ວັນທີ 31/3 ແມ່ນກຳນົດເວລາສຸດທ້າຍເພື່ອໃຫ້ຝ່າຍຕາເວັນຕົກ ແລະ ອີຣານຕ້ອງບັນລຸກອບຂໍ້ຕົກລົງກ່ຽວກັບໂຄງການນິວເຄຼຍຂອງອີຣານ. ການເຈລະຈາລະຫວ່າງອີຣານ ແລະ ກຸ່ມ P5+1 (ລວມມີ 5 ປະເທດປະຈຳສະພາຄວາມໝັ້ນຄົງ ສ.ປ.ຊ ແລະ ເຢັຍລະມັນ) ພວມກ້າວເຂົ້າສູ່ໄລຍະທີ່ເຕັມໄປດ້ວຍຄວາມທົດສອບ, ແຕ່ກໍມີບາດກ້າວເດີນທີ່ຕັ້ງໜ້າ.
ການເຈລະຈາອີຣານ ແລະ ກຸ່ມ P5+1 ເມື່ອວັນທີ 29/3
(ພາບ:reuters)
|
ຖ້າຫາກວ່າ ການເຈລະຈາຮອບນີ້ຢູ່ສະວິດປະສົບຜົນສຳເລັດນັ້ນ, ບັນດາຝ່າຍຈະເຊັ່ນກອບຂໍ້ຕົກລົງ ເພື່ອເປີດຊ່ອງທາງໃຫ້ແກ່ການເຈລະຈາເປັນເວລາ 90 ວັນຕໍ່ໄປ , ມຸ່ງໄປສູ່ຂໍ້ຕົກລົງສະບັບໜຶ່ງທີ່ຮອບດ້ານ ແນໃສ່ຢຸດຕິວິກິດການນິວເຄຼຍອີຣານທີ່ແກ່ຍາວເປັນເວລາ 12 ປີທີ່ຜ່ານມາ.
ມານະພະຍາຍາມແກ້ໄຂສະພາບບໍ່ມີທາງອອກ
ນັບແຕ່ພາຍຫຼັງເຊັນສັນຍາແມ່ຢູ່ເຊີແນວ ປະເທດສະວິດເມື່ອເດືອນ 11/2013, ບັນດາຝ່າຍໄດ້ຜ່ານໄລຍະທາງທີ່ຍາວໄກ, ແຕ່ຍັງບໍ່ທັນໄປຮອດຈຸດໝາຍປາຍທາງເທື່ອ. ສິ່ງທີ່ສຳຄັນຂອງບັນຫາແມ່ນຍັງຄົງສຸມໃສ່ຄວາມບໍ່ລົງລອຍກັນກ່ຽວກັບການຈຳກັດເສີມທາດຢູເຣນຽມຂອງເຕເຮຣານ ແລະ ເລື່ອງຈະມີສາງເຊື້ອໄຟນິວເຄຼຍຂອງອີຣານຕ້ອງຍົກຍ້າຍໄປຍັງຕ່າງປະເທດຫຼືບໍ່?. ພ້ອມກັນນັ້ນ ແມ່ນວິວັດທະນາການຍົກເລີກບັນດາຄຳສັ່ງລົງໂທດດ້ານເສດຖະກິດຂອງອີຣານ.
ກ່ອນທີ່ຮອດກຳນົດເວລາສຸດທ້າຍໃຫ້ແກ່ຂໍ້ຕົກລົງການເມືອງໂດຍພື້ນຖານເພື່ອແກ້ໄຂບັນຫານິວເຄຼຍຂອງອີຣານ, ການເຈລະຈາລະຫວ່າງບັນດາປະເທດມະຫາອຳນາດໃນກຸ່ມ P5+1 ແລະເຕເຮຣານສືບຕໍ່ດຳເນີນໃນບັນຍາກາດທີີ່ຮີບເຮັ່ງ. ໃນສັນຍານໜຶ່ງທີ່ສະແດງໃຫ້ເຫັນວ່າ ການເຈລະຈາກ່ຽວກັບບັນຫານິວເຄຼຍຂອງອີຣານຈະຕ້ອງໄປເຖິງນາທີສຸດທ້າຍ, ໃນວັນທີ 30/3, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Jonh Kerry ໄດ້ລົບລ້າງແຜນການເຂົ້າຮ່ວມເຫດການທີ່ສຳຄັນຢູ່ນະຄອນ Boston ເພື່ອສືບຕໍ່ດຳເນີນບັນດາ ການເຈລະຈາກ່ຽວກັບ ໂຄງການນິວເຄຼຍຂອງອີຣານທີ່ຈັດຂຶ້ນຢູ່ສະວິດ. ບັນດານັກເຈລະຈາຝ່າຍຕາເວັນຕົກ ກໍມີຄວາມປະເອີບໃຈທີ່ສຸດກ່ຽວກັບຂໍ້ຕົກລົງສະບັບໜຶ່ງກັບອີຣານ, ໃນນັ້ນ, ບັນດານັກເຈລະຈາອັນດັບໜຶ່ງຂອງອີຣານ ທ່ານ Abbas Araqchiໄດ້ຢືນຢັນໃນການຕອບສຳພາດນັກຂ່າວວ່າ ຂໍ້ຕົກລົງກ່ຽວກັບບັນຫານິວເຄຼຍລະຫວ່າງອີຣານ ແລະ ກຸ່ມ P5+1 ແມ່ນອາດເປັນໄປໄດ້ ແລະ ຍັງເຫຼືອພຽງ 2-3 ບັນຫາຄວນແກ້ໄຂເທົ່ານັ້ນ.
