(VOVWORLD) -
ພາຍຫຼັງເກີດຂຶ້ນມາເປັນເວລາ 2 ປີ, ການປະທະກັນລະຫວ່າງລັດເຊຍ - ຢູແກຼນ ໄດ້ກ້າວເຂົ້າສູ່ປີທີ 3 ດ້ວຍບັນດາການຜັນແປທີ່ນັບມື້ນັບຮ້າຍແຮງໃນສະໜາມຮົບ. ຄວາມຫວັງຢາກຊອກຫາທາງອອກໃຫ້ແກ່ການປະທະກັນດ້ວຍທາງການທູດຍັງມືດມົວ, ເຊິ່ງໄດ້ຍູ້ໄພຂາດສະຖຽນລະພາບດ້ານຄວາມໝັ້ນຄົງເພີ່ມຂຶ້ນໃນທົ່ວໂລກ.
ທະຫານ ຢູແກຼນ
(ພາບ: New York Times)
|
ວັນທີ 24 ກຸມພາ 2022, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຖະແຫຼງວ່າ: ລັດເຊຍ ດຳເນີນ “ບັ້ນຮົບການທະຫານພິເສດ” ຢູ່ ຢູແກຼນ, ເປີດສາກໃຫ້ແກ່ການປະທະກັນດ້ານການທະຫານໃຫຍ່ທີ່ສຸດຢູ່ ເອີລົບ ນັບແຕ່ພາຍຫຼັງສົງຄາມໂລກຄັ້ງທີ 2.
ການປະເຊີນໜ້າຮອບດ້ານ
2 ປີພາຍຫຼັງທີ່ການປະທະກັນ ລັດເຊຍ - ຢູແກຼນ ເກີດຂຶ້ນ, ລະດັບດຸເດືອດໃນສະໜາມຮົບຍັງບໍ່ຫລຸດລົງເທື່ອ. ຍັງບໍ່ມີຕົວເລກທາງການໃດໆຈາກທັງສອງຝ່າຍໄດ້ຮັບການປະກາດ, ແຕ່ບັນດານັກຊ່ຽວຊານດ້ານການທະຫານທົ່ວໂລກມີຂໍ້ສັງເກດລວມວ່າ: ທະຫານຂອງທັງລັດເຊຍ ແລະ ຢູແກຼນ ນັບຮ້ອຍໆຄົນໄດ້ເສຍຊີວິດ ແລະ ຖືກບາດເຈັບ. ຄວາມເສຍຫາຍທາງດ້ານເສດຖະກິດ, ພື້ນຖານໂຄງລ່າງ ແລະ ກຳລັງຄວາມສາມາດແຫ່ງຊາດຂອງທັງສອງຝ່າຍ, ພິເສດແມ່ນ ຢູແກຼນ, ຍັງບໍ່ທັນກຳນົດປະລິມານໄດ້ເທື່ອ ແລະ ແນ່ນອນວ່າຈະເພີ່ມຂຶ້ນເມື່ອການປະທະກັນຍັງບໍ່ທັນມີສັນຍານຢຸດຕິລົງເທື່ອ.
ບໍ່ພຽງແຕ່ເທົ່ານັ້ນ, ດ້ວຍຜົນສະທ້ອນທົ່ວໂລກ, ການປະທະກັນລັດເຊຍ - ຢູແກຼນ ສືບຕໍ່ມີການປ່ຽນແປງສະພາບແວດລ້ອມດ້ານຄວາມໝັ້ນຄົງຢູ່ ເອີລົບ ກໍ່ຄືມີການກະທົບເຖິງຫຼາຍສາຍພົວພັນສາກົນອື່ນໆຢ່າງເລິກເຊິ່ງ. ຢູ່ເອີລົບ, ບາງໂຄງປະກອບຄວາມໝັ້ນຄົງໃໝ່ພວມໄດ້ສ້າງຂຶ້ນ, ໃນຂະນະທີ່ສອງປະເທດ ເອີລົບ ເໜືອ ຄື: ແຟງລັງ ແລະ ຊູແອດ ໄດ້ປະນະໂຍບາຍເປັນຄົນກາງ ທີ່ໄດ້ຮັກສາໃນຫຼາຍທົດສະວັດຜ່ານມາ ເພື່ອຈຸດປະສົງເຂົ້າຮ່ວມກຸ່ມ NATO. ພ້ອມດຽວກັນນັ້ນ, ບັນດາປະເທດ ເອີລົບ ໃນກຸ່ມ NATO ກໍ່ເພີ່ມທະວີມາດຖານດ້ານການປ້ອງກັນຊາດຢ່າງແຮງ. ສິ່ງທີ່ສ້າງຄວາມວິຕົກວັງວົນກ່ວາ, ນັ້ນແມ່ນການລົ້ມລະລາຍຮອບດ້ານໃນການພົວພັນລະຫວ່າງ ລັດເຊຍ - ຝ່າຍຕາເວັນຕົກ ຍ້ອນການປະທະກັນຢູ່ ຢູແກຼນ ເຮັດໃຫ້ການປະເຊີນໜ້າລະຫວ່າງສອງຝ່າຍເພີ່ມຂຶ້ນ. ໃນຊຸມວັນຜ່ານມາ, ບັນດາປະເທດ ເອີລົບ, ລວມມີ: ຝລັ່ງ, ເຢຍລະມັນ, ຊູແອດ, ໂປໂລຍ, ຣູມານີ, 3 ປະເທດ Baltic... ໄດ້ເຕື້ອງຢ່າງເປີດເຜີຍເຖິງການກະກຽມໃຫ້ຄວາມອາດສາມາດທີ່ຈະເກີດການປະທະກັນກັບ ລັດເຊຍ ໃນຊຸມປີຈະມາເຖິງ. ບັນຫາດັ່ງກ່າວ ພ້ອມກັບການປະທະກັນລະຫວ່າງ ຮາມາດສ - ອິດສະຣາແອນ ຢູ່ເຂດ ກາຊາ ແລະ ການປະທະກັນຢູ່ຫຼາຍເຂດອື່ນໆ, ເຮັດໃຫ້ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ຕ້ອງອອກສຽງກ່າວເຕືອນວ່າ:
“ປະຈຸບັນ, ຄວາມເປັນລະບຽບຮຽບຮ້ອຍໃນທົ່ວໂລກບໍໍ່ມີປະສິດທິຜົນສຳລັບທຸກໆຄົນ. ໂລກພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ມີລັກສະນະເປັນຕາຍ ແຕ່ປະຊາຄົມສາກົນພວມຢູ່ໃນໄລຍະຈຳແນກ ແລະ ແບ່ງແຍກທີ່ສຸດໃນຕະຫຼອດ 75 ປີຜ່ານມາ”.
ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ
(ພາບ:AFP/TTXVN)
|
ໃນໄລຍະປະຈຸບັນ, ບໍ່ມີສັນຍານໃດສະແດງໃຫ້ເຫັນວ່າ ລັດເຊຍ, ຢູແກຼນ ຫຼື ຝ່າຍຕາເວັນຕົກ ຢາກປະນິປະນອມ. ບັນດາປະເທດຝ່າຍຕາເວັນຕົກໄດ້ຈັດວາງຄຳສັ່ງລົງໂທດ 12 ຮອບ, ດ້ວຍໝື່ນໆຄຳສັ່ງລົງໂທດໃນທຸກໆຂົງເຂດ, ແນໃສ່ລັດເຊຍ. ແຕ່ເຖິງຢ່າງໃດກໍ່ຕາມ, ກຳລັງກົດດັນດ້ານການເມືອງ, ການທະຫານ ແລະ ເສດຖະກິດຈາກຝ່າຍຕາເວັນຕົກ ຍາກທີ່ຈະສາມາດປ່ຽນຍຸດທະສາດຂອງ ມົດສະກູ ໄດ້ ໃນຂະນະທີ່ພື້ນຖານເສດຖະກິດລັດເຊຍ ຍັງຮັກສາທີ່ຕັ້ງທີ່ໝັ້ນຄົງຕໍ່ຄວາມຫຍຸ້ງຍາກ ແລະ ມີການເຕີບໂຕທີ່ຕັ້ງໜ້າ (3,6%) ໃນປີ 2023. ວັນທີ 18 ກຸມພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ຢັ້ງຢືນວ່າ: ປະເທດນີ້ບໍ່ສົນໃຈເຖິງເລື່ອງສາຍພົວພັນດ້ານເສດຖະກິດ - ພະລັງງານ ກັບ ເອີລົບ ຖືກຕັດຂາດ:
“ລັດເຊຍ ບໍ່ເອື່ອຍອີງເຂົ້າພະລັງງານ ແມ່ນຍິ່ງດີ ຍ້ອນວ່າບັນດາພາກສ່ວນເສດຖະກິດທີ່ບໍ່ກ່ຽວຂ້ອງເຖິງພະລັງງານຂອງລັດເຊຍ ພວມມີການເຕີບໂຕດ້ວຍລະດັບທີ່ໄວກ່ວາເມື່ອກ່ອນ. ຫາເງິນໄດ້ງ່າຍກໍ່ບໍ່ດີ, ຕ້ອງມີການປ່ຽນແປງ, ມີຄວາມຄິດແບບອື່ນຈຶ່ງຈະມີບັນດາກົນໄກໃໝ່. ສິ່ງນີ້ພວມມີປະສິດທິຜົນສຳລັບ ລັດເຊຍ. ສຳລັບ ເອີລົບ ແມ່ນປະໃຫ້ເຂົາຕັດສິນເອງ, ຖ້າຫາກເຂົາຢາກມີພະລັງງານ, ຝ່າຍລັດເຊຍ ຈະສະໜອງໃຫ້. ຖ້າເຂົາບໍ່ຕ້ອງການ, ພວກຂ້າພະເຈົ້າກໍ່ຍັງຄືເກົ່າ”.
