(vovworld) - ໃນເວລາ 2 ວັນ, ວັນທີ 4 – 5/9, ຢູ່ນະຄອນ ຂາງເຈົາ (ປະເທດ ຈີນ), ຈະຈັດຕັ້ງກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ (ຈີ 20). ໂດຍເປັນເວທີປາໄສເສດຖະກິດສຳຄັນແຖວໜ້າຂອງໂລກ ດັ່ງນັ້ນ ກອງປະຊຸມ ຈີ 20 ປີນີ້ກໍ່ສຸມໃສ່ຊອກຫາມາດຕະການຊຸກຍູ້ການເຕີບໂຕເສດຖະກິດທົ່ວໂລກ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນຂອບເຂດກອງປະຊຸມ, ບັນດາຄວາມບໍ່ລົງລອຍກັນກ່ຽວກັບການຂັດແຍ້ງຜືນແຜ່ນດິນກໍ່ອາດຈະໄດ້ຮັບການເຕື້ອງເຖິງ.
ນັບແຕ່ກ່ອນມາຮອດປະຈຸບັນ, ກອງປະຊຸມ ຈີ 20 ຍາມໃດກໍ່ສຸມໃສ່ເລື່ອງສົມທົບບັນດານະໂຍບາຍເງິນຕາ ແລະ ການເງິນລະຫວ່າງບັນດາປະເທດ ພັດທະນາ ແລະ ພວມພັດທະນາແຖວໜ້າຂອງໂລກເພື່ອແນໃສ່ຮັບມືກັບບັນດາວິກິດການການເງິນທົ່ວໂລກ. ແຕ່ພາຍຫຼັງ 8 ປີແຫ່ງການຟື້ນຟູຢ່າງຊັກຊ້າຈາກວິກິດການການເງິນປີ 2008, ບັນດາປະເທດສະມາຊິກ ຈີ 20 ຮັບຮູ້ວ່າເຂົາເຈົ້າຕ້ອງສົມທົບກັນເຄື່ອນໄຫວໃນຫຼາຍຂົງເຂດສຳຄັນຢ່າງວ່ອງໄວກ່ວາອີກ.
ເຂົ້າຮ່ວມກອງປະຊຸມສຸດຍອດຈີ 20 ປີນີ້, ນອກຈາກການນຳຂອງ 20 ປະເທດສະມຊິກ ແລ້ວ, ປະເທດເຈົ້າພາບ ຈີນ ຍັງເຊື້ອເຊີນ 2 ປະເທດພວມພັດທະນານັ້ນແມ່ນ ອີຢິບ ແລະ ກາຢັກສະຖານ ເຂົ້າຮ່ວມດ້ວຍບົດບາດເປັນແຂກກິຕິມະສັກ. ກອງປະຊຸມປີນີ້ກໍ່ມີການເຂົ້າຮ່ວມຂອງສາທາລະນະລັດ ຊາດ (Chad), ເຊິ່ງແມ່ນປະເທດພວມເປັນປະທານໝູນວຽນສະຫະພາບ ອາບຟຣີກາ (AU), ເຊເນການ, ເຊິ່ງເປັນຄູ່ຮ່ວມມືຕົ້ນຕໍຂອງ ຈີນ ໃນບັນດາໂຄງການພັດທະນາຢູ່ ອາບຟຣີກາ ແລະ ປະເທດລາວ, ເຊິ່ງເປັນປະທານໝູນວຽນ ຂອງ ອາຊຽນປີ 2016.
ເສດຖະກິດ: ເນື້ອໃນຈຸດສຸມຂອງກອງປະຊຸມສຸດຍອດຈີ20
ໂດຍເປັນກຸ່ມບັນດາປະເທດທີ່ມີບົດບາດສຳຄັນໃນພື້ນຖານເສດຖະກິດໂລກ ດ້ວຍຍອດວົງເງິນການຄ້າ ແລະ ຍອດ GDP ຂອງບັນດາພື້ນຖານເສດຖະກິດ ຈີ 20 ກວມກ່ວາ 80% ແລະ 85% ທົ່ວໂລກ, ຫົວຂໍ້ຂອງກອງປະຊຸມ ຈີ 20 ປີ 2016 ໂດຍປະເທດເຈົ້າພາບ ຈີນ ຍົກອອກມາແມ່ນມຸ່ງໄປເຖິງພື້ນຖານເສດຖະກິດໂລກຂະຫຍັນຂັນເຄື່ອນ, ເຊື່ອມຕໍ່ ແລະ ມີຫົວຄິດປະດິດສ້າງ. ຈີນ ຖະແຫຼງ ຈະຍົກອອກແຜນການຊຸກຍູ້ການເຕີບໂຕຕາມທິດປະຕິຮູບເພື່ອແນໃສ່ຊອກຫາບັນດາກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕທົ່ວໂລກ, ຜ່ານການສ້າງບັນດາການປະຕິວັດອຸດສາຫະກຳໃໝ່ ແລະ ພື້ນຖານເສດຖະກິດດີຈີຕອນ, ພ້ອມທັງສົ່ງເສີມການເຈລະຈາລະຫວ່າງບັນດາປະເທດພັດທະນາ ແລະ ພວມພັດທະນາ.
