ກອງປະຊຸມສຸດຍອດສະຫະພາບອາຟະລິກາ ແລະ ບັນດາພາລະໜ້າທີ່ເຕັມໄປດ້ວຍສິ່ງທ້າທາຍ

(VOVWORLD) -ບັນດາພາລະໜ້າທີ່ຂອງ AU ພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຮ້າຍແຮງຫຼາຍຢ່າງ, ຄວາມສາມາດບັນລຸຜົນສຳເລັດແມ່ນຍັງຈຳກັດຢູ່.

ກອງປະຊຸມສຸດຍອດສະຫະພາບອາຟະລິກາ ແລະ ບັນດາພາລະໜ້າທີ່ເຕັມໄປດ້ວຍສິ່ງທ້າທາຍ - ảnh 1 ບັນດາສະມາຊິກກອງປະຊຸມສຸດຍອດສະຫະພາບອາຟະລິກາ (AU) ຄັ້ງທີ 33

(ພາບ: Reuters)

ດ້ວຍຫົວຂໍ້ວ່າ “ຢຸດສຽງປືນ”, ກອງປະຊຸມສຸດຍອດສະຫະພາບອາຟະລິກາ (AU) ຄັ້ງທີ 33 ຖືກໄຂຂຶ້ນໃນວັນທີ 09 ກຸມພາ, ຢູ່ Addis Ababa, ປະເທດ ເອທີໂອປີ ໄດ້ຕັ້ງຄວາມຫວັງວ່າຈະສ້າງໄດ້ບັນດາມາດຕະການແກ້ໄຂບັນດາຈຸດທີ່ຮ້ອນເຮັ່ງໃນການປະທະກັນ ກໍຄືບັນດາບັນຫາພົ້ນເດັ່ນຂອງທະວີບ. ເຖິງຢ່າງໃດກໍ່ຕາມ, ຄວາມຈິງປະຫວັດສາດ ແລະ ສະພາບການຄືໃນປະຈຸບັນສະແດງໃຫ້ເຫັນວ່າ ບັນດາພາລະໜ້າທີ່ຂອງ AU ພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຮ້າຍແຮງຫຼາຍຢ່າງ, ຄວາມສາມາດບັນລຸຜົນສຳເລັດແມ່ນຍັງຈຳກັດຢູ່. ບົດຂຽນຂອງນັກຂ່າວ VOV.

        “ຢຸດສຽງປືນ” ແມ່ນຫົວຂໍ້ເຊິ່ງໄດ້ເອົາແຫຼ່ງອາລົມມາຈາກບັນດາຄຳໝັ້ນສັນຍາຂອງການນຳອາຟະລິກາ ກ່ຽວກັບການຢຸດຕິການປະທະກັນຂອງກຳລັງປະກອບອາວຸດ ແລະ ສະກັດກັ້ນໄພດັບສູນເຊື້ອຊາດທີ່ເກີດຂຶ້ນຄືນໃໝ່, ພ້ອມທັງສ່ອງແສງສະພາບຕົວຈິງການປະທະກັນຂອງກຳລັງປະກອບອາວຸດທີ່ຮ້າຍແຮງຢູ່ທະວີບໃນປະຈຸບັນ. ໂດຍສະແດງໃຫ້ເຫັນຈິດໃຈດັ່ງກ່າວ, ໃນບົດກ່າວປາໄສພາຍຫຼັງຮັບດຳລົງຕຳແໜ່ງປະທານ AU ໃນຕອນບ່າຍວັນທີ 09 ກຸມພາ, ທ່ານປະທານາທິບໍດີອາຟະລິກາໃຕ້ Ciryl Ranmaphosa ໄດ້ຍົກອອກບັນດາບຸລິມະສິດຂອງ AU ໃນປີ 2020 ລວມມີການເພີ່ມທະວີຄວາມສາມັກຄີຢູ່ທະວີບ, ຊຸກຍູ້ການພັດທະນາເສດຖະກິດຕາມທິດຍືນຍົງ, ຮັບປະກັນການຮ່ວມເດີນທາງລະຫວ່າງສະຖຽນລະພາບດ້ານການເມືອງ ແລະ ການພັດທະນາເສດຖະກິດ, ບັນດາມາດຕະການແກ້ໄຂການປະທະກັນ ແລະ ຍົກສູງບົດບາດຂອງອາຟະລິກາ ໃນແຜນທີ່ການເມືອງ - ເສດຖະກິດໂລກ. ພິເສດ, ທ່ານປະທານ AU ຄົນໃໝ່ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມສະກັດກັ້ນບັນດາການປະທະກັນທີ່ພວມເກີດຂຶ້ນຢູ່ລີບີ, ເຂດ Sahel ແລະ ທິດໃຕ້ Sahara - ເຊິ່ງແມ່ນໜຶ່ງໃນຜື້ນແຜ່ນດິນທີ່ກໍ່ຄວາມແບ່ງແຍກດ້ານການເມືອງຫຼາຍທີ່ສຸດຢູ່ອາຟະລິກາ. ເຖິງຢ່າງໃດກໍ່ຕາມ, ຕາມວົງການນັກໄຈ້ແຍກແລ້ວ, ບັນດາພາລະໜ້າທີ່ຂອງ AU, ໂດຍສະເພາະແມ່ນພາລະໜ້າທີ່ຢຸດຕິການປະທະກັນຂອງກຳລັງປະກອບອາວຸດ, ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ.

ສະກັດກັ້ນການປະທະກັນ: ໜ້າທີ່ບໍ່ເປັນໄປໄດ້

        ປີ 2013, ໃນຖະແຫຼງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະຫະພາບອາຟະລິກາ, ບັນດາການນຳ AU ໄດ້ເປັນເອກະພາບຍົກອອກຄຳໝັ້ນສັນຍາ “ຢຸດຕິທຸກສົງຄາມຢູ່ອາຟະລິກາ ໃນປີ 2020”. ແຕ່ເຖິງຢ່າງໃດກໍ່ຕາມ, ໃນໄລຍະ 7 ປີຜ່ານມາ, ການປະທະກັນຫາກໍ່ສະກັດກັ້ນໄດ້ສ່ວນໃດສ່ວນໜຶ່ງຢູ່ ຊູດັງ ແລະ  ສາທາລະນະລັດ ອາຟະລິກາກາງ ເທົ່ານັ້ນ. ຍິ່ງກວ່ານັ້ນ, ການໃຊ້ຄວາມຮຸນແຮງ ແລະ ການປະທະກັນສືບຕໍ່ຍັງເກີດຂຶ້ນຄືນໃໝ່ຢ່າງຮ້າຍແຮງຢູ່ຫຼາຍປະເທດຄື: ລີບີ, ຊູດັງໃຕ້, ໂມຊຳບິກ… ທີ່ກອງປະຊຸມ, ມີນັກສັງເກດການຫຼາຍທ່ານໄດ້ໃຫ້ຂໍ້ສະຫຼຸບຢ່າງກົງໄປກົງມາວ່າ: AU ຖືກປະລາໄຊໃນບັນດາຄຳໝັ້ນສັນຍາເຊິ່ງໄດ້ຍົກອອກມາເມື່ອປີ 2013. ໃນຈຸດເວລາປະຈຸບັນນີ້, ອາຟະລິກາ ພວມເຫັນປະຈັກຕາການປະທະກັນຂອງກຳລັງປະກອບອາວຸດ ທີ່ມີຂອບຂະໜາດແຕກຕ່າງກັນບໍ່ຕ່ຳກວ່າ 20 ຄັ້ງ, ຫຼາຍທົບ 3 ເທົ່າເມື່ອທຽບໃສ່ຈຸດເວລາຂອງປີ 2005. ໃນຂະນະນັ້ນ, ການປະທະກັນບາງຄັ້ງຍັງມີການແຊກແຊງຈາກສາກົນຫຼາຍຝ່າຍ ແລະ ສະພາບການແມ່ນສັບສົນທີ່ສຸດ, ອາດຈະບັນລຸໄດ້ມາດຕະການແກ້ໄຂເຊິ່ງໄດ້ຮັບການຕີລາຄາວ່າແມ່ນຫຍຸ້ງຍາກທີ່ສຸດ, ພົ້ນເດັ່ນຂຶ້ນແມ່ນວິກິດການຢູລີບີ.

        ຄຽງຂ້າງນັ້ນ, ບັນຫາແຫຼ່ງກຳລັງຖືກຈຳກັດກໍ່ໄດ້ຮັບຖືວ່າແມ່ນສິ່ງກີດຂວາງອັນໃຫຍ່ຫຼວງສຳລັບອາຟະລິກາ, ເຊິ່ງແມ່ນທະວີບທຸກຍາກທີ່ສຸດໃນໂລກ, ໃນການສະກັດກັ້ນບັນດາການປະທະກັນ ແລະ ຮັບປະກັບຄວາມໝັ້ນຄົງ. ນອກນັ້ນ, ຍ້ອນຫຼາຍສາຍເຫດທີ່ແຕກຕ່າງກັນ, ຄວາມເອົາໃຈໃສ່ ແລະ ການໜູນຊ່ວຍຂອງປະຊາຄົມສາກົນ ທີ່ສະຫງວນໃຫ້ແກ່ບັນດາການປະທະກັນຢູ່ອາຟະລິກາ ບໍ່ເຂັ້ມແຂງຢ່າງພຽງພໍເພື່ອປົວແປງສະພາບການ.