ຊອກຫາໂອກາດໃຫ້ແກ່ມາດຕະການທາງການທູດ
ກ່າວຄຳເຫັນທີ່ກອງປະຊຸມຄວາມໝັ້ນຄົງ Munich (ຈັດຂຶ້ນໃນລະຫວ່າງວັນທີ 16 – 18 ກຸມພາ) ຢູ່ເຢຍລະມັນ, ທ່ານ Alexander Stubb, ປະທານາທິບໍດີ ແຟງລັງ ຖືວ່າ: ບັນດາກອງປະຊຸມຊອກຫາສັນຕິພາບຢູ່ຢູແກຼນ, ຄື: ກອງປະຊຸມໂດຍ ຢູແກຼນ ແລະ ສະວິດ ຄາດວ່າຈະຈັດຂຶ້ນໃນເດືອນ ມີນາ ຈະມາເຖິງ, ຍັງຕ້ອງໄດ້ຮັບການຊຸກຍູ້, ເຖິງວ່າ, ໃນໄລຍະຕໍ່ໜ້າ ອາດຈະຂາດໜຶ່ງໃນບັນດາຝ່າຍເຂົ້າຮ່ວມການປະທະກັນກໍ່ຕາມ. ແຕ່ເຖິງຢ່າງໃດກໍ່ຕາມ, ການນຳປະເທດຫາກໍ່ເຂົ້າເປັນສະມາຊິກ NATO ໃນເດືອນ ເມສາ ຜ່ານມາ ຍອມຮັບວ່າ: ຝ່າຍຕາເວັນຕົກບໍ່ຫວັງຈະແກ້ໄຂການປະທະກັນຢູ່ ຢູແກຼນ ພຽງລຳພັງຝ່າຍດຽວໄດ້:
“ຂ້າພະເຈົ້າຄິດວ່າ, ບັນຫາສຳຄັນຢູ່ນີ້ແມ່ນມີບັນດາປະເທດຄື: ອິນເດຍ, ຈີນ, ອາຣັບບິ ຊາອຸດິ, ໄນຈີເລຍ, ອາຟຣີກາໃຕ້ ແລະ ບຣາຊິນ ເຂົ້າຮ່ວມກອງປະຊຸມ. ແລະ ຮອດຈຸດເວລາໃດໜຶ່ງ, ພວກເຮົາທັງໝົດລ້ວນແຕ່ມີຄວາມຫວັງວ່າ ລັດເຊຍ ຈະເຂົ້າຮ່ວມການເຈລະຈາ. ແຕ່ຈະບັນລຸໄດ້ສິ່ງດັ່ງກ່າວ ຖ້າມີກຳລັງແຮງກົດດັນຈາກສາກົນຢ່າງພຽງພໍ ແລະ ກຳລັງແຮງກົດດັນນັ້ນຕ້ອງມາຈາກບ່ອນອື່ນຫາກບໍ່ແມ່ນຈາກຝ່າຍຕາເວັນຕົກ, ຍ້ອນວ່າ ຝ່າຍຕາເວັນຕົກ ໄດ້ເລືອກຢູ່ຂ້າງ ຢູແກຼນ ໃນການປະທະກັນນີ້”.
ການປະທະກັນໃນປະຈຸບັນ, ບັນດາສິ່ງກີດຂວາງສຳລັບການຊອກຫາມາດຕະການທາງການທູດແມ່ນມາຈາກຫຼາຍຝ່າຍ. ໃນປີ 2023, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ເຊັນລັດຖະບັນຍັດເກືອດຫ້າມການເຈລະຈາກັບຝ່າຍ ລັດເຊຍ ໃນເວລາໃດທີ່ທ່ານ Vladimir Putin ຍັງດຳລົງຕຳແໜ່ງເປັນປະທານາທິບໍດີລັດເຊຍ. ໃນຂະນະນັ້ນ, ເຖິງວ່າ, ຝ່າຍລັດເຊຍ ໄດ້ຖະແຫຼງວ່າ ຍາມໃດກໍ່ກຽມພ້ອມເຈລະຈາ ແຕ່ຮຽກຮ້ອງຝ່າຍ ຢູແກຼນ ແລະ ຝ່າຍຕາເວັນຕົກ ຕ້ອງຍອມຮັບ “ເຂດດິນແດນໃໝ່ຕົົວຈິງ”, ເຊິ່ງເປັນບັນຫາທີ່ ຢູແກຼນ ປະຕິເສດຢ່າງເດັດຂາດ. ດັ່ງນັ້ນ, ຄວາມມານະພະຍາຍາມທາງການທູດ ຍາກທີ່ຈະໄດ້ຮັບບຸລິມະສິດ ຈົນກວ່າຈະຮອດເວລາມີແງ່ຫວັງກ່ຽວກັບຜົນສະຫຼຸບສຸດທ້າຍໃນສະໜາມຮົບ.