(VOVWORLD) - ພາຍຫລັງຄົງຕົວເປັນເວລາກ່ວາ 30 ປີ, ສົນທິສັນຍາກ່ຽວກັບການລົບລ້າງລູກສອນໄຟໄລຍະກາງ ແລະ ໄລຍະສັ້ນ (INF) ລະຫວ່າງ ລັດເຊຍ ແລະ ອາເມລິກາ ອາດຈະຖືກລົບລ້າງ, ເມື່ອວັນທີ 20 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຖະແຫຼງຈະຖອນຕົວອອກຈາກສົນທິສັນຍາສະບັບນີ້ພຽງລຳພັງຝ່າຍດຽວ.
ໂດຍບໍ່ຫົວຊາຕໍ່ ເລື່ອງຫາງສຽງສາກົນມີຄວາມວິຕົກກັງວົນກ່ຽວກັບຄວາມສ່ຽງສູ້ຢັນກັນແບບຍຸດທະສາດລະຫວ່າງ 2 ປະເທດມະຫາອຳນາດດ້ານນິວເຄຼຍ ທີ່ເຄີຍເກີດຂຶ້ນໃນຊຸມປີຕົ້ນທົດສະວັດ 70 ຂອງສະຕະວັດກ່ອນ, ທ່ານ Donald Trump ຍັງຄົງຍົກອອກຄຳຕັດສິນ ຍ້ອນການຄິດໄລ່ສະເພາະຂອງ ອາເມລິກາ.
ອະດີດການນຳ ໂຊວຽດ Mikhail Gorbache ແລະ ອະດີດປະທານາທິບໍດີ ອາເມິລກາ Ronald Reagan ລົງນາມ INF ໃນວັນທີ 8/12/1987 (ພາບ: Reuters) |
ສະຫະພາບ ໂຊວຽດ ແລະ ອາເມລິກາ ໄດ້ເຊັນສົນທິສັນຍາ INF ເມື່ອປີ 1987, ເກືອດຫ້າມບັນດາປະເທດກຳມະສິດລູກສອນໄຟນຳວິຖີໜ້າດິນ ແລະ ລູກສອນໄຟມີປີກ ດ້ວຍລັດສະໜີການຍິງແຕ່ 500 – 5.500 ກມ ທີ່ສາມາດບຸກໂຈມຕີນິວເຄຼຍເຊິ່ງກັນ ແລະ ກັນ ຍ້ອນບັນດາລູກສອນໄຟນີ້ ມີເວລາບິນທີ່ສັ້ນ. ອາດຈະເວົ້າໄດ້ວ່າ: ສົນທິສັນຍານີ້ ແມ່ນເຄື່ອງມືຄວບຄຸມອາວຸດນິວເຄຼຍ ແນໃສ່ສະກັດກັ້ນການຊ່ວງເສັງອາວຸດສະໄໝສົງຄາມເຢັນ.
ການກຳເນີດຂອງ INF ພ້ອມກັບສົນທິສັນຍາບາງສະບັບອື່ນໆຄື: ສົນທິສັນຍາຕ້ານລູກສອນໄຟນຳວິທີ (ABM), ສົນທິສັນຍາຈຳກັດ ແລະ ຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດ (START) ເຊິ່ງລົງນາມເມື່ອປີ 1991 ລະຫວ່າງ ອາເມລິກາ ແລະ ສະຫະພາບ ໂຊວຽດ (ປະຈຸບັນແມ່ນ ລັດເຊຍ) ກໍ່ຄືສົນທິສັນຍາ New START (START 2) ລົງນາມໃນປີ 1993 ແລະ START 3 ລົງນາມໃນປີ 2010, ໄດ້ຢຸດຕິການສູ້ຢັນດ້ານນິວເຄຼຍທີ່ມີຄວາມສ່ຽງຫລາຍຢ່າງ ລະຫວ່າງ ອາເມລິກາ ແລະ ລັດເຊຍ ຢູ່ ເອີຣົບ, ສ້າງຄວາມສະຖຽນລະພາບພໍສົມຄວນໃຫ້ແກ່ທະວີບນີ້ ໃນຕະຫລອດ 30 ປີຜ່ານມາ, ກໍ່ຄືນຳມາເຊິ່ງຄວາມມຸ່ງມາດປາດຖະໜາກ່ຽວກັບໂລກປອດນິວເຄຼຍ.