ທີ່ກອງປະຊຸມສຸດຍອດຈີ 20 ຄັ້ງນີ້, ຈີນ ປາດຖະໜາວ່າບັນດາປະເທດຈະສຸມໃສ່ປຶກສາຫາລືບັນດາສິ່ງທ້າທາຍຕົ້ນຕໍ ແລະ ບັນຫາທີ່ຍັງຄົງຄ້າງສຳລັບເສດຖະກິດໂລກພ້ອມກັນຊຸກຍູ້ກຸ່ມ ຈີ 20 ຫັນປ່ຽນຈາກກົນໄກຮັບມືກັບວິກິດການໄປສູ່ກົນໄກຄຸ້ມຄອງຍາວນານ, ນຳພາການເຕີບໂຕຂອງເສດຖະກິດໂລກ ແລະ ກຳນົດທິດທາງໃຫ້ເສດຖະກິດສາກົນ. ເພື່ອບັນລຸໄດ້ຈຸດປະສົງດັ່ງກ່າວ, ບາງເນື້ອໃນສາມາດໄດ້ຮັບການປຶກສາຫາລືຄື: ມາດຕະການປະດິດສ້າງຮູບແບບການເຕີບໂຕ, ບໍລິຫານການເງິນເສດຖະກິດໂລກຢ່າງມີປະສິດທິຜົນກ່ວາ, ການຄ້າ ແລະ ການລົງທຶນສາກົນຢ່າງແຮງການພັດທະນາຕິດຕໍ່ພົວພັນ. ນອກຈາກນັ້ນ, ເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ, ທ່ານ ອວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ ໃຫ້ຮູ້ວ່າ: ໃນໄລຍະດຳເນີນກອງປະຊຸມ, ຈີນ ກໍ່ຈັດຕັ້ງເວທີປາໄສຂັ້ນສູງວິສາຫະກິດດ້ວຍຂອບຂະໜາດໃຫຍ່ສຸດໃນປະຫວັດສາດຂອງຈີ 20. ກ່ອນໜ້ານັ້ນ, ແມ່ນກອງປະຊຸມສຸດຍອດກຸ່ມ BRICS (ປຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາບຟຣີກາ). ຄາດວ່າ, ຈີນ ກໍ່ເປັນເຈົ້າພາບໃນບັນດາການປຶກສາຫາລືກ່ຽວກັບນະໂຍບາຍເສດຖະກິດທີ່ກ່ຽວຂ້ອງເຖິງລາຄານຳ້ມັນ.
ເມື່ອເຕື້ອງເຖິງເນື້ອໃນຂອງ ຈີ 20, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ຕີລາຄາກອງປະຊຸມຈີ 20 ຈະມາເຖິງມີບົດບາດສຳຄັນສຳລັບການພັດທະນາແບບຍືນຍົງຂອງເສດຖະກິດໂລກ. ໃນຂະນະນັ້ນ, ຕາມຖະແຫຼງການຂອງທຳນຽບຂາວ, ທີ່ກອງປະຊຸມສຸດຍອດຈີ 20, ທ່ານປະທານາທິບໍດີ ອາເມລິກາ Barack Obama ຈະເນັ້ນໜັກເຖິງການຊຸກຍູ້ການພັດທະນາເສດຖະກິດທົ່ວໂລກຢ່າງແຮງ, ຍືນຍົງ ແລະ ມີຄວາມດຸ່ນດຽງ. ທ່ານກໍ່ຈະຢັ້ງຢືນຄວາມສຳຄັນຂອງການຮ່ວມມື ຈີ 20 ເພື່ອແນໃສ່ສ້າງສະພາບແວດລ້ອມສະເໝີພາບ, ກາລະໂອກາດເສດຖະກິດຢ່າງກ້ວາງຂວາງ.
ບັນຫາການຂັດແຍ້ງຜືນແຜ່ນດິນໄດ້ນຳມາປຶກສາຫາລືທີ່ກອງປະຊຸມຫຼືບໍ່?
