(VOVWORLD) - ຄວາມເຄັ່ງຕຶງດ້ານການທູດໃນການພົວພັນ ອາເມລິກາ - ອີຣານ ພວມຖືກຍູ້ໃຫ້ສູງຂຶ້ນໃນຊຸມວັນມໍ່ໆມານີ້ຢ່າງຕໍ່ເນື່ອງ ໂດຍບັນດາມາດຕະການໂຕ້ຕອບຊຶ່ງກັນ ແລະ ກັນຂອງທັງ 2 ຝ່າຍ
ໃນສະພາວະພາກພື້ນຕາເວັນອອກກາງ ພວມມີການຜັນແປທີ່ຂາດສະຖຽນລະພາບຫລາຍຢ່າງ, ຄວາມເຄັ່ງຕຶງປິນຂັ້ນໄດລະຫວ່າງ ອາເມລິກາ ແລະ ອີຣານ ອາດຈະເຮັດໃຫ້ເກີດຄວາມວິຕົກກັງວົນກ່ຽວກັບອະນາຄົດຂອງຂໍ້ຕົກລົງນິວເຄຼຍກັບ ອີຣານ, ສິ່ງດັ່ງກ່າວຈະເກີດຜົນສະທ້ອນຕໍ່ສັນຕິພາບໃນພາກພື້ນ ແລະ ສາກົນ.
(ພາບປະກອບ) |
ໃນການຜັນແປຄັ້ງຫຼ້າສຸດ, ວັນທີ 22 ກໍລະກົດ, ທຳນຽບຂາວປະກາດວ່າ ທ່ານປະທານາທິບໍດີ Donald Trump ພວມກະກຽມຈັດວາງຄຳສັ່ງລົງໂທດໃໝ່ຕໍ່ ອີຣານ, ຖ້າຫາກບັນດາພົນລະເມືອງຂອງ ອາເມລິກາ ທີ່ພວມຖືກກັກຂັງຢູ່ ອີຣານ ບໍ່ໄດ້ຮັບການປ່ອຍຕົວເປັນອິດສະຫຼະ ແລະ ກັບຄືນເມືອປະເທດ. ພົນລະເມືອງ ອາເມລິກາ 3 ຄົນ, ໃນນັ້ນ ລວມມີ: ອະດີດພາລະກອນກົມສືບສວນສະຫະລັດ ອາເມລິກາ (FBI) ແລະ ອົງການສືບລາຊະການລັບສູນກາງ (CIA), ຖືກຈັບຕົວດ້ວຍຂໍ້ກ່າວຫາທີ່ເຄື່ອນໄຫວເປັນນັກສືບ. ກ່ອນໜ້ານັ້ນ, ພົນລະເມືອງ ອາເມລິກາ ຄົນໜຶ່ງ ອາຍຸ 37ປີ ເຮັດວຽກຢູ່ມະຫາວິທະຍາໄລ Princeton ກໍ່ຖືກອຳນາດການປົກຄອງ ອີຣານ ຕັດສິນລົງໂທດຈຳຄຸກ 10 ປີດ້ວຍໂທດ “ແຊກຊຶມ”. ລັດຖະບານ ອີຣານ ປະຕິເສດຄຳຮຽກຮ້ອງຂອງ ອາເມລິກາ ປ່ອຍຕົວບັນດາພົນລະເມືອງຂອງປະເທດນີ້ ທີ່ຖືກກັກຂັງດ້ວຍເຫດຜົນທີ່ວ່າ “ບໍ່ມີສິດຄວບຄຸມ”, ພ້ອມທັງ ກ່າວຫາ ອາເມລິກາ ແຊກແຊງເຂົ້າວຽກງານພາຍໃນຂອງ ອີຣານ ແລະ ບໍ່ຮັບຮູ້ບັນດາຄຳຮຽກຮ້ອງນັ້ນ.
