ພາຍຫຼັງທີ່ໄດ້ປະທະກັນຢ່າງດຸເດືອດມາເປັນເວລາຫຼາຍວັນ, ບັນດາຝ່າຍທີ່ປະທະກັນຢູ່ເຂດເກີດການຂັດແຍ້ງ ນາໂກໂນ - ກາຣາແບກ ລະຫວ່າງອາກເມນີ ແລະ ອາແຊກບາຍຢານໄດ້ບັນລຸຂໍ້ຕົກລົງຢຸດຍິງເມື່ອວັນທີ 5/4. ເຖິງວ່າ ບັນດາຝ່າຍໄດ້ຢືນຢັນຄວາມຕັດສິນໃຈປະຕິບັດ ຂໍ້ຕົກລົງຢຸດຍິງນີ້ເພື່ອກ້າວໄປເຖິງການເຈລະຈາສັນຕິພາບ, ແກ້ໄຂການປະທະກັນກໍຕາມ, ແຕ່ກົກເຄົ້າຂອງການຂັດແຍ້ງກ່ຽວກັບເຜົ່າພັນ, ສາສະໜາລະຫວ່າງອາກເມນີກັບອາແຊກບາຍຢານໃນອະດີດຕະການ, ກໍຄືຜົນກະທົບຈາກບັນດາປະເທດທີ່ກ່ຽວຂ້ອງຊຶ່ງອາດຈະພາໄປເຖິງບັນດາຜົນພາຍຫຼັງທີ່ສົ່ງຜົນສະທ້ອນເຖິງສະຖຽນລະພາບດ້ານການເມືອງຂອງທັງເອີລົບ.
ລົດຖັງຂອງກອງທັບອາແຊກບາຍຢານ (TTXVN) |
ຂໍ້ຕົກລົງຢຸດຍິງໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການນັບແຕ່ຕອນທ່ຽງວັນທີ 5/4 ຕາມເວລາທ້ອງຖິ່ນ ແລະ ຄຳສັ່ງຢຸດຍິງໄດ້ປະຕິບັດຫຼັງຈາກນັ້ນ 2-3 ຊົ່ວໂມງ. ກ່ອນໜ້ານັ້ນ, ການປະທະກັນໄດ້ລະເບີດຂຶ້ນແຕ່ວັນທີ 2/4 ຢູ່ເຂດເກີດການຂັດແຍ້ງ ນາໂກໂນ - ກາຣາແບກ ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍປະມານ 90 ຄົນ, ໃນນັ້ນລວມທັງສາມັນຊົນ ແລະ ນັບຮ້ອຍຄົນອື່ນໄດ້ຮັບບາດເຈັບ. ແຕ່ເຖິງວ່າໄດ້ຖະແຫຼງເຄົາລົບຂໍ້ຕົກລົງຢຸດຍິງທີ່ຫາກໍໄດ້ລົງນາມກໍຕາມ, ແຕ່ບັນດາຄຳຖະແຫຼງພ້ອມກັບທັດສະນະທີ່ແຂງກະດ້າງຂອງບັນດາຝ່າຍທີ່ເດັດດ່ຽວບໍ່ທໍ້ຖອຍໃຈຕໍ່ການທວງເອົາອະທິປະໄຕ, ຊຶ່ງສະແດງໃຫ້ເຫັນວ່າ ຄວາມເຄັ່ງຕຶງໃນພາກພື້ນນີ້ອາດຈະລະເບີດຂຶ້ນໃນບໍ່ວ່າເວລາໃດ.