ກຳລັງດັນ ແລະ ສິ່ງກີດຂວາງ
ເຖິງຢ່າງໃດກໍຕາມ, ເສັ້ນທາງກ້າວໄປເຖິງກອບສັນຍາກ່ຽວກັບໂຄງການນິວເຄຼຍຂອງອີຣານຍັງຄົງມີສິ່ງກີດຂວາງບາງຢ່າງ. ຢູ່ອາເມລິກາ, ອຳນາດການປົກຄອງຂອງປະທານາທິບໍດີອາເມລິກາ Barak Obama ພວມຕົກຢູ່ໃນສະພາບຫຍຸ້ງຍາກທີ່ສຸດຕໍ່ໜ້າບັນດາການກະທຳຢ່າງຂ້ຽວຂາດຂອງສະພາຕ່ຳ ແລະ ສະພາສູງໂດຍພັກສາທາລະນະຄວບຄຸມ ແນໃສ່ກີດຂວາງການເຊັນຂໍ້ຕົກລົງດ້ານນິວເຄຼຍກັບອີຣານ. ບັນດາສະມາຊິກສະພາຕ່ຳ ແລະ ສະພາສູງອາເມລິກາ ໄດ້ສົ່ງຈົດໝາຍເຖິງທຳນຽບຂາວ ໂດຍທວງໃຫ້ມີທັດສະນະແຂງກະດ້າງກວ່າໃນ ຂໍ້ຕົກລົງທຸກສະບັບກັບອີຣານ, ພ້ອມກັນນັ້ນ ກໍມີແຜນການປ່ອນບັດກ່ຽວກັບຮ່າງກົດໝາຍໃໝ່ທີ່ກ່ຽວຂ້ອງເຖິງປະເທດນີ້. ຊ້ຳບໍໜຳ ຍັງມີກຸ່ມສະມາຊິກສະພາສູງສັງກັດພັກສາທາລະນະໄດ້ສົ່ງຈົດໝາຍເຖິງບັນດາການນຳອີຣານ ຊຶ່ງກ່າວເຕືອນວ່າ ບໍວ່າຂໍ້ຕົກລົງໃດກ່ຽວກັບນິວເຄຼຍທີ່ບັນລຸໄດ້ນັ້ນ, ອາດຈະຖືກດັດປັບຫຼືຖອນຄືນຂະນະທີ່ ປະທານາທິບໍດີອາເມລິກາ Barak Obama ໝົດອາຍຸການໃນຕົ້ນປີ 2017. ສ່ວນຢູ່ອີຣານ, ຝ່າຍເດີນຕາມລັດທິຮັກສາເດີມ ຍາມໃດກໍຊອກຫາວິທີກໍ່ຄວາມຫຍຸ້ງຍາກໃຫ້ແກ່ອຳນາດການປົກຄອງຂອງ ປະທານາທິບໍດີ Hassan Rowhani ໃນບັນດາການເຈລະຈາດ້ານນິວເຄຼຍກັບ 6 ປະເທດມະຫາອຳນາດໃນໂລກ. ນອກຈາກເລື່ອງຕຳໜິຕິຕຽນວິທີແກ້ໄຂຂອງ ປະທານາທິບໍດີ Hassan Rowhani ໃນບັນດາການເຈລະຈາດ້ານນິວເຄຼຍນັ້ນ, ສະພາແຫ່ງຊາດອີຣານດ້ວຍຈຳນວນສະມາຊິກສະພາແຫ່ງຊາດສັງກັດຝ່າຍເດີນຕາມລັດທິຮັກສາເດີມກວມອັດຕາສ່ວນຫຼາຍ ໄດ້ຮຽກຮ້ອງໃຫ້ຝ່າຍຕາເວັນຕົກຈົ່ງຍົກເລີກບັນດາມາດຕະການລົງໂທດໃນທັນທີ່ ຂະນະທີ່ 2 ຝ່າຍບັນລຸໄດ້ຂໍ້ຕົກລົງດ້ານນິວເຄຼຍ, ຄຳຮຽກຮ້ອງນີ້ຖືກຖືວ່າ ແມ່ນຍາກທີ່ສາມາດຕອບສະໜອງໄດ້.