ເຖິງຢ່າງໃດກໍ່ຕາມ, ກອງປະຊຸມສຸດຍອດຈີ 20 ຄັ້ງນີ້ບໍ່ພຽງແຕ່ສຸມໃສ່ເຂົ້າບັນຫາເສດຖະກິດຄືດັ່ງຄວາມມຸ່ງຫວັງຂອງປະເທດເຈົ້າພາບຈີນ ເທ່ົານັ້ນ. ກ່ອນທີ່ຈັດກອງປະຊຸມ, ອຳນາດການປົກຄອງຂອງຫຼາຍປະເທດສະມາຊິກໄດ້ເຕື້ອງເຖິງຄວາມເອົາໃຈໃສ່ຂອງເຂົາເຈົ້າເຖິງບັນຫາຂັດແຍ້ງຜືນແຜ່ນດິນ, ຄວາມເສລີໃນການເດີນທະເລ. ກ່ອນອື່ນໝົດແມ່ນບັນຫາທະເລຕາເວັນອອກ. ທ່ານປະທານາທິບໍດີ ອາເມລິກາ Barack Obama ຈະມີການພົບປະກັບທ່ານປະທານປະເທດ ຈີນ ສື້ຈີ້ຜິງ. ທ່ານຮອງຫົວໜ້າທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ Ben Rhodes ໄດ້ໃຫ້ຮູ້ວ່າ: ທ່ານ Barack Obama ຈະແລກປ່ຽນຢ່າງລະອຽດກັບທ່ານ ສື້ຈີ້ຜິງ ບັນດາບັນຫາພວມເກີດຄວາມຂັດແຍ້ງກັນຢ່າງເລິກເຊິ່ງລະຫວ່າງ 2 ປະເທດໃນປະຈຸບັນ, ພິເສດແມ່ນການເພີ່ມທະວີຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ.
ໂດຍແມ່ນການນຳປະເທດ ອາຊີຕາເວັນອອກສ່ຽງໃຕ້ ໜຶ່ງດຽວເຂົ້າຮ່ວມກອງປະຊຸມ ຈີ 20 ດ້ວຍຖານະເປັນປະເທດສະມາຊິກ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ອາດຈະເຕື້ອງເຖິງບັນຫາທະເລຕາເວັນອອກຢູ່ເວທີປາໄສແຖວໜ້າກ່ຽວກັບການຮ່ວມມືດ້ານເສດຖະກິດສາກົນນີ້. ການພົວພັນລະຫວ່າງ ຈາກາກຕາ - ປັກກິ່ງ ເຄີຍປະເຊີນໜ້າກັບຄວາມເຄັ່ງຕຶງນັບແຕ່ຕົ້ນປີ 2016 ນີ້, ກ່ຽວຂ້ອງເຖິງເລື່ອງ ຈີນ ໃຫ້ກຳ່ປັ່ນຫາປາເຄື່ອນໄຫວຢູ່ໃກ້ກັບໝູ່ເກາະ Natuna ຂອງ ອິນໂດເນເຊຍ ຢູ່ທະເລຕາເວັນອອກ. ໃນບົດກ່າວປາໄສກັບປະຊາຊົນເມື່ອກາງເດືອນ 8 ປີນີ້, ທ່ານ Widodo ໄດ້ໃຫ້ຄຳໝັ້ນສັນຍາຈະ “ປົກປ້ອງປະຊາທິປະໄຕ” ຂອງປະເທດຊາດ. ໃນຂະນະນັ້ນ, ການຂັດແຍ້ງຜືນແຜ່ນດິນພວມເປັນຈຸດທີ່ເກີດຄວາມບໍ່ລົງລອຍກັນໃນການພົວພັນຈີນ - ຍີ່ປຸ່ນ. ກ່ອນທີ່ຈັດຕັ້ງກອງປະຊຸມ ຈີ 20, ວັນທີ 31/8, ກະຊວງປ້ອງກັນປະເທດ ຍີ່ປຸ່ນ ໄດ້ສະເໜີງົບປະມານສະຖິຕິ ຂຶ້ນເຖິງຈຳນວນເງິນ 51 ຕື້ USD ໃຫ້ປີການເງິນ 2017, ສ່ວນໜຶ່ງໃນຈຳນວນດັ່ງນັ້ນເພື່ອແນໃສ່ເພີ່ມທະວີຄວາມສາມາດປົກປ້ອງບັນດາເກາະທີ່ພວມມີການຂັດແຍ້ງກັນຢູ່ທະເລຕາເວັນອອກ.
ໃນສະພາບການດ້ານເສດຖະກິດໂລກພວມໄດ້ຮັບການຟື້ນຟູຢ່າງຊັກຊ້າພາຍຫຼັງວິກິດການດ້ານການເງິນປີ 2008 ນັ້ນ, ກອງປະຊຸມສຸດຍອດ ຈີ 20 ຄັ້ງນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາປະເທດສະມາຊິກຊອກຫາມາດຕະການທີ່ມີປະສິດທິຜົນເພື່ອຊຸກຍູ້ການເຕີບໂຕຂອງເສດຖະກິດທົ່ວໂລກ. ແຕ່ເຖິງຢ່າງໃດກໍ່ຕາມ, ໝາກຜົນຂອງກອງປະຊຸມຈະຖືກຜົນສະທ້ອນຈາກບັນດາຄວາມບໍ່ລົງລອຍກັນກ່ຽວກັບການຂັດແຍ້ງຜືນແຜ່ນດິນຫຼືບໍ່ ແມ່ນຍັງຂຶ້ນກັບການຜັນແປອັນລະອຽດໃນຊຸມວັນຈະມາເຖິງ.