(vovworld)- ກອງປະຊຸມ Shangrila ປີ 2015 ແມ່ນເວທີປາໄສຄວາມໝັ້ນຄົງທີ່ມີຄວາມສຳຄັນຕົ້ນຕໍໃນພາກພື້ນ ຫາກໍ່ສິ້ນສຸດ ພາຍຫລັງດຳເນີນໄປມາເປັນເວລາ 3 ວັນ ຢູ່ ສິງກະໂປ. ກອງປະຊຸມ Shangrila ປີ 2015 ໄດ້ຍົກອອກສານສະບັບຮ່ວມຂອງຜູ້ຕາງຫນ້າບັນດາປະເທດເຂົ້າຮ່ວມເວທີປາໄສ, ຕາມນັ້ນແລ້ວ ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມໂປ່ງໃສ ແມ່ນເງື່ອນໄຂຕັດສິນເບື້ອງຕົ້ນເພື່ອຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃຫ້ການຮ່ວມມື ແລະ ພັດທະນາ, ໃນສະພາບທີ່ຄວາມໝັ້ນຄົງຢູ່ພາກພື້ນໄລຍະມໍ່ໆມານີ້ ເກີດຄວາມເຄັ່ງຕຶງຫລາຍຢ່າງ.
ພົນໂທ ຫງວຽນຈີວີ້ງ, ລັດຖະມົນຕີຊ່ວຍວ່າການກະຊວງ
ປ້ອງກັນປະເທດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ
ພາບ:baomoi.com
|
ກອງປະຊຸມ Shangrila ປີ 2015 ໄດ້ຮັບການຈັດຕັ້ງຂຶ້ນກ່ອນນີ້ 14 ປີ ດ້ວຍຄຳ ປຶກສາຂອງ ອະດີດ ນາຍົກລັດຖະມົນຕີ ສິງກະໂປ ຫລີກູງຢູ ແລະ ມາຮອດປະຈຸບັນ, ກອງປະຊຸມ Shangrila ໄດ້ກາຍເປັນເວທີປາໄສຄວາມໝັ້ນຄົງມີຄວາມສຳຄັນພິເສດໃນພາກພື້ນ. ອາຊີ ພວມນັບມື້ນັບກາຍເປັນພາກພື້ນພັດທະນາຢ່າງວ່ອງໄວທີ່ສຸດໃນທົ່ວໂລກ ນັບທັງດ້ານການຄ້າ, ການເງິນ ແລະ ການປ້ອງກັນຊາດ. ພ້ອມກັນນັ້ນ, ພາກພື້ນນີ້ ພວມປະສົບກັບສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນຫນ້ອຍ, ໃນນັ້ນ ມີບັນຫາຂັດແຍ້ງອະທິປະໄຕບົນທະເລຕາເວັນອອກລະຫວ່າງ ຈີນ ແລະ ປະເທດຈຳນວນຫນຶ່ງໃນພາກພື້ນ. ພົ້ນເດັ່ນ ໃນໄລຍະມໍ່ໆມານີ້ ແມ່ນການເຄື່ອນໄຫວກໍ່ສ້າງເກາະທຽມຢູ່ເຂດເກີດຄວາມຂັດແຍ້ງ ແລະ ມີສັນຍານນຳໃຊ້ກຳລັງທະຫານຢູ່ເຂດທະເລຕາເວັນອອກຂອງຈີນ ເຮັດໃຫ້ຫາງສຽງປະຊາຄົມໂລກເກີດຄວາມວິຕົກກັງວົນ. ສະນັ້ນ ກອງປະຊຸມ Shangrila ປີນີ້ ໄດ້ດຶງດູດຜູ້ແທນເຂົ້າຮ່ວມ 500 ທ່ານທີ່ມາຈາກ 38 ປະເທດ ແລະ ອົງການຈັດຕັ້ງສາກົນ ແມ່ນເພີ່ມຂຶ້ນຫລາຍສົມຄວນເມື່ອທຽບໃສ່ກອງປະຊຸມຄັ້ງກ່ອນ, ໃນນັ້ນ ມີຜູ້ແທນຫລາຍທ່ານແມ່ນການນຳປ້ອງກັນປະເທດຂັ້ນສູງ. ບໍ່ພຽງແຕ່ມີຜູ້ແທນມາຈາກ ອາຊີ ເຂົ້າຮ່ວມ ປະຊຸມ Shangrila ເທົ່ານັ້ນ ຫາກ ກອງປະຊຸມ Shangrila ຍັງກາຍເປັນຄວາມສົນໃຈຂອງຜູ້ແທນທີ່ມາຈາກບັນດາທະວີບອີກດ້ວຍ.