        ດ້ວຍສະພາບຕົວຈິງດັ່ງກ່າວ, ພາລະໜ້າທີ່ສະກັດກັ້ນ ແລະ ຢຸດຕິການປະທະກັນຢູ່ອາຟະລິກາ ຍັງໄດ້ຮັບຖືວ່າແມ່ນໜ້າທີ່ “ບໍ່ເປັນໄປໄດ້” ສຳລັບ AU ໃນອະນາຄົດອັນໃກ້ໆນີ້.

ສິ່ງທ້າທາຍໃນການພັດທະນາ

        ຍ້ອນຜົນສະທ້ອນຈາກສະພາບຂາດຄວາມສະຖຽນລະພາບດ້ານການເມືອງ ແລະ ການປະທະກັນຂອງກຳລັງປະກອບອາວຸດ, ການພັດທະນາຂອງອາຟະລິກາ ກໍ່ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຮ້າຍແຮງຫຼາຍຢ່າງ.

        ໃນຕົວຈິງ, ໃນສິບໆປີຜ່ານມາ,  ອາຟະລິກາ ຍາມໃດກໍ່ຕ້ອງນຳເຂົ້າຈຳນວນວັດຖຸການຜະລິດ, ເຄື່ອງຈັກອຸດສາຫະກຳ ແລະ ອຸປະກອນຂົນສົ່ງເປັນສ່ວນຫຼາຍ, ໃນຂະນະທີ່ ¾ ປະລິມານສົ່ງອອກໄດ້ສຸມໃສ່ເຂົ້າໃນຊັບພະຍາກອນສິ່ງແວດລ້ອມ, ໂດຍສະເພາະແມ່ນວັດຖຸດິບ. ພຽງແຕ່ສັງເກດໂຄງປະກອບດ້ານການຄ້າດັ່ງກ່າວ ກໍ່ເຫັນໄດ້ທີ່ຕັ້ງດ້ານເສດຖະກິດຂອງ AU ແມ່ນຢູ່ບ່ອນໃດໃນແຜນທີ່ເສດຖະກິດ ກໍຄືແງ່ຫວັງປັບປຸງມັນ. ນອກຈາກນັ້ນ, ບັນດາສິ່ງທ້າທາຍໃນການພັດທະນາຂອງອາຟະລິກາ ຍັງຕ້ອງເວົ້າເຖິງບັນດາສິ່ງຈຳກັດທາງດ້ານນະໂຍບາຍ ແລະ ພິເສດແມ່ນບັນຫາສໍ້ລາດບັງຫຼວງ. ກ່າວຄຳເຫັນທີ່ພິທີໄຂກອງປະຊຸມສຸດຍອດ AU, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຊີ້ໃຫ້ເຫັນຢ່າງກົງໄປກົງມາວ່າ: ໄພສໍ້ລາດບັງຫຼວງແມ່ນສາຍເຫດສຳຄັນທີ່ສຸດທີ່ພາໄປເຖິງເຮັດໃຫ້ບັນດາແຫຼ່ງກຳລັງຊ່ວຍເຫຼືອໃຫ້ແກ່ອາຟະລິກາ ພັດທະນາຖືກໝົດກ້ຽງ.

        ຕາມວົງການນັກໄຈ້ແຍກແລ້ວ, ໃນສະພາບການປະຈຸບັນ, ພາລະໜ້າທີ່ທີ່ໄດ້ວາງອອກໃຫ້ແກ່ກອງປະຊຸມສຸດຍອດ AU ຄັ້ງທີ 33 ແມ່ນໜັກໜ່ວງທີ່ສຸດ, ຊ້ຳບໍ່ໜຳໄດ້ຮັບຖືວ່າແມ່ນໜັກໜ່ວງເກີນໄປ, ບໍ່ວ່ານັ້ນແມ່ນການພັດທະນາເສດຖະກິດ, ການປະຕິຮູບດ້ານການເມືອງ ຫຼື ການສະກັດກັ້ນການປະທະກັນຂອງກຳລັງປະກອບອາວຸດກໍ່ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