(vovworld)- ສະມາຊິກລັດຖະສະພາເອີລົບ ຈຳນວນໜຶ່ງຫາກໍ່ຝາກຈົດໝາຍໄປຍັງທ່ານນາງ Catherine Ashton ຜູ້ຕາງໜ້າຂັ້ນສູງຮັບຜິດຊອບການປ້ອງກັນຄວາມສະຫງົບ ທັງເປັນຮອງປະທານຄະນະກຳມາທິການເອີລົບ ດ້ວຍຄຳຕັກເຕືອນກ່ຽວກັບສິດທິມະນຸດຢູ່ຫວຽດນາມ. ສິ່ງທີ່ໜ້າເວົ້າເຖິງ ນັ້ນແມ່ນອັນທີ່ເອີ້ນວ່າ ”ສະພາບຕົວຈິງກ່ຽວກັບສິດທິມະນຸດນັບມື້ນັບຊົ່ວຮ້າຍລົງຢູ່ຫວຽດນາມ” ຊື່ງບັນດາສະມາຊິກລັດຖະສະພາເອີລົບຍົກອອກໃນຈົດໝາຍແມ່ນຄວາມວິຕົກກັງວົນທີ່ໄຮ້ເຫດຜົນ, ບໍ່ຖືກຕ້ອງກັບຕົວຈິງ ຍ້ອນວ່າ, ແຕ່ດົນນານມາແລ້ວ, ຍາມໃດຫວຽດນາມ ກໍ່ມານະພະຍາຍາມ ຮັບປະກັນບັນດາສິດທິຂອງມະນຸດ ຖືກຕ້ອງຕາມສົນທິສັນຍາສາກົນຊື່ງຫວຽດນາມ ໄດ້ ແລະ ພວມເຂົ້າຮ່ວມ.
(ພາບປະກອບ:nhanquyenvietnam.org)
ນັກນິຕິບັດຍັດຈຳນວນໜຶ່ງຢູ່ບາງປະເທດເອີລົ ບ ຖືວ່າ: ຢູ່ຫວຽດນາມ ພວມ ”ເຫັນປະຈັກຕາການຟັງທະລາຍກ່ຽວກັບການປົກຄອງໂດຍກົດໝາຍ” ດ້ວຍເລື່ອງນຳໃຊ້ບັນດາຂໍ້ກ່າວຫາທີ່ລະເມີເຟີ້ຝັນກ່ຽວກັບການ ”ໂຄ່ນລົ້ມອຳນາດປານປົກຄອງ” ແລະ “ໂຄສະນາຕ້ານທຳລາຍລັດ“ ເພື່ອຈັບຕົວຄຸມຂັງຜູ້ທີ່ໄດ້ລະດົມກຳລັງໃຈໃຫ້ແກ່ສິດທິມະນຸດ, ຄຸມຂັງໂດຍບໍ່ຕ້ອງພິພາກສາ ແລະ ໃຊ້ບັນດາໂທດຄື: ໜີ້ອາກອນ ເພື່ອຈັບຕົວຄຸມຂັງບັນດາສ່ວນບຸກຄົນທີ່ມີຄວາມເຫັນບໍ່ລົງລອຍກັນ. ເຂົາເຈົ້າຮຽກຮ້ອງໃຫ້ຜູ້ຕາງໜ້າຂັ້ນສູງສະຫະພາບເອີລົບ (ອີຢູ) ຮຽກຮ້ອງໃຫ້ຫວຽດນາມ ຈົ່ງປ່ອຍຕົວເປັນອິດສະຫຼະໃຫ້ແກ່ບັນດານັກໂທດການເມືອງຢູ່ຫວຽດນາມຄື: Bloger ດຽວໄກ (Dieu Cay ), ຕ້າຟອງເຕີ່ນ (Ta Phong Tan), ກູ່ຮູຍຮ່າຫວູ້ (Cu Huy Ha Vu)….
