(VOVWORLD) -ວັນທີ 10 ມັງກອນ, ຜູ້ຕາງໜ້າ ອາເມລິກາ - ລັດເຊຍ ໄດ້ດຳເນີນການເຈລະຈາກ່ຽວຂ້ອງເຖິງຮ່າງກົດໝາຍວ່າດ້ວຍຄວາມໝັ້ນຄົງ ໂດຍລັດເຊຍ ສະເໜີຢູ່ ເຊີແນວ (ປະເທດສະວິດ). ເຖິງວ່າໄດ້ຮັບການລໍຄອຍອາດຈະເປັນໜຶ່ງໃນບັນດາຈຸດເວລາສຳຄັນທີ່ສຸດ ແນໃສ່ກຳນົດການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ ພາຍຫຼັງສົງຄາມເຢັນ, ແຕ່ບໍ່ນອກເໜືອການຄາດຄະເນ, ການເຈລະຈາບໍ່ບັນລຸໄດ້ໝາກຜົນໃດ ຫາກພຽງໄດ້ຮັບຖືວ່າ ແມ່ນໂອກາດເພື່ອໃຫ້ສອງຝ່າຍເຂົ້າໃຈກັນຫຼາຍກວ່າກ່ຽວກັບບຸລິມະສິດແກ້ໄຂບັນດາບັນຫາທີ່ບໍ່ລົງລອຍກັນເທົ່ານັ້ນ.
ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ແລະ ທ່ານ Sergei Ryabkov ຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ (ພາບ: Denis Balibouse/AP) |
ການເຈລະຈາຖືກດຳເນີນໃນສະພາບການພົວພັນລະຫວ່າງ ອາເມລິກາ ແລະ ລັດເຊຍ ເຄັ່ງຕຶງທີ່ສຸດ ນັບແຕ່ເມື່ອສົງຄາມເຢັນສິ້ນສຸດດ້ວຍເນື້ອໃນຈຸດສຸມແມ່ນປຶກສາຫາລືກ່ຽວກັບຂໍ້ສະເໜີຮັບປະກັນຄວາມໝັ້ນຄົງຂອງລັດເຊຍ ເຊິ່ງເປັນບັນຫາທີ່ສັບສົນທີ່ສຸດໃນສາຍພົວພັນລະຫວ່າງສອງປະເທດໃນຫຼາຍປີຜ່ານມາ, ເປັນຄວາມວິຕົກກັງວົນຂອງບັນດາການເຄື່ອນໄຫວການທະຫານຂອງຝ່າຍຕ່າງໆ ກໍຄື ວິກິດການ ຢູແກຼນ. ນີ້ກໍແມ່ນເຫດການທຳອິດຂອງການພົບປະ 3 ຄັ້ງທີ່ຈະດຳເນີນໃນອາທິດນີ້ ເຊິ່ງກ່ຽວຂ້ອງເຖິງບັນຫາຢູແກຼນ. NATO ແລະ ລັດເຊຍ ຈະດຳເນີນການເຈລະຈາໃນວັນທີ 12 ມັງກອນ ຢູ່ ບຣຸກແຊນ, ແບນຊິກ ແລະ ຖັດຈາກນັ້ນແມ່ນການພົບປະລະຫວ່າງ ລັດເຊຍ ແລະ ອົງການຄວາມໝັ້ນຄົງ ແລະ ການຮ່ວມມືຢູ່ ເອີຣົບ ກໍຈະຖືກດຳເນີນຫຼັງຈາກນັ້ນໜຶ່ງວັນຢູ່ ວຽນ, ໂອຕາລິດ.
ຍາກທີ່ຈະບັນລຸໄດ້ບາດກ້າວບຸກທະລຸ
ຄະນະເຈລະຈາ ຂອງລັດເຊຍ ໂດຍທ່ານ Sergei Ryabkov ຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ ເປັນຫົວໜ້າ, ໃນຂະນະນັ້ນ, ຄູ່ຕຳແໜ່ງ Wendy Sherman ຕາງໜ້າໃຫ້ຝ່າຍ ອາເມລິກາ ເຂົ້າຮ່ວມການເຈລະຈາ. ຕາມຖະແຫຼງການຂອງທັງສອງຝ່າຍແລ້ວ, ການເຈລະຈາຖືກດຳເນີນຢ່າງກົງໄປກົງມາ, ແຕ່ນີ້ພຽງແຕ່ແມ່ນໂອກາດເພື່ອໃຫ້ສອງຝ່າຍເຂົ້າໃຈກັນຫຼາຍກວ່າກ່ຽວກັບບຸລິມະສິດເພື່ອແກ້ໄຂຄວາມວິຕົກກັງວົນຂອງກັນ, ຫາກຍັງບໍ່ທັນຍົກອອກວັນເວລາລະອຽດໃຫ້ແກ່ບໍ່ວ່າບັນຫາໃດໆ. ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ໃຫ້ຮູ້ວ່າ ທ່ານນາງກໍບໍ່ຮູ້ວ່າ ລັດເຊຍ ຢາກຫຼຸດຜ່ອນຄວາມເຄັ່ງຕຶງກັບ ຢູແກຼນ ແທ້ຫຼືບໍ່ ແລະ ທ່ານນາງໄດ້ເວົ້າວ່າ ການຫຼຸດຜ່ອນຄວາມເຄັ່ງຕຶງສຳລັບ ອາເມລິກາ ໝາຍຄວາມວ່າ ລັດເຊຍຕ້ອງຖອນທະຫານນັບພັນຄົນຂອງຕົນອອກຈາກເຂດຊາຍແດນຕິດກັບ ຢູແກຼນ ຫຼືວ່າ ຕ້ອງອະທິບາຍຢ່າງຈະແຈ້ງກ່ຽວກັບການເຄື່ອນໄຫວ ເຊິ່ງກອງທັບ ລັດເຊຍ ພວມດຳເນີນຢູ່ທີ່ນັ້ນ.
ການເຈລະຈາລະຫວ່າງສອງຝ່າຍ (ພາບ: Denis Balibouse/AP) |
ໃນຂະນະນັ້ນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ຢັ້ງຢືນວ່າ ມົດສະກູ ບໍ່ມີເຈດຕະນາປະຕິບັດການກະທຳດ້ານການທະຫານ ບໍ່ວ່າກັບຄວາມວິຕົກກັງວົນໃດຂອງ ອາເມລິກາ ກ່ຽວກັບເລື່ອງ ລັດເຊຍ ເພີ່ມທະວີກຳລັງທະຫານຢູ່ ຊາຍແດນຕິດກັບ ຢູແກຼນ. ທ່ານ Sergei Ryabkov ເນັ້ນໜັກວ່າ ທຸກການເຄື່ອນໄຫວຊ້ອມຮົບຂອງກອງທັບ ລັດເຊຍ ລ້ວນແຕ່ຖືກດຳເນີນໃນດິນແດນຂອງ ລັດເຊຍ ດັ່ງນັ້ນ ບໍ່ມີເຫດຜ ົນໃດທີ່ຕ້ອງວິຕົກກັງວົນກ່ຽວກັບການເຄື່ອນໄຫວປີນຂັ້ນໄດ.
ກ່ອນດຳເນີນການເຈລະຈາ, ສອງຝ່າຍລ້ວນແຕ່ສົ່ງສັນຍານທີ່ບໍ່ຄ່ອຍຕັ້ງໜ້າປານໃດ, ຍິ່ງໄປກວ່ານັ້ນແມ່ນແຂງກະດ້າງ. ທ່ານ Ryabkov ຢັ້ງຢືນວ່າ ລັດເຊຍ ບໍ່ຍົກເວັ້ນຄວາມອາດສາມາດໃດ ແຕ່ຈະບໍ່ປະນິປະນອມຕໍ່ຄວາມດັນ ແລະ ການນາບຂູ່ຂອງຝ່າຍຕາເວັນຕົກ. ເຖິງວ່າກການເຈລະຈານີ້ ແມ່ນການເປີດສາກໃຫ້ແກ່ 2 ເຫດການຫຼັງຈາກນັ້ນ ດ້ວຍການເຂົ້າຮ່ວມຂອງກຸ່ມສຳພັນທະມິດການທະຫານ NATO ແລະ ອົງການປ້ອງກັນຄວາມໝັ້ນຄົງ ແລະ ການຮ່ວມມືເອີຣົບ (OSCE) ແຕ່ທ່ານ Ryabkov ຖືວ່າ ການເຈລະຈາຈະສິ້ນສຸດພາຍຫຼັງກອງປະຊຸມທຳອິດ ແມ່ນມີຄວາມເປັນໄປໄດ້ສູງ. ໃນຂະນະນັ້ນ, ກ່ອນທີ່ພົບປະກັບທ່ານ Ryabkov, ທ່ານນາງ Sherman ກໍເນັ້ນໜັກຄຳໝັ້ນສັນຍາຂອງ ອາເມລິກາ ສໍາລັບຫຼັກການສາກົນກ່ຽວກັບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ສິດເສລີຂອງບັນດາປະເທດທີ່ມີອະທິປະໄຕ ເລືອກເອົາສຳພັນທະມິດສະເພາະຂອງຕົນ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ຢືນຢັນໃນຊ່ອງໂທລະພາບ CNN ວ່າ ຈະບໍ່ມີການບຸກທະລຸໃດໃນການເຈລະຈາຄັ້ງນີ້.