ການຄິດໄລ່ຊັ່ງຊາຂອງ ວໍຊິງຕັນ
ການຄາດຄະເນຖອນຕົວອອກຈາກ INF ຂອງທຳນຽບຂາວບໍ່ແມ່ນເລື່ອງແປກປານໃດ ຍ້ອນໄດ້ມີຂ່າວລືທີ່ເຄີຍແຜ່ອອກແຕ່ກ່ອນນີ້ແລ້ວ, ຊ້ຳບໍ່ໜຳ INF ຍາມໃດກໍ່ມີຄວາມສ່ຽງຖືກລົບລ້າງໃນຕະຫລອດທົດສະວັດຜ່ານມາ. ສາຍເຫດຢ່າງເປັນທາງການໂດຍຝ່າຍ ອາເມລິກາ ໄດ້ຍົກອອກມາ ແມ່ນ ລັດເຊຍ ລະເມີດສົນທິສັນຍາສະບັບນີ້ຢ່າງຮ້າຍແຮງ. ນີ້ບໍ່ແມ່ນສາຍເຫດໃໝ່ ຍ້ອນນັບທັງອຳນາດການປົກຄອງສະໄໝອະດີດປະທານາທິບໍດີ Barack Obama ກໍ່ກ່າວຫາ ລັດເຊຍ ລະເມີດບັນດາມາດຕາຂອງສົນທິສັນຍາສະບັບນີ້ເປັນຫລາຍຄັ້ງ.
ເຖິງຢ່າງໃດກໍ່ຕາມ, ຕາມນັກໄຈ້ແຍກບາງຄົນແລ້ວ, ຍ້ອນຈິດຕະສາດຄັດຄ້ານບັນດາາຂໍ້ຕົກລົງສາກົນຂອງອຳນາດການປົກຄອງ Donald Trump ນັ້ນເອງແມ່ນສາຍເຫດຢູ່ເບື້ອງຫລັງທີ່ພາໃຫ້ເກີດມີການຕັດສິນດັ່ງກ່າວຂອງທ່ານປະທານາທິບໍດີ Donald Trump. ຖ້າຫາກ ອາເມລິກາ ຖອນຕົວອອກຈາກ INF ຢ່າງແທ້ຈິງ, ປະເທດນີ້ ອາດຈະຜັນຂະຫຍາຍລະບົບລູກສອນໄຟນຳວິຖີ Tomahawk ທີ່ໄດ້ຮັບການປັບປຸງເພື່ອຍິງຈາກໜ້າດິນ. ກ່ອນນີ້ ອາເມລິກາ ເຄີຍປະກອບລູກສອນໄຟ Tomahawk ທີ່ຕິດຫົວລູກທຳມະດາໃສ່ບັນດາກ່ຳປັ່ນສູ້ຮົບ ແລະ ກ່ຳປັ່ນດຳນ້ຳ, ດຽວນີ້ ວໍຊິງຕັນ ສາມາດຕິດຫົວລູກນິວເຄຼຍໃສ່ບັນດາລູກສອນໄຟນີ້.