ບັນດາຂໍ້ກ່າວຫາວ່າສິດທິມະນຸດຢູ່ຫວຽດນາມ ນັບມື້ນັບຊົ່ວຮ້າຍລົງຂອງສະມາຊິກລັດຖະສະພາຈຳນວນດັ່ງກ່າວ ແມ່ນບໍ່ຖືກຕ້ອງກັບສະພາບຕົວຈິງ. ຍະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ ແມ່ນເຄົາລົບ ແລະ ຮັບປະກັນສິດທິມະນຸດທັງໝົດ ຖືກຕ້ອງຕາມມາດຖານສາກົນກ່ຽວກັບສິດທິມະນຸດ. ໃນຕົວຈິງ, ລັດຫວຽດນາມ ຮັບປະກັນສິດຂອງພົນະເມືອງຫວຽດນາມ ທັງໝົດຄື: ສິດເປັນເຈົ້າ, ສິດເສລີພາບໃນການປາກເວົ້າ, ສິດເສລີພາບທາງສື່ມວນຊົນ, ສິດເສລີພາບໃນໂຮມປະຊຸມ, ສາສະໜາ… ໃນໄລຍະຜ່ານມາ, ຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ໜ້າເອກອ້າງທະນົງໃຈໃນການຮັບປະກັນສິດທິມະນຸດໃນທຸກຂົງເຂດ ຈາກພົນລະເຮືອນ ຕະຫຼອດຮອດການເມືອງ, ເສດຖະກິດ, ວັດທະນະທຳ ສັງຄົມ. ນັ້ນແມ່ນບັນດາຜົນງານທີ່ບໍ່ສາມາດປະຕິເສດໄດ້ ໃນການປະຕິບັດບັນດາຈຸດໝາຍສະຫັດສະວັດຢ່າງມີປະສິດທິຜົນ, ຫລຸດຜ່ອນອັດຕາຜູ້ທຸກຍາກອຶດຫິວຢ່າງໄວວາ, ຍົກສູງລະດັບຄອງຊີບຂອງ ປຊຊ, ບັນດາດັດຊະນີພັດທະນາມະນຸດ… ຍ້ອນເຫດນັ້ນ, ໃນບົດລາຍງານພັດທະນາມະນຸດປີ 2013 ຂອງໂຄງການພັດທະນາ ສປຊ (UNDP) ປະກາດເມື່ອວັນທີ 3/7/2013 ໄດ້ຕີລາຄາວ່າ ຫວຽດນາມ ແມ່ນປະເທດທຳອິດໃນຈຳນວນ 40 ກ່ວາປະເທດພວມພັດທະນາບັນລຸໄດ້ບັນດາຄວາມກ້າວໜ້າເກີນຄາດກ່ຽວກັບການພັດທະນາມະນຸດໃນຊຸມທົດສະວັດມໍ່ໆມານີ້. ຖ້າຫາກວ່າ ບັນດາທ່ານສະມາຊິກລັດຖະສະພາຖືວ່າ: ສິດທິມະນຸດຢູ່ຫວຽດນາມ ພວມຊົ່ວຮ້າຍລົງ, ໂດຍບໍ່ຫົວຊາຕໍ່ຄຳຢັ້ງຢືນໃນບົດລາຍງານພັດທະນາມະນຸດສະບັບຕ່າງໆ ປີ 2013 ຂອງ UNDP, ແມ່ນບໍ່ວ່າ ເຂົາເຈົ້າພວມນຳໃຊ້ບັນດາມາດຖານພິເສດກ່ຽວກັບສິດທິມະນຸດທີ່ມີຕໍ່ຫວຽດນາມ?