ຍາກທີ່ຈະມີບາດກ້າວຖອຍຫຼັງ
ເຖິງວ່າຍັງປະສົບກັບສິ່ງກີດຂວາງຫຼາຍຢ່າງກໍຕາມ, ແຕ່ບັນດານັກໄຈ້ແຍກໃຫ້ຂໍ້ສັງເກດວ່າ ກາລະໂອກາດບັນລຸຂ້ໍຕົກລົງ ແນໃສ່ຢຸດຕິວິກິດການທີ່ຮ້າຍແຮງນີ້. ກຳລົງດັນ ແລະ ບັນດາສິ່ງກີດຂວາງດັ່ງກ່າວ ຈະຍິ່ງເຮັດໃຫ້ທັງອາເມລິກາ ແລະ ອີຣານຕັດສິນໃຈບັນລຸກອບຂໍ້ຕົກລົງກ່ອນທີ່ຈະຮອດກຳນົດເວລາສຸດທ້າຍ. ສັງເກດໃນສະພາວະປະຈຸບັນ, ກອບຂໍ້ຕົກລົງໄດ້ຮັບການລົງນາມໃນກຳນົດເວລາສຸດທ້າຍ ຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທຸກໆຝ່າຍ. ສຳລັບອີຣານ, ຂໍ້ຕົກລົງນີ້ບໍ່ພຽງແຕ່ອະນຸຍາດໃຫ້ອີຣານມີການເຄື່ອນໄຫວນິວເຄຼຍພົນລະເຮືອນເປັນປົກກະຕິເທົ່ານັ້ນ, ຫາກຍັງໄດ້ຮັບການຍົກເລີກມາດຕະການລົງໂທດດ້ານເສດຖະກິດຈາກຝ່າຍຕາເວັນຕົກອີກດ້ວຍ. ສຳລັບອາເມລິກາການທີ່ບັນລຸຂໍ້ຕົກລົງກັບອີຣານນັ້ນ, ຈະຢຸດຕິຊຸມວັນເດືອນປີແຫ່ງຄວາມເຄັ່ງຕຶງກັບອີຣານ, ຈາກນັ້ນ, ມີແງ່ຫວັງເປີດໄລຍະຮ່ວມມືໃໝ່ກັບໂລກອາຣັບ.
ບັນດາການຜັນແປໃນປະຈຸບັນ ໄດ້ສະແດງໃຫ້ເຫັນວ່າ ບັນຫານິວເຄຼຍຂອງອີຣານຍາກທີ່ຈະແກ່ຍາວຕື່ມອີກໄລຍະໜຶ່ງ. ປະທານາທິບໍດີອາເມລິກາ Barak Obama ບໍ່ເຫຼືອເວລາຫຼາຍໃຫ້ແກ່ການເຈລະຈາຂະນະທີ່ຜົນຂອງມັນສົ່ງຜົນກະທົບໂດຍກົງເຖິງການເລືອກຕັ້ງປະທານາທິບໍດີອາເມລິກາໃນທ້າຍປີ 2016, ເມື່ອບັນຫານີ້ສົ່ງຜົນສະທ້ອນເຖິງທີ່ຕັ້ງບົດບາດຂອງອາເມລິກາຢູ່ຕາເວັນອອກກາງ ແລະ ໃນໂລກ. ໃນຂະນະນັ້ນ, ອີຣານກບໍ່ຢາກປະລະໂອກາດໄດ້ເຊື່ອມໂຍງເຂົ້າກັບສາກົນຄືນໃໝ່ເພື່ອພັດທະນາ. ຖ້າຫາກວ່າບໍ່ສາມາດບັນລຸໄດ້ຂໍ້ຕົກລົງ ກໍອາດຈະພາໃຫ້ເກີດການຊວງເສງປະກອບອາວຸດນິວເຄຼຍຢູ່ ຕາເວັນອອກກາງ ເຮັດໃຫ້ພາກພື້ນນີ້ຂາດສະຖຽນລະພາບກວ່າ. ນີ້ແມ່ນສິ່ງທີ່ທັງອາເມລິກາ ແລະ ຝ່າຍຕາເວັນຕົກຕ່າງກໍບໍ່ມີຄວາມຫວັງ. ເພາະສະນັ້ນ, ຮອບເຈລະຈາກ່ຽວກັບນິວເຄຼຍຄັ້ງນີ້ຢູ່ສະວິດ ຖືກຄາດຄະເນວ່າ ຈະສິິ້ນສຸດລົງໃນຈຸດເວລາສຸດທ້າຍດ້ວຍການຜ່ອນສັ້ນຜ່ອນຍາວໃດໜຶ່ງຂອງທຸກຝ່າຍ.