ປັດໄຈໜຶ່ງອີກ ຄວນເວົ້າເຖິງນັ້ນແມ່ນປະເທດ ຈີນ. ນັບແຕ່ເມື່ອປີ 1987, ກອງທັບຈີນ ໄດ້ມີວິວັດການຫັນການທະຫານເປັນທັນສະໄໝຢ່າງເຂັ້ມແຂງ ເມື່ອລົງທຶນພັດທະນາບັນດາອາວຸດປະເພດໃໝ່. ຂົງເຂດທີ່ໄດ້ຮັບການລົງທຶນຫລາຍທີ່ສຸດແມ່ນການພັດທະນາລູກສອນໄຟ. ບັນດາການນຳການທະຫານຂັ້ນສູງຂອງ ອາເມລິກາ ເຄີຍກ່າວວ່າ ຖ້າຫາກ ຈີນ ແມ່ນຝ່າຍໜຶ່ງທີ່ເຂົ້າຮ່ວມສົນທິສັນຍາ INF, ປະມານ 95% ໃນຈຳນວນລູກສອນໄຟນຳວິຖີຂອງ ປັກກິ່ງ ຈະລະເມີດຂໍ້ຕົກລົງນີ້. ລູກສອນໄຟບາງປະເພດຂອງ ຈີນ ມີໄລຍະຍິງໄກເຖິງ 15.000 ກມ, ໝາຍຄວາມວ່າ ສາມາດປົກຄຸມທົ່ວຜືນແຜ່ນດິນຂອງ ອາເມລິກາ. ຕາມທ່ານ Tom Cotton ສະມາຊິກສະພາສູງພັກສາທາລະນະແລ້ວ, ຈີນ ແມ່ນໜຶ່ງໃນບັນດາສາຍເຫດທີ່ເຮັດໃຫ້ອຳນາດການປົກຄອງ ອາເມລິກາ ຊັ່ງຊາຖອນຕົວອອກຈາກຂໍ້ຕົກລົງກັບ ລັດເຊຍ. ວັນທີ 22 ຕຸລາ, ທ່ານປະທານາທິບໍດີ Donald Trump ກໍ່ຍອມຮັບວ່າ ການຕັດສິນໃຈຖອນ ອາເມລິກາ ອອກຈາກສົນທິສັນຍາ INF ກັບ ລັດເຊຍ ຍັງແມ່ນເລີ່ມມາຈາກຄວາມຈຳເປັນ ຈະຕ້ອງມີປະຕິກິລິຍາຕໍ່ການກໍ່ສ້າງນິວເຄຼຍຂອງ ຈີນ.
ບັນຫາໜຶ່ງອີກໄດ້ເຕື້ອງເຖິງນັ້ນແມ່ນ ຖະແຫຼງການຖອນຕົວອອກຈາກ INF ຂອງທ່ານປະທານາທິບໍດີ Donald Trump ໄດ້ຍົກອອກມາໃນສະພາບການທ່ານ John Bolton ທີ່ປຶກສາການປ້ອງກັນຄວາມສະຫງົບແຫ່ງຊາດຂອງປະທານາທິບໍດີ ອາເມລິກາ ພວມຢູ່ຢ້ຽມຢາມ ມົດສະກູ. ດັ່ງນັ້ນ, ນີ້ອາດຈະແມ່ນ “ແຜນການ” ຂອງທ່ານ Donald Trump ຢາກບັງຄັບ ມົດສະກູ ຕ້ອງຍົກອອກຄຳໝັ້ນສັນຍາບໍ່ລະເມີດສົນທິສັນຍາ INF ຢ່າງແຮງ ກ່ອນທີ່ຈະດຳເນີນການພົບປະສຸດຍອດລະຫວ່າງທ່ານ Donald Trump ແລະ ຄູ່ຕຳແໜ່ງ ລັດເຊຍ Vladimir Putin.
ບາດກ້າວຕໍ່ໄປແມ່ນຫຍັງ?