ສະພາຕົວຈິງຢູ່ຫວຽດນາມ ບໍ່ມີອັນທີ່ເອີ້ນວ່າ ”ນັກໂທດມະໂນທຳ” ຫລື ”ນັກໂທດການເມືອງ” ຫາກມີພຽງແຕ່ຜູ້ທີ່ໄດ້ລະມີດກົດໝາຍ, ຖືກຮັບການພິພາກສາຢ່າງເປີດເຜີຍ ແລະ ປະຕິບັດຕາມຄຳຕັດສິນຂອງຊາດຢ່າງຖືກຕ້ອງຕາມລະບຽບກົດໝາຍເທົ່ານັ້ນ. ບັນດາກໍລະນີທີ່ເຂົາເຈົ້າໄດ້ເຕື້ອງເຖິງແມ່ນສ່ວນບຸກຄົນຖືກສານຕັດສິນລົງໂທດດ້ວຍບັນດາການກະທຳຜິດຢ່າງລະອຽດ, ຫາກບໍ່ແມ່ນ ”ຜູ້ທີ່ມີຄວາມເຫັນບໍ່ລົງລອຍກັນ” ຫລື ”ບັນດາ ນັກເຄື່ອນໄຫວການເມືອງ“. ເລື່ອງສານຫວຽດນາມ ຕັດສິນລົງໂທດບັນດາເປົ້າໝາຍດັ່ງກ່າວ ແມ່ນຖືກຕ້ອງ ກັບກົດໝາຍ ຂອງຫວຽດນາມ, ສອງຄ່ອງກັບບັນດາຄຳໝັ້ນສັນຍາ, ສົນທິສັນຍາສາກົນຊື່ງ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ບໍ່ລະເມີດກົດໝາຍສາກົນແຕ່ຢ່າງໃດ.
ໃນຕົວຈິງ, ລະຫວ່າງຫວຽດນາມ ແລະ ອີຢູ ພວມມີສິ່ງທີ່ຍັງຄົງຄ້າງກ່ຽວກັບບັນດາຄວາມຜິດໂຕນກັນດ້ານສິດທິມະນຸດ ຍ້ອນຄວາມແຕກຕ່າງກັນດ້ານວັດທະນະທຳ, ມູນເຊື້ອປະຫວັດສາດ, ລະດັບການພັດທະນາ…ການປະຕິບັດສິດທິມະນຸດຕ້ອງອີງຕາມບັນດາຈຸດພິເສດສະເພາະດ້ານປະຫວັດ ສາດ, ວັດທະນະທຳ, ສາສະໜາ, ການເຫຼື້ອມໃສ, ເງື່ອນໄຂດ້ານເສດຖະກິດສັງຄົມຢູ່ແຕ່ລະປະເທດ. ໃນດ້ານສາກົນ ແລະ ຖ້າຫາກພິຈາລະນາຕາມແງ່ມູມອະທິປະໄຕຂອງແຕ່ລະປະເທດ, ສິ່ງທີ່ແນ່ນອນ ນັ້ນແມ່ນ, ບໍ່ມີປະເທດໃດ ຈະແມ່ນແບບຢ່າງກ່ຽວກັບດ້ານສິດທິມະນຸດໃຫ້ແກ່ປະເທດອື່ນໄດ້. ສະນັ້ນ, ການສັງເກດບໍ່ຮອບດ້ານກ່ຽວກັບສິດທິມະນຸດຢູ່ຫວຽດນາມ ແມ່ນວຽກງານທີ່ພິດພາດ, ສ່ວນການຈັດວາງມາດຖານສິດທິມະນຸດຂອງບາງປະເທດອີຢູ ທີ່ມີຕໍ່ຫວຽດນາມ ແມ່ນການກະທຳແຊກແຊງໂດຍບັງອາດເຂົ້າວຽກງານພາຍໃນຂອງຫວຽດນາມ. ການກະທຳດັ່ງກ່າວແມ່ນບໍ່ມີປະໂຫຍດ, ບໍ່ຊ່ວຍໄດ້ຫຍັງໃຫ້ວິວັດທະນາການເພີ່ມທະວີການໂອ້ລົມສົນທະນາ ເພື່ອເຂົ້າໃຈກ່ຽວກັບດ້ານສິດທິມະນຸດ ຊື່ງຫວຽດນາມ ແລະ ອີຢູ ໄດ້ ແລະ ພວມປະຕິບັດນັບແຕ່ກ່ອນມາຮອດປະຈຸບັນ./.