ເກີດການປະທະກັນຢູ່ຊີຣີເມື່ອກາງເດືອນກຸມພາແລ້ວນີ້
(ພາບ: internet)
ປະຈຸບັນມີການເຄື່ືອນໄຫວຫຼາຍຢ່າງທາງການທູດພວມຖືກປະຕິບັດເພື່ອແນໃສ່ ຊອກຫາວິທີການແກ້ໄຂ ທາງການທູດໃຫ້ແກ່ສະພາບການຢູ່ຊີຣີ. ພ້ອມກັບການ ເດີນທາງປະຕິບັດງານຢູ່ເອຢິບ ແລະ ຊີຣີໃນອາທິດນີ້ຂອງທູດພິເສດກ່ຽວກັບບັນກາຊີຣີຂອງສະຫະປະຊາຊາດ ແລະ ສະຫະພັນອາຣັບ, ອະດີດເລຂາທິການໃຫ່ຍ ສະຫະປະຊາຊາດ ທ່ານ Kofi Annan ແລະ ຜູ້ຕາງໜ້າຂອງລັດເຊຍ, ຈີນກໍແຕ່ງຕັ້ງທູດພິເສດໄປຍັງຊີຣີ. ແຕ່ຕາມບັນດານັກໃຈ້ແຍກແລ້ວ, ການເດີນທາງໄປປະຕິບັດງານເຫຼົ່ານັ້ນ ແມ່ນຍາກທີ່ຈະບັນລຸໝາກຜົນທີ່ໜ້າຊົມຊືນໃນສະພາວະທີ່ບັນດາປະເທດມະຫາອຳນາດພວມຖືກແບ່ງແຍກ ແລະ ມີທັດສະນະແຕກຕ່າງກັນກ່ວຽກັບວິທີການແກ້ໄຂວິກິດການຢູ່ຊີຣີ.
ເມື່ອເຕື້ອງເຖິງການເດີນທາງໄປຍັງ ເອຢິບຂອງ ທ່ານອະດີດເລຂາທິການໃຫ່ຍ ສະຫະປະຊາຊາດ Kofi Annan ເມື່ອວັນທີ 7/3 ແລະ ຕໍ່ຈາກນັ້ນແມ່ນໄປຍັງ ຊີຣີ ໃນທ້າຍອາທິດນີ້, ບັນດານັກໃຈ້ແຍກຖືວ່າ ຈຸດປະສົງຂອງການຂອງການເດີນທາງປະຕິບັດງານແມ່ນສິ່ງທ້າທາຍຢ່າງໃຫ່ຍຫຼວງສຳລັບທ່ານອະດີດເລຂາທິ ການໃຫ່ຍ ສະຫະປະຊາຊາດ Kofi Annan ແລະ ໂອກາດປະສົບຜົນສຳເລັດຂອງທ່ານແມ່ນບໍ່ແນ່ນອນ. ເປັນຫຍັງຈຶ່ງໄດ້ກ່າວເຊັ່ນນັ້ນ, ກໍຍ້ອນວ່າໃນການປະຊຸມຂ່າວຄັ້ງທຳອິດໃນຖານະຕຳ່ແໜ່ງໃໝ່, ທ່ານອະດີດເລຂາທິການໃຫ່ຍ ສະຫະປະຊາຊາດ Kofi Annan ໄດ້ຍົກອອກຈຸດໝາຍຫຼາຍປະການຄື: ບັນລຸສັນຍາຢຸດຍິງ, ຢຸດຕິການໃຊ້ຄວາມຮຸນແຮງ ແລະ ໜູນຊ່ວຍວິທີການແກ້ໄຂທາງດ້ານການເມືອງຢູ່ຊີຣີໂດຍຜ່ານການເຈລະຈາ. ເປັນທີ່ຈະແຈ້ງແລ້ວວ່າ ນີ້ແມ່ນໜ້າທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ. ເຖິງວ່າໄດ້ຮັບການສັງເກດຕີລາຄາແມ່ນບໍ່ອາດເປັນໄປໄດ້, ແຕ່ການເດີນທາງປະຕິບັດງານຍັງຄົງມີຄວາມຈຳເປັນ, ຢ່າງໜ້ອຍສຸດກໍເປັນການຊ່ວຍນຳມາເຊິ່ງກາລະໂອກາດດຳເນີນການເຈລະຈາກ່ຽວກັບສັນຍາຢຸດຍິງສະບັບໜຶ່ງຢູ່ຊີຣີໃນສະພາວະທີ່ວົງຄະນະຍາດສາກົນພວມຕົກເຂົ້າສູ່ສະພາບບໍ່ມີທາງອອກໃນການຊອກຫາວິທີການແກ້ໄຂ ຢຸດຕິສະພາບການໃຊ້ຄວາມຮຸນແຮງຢູ່ປະເທດນີ້ໃນເວລາ 1 ປີທີ່ຜ່ານມາ.