ເຖິງວ່າ ອາເມລິກາ ມີການຄິດໄລ່ແນວໃດ ພາຍຫລັງຖະແຫຼງຈະຖອນຕົວອອກຈາກ INF ກໍ່ຕາມ, ແຕ່ຫາງສຽງສາກົນຍັງມີຄວາມວິຕົກກັງວົນທີ່ສຸດຕໍ່ບາດກ້າວໃໝ່ຂອງ ວໍຊິງຕັນ. ປະຊາຄົມສາກົນຖືວ່າ: ອາເມລິກາ ແລະ ລັດເຊຍ ຄວນພົບປະເຈລະຈານຳກັນທີ່ມີລັກສະນະສ້າງສັນເພື່ອສືບຕໍ່ຮັກສາສົນທິສັນຍາສະບັບນີ້.
ເຖິງຢ່າງໃດກໍ່ຕາມ, ພາຍຫລັງຖະແຫຼງຖອນຕົວອອກຈາກ INF, ສິ່ງທີ່ເປັນໜ້າວິຕົກກັງວົນໜຶ່ງອີກ ແມ່ນ ອາເມລິກາ ອາດຈະບໍ່ຕໍ່ການກຳນົດເວລາສົນທິສັນຍາຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດ (START - 3) ເຊິ່ງຈະໝົດອາຍຸໃນປີ 2021. ເຖິງວ່າອຳນາດການປົກຄອງສະໄໝອະດີດປະທານາທິບໍດີ Barak Obama ຖືວ່າ: START – 3 ແມ່ນໄຊຊະນະການພົວພັນຕ່າງປະເທດຂອງ ອາເມລິກາ, ແຕ່ທ່ານ Donald Trump ພັດຖະແຫຼງວ່າ START – 3 ມີຜົນປະໂຫຍດໃຫ້ ມົດສະກູ ຫລາຍກ່ວາໃຫ້ ວໍຊິງຕັນ.
ກ່ອນສົນທິສັນຍາ INF, ອາເມລິກາ ໄດ້ຖອນຕົວອອກຈາກສົນທິສັນຍາຕ້ານລູກສອນໄຟນຳວິຖີ (ABM) ເມື່ອປີ 2001. ຖ້າການຖະແຫຼງຖອນຕົວອອກຈາກສົນທິສັນຍາ INF ຂອງທ່ານ Donald Trump ກາຍເປັນຄວາມຈິງ, ພ້ອມກັບສົນທິສັນຍາ New START ຈະໝົດອາຍຸໃນປີ 2021, ນີ້ຈະເປັນຄັ້ງທຳອິດນັບແຕ່ປີ 1972, ບັນດາປະເທດມະຫາອຳນາດບໍ່ຖືກຜູກມັດກັບການກຳນົດໃດໆ ແລະ ຄວາມສ່ຽງຈາກການແກ່ງແຍ້ງນິວເຄຼຍລະຫວ່າງ ອາເມລິກາ ແລະ ລັດເຊຍ ຈະເພີ່ມຂຶ້ນ. ສິ່ງນີ້ ຈະເຮັດໃຫ້ໂລກຕົກເຂົ້າສູ່ກໍລະນີສູ້ຢັນແບບຍຸດທະສາດລະຫວ່າງ 2 ປະເທດມະຫາອຳນາດນິວເຄຼຍ.
ມາຮອດຈຸດເວລານີ້, ບັນດາປະເທດ, ເວັ້ນເສຍແຕ່ ອາເມລິກາ, ລ້ວນແຕ່ຖືວ່າ ອາເມລິກາ ຄວນຊັ່ງຊາກ່ຽວກັບເລື່ອງຖອນຕົວອອກຈາກ INF. ຫາງສຽງຫວັງວ່າ ການພົບປະສຸດຍອດລະຫວ່າງທ່ານປະທານາທິບໍດີ Donald Trump ແລະ ຄູ່ຕຳແໜ່ງ ລັດເຊຍ Vladimir Putin ຈະຈັດຕັ້ງໂດຍໄວ ເພື່ອໃຫ້ 2 ຝ່າຍສາມາດແກ້ໄຂຄວາມບໍ່ລົງລອຍກັນ, ພ້ອມກັນນຳມາເຊິ່ງຄວາມສະຖຽນລະພາບໃຫ້ໂລກ ./.