ການເຂົ້າຮ່ວມກອງປະຊຸມໄດ້ສົ່ງສານ, ພາບພົດກ່ຽວກັບປະເທດຫວຽດນາມ

(VOVWORLD) -ນີ້ແມ່ນການເດີນທາງປະຕິບັດງານມີຄວາມໝາຍທາງດ້ານການເມືອງສຳຄັນ, ເພື່ອແນໃສ່ສົ່ງສານ, ພາບພົດກ່ຽວກັບປະເທດຫວຽດນາມ - ເຊິ່ງແມ່ນປະເທດທີ່ມີຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າໃນການຮ່ວມມືຫຼາຍຝ່າຍ
ການເຂົ້າຮ່ວມກອງປະຊຸມໄດ້ສົ່ງສານ, ພາບພົດກ່ຽວກັບປະເທດຫວຽດນາມ - ảnh 1ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ
(ພາບ: quochoi.vn)

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ພວມປະຕິບັດການເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 (WCSP5) ຢູ່ ໂອຕາລິດ ໃນລະຫວ່າງວັນທີ 06 – 09 ກັນຍາ. ຕໍ່ຈາກນັ້ນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະໄປຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີລົບ (EP), ລາຊະອານາຈັກ ແບນຊິກ ແລະ ຢ້ຽມຢາມ ສ.ແຟງລັງ ຢ່າງເປັນທາງການໃນລະຫວ່າງວັນທີ 09 -11 ກັນຍາ. ນີ້ແມ່ນການເດີນທາງປະຕິບັດງານມີຄວາມໝາຍທາງດ້ານການເມືອງສຳຄັນ, ເພື່ອແນໃສ່ສົ່ງສານ, ພາບພົດກ່ຽວກັບປະເທດຫວຽດນາມ - ເຊິ່ງແມ່ນປະເທດທີ່ມີຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າໃນການຮ່ວມມືຫຼາຍຝ່າຍ, ດ້ວຍນະໂຍບາຍການຕ່າງປະເທດເປີດກວ້າງ, ປາດຖະໜາຢາກພັດທະນາ, ມານະພະຍາຍາມບືນຕົວຂຶ້ນໃນສະພາບໂລກລະບາດໂຄວິດ-19.

        ການເດີນທາງປະຕິບັດງານຢູ່ ເອີລົບ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ແມ່ນການ ຢ້ຽມຢາມ ແລະ ເຮັດວຽກເປັນຄັ້ງທຳອິດຂອງການນຳຫຼັກແຫຼ່ງຂອງພັກ, ລັດຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະ ສິ້ນສຸດກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ດ້ວຍເລື່ອງບູລະນະບຸກຄະລາກອນຂັ້ນສູງຂອງກົງຈັກລັດໃຫ້ສົມບູນແບບ. ນີ້ແມ່ນການເຄື່ອນໄຫວການທູດລັດຖະສະພາໂດຍກົງຄັ້ງທຳອິດນັບແຕ່ຕົ້ນປີ 2021 ຂອງສະພາແຫ່ງຊາດ.

ສືບຕໍ່ເສີມຂະຫຍາຍບົດບາດການທູດລັດຖະສະພາຫຼາຍຝ່າຍ

        ກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 ດ້ວຍຫົວຂໍ້ລວມທີ່ວ່າ “ການນຳພາຂອງລັດຖະສະພາເພື່ອລັດທິຫຼາຍຝ່າຍຢ່າງມີປະສິດທິຜົນກວ່າ, ນຳມາເຊິ່ງສັນຕິພາບ ແລະ ການພັດທະນາແບບຍືນຍົງໃຫ້ແກ່ປະຊາຊົນ ແລະ ໜ່ວຍໂລກ”. ລາຍການຂອງກອງປະຊຸມໄດ້ສຸມໃສ່ພິຈາລະນາ, ປຶກສາຫາລືກ່ຽວກັບບັນດາບັນຫາຮ້ອນເຮັ່ງ, ຕ້ອງໃຫ້ບຸລິມະສິດແກ້ໄຂຄື: ການຮັບມືຂອງທົ່ວໂລກສຳລັບໂລກລະບາດໂຄວິດ-19 ແລະ ການຟື້ນຟູພາຍຫຼັງໂລກລະບາດ, ສະພາບການຮີບດ່ວນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ການຕ້ານຂໍ້ມູນທີ່ຜິດເຂວ, ການເຂົ້າຮ່ວມຂອງໄວໜຸ່ມໃນຂົງເຂດການເມືອງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ… ກອງປະຊຸມຄັ້ງນີ້ມີຄວາມໝາຍພິເສດສຳລັບການພັດທະນາຂອງການທູດລັດຖະສະພາ, ຊ່ວຍປັບປຸງບົດບາດຂອງສະຫະພັນລັດຖະສະພາສາກົນ, ເຮັດໃຫ້ມີຊີວິດຊີວາ, ຍົກລະດັບການທູດຫຼາຍຝ່າຍພາຍຫຼັງເວລາປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ເປັນເວລາຍາວ.