ການຂັດແຍ້ງໄດ້ເລີ່ມຈາກອະດີດຕະການ
ໃນສະໄໝອະດີດສະຫະພາບໂຊຫວຽດ, ນາໂກໂນ - ກາຣາແບກ ແມ່ນແຂວງປົກຄອງດ້ວຍຕົນເອງຂອງປະເທດສາທາລະນະລັດສັງຄົມນິຍົມໂຊຫວຽດອາແຊກບາຍຢານ, ແຕ່ທັງອາກເມນີ ແລະ ອາແຊກບາຍຢານລ້ວນແຕ່ມີການຂັດແຍ້ງສຳລັບເຂດດິນນີ້. ນາໂກໂນ - ກາຣາແບກ ແຕ່ນານມາແລ້ວ ແມ່ນແຫ່ງ ດຳລົງຊີວິດຂອງຊາວອາກເມນີ. ບັນດາການປະທະກັນລະຫວ່າງ 2 ຝ່າຍໄດ້ເກີດຂຶ້ນແຕ່ປີ 1988 ແລະ ແກ່ຍາວເປັນເວລາຫຼາຍປີ. ເລື່ອງສະຫະພາບໂຊຫວຽດພັງທະລາຍລົງເມື່ອປີ 1991 ໄດ້ລົບລ້າງບັນດາຮົ້ວກີດຂວາງສຸດທ້າຍທີ່ຂັດແຂວງທັງອາກເມນີ ແລະ ອາແຊກບາຍຢານດຳເນີນການສູ້ຮົບທີ່ມີຂອບຂະໜາດໃຫຍ່. ວັນທີ 6/1/1992, ອາແຊກບາຍຢານໄດ້ຖະແຫຼງປະກາດເອກະລາດ. ພາຍຫຼັງດຳເນີນສົງຄາມຢ່າງດຸເດືອດມາເປັນເວລາ 6 ປີ, ທັງ 2 ຝ່າຍຕ່າງກໍກຽມພ້ອມເຊັນຄຳສັ່ງຢຸດຍິງ ແລະ ມອບໂອນສະພາບເດີມໃຫ້ນາໂກໂນ - ກາຣາແບກ.
ໂດຍບໍ່ຫົວຊາຕໍ່ຂໍ້ຕົກລົງຢຸດຍິງທີ່ບັນລຸໄດ້ ແລະ ການເຈລະຈາສັນຕິພາບຫຼາຍຄັ້ງຫຼັງຈາກນັ້ນ, ດ້ວຍການເປັນກາງຂອງກຸ່ມ Minsk ທີ່ຂຶ້ນກັບອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມືເອີລົບ OSCE ໂດຍລັດເຊຍ, ອາເມລິກາ ແລະ ຝະລັ່ງເປັນປະທານຮ່ວມນັ້ນ, ການປະທະກັນຍັງຄົງເກີດຂຶ້ນເປັນປະຈຳ. ນັບແຕ່ປີ 2008 ເປັນຕົ້ນມາ, 2 ຝ່າຍໄດ້ດຳເນີນການພົບປະຂັ້ນສູງຫຼາຍຄັ້ງເພື່ອແກ້ໄຂບັນຫາ, ແຕ່ຍັງບໍ່ທັນສາມາດຊອກຫາວິທີການແກ້ໄຂໄດ້ເທື່ອ, ຍ້ອນທັງ 2 ຝ່າຍລ້ວນແຕ່ຖືເຂດດິນແດນເກີດການຂັດແຍ້ງກັນແມ່ນຂຶ້ນກັບອະທິປະໄຕຂອງຕົນ ແລະ ບໍ່ຍອມຮັບບັນດາວິທີການໄກ່ເກ່ຍທີ່ໄດ້ຍົກອອກມາ.
ດ້ວຍຂໍ້ຕົກລົງຢຸດຍິງຄັ້ງນີ້, ບັນດາຝ່າຍໃຫ້ຄຳໝັ້ນສັນຍາເຄົາລົບ ຂໍ້ຕົກລົງທີ່ບັນລຸມາໄດ້, ຮັກສາສະພາບເດີມ, ຊອກຫາວິທີການແກ້ໄຂການປະທະກັນນີ້ດ້ວຍມາດຕະການໂດຍສັນຕິວິທີ. ແຕ່ບັນດາຄຳຖະແຫຼງທີ່ແຂງກະດ້າງຈາກທັງ 2 ຝ່າຍກໍຄືການແຊກແຊງໂດຍກົງຈາກບັນດາປະເທດທີ່ກ່ຽວຂ້ອງນັ້ນ ໄດ້ເຮັດໃຫ້ບັນຍາກາດຢູ່ເຂດນີ້ເພີ່ມຄວາມເຄັ່ງຕຶງຂຶ້ນຕື່ມ. ທາງຝ່າຍອາແຊກບາຍຢານໄດ້ຊີ້ແຈ້ງວ່າ ເຖິງວ່າ 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງຢຸດຍິງແລ້ວກໍຕາມ, ແຕ່ສິ່ງນີ້ກໍບໍ່ໝາຍຄວາມວ່າ ອາແຊກບາຍຢານຈະປະລະເຈດຈຳນົງຟື້ນຟູອະທິປະໄຕທີ່ມີຕໍ່ເຂດ ນາໂກໂນ - ກາຣາແບກ. ໃນຂະນະນັ້ນ, ຝ່າຍອາກເມນີ ກໍເດັດດ່ຽວປ້ອງກັນປະຊາຄົມຊາວອາກເມນີຢູ່ທີ່ນີ້, ຊ້ຳບໍໜຳ ກໍໄດ້ຖະແຫຼງວ່າ ຖ້າຫາກການສູ້ຮົບຢູ່ເຂດນີ້ບໍ່ຢຸດຕິລົງ ແລະ ຂະຫຍາຍຕາມແນວໂນ້ມຮອບດ້ານນັ້ນ, ອາກເມນີຈະຮັບຮູ້ເອກະລາດຂອງສາທາລະນະລັດ ນາໂກໂນ - ກາຣາແບກ .
