(VOVWORLD) -ພາຍຫຼັງມີຄວາມສະໜິດຕິດພັນກັນມາເປັນເວລາເກືອບເຄິ່ງສັດຕະວັດ, ສຸດທ້າຍ, ປະເທດອັງກິດກໍ່ ຖອນຕົວອອກຈາກ “ຊາຍຄາລວມເອີລົບ” (ໝາຍເຖິງສະຫະພາບເອີລົບ-EU) ໃນວັນທີ 31 ມັງກອນທີ່ຜ່ານມາ, ເຮັດໃຫ້ “”ການຖອນຕົວ” (Brexit) ທີ່ດຶງດູດຄວາມສົນໃຈທີ່ສຸດຈາກສື່ມວນຊົນໂລກປະກົດຜົນເປັນຈິງ. ແຕ່ເຖິງແນວນັ້ນກໍ່ຕາມ, ໜ້າເອົາໃຈໃສ່ຍິ່ງກ່ວານັ້ນ, ແມ່ນ: ເຖິງວ່າວິວັດການ Brexit ໄດ້ເລີ່ມຕັ້ງແຕ່ກ່ອນນີ້ 3 ປີແລ້ວກໍ່ຕາມ, ແຕ່ມາຮອດປະຈຸບັນ, ຄຳຖາມທີ່ວ່າ “ທາດແທ້ການພົວພັນລະຫວ່າງອັງກິດ-ອີຢູ ຈະເປັນຄືແນວໃດພາຍຫຼັງ Brexit?” ຍັງຄົງແມ່ນຄຳຖາມທີ່ບໍ່ທັນມີຄຳຕອບ.
ທຸງຂອງອັງກິດ ແລະ ອີຢູ (ພາບ: TTXVN)
|
ໃນເວລາ 23 ໂມງຂອງວັນທີ 31 ມັງກອນ ຕາມເວລາສາກົນ (GMT), ປະເທດອັງກິດ ໄດ້ສິ້ນສຸດການເປັນສະມາຊິກຂອງສະຫະພາບເອີລົບ ຢ່າງເປັນທາງການ ພາຍຫຼັງເຂົ້າຮ່ວມເປັນເວລາ 47 ປີ. ແຕ່ເຖິງແນວນັ້ນກໍ່ຕາມ, ຕາມຂໍ້ຕົກລົງທີ່ບັນລຸໄດ້, ໄລ່ຮອດວັນທີ 31 ທັນວາປີ 2020, (ຊື່ງເອີ້ນວ່າໄລຍະຂ້າມຜ່ານ), ປະເທດອັງກິດ ຍັງມີຜົນປະໂຫຍດຕິດພັນກັບ ອີຢູ ຫຼາຍພໍສົມຄວນ. ແຕ່ເລື່ອງທີ່ຫາງສຽງສົນໃຈຍິ່ງກ່ວາສິ່ງໃດໝົດ ແມ່ນໃນເວລາ 11 ເດືອນນີ້, ສອງຝ່າຍຈະເຮັດໄດ້ຫຍັງແດ່ ເພື່ອກຳນົດການພົວພັນໃນອະນາຄົດ, ພິເສດແມ່ນບັນຫາການຄ້າ.
ວິວັດການເຈລະຈາໄລຍະຂ້າມຜ່ານທີ່ເຕັມໄປດ້ວຍສິ່ງທ້າທາຍ
ໃນຕົວຈິງ, ພາຍຫຼັງການຖອນຕົວພຽງ 2, 3 ວັນເທົ່ານັ້ນ, ທັງອັງກິດ ແລະ ອີຢູ ກໍ່ລ້ວນແຕ່ຍົກອອກເປົ້າໝາຍການເຈລະຈາຂອງຕົນ, ສະແດງໃຫ້ເຫັນວິໄສທັດທີ່ແຕກຕ່າງກັນ ກ່ຽວກັບສາຍພົວພັນໃນອະນາຄົດ, ເຖິງວ່າມີຄວາມປາດຖະໜາລວມແມ່ນຢາກບັນລຸໄດ້ຂໍ້ຕົກລົງດ້ານການຄ້າ. ລະອຽດຄື: ສະຫະພາບເອີລົບ ສືບຕໍ່ຢ້ຳຄືນຄຳຮຽກຮ້ອງທີ່ວ່າປະເທດອັງກິດ ຕ້ອງປະຕິບັດບັນດາຂໍ້ກຳນົດຂອງກຸ່ມນີ້ ເພື່ອແນໃສ່ຮັບປະກັນການແກ່ງແຍ້ງຢ່າງມີຄວາມຍຸດຕິທຳ, ຖ້າຫາກວ່າ ລອນດອນ ຢາກມຸ່ງໄປເຖິງຂໍ້ຕົກລົງປອດພາສີ, ບໍ່ມີການກຳນດຕໍ່ດ້ານການຄ້າ ຄືດັ່ງຄວາມມຸ່ງຫວັງຂອງທ່ານນາຍົກລັດຖະມົນຕີອັງກິດ Boris Johnson. ທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງ ອີຢູ ຢືນຢັນວ່າ: ສັນຍາການຄ້າເສລີຕ້ອງລວມມີຂໍ້ຕົກລົງດ້ານການປະມົງ, ໃນນັ້ນອະນຸຍາດໃຫ້ສອງຝ່າຍສຳຜັດກັບເຂດນ່ານທະເລຂອງກັນ ແລະ ເງື່ອນໄຂນີ້ຕ້ອງໄດ້ສ້າງຂຶ້ນກ່ອນວັນທີ 1 ກໍລະກົດປີ 2020.