        ເລື່ອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມ WCSP5 ແມ່ນເພື່ອແນໃສ່ຢືນຢັນ, ໃຫ້ຄຳໝັ້ນສັນຍາຄວນເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມຢ່າງມີປະສິດທິຜົນໃນບັນດາການເຄື່ອນໄຫວການທູດລັດຖະສະພາຫຼາຍຝ່າຍຂອງຫວຽດນາມ. ຜ່ານນັ້ນ, ກໍ່ສືບຕໍ່ເສີມຂະຫຍາຍບົດບາດ, ທີ່ຕັ້ງຂອງຫວຽດນາມ ຢູ່ບັນດາກົນໄກຮ່ວມມືລັດຖະສະພາພາກພື້ນ ແລະ ໃນໂລກ, ປະກອບສ່ວນຊຸກຍູ້ບັນດາຄວາມມານະພະຍາຍາມດ້ານການທູດລວມ ເພື່ອຜົນປະໂຫຍດຂອງປະເທດຊາດ.

        ທີ່ວາລະປະຊຸມຄົບຄະນະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ມີບົດກ່າວປາໄສ, ສະແດງໃຫ້ເຫັນທັດສະນະຂອງຫວຽດນາມ ດ້ວຍຫົວຂໍ້ “ການນຳພາຂອງລັດຖະສະພາເພື່ອລັດທິຫຼາຍຝ່າຍຢ່າງມີປະສິດທິຜົນກວ່າ, ນຳມາເຊິ່ງສັນຕິພາບ ແລະ ການພັດທະນາແບບຍືນຍົງໃຫ້ແກ່ປະຊາຊົນ ແລະ ໜ່ວຍໂລກ”. ໃນສະພາບໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນໃນໂລກ ແລະ ຢູ່ຫວຽດນາມ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ແບ່ງປັນ, ປະກອບບັນດາຄຳເຫັນ, ແນວຄວາມຄິດ, ປະກອບສ່ວນເຂົ້າໃນພາລະກິດປ້ອງກັນ ຕ້ານ, ຄວບຄຸມ ແລະ ຍູ້ໂລກລະບາດໃນທົ່ວໂລກໃຫ້ຖອຍໄປ.

ການເຂົ້າຮ່ວມກອງປະຊຸມໄດ້ສົ່ງສານ, ພາບພົດກ່ຽວກັບປະເທດຫວຽດນາມ - ảnh 2(ທ່ານປະທານສະພາແຫ່ງຊາດຢ້ຽມຢາມສະຖານທູດຫວຽດນາມ ປະຈຳໂອຕາລິດ)

ຊຸກຍູ້ການພົວພັນ 2 ຝ່າຍ

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ມີບັນດາການພົບປະ 2 ຝ່າຍທີ່ກອງປະຊຸມ ກໍຄືບັນດາການພົບປະເຈລະຈາກັບບັນດາການນຳລັດຖະສະພາ; ພົບປະກັບວິສາຫະກິດຢູ່ ໂອຕາລິດ ທີ່ພວມຜັນຂະຫຍາຍບັນດາໂຄງການຮ່ວມມື ຫຼື ມີຄວາມສາມາດບົ່ມຊ້ອນຮ່ວມມືກັບຫວຽດນາມ. ປະຈຸບັນ, ໂອຕາລິດ ພວມແມ່ນຄູ່ຄ້າໃຫຍ່ທີ 8 ຂອງຫວຽດນາມ ໃນອີຢູ. ວົງເງິນການຄ້າ 2 ສົ້ນລ້ວນແຕ່ເພີ່ມຂຶ້ນຢ່າງຕໍ່ເນື່ອງຜ່ານແຕ່ລະປີ, ບັນລຸປະມານກວ່າ 3 ຕື້ USD. ໂອຕາລິດ ມີ 35 ໂຄງການລົງທຶນທີ່ມີຜົນບັງຄັບໃຊ້ຢູ່ຫວຽດນາມ. ການພົວພັນລັດຖະສະພາລະຫວ່າງ 2 ປະເທດໄດ້ຮັບການຮັກສາຢູ່ທັງຂອງເຂດ 2 ຝ່າຍ ແລະ ຫຼາຍຝ່າຍ. ໃນການໄປປະຕິບັດງານຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ໂອຕາລິດ, ຮຸງກາຣີ, ສະໂລວາເກຍ ເພື່ອແຈ້ງໃຫ້ຊາບສະພາບການຢູ່ພາຍໃນປະເທດ, ຢື້ຢາມຖາມຂ່າວ, ລະດົມກຳລັງໃຈພໍ່ແມ່ຊາວຫວຽນາມ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກ ໂຄວິດ-19.

        ການໄປປະຕິບັດງານ ແລະ ເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 5 ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ຄັ້ງນີ້ ແມ່ນເພື່ອແນໃສ່ສົ່ງສານ, ພາບພົດກ່ຽວກັບປະເທດຫວຽດນາມ - ເຊິ່ງແມ່ນປະເທດທີ່ມີຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າໃນການຮ່ວມມືຫຼາຍຝ່າຍ; ພ້ອມກັນນັ້ນ ກໍ່ແມ່ນສະແດງໃຫ້ເຫັນເລື່ອງສະພາແຫ່ງຊາດ ແລະ ປະເທດຫວຽດນາມ ຖືເປັນສຳຄັນກອງປະຊຸມ, ລັດຖະສະພາເອີລົບ, ສຳພັນທະມິດເອີລົບ ແລະ ລັດຖະສະພາບັນດາປະເທດຄູ່ຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