ບັນດາຜົນພາຍຫຼັງທີ່ຍາກຈະຄາດຄະເນໄວ້ລວງໜ້າ
ການປະທະກັນລະຫວ່າງ ອາກເມນີກັບອາແຊກບາຍຢານ ໄດ້ພາໄປເຖິງການແຊກແຊງຂອງບັນດາປະເທດທີ່ກ່ຽວຂ້ອງ, ໃນນັ້ນມີ ລັດເຊຍ ແລະ ຕວກກີ. ໃນຂະນະທີ່ສາຍພົວພັນລະຫວ່າງອານກາຣາ ແລະ ມົດສະກູ ຍັງບໍ່ທັນໄດ້ຮັບການປົວແປງນັບແຕ່ພາຍຫຼັງເຫດເຮືອບິນ Su-24 ຂອງລັດເຊຍຖືກຍິງຕົກນັ້ນ, ການຂັດແຍ້ງກັນລະຫວ່າງ ອາກເມນີກັບອາແຊກບາຍຢານ ກໍແມ່ນຂໍ້ອ້າງອີງເພື່ອໃຫ້ທັງ 2 ຝ່າຍສະແດງກຳລັງແຮງ ແລະ ລະດັບການສົ່ງຜົນສະທ້ອນ. ໃນຂະນະທີ່ທຸກໆຄູ່ຮ່ວມມືຢູ່ພາຍນອກລ້ວນແຕ່ຮຽກຮ້ອງອາກເມນີ ແລະ ອາແຊກບາຍຢານຈົ່ງລະງັບໃຈ ແລະ ປະຕິບັດຕາມ ຂໍ້ຕົກລົງຢຸດຍິງນັ້ນ, ຕວກກີກໍຫັນມາຢືນຢູ່ຝ່າຍອາແຊກບາຍຢານຢ່າງເປີດເຜີຍ ແລະ ຖະແຫຼງສະໜັບສະໜູນອາແຊກບາຍຢານດ້ວຍທຸກວິທີທາງ. ສ່ວນສຳລັບອາກເມນີ, ລັດເຊຍແມ່ນປະເທດພັນທະມິດທີ່ໃກ້ຊິດ. ເຖິງວ່າບັນຫາ ນາໂກໂນ - ກາຣາແບກຂອງອາກເມນີບໍ່ນອນໃນບັນດາຂໍ້ຕົກລົງຂອງສຳພັນທະມິດລັດເຊຍ-ອາກເມນີ ກໍຕາມ, ແຕ່ລັດເຊຍບໍ່ອາດຢືນຢູ່ນອກເຫດການ, ເພາະຖ້າຫາກສະພາບການຂອງອາກເມນີທີ່ຊົວຮ້າຍໄປນັ້ນ, ຜົນປະໂຫຍດຂອງລັດເຊຍ ແນ່ນອນວ່າຈະຖືກຮັບຜົນສະທ້ອນ.
ວົງການນັກໄຈ້ແຍກໃຫ້ຂໍ້ສັງເກດວ່າ ໂດຍບໍ່ວ່າບັ້ນການທະຫານໃດໆຖືກດຳເນີນນັ້ນ, ການປະທະກັນຢູ່ຈຸດຮ້ອນນີ້ ອາດຈະປີນຂັ້ນໄດໂດຍໄວ. ສະພາບການສູ້ຮົບເພີ່ມທະວີຂຶ້ນນັ້ນ ອາດຈະພາໄປເຖິງຜົນພາຍຫຼັງທີ່ຍາກຈະຄາດຄະເນໄວ້ລວງໜ້າ ແລະ ຈະແຜ່ລາມອອກສູ່ວົງກ້ວາງ. ສິ່ງນີ້ ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ Caucasus ໃຕ້ເທົ່ານັ້ນ, ຫາກຍັງສຳລັບທັງເຂດໄຫຼ່ທະວີບເອີລົບອີກດ້ວຍ.