |
ນີ້ເປັນຄັ້ງທຳອິດ ເຊິ່ງການນຳບັນດາປະເທດສະມາຊິກ NATO ພົບປະກັນຢ່າງເປັນທາງການ ພາຍຫຼັງທີ່ ລັດເຊຍ ຜັນຂະຫຍາຍບັ້ນການທະຫານພິເສດຢູ່ ຢູແກຼນ.
ຢັ້ງຢືນຫຼັກໝັ້ນຂອງ NATO
ຖະແຫຼງການຮ່ວມຂອງ NATO ພາຍຫຼັງກອງປະຊຸມໄດ້ຍົກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມສາມັກຄີ ແລະ ເດັດດ່ຽວຕ້ານຄືນບັ້ນຮົບຂອງ ລັດເຊຍ, ການຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນ ຢູແກຼນ, ກໍຄື ການປ້ອງກັນຄວາມໝັ້ນຄົງໃຫ້ແກ່ທຸກປະເທດສຳພັນທະມິດ. ບັນດາການນຳ NATO ກໍຕົກລົງສ້າງຕັ້ງ 4 ກຸ່ມສູ້ຮົບ ຢູ່ ບຸນກາຣີ, ຮຸງກາຣີ, ໂຣມານີ ແລະ ສະໂລວາກີຕື່ມອີກ, ອັນໄດ້ຍົກຈຳນວນພົນທະຫານສຳຮອງນາໆຊາດຂອງ NATO ຈາກທະເລ ບາຕິກ ໄປຮອດ ທະເລ ດຳ ຂຶ້ນເປັນ 8 ກຸ່ມ. ນອກຈາກພົນທະຫານ ເອີຣົບ ແລ້ວ, ພົນທະຫານ ອາເມລິກາ 100.000 ຄົນ ກໍໄດ້ຈັດສົ່ງໄປຊ່ວຍຄວາມມານະພະຍາຍາມຂອງ NATO. NATO ໄດ້ຕໍ່ກຳນົດອາຍຸການຂອງທ່ານເລຂາທິການໃຫຍ່ Jens Stoltenberg ຕື່ມອີກ 1 ປີ, ໝາຍຄວາມວ່າຮອດວັນທີ 30 ກັນຍາ 2023 ຈຶ່ງສິ້ນສຸດອາຍຸການ.
ກ່ຽວກັບການເພີ່ມທະວີຄວາມສາມາດປ້ອງກັນຕົວຢູ່ເຂດທາງທິດຕາວັນອອກ, ທ່ານເລຂາທິການໃຫຍ່ NATO Jens Stoltenberg ຢັ້ງຢືນວ່າ NATO ເລີ່ມຜັນຂະຫຍາຍການປ້ອງກັນຕົວນິວເຄຼຍ, ແຜ່ກຳມັນຕະພາບລັງສີ, ຊີວະ ແລະ ເຄມີສາດ. ພ້ອມດຽວກັນນັ້ນ, ບັນດາປະເທດສຳພັນທະມິດກໍພວມເພີ່ມທະວີການຜັນຂະຫຍາຍການປ້ອງກັນນິວເຄຼຍ, ຊີວະ ແລະ ເຄມີສາດ ດ້ວຍຕົນເອງ ເພື່ອປັບປຸງເພີ່ມເຕີມໃຫ້ກຸ່ມສູ້ຮົບ. ຕາມທ່ານເລຂາທິການໃຫຍ່ Jens Stoltenberg ແລ້ວ, NATO ກໍຈະຈັດເຮືອບິນຫຼາຍລຳຕື່ມອີກ ແລະ ເພີ່ມທະວີຄວາມສາມາດປ້ອງກັນຕົວໜ້າດິນຕ້ານອາກາດທີ່ເຕົ້າໂຮມຢູ່ເຂດທາງທິດຕາເວັນອອກ. ບັນດາກຸ່ມສູ້ຮົບ, ກ່ຳປັ່ນດຳນ້ຳ ດ້ວຍຈຳນວນຫຼາຍກໍຄືກ່ຳປັ່ນສູ້ຮົບ ກໍຈະກຽມພ້ອມສູ້ຮົບໃນທຸກເວລາ. ບັນດາສະມາຊິກ NATO ເຫັນດີຈະຈັດວາງມາດຕະການລົງໂທດ ລັດເຊຍຕື່ມອີກ ແລະ ຂະຫຍາຍການໜູນຊ່ວຍ ຢູແກຼນ ດ້ວຍວິທີປະກອບຍຸດທະປະກອນໃຫ້ແກ່ປະເທດນີ້ ດ້ວຍຈຳນວນຫຼາຍພໍສົມຄວນ, ລວມທັງລະບົບປ້ອງກັນທາງອາກາດ, ເຮືອບິນບໍ່ມີຄົນຂັບ ແລະ ລົດຖັງຕິດລະບົບປ້ອງກັນທາງອາກາດທີ່ມີປະສິດທິຜົນ ພ້ອມທັງໜູນຊ່ວຍດ້ານການເງິນຫຼາຍພໍສົມຄວນ.