ບັນດາທັດສະນະເຫັນດີເຫັນພ້ອມກ່ຽວກັບທະເລຕາເວັນອອກ
ໃນບັນດາບົດປາໄສທາງການຫລືທີ່ການພົບປະນອກກອງປະຊຸມ Shangrila, ສານຮ່ວມຂອງຜູ້ຕາງຫນ້າບັນດາປະເທດເຂົ້າຮ່ວມ ປະຊຸມ Shangrila ລ້ວນແຕ່ເນັ້ນຫນັກເຖິງຄວາມສຳຄັນຄວາມເສລີໃນການເດີນທະເລ ແລະ ການບິນຢູ່ພາກພື້ນ, ຮຽກຮ້ອງບັນດາຝ່າຍຈົ່ງລະງັບໃຈ, ບໍ່ນຳໃຊ້ອາວຸດ, ເຄົາລົບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອແກ້ໄຂຄວາມຂັດແຍ້ງ. ຜູ້ຕາງຫນ້າກະຊວງປ້ອງກັນປະເທດມາຈາກຫລາຍປະເທດໄດ້ເຫັນດີນຳກັນໂດຍຖືວ່າ ເພື່ອໃຫ້ການຮ່ວມມືສຳເລັດຜົນ ຄວນອີງໃສ່ 4 ເສົາຄ້ຳຕົ້ນຕໍ ນັ້ນແມ່ນຄວາມໄວ້ເນື້ອເຊື່ອໃຈ, ຄວາມໂປ່ງໃສ, ໂຄງປະກອບຄວາມໝັ້ນຄົງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ບໍ່ວ່ານັ້ນແມ່ນປະເທດນ້ອຍຫລືໃຫຍ່. ທ່ານ Cater, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ອາເມລິກາ ຖືວ່າ: ອະທິປະໄຕຢູ່ເຂດທະເລຕາເວັນອອກ ບໍ່ສາມາດແກ້ໄຂດ້ວຍການທະຫານໄດ້ ຫາກຄວນມີມາດຕະການທາງການທູດ, ໃນນັ້ນ ອາຊຽນ ແມ່ນນຳຫນ້າ ຍ້ອນບົດບາດໃຈກາງຂອງກຸ່ມອາຊຽນສຳລັບໂຄງປະກອບຄວາມໝັ້ນຄົງພາກພື້ນ. ກໍມີທັດສະນະເຊັ່ນດຽວກັນ, ທ່ານ Gen Nakatani, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຍີ່ປຸ່ນ ກ່າວເຕືອນວ່າ ບັນດາການເຄື່ອນໄຫວກໍ່ສ້າງເປີດກວ້າງໝູ່ເກາະຢູ່ເຂດທະເລ ອາດຈະຍູ້ເຂດນີ້ຕົກເຂົ້າສູ່ສະພາບວຸ້ນວາຍ, ພ້ອມທັງເລັ່ງລັດບັນດາປະເທດ, ໃນນັ້ນ ຈີນ ຄວນມີການກະທຳຮັບຜິດຊອບ. ໃນຂະນະນັ້ນ, ທ່ານ Hishammuddin Hussein, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ມາເລເຊຍ ໄດ້ເລັ່ງລັດບັນດາຝ່າຍຈົ່ງເຄົາລົບກົດໝາຍ, ໃນນັ້ນ ມີຄວາມຂັດແຍ້ງຜືນແຜ່ນດິນ.
ກໍມີທັດສະນະເຊັ່ນດຽວກັນ ກ່ຽວກັບບັນຫາປະທະກັນຢູ່ພາກພື້ນ, ທ່ານ Ng Eng Hen, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ສິງກະໂປ ໄດ້ຮຽກຮ້ອງບັນດາຝ່າຍຈົ່ງລະງັບໃຈໃນການແກ້ໄຂຄວາມຂັດແຍ້ງຢູ່ທະເລຕາເວັນອອກ. ໃນບົດປາໄສໄຂກອງປະຊຸມ Shangrila, ທ່ານ ຫລີຊຽນຫລົງ, ນາຍົກລັດຖະມົນຕີ ສິງກະໂປ ອີກຄັ້ງຫນຶ່ງຍົກໃຫ້ເຫັນຄວາມເອົາໃຈໃສ່ລວມ, ຮຽກຮ້ອງຈີນ ແລະ ບັນດາປະເທດສະມາຊິກ ອາຊຽນ ສ້າງປະມວນຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ໄວເທົ່າທີ່ຈະໄວໄດ້. ທະເລຕາເວັນອອກ ກໍໄດ້ຮັບຄວາມສົນໃຈຈາກ ສະຫະພາບເອີລົບ. ໃນຖະແຫລງການຮ່ວມຍົກອອກທີ່ກອງປະຊຸມຂັ້ນສູງ ຍີ່ປຸ່ນ - ສະຫະພາບເອີລົບ ໃນຂອບເຂດກອງປະຊຸມ, ສອງຝ່າຍຢືນຢັນສືບຕໍ່ຕິດຕາມ ສະພາບການຢູ່ທະເລຕາເວັນອອກຢ່າງໃກ້ຊິດ ແລະ ມີຄວາມວິຕົກກັງວົນຕໍ່ບໍ່ວ່າການກະທຳຕາມລຳພັງຝ່າຍດຽວໃດແນໃສ່ປ່ຽນແປງສະພາບເດີມ ແລະ ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ. ຍີ່ປຸ່ນ ຍັງຍົກອອກຂໍ້ສະເຫນີ “ຂໍ້ລິເລີ່ມກອງປະຊຸມ Shangrila” ເພື່ອເພີ່ມທະວີຄວາມປອດໄພໃນການເດີນທະເລ ຢູ່ພາກພື້ນ, ໃນນັ້ນ ມີການຕິດຕາມກວດກາເຂດນ່ານຟ້າ ຢູ່ ທະເລຕາເວັນອອກ ໃນເວລາຕະຫລອດ 24 ຊົ່ງໂມງ ໂດຍບັນດາປະເທດສະມາຊິກ ອາຊຽນ ຮັບຜິດຊອບ.