ໃນຂະນະດຽວກັນ, ພ້ອມກັບການເດີນທາງປະຕິບັດງານຂອງທ່ານອະດີດເລຂາທິການໃຫ່ຍ ສະຫະປະຊາຊາດ Kofi Annan, ລັດເຊຍ ແລະ ຈີນກໍແຕ່ງຕັ້ງທູດພິເສດໄປຍັງຊີຣີ. ທ່ານ ຫຼີຮົວຊິນ ອະດີດເອກອັກຄະລັດຖະທູດຈີນປະຈຳຊີຣີໄດ້ໄປຊີຣີເມື່ອວັນທີ 7/3 ແລະ ທ່ານ Sergei Lavrovຈະໄປຍັງ ກາຍໂຣໃນວັນທີ 10/3 ເພື່ອພັບປະກັບທ່ານ Nabil el-Arabi ເລຂາທິການໃຫ່ຍ ສະຫະພັນອາຣັບ. ສະຫະປະຊາຊາດປາດທະໜາວ່າບັນດາທູດພິເສດຂອງລັດເຊຍ ແລະ ຈີນພ້ອມກັນຮ່ວມແຮງຮ່ວມໃຈພ້ອມກັບທ່ານອະດີດເລຂາທິການໃຫ່ຍ ສະຫະປະຊາຊາດ Kofi Annan ຊອກຫາວິທີການແກ້ໄຂໃຫ້ແກ່ບັນຫາຊີຣີ. ໂຄສົກກະຊວງການຕ່າງປະເທດຈີນທ່ານຫຼີເວີຍມິນໃຫ້ຮູ້ວ່າ ຈີນໄດ້ຍົກອອກແຜນນະໂຍບາຍ 6 ປະການໃນບັນຫາຊີຣີ. ຈີນສະໜັບສະໜູນບົດບາດເປັນເຈົ້າພາທາງຂອງສະຫະປະຊາຊາດໃນການຊ່ວຍເຫຼືອມະນຸດສະທຳ, ແຕ່ປະເທດນີ້ກໍຍັງຄັດຄ້ານການສວຍໃຊ້ການເຄື່ອນໄຫວມະນຸດສະທຳເພື່ອແຊກແຊງເຂົ້າວຽກງານພາຍໃນຂອງຊີຮີ ກໍຄືການແຊກແຊງດ້ານການທະຫານຫຼືຊຸກຍູ້ການປ່ຽນແປງລະບອບຢູ່ ຊີຣີ.
ໃນຂະນະທີ່ສະຫະປະຊາຊາດພ້ອມກັບລັດເຊຍ ແລະ ຈີນພວມມີບັນດາຄວາມມານະພະຍາຍາມທາງການທູດເພື່ອຊອກຫາມາດຕະການແກ້ໄຂໂດຍສັນຕິວິທີນັ້ນ, ບັນດາປະເທດຝ່າຍຕາເວັນຕົກພັດກໍ່ກຳລງດັນຢ່າງຕໍ່ເນື່ອງເພື່ອບັງຄັບໃຫ້ປະທານາທິບໍດີຊີຣີ Bashar Al-Assad ລາອອກຈາກຕ່ຳແໜ່ງ ແລະ ພາໃຫ້ ດາມາກູດ ຢຸດຕິການປາບປາມບັນດາຜູ້ຄັດຄ້ານຢູ່ປະເທດນີ້. ວັນທີ 5/3 ທ່ານ John McCain ສະມາຊິກສະພາສູງ ສັງກັດພັກສາທາລະນະລັດໄດ້ຮຽກຮ້ອງໃຫ້ດຳເນີນບັນດາການບຸກໂຈມຕີທາງອາກາດຕ້ານຊີຣີ. ເຖິງແມ່ນວ່າຫຼັງຈາກນັ້ນ, ປະທານາທິບໍດີ Barack Obama ແລະ ລັດຖະມົນຕີກະຊວງປ້ອງກັນຊາດອາເມລິກາ Leon Panetta ໄດ້ປະຕິເສດກໍລະນີອາເມລິກາດຳເນີນການບຸກໂຈມຕີຊີຣີແຕ່ລຳພັງຝ່າຍດຽວ. ແຕ່ການນຳອາເມລິກາຍັງຄົງຢືນຢັນວ່າ ບັນຫາບໍ່ແມ່ນຢູ່ບ່ອນວ່າ ທ່ານ Bashar Al-Assad ຈະຖືກໂຄ່ນລົ້ມຫຼືບໍ່? ຫາກແມ່ນຮອດເວລາໃດທ່ານຈະຖືກໂຄ່ນລົ້ມເທົ່ານັ້ນ. ອາເມລິກາຍັງນຳລາຍຊື່ວິທະຍຸກະຈາຍສຽງ ແລະ ໂທລະພາບຊີຣີເຂົ້າໃນບັນຊີລາຍຊື່ຫົວໜ່ວຍຖືກປິດລ້ອມຂໍ້ວາບາດ, ພ້ອມທັງຍື່ນສະເໜີສະພາຄວາມໝັ້ນຄົງສະຫະປະຊາຊາດຮຽບຮຽງມະຕິໃໝ່ກ່ຽວກັບສະພາບການຢູ່ຊີຮີ. ບັນດາປະເທດພັນທະມິດຂອງອາເມລິກາຄື: ອັງກິດ, ຝະລັ່ງ, ແອດສປາຍ...ໄດ້ປະກາດປິດປະຕູສະຖານທູດຂອງຕົນຢູ່ຊີຣີແນໃສ່ຄັດຄ້ານສະພາບການໃຊ້ຄວາມຮຸນແຮງປິ່ນຂັ້ນໄດ. ຕາມບັນດານັກໃຈ້ແຍກແລ້ວ, ການກະທຳຂອງອາເມລິກາ ແລະ ບັນດາປະເທດຕາເວັນຕົກແມ່ນເພື່ອຫວັງຍາດແຍ່ງຜົນສະທ້ອນໃນອະນາຄົດຢູ່ຕາເວັນອອກການ, ຫາກບໍ່ສົນໃຈເຖິງບັນດາຜົນປະໂຫຍດຍາວນານຫຼືໃນສະເພາະໜ້າຂອງຊີຣີ.
ໂດຍໂຕ້ຕອບຄືນຕໍ່ກຳລັງດັນຂອງ ອາເມລິກາ ແລະ ບັນດາປະເທດພັນທະມິດຝ່າຍຕາເວັນຕົກ, ລັດຖະບານຊີຣີ ສືບຕໍ່ເພີ່ມທະວີກຳລັງດັນດ້ານການທະຫານຢູ່ບັນດານະຄອນເກີດການລຸກຮື້ຂຶ້ນ. ວັນທີ 6/3 ກອງທັບລັດຖະບານໄດ້ເປີດການບຸກໂຈມຕີດ້ວຍຂອບຂະໜາດໃຫ່ຍເຂົ້າແຂວງ Deraa ແລະ ບາງນະຄອນພາກໃຕ້, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍຄົນ. ປະທານາທິບໍດີຊີຣີ Bashar Al-Assad ຖະແຫຼງວ່າ ຊີຣີຈະທັບມ້າງກົນອຸບາຍແຊກແຊງເຂົ້າວຽກງານພາຍໃນປະເທດນີ້ຂອງບັນດາອິດທິກຳລັງຕ່າງປະເທດ ພ້ອມທັງຕັດສິນໃຈຍູ້ແຮງການຕໍ່ສູ້ຕ້ານກໍ່ການຮ້າຍ.
ດ້ວຍທຸກສິ່ງທຸກຢ່າງພວມເກີດຂຶ້ນຢູ່ຊີຣີນັ້ນ, ເບິ່ງຄືວ່າ ວິທີການທີ່ດີສຸດໃນການແກ້ໄຂການປະທະກັນຢູ່ຊີຮີຢ່າງແທ້ຈິງນັ້ນ, ກໍແມ່ນສິ່ງທ້າທາຍດ້ານການທູດ ແລະ ອະນາຄົດຂອງປະເທດທີ່ເຄີຍໄດ້ຮັບຖືວ່າ ແມ່ນລັດມີສະຖຽນລະພາບກ່ວາໝູ່ໃນໂລກອາຣັບນີ້ຍັງຄົງບໍ່ສາມາດທຳນາຍລວງໜ້າໄດ້.