ຖະແຫຼງການຮ່ວມຂອງອົງການການທະຫານແຖວໜ້າ ເອີຣົບ ນີ້ກໍຢັ້ງຢືນວ່າ NATO ສາມັກຄີກັນເພື່ອຮັກສາສຳພັນທະມິດໃຫ້ໝັ້ນຄົງເຂັ້ມແຂງ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ. ເຖິງຢ່າງໃດກໍຕາມ, ຫຼັກໝັ້ນຂອງ NATO ແມ່ນ ຈະບໍ່ຜັນຂະຫຍາຍກຳລັງຢູ່ ຢູແກຼນ, ແຕ່ຈະປະຕິບັດຄວາມຮັບຜິດຊອບ, ຮັບປະກັນໃຫ້ການປະທະກັນບໍ່ປີນຂັ້ນໄດຕື່ມອີກ, ບໍ່ປະໃຫ້ເກີດໄພອັນຕະລາຍ ແລະ ມ້າງເພທຳລາຍໄປກວ່ານີ້ຕື່ມອີກ.
ສົງຄາມເກີດຢູ່ ຢູແກຼນ - ພາບຖ່າຍຈາກດາວທຽມ (ພາບ: Maxar) |
ຊຸກຍູ້ການເຄື່ອນໄຫວມະນຸດສະທຳ ຢູ່ ຢູແກຼນ
ໄລ່ມາຮອດປັດຈຸບັນ ແມ່ນພໍດີ 1 ເດືອນເຕັມທີ່ ລັດເຊຍ ປະຕິບັດບັ້ນການທະຫານພິເສດຢູ່ ຢູແກູນ. ການເຈລະຈາຮອບຕ່າງໆລະຫວ່າງ Moscow ແລະ Kiev ເຖິງວ່າຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງຢຸດຕິການປະທະກັນ ກໍຕາມ, ແຕ່ກໍມີຄວາມຄືບໜ້າໃດໜຶ່ງ. ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃຫ້ຮູ້ວ່າ ທ່ານຈະບໍ່ເລັ່ງບັງຄັບເລື່ອງ ຢູແກຼນ ກາຍເປັນສະມາຊິກຂອງ NATO ແລະ ພ້ອມແລ້ວທີ່ຈະ “ປະນິປະນອມ” ກ່ຽວກັບສະຖານະການຂອງສອງເຂດດິນແດນ Donetsk ແລະ Luhansk ເຊິ່ງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຮັບຮອງວ່າເປັນເອກະລາດ ກ່ອນທີ່ດຳເນີນບັ້ນການທະຫານພິເສດໃນວັນທີ 24 ກຸມພາ. ພ້ອມດຽວກັນນັ້ນ, ລັດເຊຍ ແລະ ຢູແກຼນ ກໍເຫັນດີສ້າງຕັ້ງ 7 ແລວມະນຸດສະທຳ. ມີສາມັນຊົນປະມານ 300.000 ຄົນ ໄດ້ຍົກຍ້າຍອອກຈາກເຂດສູ້ຮົບ. ໃນຂະນະນັ້ນ, ຕາມຂ້າຫຼວງໃຫຍ່ ສປຊ ຮັບຜິດຊອບກ່ຽວກັບຊາວລີ້ໄພແລ້ວ, ມີປະຊາຊົນ ຢູແກຼນ 3,6 ລ້ານຄົນ ໄດ້ອອກຈາກປະເທດໄປລີ້ໄພຢູ່ບັນດາປະເທດບ້ານໃກ້ເຮືອນຄຽງ.