ໃນອາທິດກ່ອນ, ອາເມລິກາ ໄດ້ຈັດວາງບັນດາມາດຕະການລົງໂທດດ້ານເສດຖະກິດໃໝ່ຕໍ່ ອີຣານ ຍ້ອນໂຄງການລູກສອນໄຟນຳວິຖີຂອງປະເທດນີ້. ວໍຊິງຕັນ ຍັງຕຳໜິຕິຕຽນ ເຕເຮຣານ ວ່າ ປະກອບສ່ວນກໍ່ໃຫ້ເກີດວິກິດການທາງການທູດຢູ່ເຂດອ່າວ ເປີເຊຍ. ໃນຂະນະນັ້ນ ອີຣານ ຖືວ່າ: ສັນຍາການທະຫານທີ່ມີມູນຄ່າ 110 ຕື້ USD ລະຫວ່າງ ອາເມລິກາ ແລະ ອາຣາເບຍ ຊະອຸດິ ຊຶ່ງລົງນາມເມື່ອເດືອນ ພຶດສະພາ ທີ່ຜ່ານມາ, ແມ່ນໄພນາບຂູ່ຕໍ່ ເຕເຮຣານ. ໃນຂະນະທີ່ 2 ຝ່າຍໂຕ້ຕອບກັນຢ່າງລຽນຕິດ ແຕ່ ເຕເຮຣານ ພັດດຳເນີນການຜະລິດລູກສອນໄຟປະເພດໃໝ່. ຖະແຫຼງການຈາກກະຊວງປ້ອງກັນປະເທດ ອີຣານ ໃນໄລຍະມໍ່ໆມານີ້ ຢືນຢັນວ່າ ລູກສອນໄຟປະເພດດັ່ງກ່າວ ບັນລຸຄວາມສູງ 27 ກມ ແລະ ບິນໄດ້ປະມານ 120 ກມ, ສາມາດບຸກໂຈມຕີບັນດາເປົ້າໝາຍຄື: ເຮືອບິນຮົບ, ເຮືອບິນບໍ່ມີຄົນຂັບ, ລູກສອນໄຟນຳວິຖີ ແລະ ເຮືອບິນເອລີກອບເຕີ. ບັນດາການຜັນແປລວມທັງໝົດນັ້ນ ຍູ້ການພົວພັນທາງການທູດ ອາເມລິກາ ແລະ ອີຣານ ຕົກເຂົ້າສູ່ຮອບວົນຄວາມເຄັ່ງຕຶງ.
ຄວາມອົບອຸ່ນໃນໄລຍະເວລາສັ້ນໆ
ການພົວພັນລະຫວ່າງ ອາເມລິກາ ແລະ ອີຣານ ເຄີຍໄດ້ມີການປັບປຸງໃນໄລຍະສັ້ນໆ. ນັ້ນແມ່ນ ນັບແຕ່ພາຍຫລັງ ອີຣານ ແລະ ບັນດາປະເທດກຸ່ມ P5+1 (ລວມມີ: ອາເມລິກາ, ລັດເຊຍ, ຈີນ, ຝະລັ່ງ, ອັງກິດ ແລະ ເຢຍລະມັນ) ບັນລຸໄດ້ຂໍ້ຕົກລົງນິວເຄຼຍໃນເດືອນ ກໍລະກົດ ປີ2015. ຂໍ້ຕົກລົງດັ່ງກ່າວ ໄດ້ຮັບການຕີລາຄາວ່າ ມີລັກສະນະປະຫວັດສາດ, ຢຸດຕິການເຈລະຈາທີ່ຮ້າຍແຮງເປັນເວລາ 12 ປີ. ເນື້ອໃນຂໍ້ຕົກລົງແມ່ນຈຳກັດ ອີຣານ ພັດທະນາບັນດາຮາກຖານນິວເຄຼຍ ເພື່ອແລກເອົາເລື່ອງຍົກເລີກບັນດາຄຳສັ່ງຂວ້ຳບາດ. ໃນຂະນະທີ່ຂໍ້ຕົກລົງນີ້ໄດ້ຮັບຖືວ່າ ແມ່ນຜົນງານທາງດ້ານການພົວພັນຕ່າງປະເທດທີ່ພົ້ນເດັ່ນໃນ 2 ອາຍຸການຂອງປະທານາທິບໍດີ Barak Obama ຊຶ່ງສາມາດສະກັດກັ້ນໄດ້ເລື່ອງອີຣານມີລູກລະເບີດນິວເຄຼຍລູກໜຶ່ງ ແລະ ການສູ້ຮົບບໍ່ຕາມຄວາມຫວັງຢູ່ເຂດອ່າວເປີເຊຍນັ້ນ, ນັບຕັ້ງແຕ່ຂຶ້ນກຳອຳນາດ, ປະທານາທິບໍດີ Donald Trumph ພັດສືບຕໍ່ຕຳໜິຕິຕຽນຂໍ້ຕົກລົງນີ້ ແລະ ຖືວ່າ ຄວນມີມາດຕະການທີ່ແຂງແຮງກວ່າຕໍ່ອີຣານ. ບໍ່ພຽງແຕ່ໄດ້ພັນລະນາຂໍ້ຕົກລົງກ່ຽວກັບນິວເຄຼຍນີ້ແມ່ນຂໍ້ຕົກລົງທີ່ຊົ່ວຮ້າຍທີ່ສຸດເທົ່ານັ້ນ, ຊ້ຳບໍ່ໜຳ ປະທານາທິບໍດີ Donald Trumphເຄີຍສະແດງເຈດຈຳນົງຖອນອາເມລິກາອອກຈາກຂໍ້ຕົກລົງນີ້ອີກດ້ວຍ.