ການສູ້ຢັນກັນແຕ່ດົນນານລະຫວ່າງ ລັດເຊຍ, ອາເມລິກາ ແລະ ຕາເວັນຕົກ
ແຕ່ດົນມານີ້, ສາຍພົວພັນລະຫວ່າງ ລັດເຊຍ - ອາເມລິກາ ຍັງຢູ່ໃນສະພາບທີ່ບໍ່ຄ່ອຍສະຫງົບສຸກ. ຖ້າຫາກວ່າ ໃນອາຍຸການຂອງທ່ານອະດີດປະທານາທິບໍດີ Donald Trump, ນະໂຍບາຍສຳລັບ ລັດເຊຍ ຍັງບໍ່ທັນຈະແຈ້ງ, ແຕ່ການກຳນົດທິດດັ່ງກ່າວຈະຈະແຈ້ງ ແລະ ຂ້ຽວຂາດກວ່າໃນສະໄໝຂອງທ່ານປະທານາທິບໍດີ Biden. ອຳນາດການປົກຄອງຂອງທ່ານປະທານາທິບໍດີ Biden ພວມເດີນຕາມວິທີສຳຜັດທີ່ແຂງກະດ້າງກວ່າໃນສາຍພົວພັນກັບ ລັດເຊຍ, ສູ້ຢັນກັນແທນທີ່ຈະຮ່ວມມື.
ວົງການນັກໄຈ້ແຍກໄດ້ໃຫ້ຂໍ້ສັງເກດວ່າ ເນື້ອແທ້ຂອງການສູ້ຢັນກັນລະຫວ່າງ ລັດເຊຍ - ອາເມລິກາ ຫຼື ລັດເຊຍ - ຝ່າຍຕາເວັນຕົກ ແມ່ນກ່ຽວຂ້ອງເຖິງການແກ້ງແຍ້ງພູູມສາດ - ການເມືອງ ແລະ ແກ້ງແຍ້ງສິດອຳນາດ, ທີ່ຕັ້ງບົນເວທີສາກົນ ກໍຄືບັນດາຂໍ້ຂັດແຍ້ງຜົນປະໂຫຍດຫຼັກ. ໃນທ່າມກາງຂອງການສູ້ຢັນກັນ - ຍຸດທະສາດນັ້ນ, ບັນດດາການກະທຳຂອງ ອາເມລິກາ ແລະ ຝ່າຍຕາເວັນຕົກ ເໝືອນດັ່ງເປີດກວ້າງການປະກົດຕົວຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄປຍັງທິດຕາເວັນອອກ ດ້ວຍວິທີນຳບັນດາປະເທດບ້ານໃກ້ເຮືອນຄຽງຄື ລັດເຊຍ ເຂົ້າເປັນສະມາຊິກຂອງກຸ່ມ, ຜັນຂະຫຍາຍອາວຸດ ແລະ ກຳລັງຢູ່ເຂດຕິດກັບຊາຍແດນຂອງ ລັດເຊຍ… ເຊິ່ງມົດສະກູ ໄດ້ຖືວ່າ ແມ່ນການນາບຂູ່ຕໍ່ຜົນປະໂຫຍດແກ່ນສານຂອງ ລັດເຊຍ. ນັ້ນກໍແມ່ນສາຍເຫດເຮັດໃຫ້ ມົດສະກູ ມີການໂຕ້ຕອບທີ່ຄ້າຍຄືກັນຕໍ່ບັນດາການກະທຳລົງໂທດຂອງ ອາເມລິກາ ແລະ ຝ່າຍຕາເວັນຕົກ.
ຫຼາຍປີມານີ້, ມີຫຼາຍຄັ້ງ ລັດເຊຍ ແລະ ອາເມລິກາ ໄດ້ເຕື້ອງເຖິງຄວາມສາມາດ “ສ້າງຕັ້ງ” ການພົວພັນສອງຝ່າຍຄືນໃໝ່. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ສອງຝ່າຍຍັງຮັບຮູ້ໄດ້ຢ່າງຈະແຈ້ງກ່ຽວກັບຄວາມສຳຄັນຂອງການຮັກສາສາຍພົວພັນສອງຝ່າຍທີ່ເປັນປົກກະຕິ. ເຖິງຢ່າງໃດກໍຕາມ, ຍາກທີ່ຈະມີບາດລ້ຽວໃນການພົວພັນລະຫວ່າງ ລັດເຊຍ - ອາເມລິກາ ພາຍຫຼັງການພົບປະຄັ້ງຕ່າງໆລະຫວ່າງສອງຝ່າຍ, ນັບທັງການພົບປະສຸດຍອດ. ເປັນທີ່ຈະແຈ້ງແລ້ວວ່າ ການພົບປະຄັ້ງຫຼ້າສຸດນີ້ ບໍ່ແມ່ນການເລີ່ມຕົ້ນຄືນການພົວພັນ, ຫາກແທນທີ່ນັ້ນແມ່ນການເຫັນດີຫຼັກການແກ້ງແຍ້ງ, ແມ່ນໂອກາດເພື່ອໃຫ້ສອງຝ່າຍມີຄວາມເຂົ້າໃຈກັນຫຼາຍກວ່າກ່ຽວກັບບຸລິມະສິດ ແລະ ຄວາມວິຕົກກັງວົນຂອງກັນເທົ່ານັ້ນ. ການພົບປະຂັ້ນສູງຄັ້ງນີ້ ກໍບໍ່ນອກເໜືອ.