ຕາມການຄາດຄະເນ, ປັດຈຸບັນ ອີຢູ ໄດ້ຮັບຊາວລີ້ໄພຫຼາຍກວ່າຈຳນວນພົນຂອງປີ 2015 ແລະ 2016 ບວກເຂົ້າກັນ, ເຊິ່ງເປັນໄລຍະເກີດການປະທະກັນຢູ່ ຊີຣີ ແລ້ວເຮັດໃຫ້ເກີດກະແສຊາວອົບພະຍົບຫຼັ່ງໄຫຼມາຈາກ ຕາເວັນອອກກາງ ແລະ ອະຟະຣີກາ ໄປຍັງ ເອີຣົບ. ໂປໂລຍ, ຣູມານີ, ຮຸງກາຣີ ແລະ ສະໂລວາກີ ແມ່ນ 4 ປະເທດສະມາຊິກຂອງ ອີຢູ ທີ່ມີຊາຍແດນຕິດຈອດກັບ ຢູແກຼນ ທາງທິດຕາເວັນອອກ ໄດ້ຮັບເອົາຊາວ ຢູແກຼນ ໄປລີ້ໄພຫຼາຍກວ່າໝູ່. ຕາມກຳມະການພາຍໃນ ອີຢູ ແລ້ວ, ຊາວລີ້ໄພ ຢູແກຼນ ທຸກຄົນ ຕ່າງກໍໄດ້ຮັບອະນຸຍາດໃຫ້ຂ້າມຊາຍແດນໄປຍັງບັນດາປະເທດສະມາຊິກ ອີຢູ. ກຸ່ມດັ່ງກ່າວກໍຕົກລົງອະນຸຍາດໃຫ້ຊາວລີ້ໄພຂອງ ຢູແກຼນ ໄດ້ເຮັດວຽກ, ລູກຫຼານໄດ້ໄປໂຮງຮຽນ, ໄດ້ຮັບເຮືອນຢູ່ ແລະ ຊົມໃຊ້ສະຫວັດດີການສັງຄົມຂອງກຸ່ມຢ່າງວ່ອງໄວ.
ໄລ່ມາຮອດປັດຈຸບັນນີ້, ເຖິງວ່າຍັງບໍ່ທັນບັນລຸໄດ້ຄຳສັ່ງຢຸດຍິງກໍຕາມ ແຕ່ລັດເຊຍ ແລະ ຢູແກຼນ ຍາມໃດກໍສະແດງທັດສະນະພ້ອມແລ້ວທີ່ຈະເຈລະຈາ. ຍິ່ງໄປກວ່ານັ້ນ, ເລື່ອງ NATO ແລະ ອາເມລິກາ ຕ່າງກໍ່ຢັ້ງຢືນຫຼັກໝັ້ນບໍ່ຜັນຂະຫຍາຍກຳລັງຢູ່ ຢູແກຼນ ກໍນຳມາເຊິ່ງຄວາມຫວັງສ່ວນໃດສ່ວນໜຶ່ງໃຫ້ແກ່ການປະທະກັນ ຈະບໍ່ຈົມເລິກລົງໄປວັງວົນອັນຕະລາຍ./.