ມາຮອດປະຈຸບັນ, ຜ່ານການກວດກາການປະຕິບັດ ຂໍ້ຕົກລົງເປັນ 2 ເທື່ອແລ້ວ, ເຖິງວ່າອຳນາດການປົກຄອງຂອງ ປະທານາທິບໍດີ Donald Trumph ໄດ້ຢືນຢັນວ່າ ອີຣານພວມປະຕິບັດຕາມຂໍ້ຕົກລົງນິວເຄຼຍ ແຕ່ຍັງບໍ່ທັນເຕັມສ່ວນ ແລະ ຄວນຕີລາຄາຄືນຂໍ້ຕົກລົງນີ້ຢ່າງຮອບດ້ານ.
ເພີ່ມຄວາມເຄັ່ງຕຶງໃຫ້ແກ່ພາກພື້ນຕາເວັນອອກກາງ
ດ້ວຍການກະທຳເພີ່ມທະວີການລົງໂທດດ້ານເສດຖະກິດຕ້ານອີຣານນັ້ນ, ອາເມລິກາໄດ້ສະແດງໃຫ້ເຫັນແຈ້ງທັດສະນະຂອງຕົນກ່ຽວກັບໂຄງການຂະຫຍາຍ ລູກສອນໄຟ ແລະ ນິວເຄຼຍຂອງອີຣານ. ເລື່ອງທັງຍອມຮັບ ອີຣານ ປະຕິບັດຕາມຂໍ້ຕົກລົງນິວເຄຼຍ ທັງຍົກອອກບັນດາມາດຕະການລົງໂທດດ້ານເສດຖະກິດໃໝ່ນັ້ນ ໄດ້ສະແດງໃຫ້ເຫັນວ່າ ອາເມລິກາພວມປະຕິບັດນະໂຍບາຍ “2 ດ້ານ ”ສຳລັບອີຣານ. ດ້ານໜຶ່ງ, ແມ່ນພະຍາຍາມເພີ່ມກຳລັງດັນຕ້ານອີຣານ, ໃນຂະນະທີ່ຍັງຄົງຮັກສາຂໍ້ຕົກລົງລະຫວ່າງເຕເຮຣານກັບ 6 ປະເທດມະຫາອຳນາດໃນໂລກ. ໃນຂະນະນັ້ນ, ອີຣານກໍຍົກອອກບັນດາຖະແຫຼງການທີ່ແຂງກະດ້າງ ໂດຍຢືນຢັນຈະສືບຕໍ່ປະຕິບັດສິດໂຕ້ຕອບອາເມລິກາ ຖ້າຫາກວ່າໃນອະນາຄົດ ວໍຊິງຕັນບໍ່ປະຕິບັດຂໍ້ຕົກລົງນິວເຄຼຍຊຶ່ງເຕເຮຣານໄດ້ລົງນາມກັບບັນດາປະເທດມະຫາອຳນາດໃນກຸ່ມ P5+1, ໃນນັ້ນມີອາເມລິກາ. ການພົວພັນເອເມລິກາ-ອີຣານຄາດວ່າ ຈະຍັງສືບຕໍ່ເຄັ່ງຕຶງຫຼາຍຂຶ້ນໃນໄລຍະທີ່ຈະມາເຖິງ ແລະ ບາງກໍລະນີຈະຕ້ອງການມີບັນດາການພົບປະລະຫວ່າງ 2 ຝ່າຍກ່ຽວກັບ ໂຄງການຂະຫຍາຍ ລູກສອນໄຟ ແລະ ນິວເຄຼຍຂອງອີຣານໃນອະນາຄົດ.
ຂໍ້ຕົກລົງສະບັບໜຶ່ງບັນລຸໄດ້ພາຍຫຼັງດຳເນີນການເຈລະຈາດ້ວຍຄວາມເຄັ່ງຕຶງເປັນເວລາຫຼາຍປີ ອັນໄດ້ຢຸດຕິໄລຍະວິກິດການທີ່ເຄີຍຍູ້ບັນດາຝ່າຍຖືກຕົກເຂົ້າສູ່ສະພາບຈະເກີດສົງຄາມໃນຊຸມປີ 2000, ພວມປະເຊີນໜ້າກັບບັນດາສິ່ງທ້າທາຍໃໝ່. ຄວາມເຄັ່ງຕຶງລະຫວ່າງອາເມລິກາ-ອີຣານໄດ້ພາໃຫ້ພາກພື້ນຕາເວັນອອກກາງທີ່ເຄີຍເກີດຄວາມຂັດແຍ່ງ ແລະ ສັບສົນຫຼາຍຢ່າງນັ້ນ ຍິ່ງຂາດສະຖຽນລະພາບຫຼາຍຂຶ້ນ./.