ໃນທັນທີ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໄດ້ອອກສຽງຄັດຄ້ານ. ຜູ້ນຳລັດຖະບານອັງກິດ ຢືນຢັນວ່າ ບໍ່ເຫັນດີກັບເງື່ອນໄຂທີ່ ອີຢູ ຍົກອອກມາ ພ້ອມທັງເນັ້ນໜັກວ່າ: ຂໍ້ຕົກລົງດ້ານການຄ້າເສລີ ບໍ່ຈຳເປັນຕ້ອງລວມມີເລື່ອງຕ້ອງຍອມຮັບບັນດາຂໍ້ຕົກລົງຂອງ ອີຢູ ກ່ຽວກັບນະໂຍບາຍການແກ່ງແຍ້ງ, ການອຸດໜູນ, ປົກປ້ອງສັງຄົມ, ສິ່ງແວດລ້ອມ ຫຼືບໍ່ວ່າສິ່ງໃດທີ່ຄ້າຍຄືກັນ.
ຄວາມແຕກຕ່າງກັນກ່ຽວກັບທັດສະນາການເຈລະຈາລະຫວ່າງສອງຝ່າຍໄດ້ສະແດງໃຫ້ເຫັນວ່າ ບໍ່ມີສິ່ງໃດທີ່ຮັບປະກັນວ່າ ອັງກິດ ແລະ ອີຢູ ສາມາດບັນລຸໄດ້ຂໍ້ຕົກລົງທີ່ຈຳເປັນໃນໄລຍະຂ້າມຜ່ານອັນສັ້ນໆນີ້, ເພື່ອແນໃສ່ກຳນົດທາດແທ້ການພົວພັນສອງຝ່າຍຫຼັງປີ 2020ຢ່າງຈະແຈ້ງ.
ພາບ: Viet Long
|
ຈາກຄູ່ຮ່ວມມືຈົນຮອດຄູ່ແຂ່ງ
ໜ້າເອົາໃຈໃສ່ແມ່ນ, ໃນປະຕິກິລິຍາຂອງຕົນ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໄດ້ເຕື້ອງເຖິງສອງຮູບແບບຂອງຂໍ້ຕົກລົງການຄ້າເສລີ ໂດຍ ອີຢູ ໄດ້ຜັນຂະຫຍາຍກັບ ການາດາ ແລະ ອົດສະຕາລີ, ເຫັນວ່າ ການກຳນົດທິດຂອງລັດຖະບານອັງກິດ ແມ່ນກາຍເປັນຄູ່ຮ່ວມມື, ພ້ອມທັງກໍ່ເປັນຄູ່ແຂ່ງຂອງເອີລົບ.
ສຳລັບເອີລົບ, ສິ່ງທີ່ໜ້າວິຕົກກັງວົນນັ້ນແມ່ນ ທັດສະນະຢາກຕັດຂາດການຜູກມັດກັບເອີລົບ ຢ່າງສີ້ນເຊີງ ເພື່ອເດີນຕາມຮູບແບບພັດທະນາໃໝ່, ພິເສດແມ່ນໃນດ້ານການຄ້າ ຊື່ງລັດຖະບານອັງກິດ ຍົກອອກມາໃນເວລາມໍ່ໆມານີ້ ພວມສ້າງການຂາດຄວາມປອດໄພທີ່ໃຫ່ຍຫຼວງ. ຍ້ອນວ່າປະເທດອັງກິດ ອາດຈະລົບລ້າງບັນດາມາດຕະຖານກ່ຽວກັບສິ່ງແວດລ້ອມ, ການອອກແຮງງານ, ຄຸນນະພາບຜະລິດຕະພັນ….ເພື່ອສ້າງທ່າແຮງການແກ່ງແຍ້ງກັບອີຢູ. ມີຄຳກ່າວເຕືອນຫຼາຍຂໍ້ໄດ້ຍົກອອກມາ ກ່ຽວກັບການສ້າງເຂດດິນແດນແຫ່ງໜຶ່ງທີ່ເອີລົບ ຕັ້ງຊື່ວ່າ “ສິງກະໂປ ຢູ່ແມ່ນ້ຳ Thames” ຢູ່ປະຕູທາງເຂົ້າອອກເອີລົບ. ທ່ານນາງ Angela Merkel ນາຍົກລັດຖະມົນຕີ ເຢຍລະມັນ ເອງ ໄດ້ໃຫ້ສັງເກດຢ່າງກົງໄປກົງມາວ່າ ປະເທດອັງກິດ ຈາກບົດບາດເປັນສະມາຊິກຂອງອີຢູ, ປະຈຸບັນໄດ້ກາຍເປັນ “ປະເທດທີ່ມີການແກ່ງແຍ້ງຢູ່ໃນປະຕູທາງເຂົ້າອອກ” ຂອງເອີລົບ.
ສະພາບຕົວຈິງຂອງການພົວພັນລະຫວ່າງອັງກິດ ແລະ ອີຢູ ແມ່ນສັບສົນ ແລະ ເລິກເຊິ່ງກວ້າງຂວາງທີ່ສຸດ ພາຍຫຼັງມີຄວາມສະໜິດຕິດພັນກັນມາເປັນເວລາເກືອບເຄິ່ງສັດຕະວັດ, ມາຮອດຈຸດເວລານີ້, Brexit ຍັງຖືກຖືວ່າ ແມ່ນ “ຄວາມສ່ຽງທີ່ໃຫ່ຍຫຼວງທີ່ສຸດຂອງລຸ້ນຄົນໜຶ່ງ” ນັບທັງອັງກິດ ແລະ ອີຢູ.