ທີ່ ກອງປະຊຸມ Shangrila ຄັ້ງນີ້, ຕໍ່ຫນ້າຄວາມວິຕົກກັງວົນຂອງປະຊາຄົມໂລກ, ທ່ານ ຊວນຈຽນກົວ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຈີນ ໄດ້ເນັ້ນຫນັກວ່າ: ຈີນ ສືບຕໍ່ນະໂຍບາຍສະເຫມີຕົ້ນສະເຫມີປາຍແມ່ນປະເທດມະຫາອຳນາດມີຄວາມຮັບຜິດຊອບ, ເຄົາລົບບັນດາຫລັກການສາກົນ. ບັນດາຫລັກການຂອງ ກົດບັດ ສປຊ ຕ້ອງໄດ້ຮັບການເຄົາລົບ ແລະ ແມ່ນວິທີຫນຶ່ງດຽວເພື່ອພັດທະນາສັນຕິພາບ. ທ່ານ ຊວນຈຽນກົວ ກໍຢືນຢັນ: ປັກກີ່ງ ຈະມີຄວາມຮັບຜິດຊອບແບກຫາບພ້ອມກັບບັນດາປະເທດ ບົນຫລັກການຖື ສປຊ ແມ່ນໃຈກາງເພື່ອຮັບປະກັນສັນຕິພາບ, ພ້ອມກັນນັ້ນ ບັນດາປະເທດຄວນຊຸກຍູ້ຄວາມໄວ້ເນື້ອໃຈໃຈ, ຊອກຫາຈຸດຄ້າຍຄືກັນເພື່ອແກ້ໄຂບັນດາຄວາມແຕກຕ່າງກັນ.
ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າຢູ່ກອງປະຊຸມ Shangrila.
ເຂົ້າຮ່ວມ ກອງປະຊຸມ Shangrila ໃນຖານະແມ່ນປະເທດມີຜົນປະໂຫຍດ, ອະທິປະໄຕ ຢູ່ທະເລຕາເວັນອອກ, ພົນໂທ ຫງວຽນຈີວີ້ງ, ລັດຖະມົນຕີຊ່ວຍວ່າການກະຊວງປອ້ງກັນປະເທດ ຫວຽດນາມ ນຳຫນ້າຄະນະຜູ້ແທນຫວຽດນາມ ໄດ້ພົບປະ, ໂອ້ລົມສົນທະນາຫລາຍບັນຫາກັບຜູ້ຕາງຫນ້າບັນດາປະເທດກ່ຽວຂ້ອງ, ໃນນັ້ນ ມີທະເລຕາເວັນອອກ. ທ່ານ ຫງວຽນຈີວີ້ງ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມ ຖືວ່າ: ທະເລຕາເວັນອອກ ໄດ້ກາຍເປັນບັນຫາໃຫຍ່ຂອງພາກພື້ນ. ສະນັ້ນ ມີຫລາຍຄຳເຫັນທີ່ກອງປະຊຸມໄດ້ ຍົກອອກຫລາຍມາດຕະການຕາມທ່າອ່ຽງລວມ ນັ້ນແມ່ນ ຊອກຫາບັນດາວິທີການປະພຶດ, ເພື່ອຮັບປະກັນບໍ່ມີການຄິດໄລ່ຜິດພາດ, ບໍ່ມີການກະທຳລະເມີດກົດໝາຍສາກົນ, ພິເສດ ບໍ່ປະໃຫ້ເກີດການປະທະກັນ. ທ່າອ່ຽງລວມຂອງໂລກ ແລະ ພາກພື້ນ ກໍເຊັ່ນດຽວກັນກັບທັດສະນະຂອງຫວຽດນາມ. ນັ້ນແມ່ນ ແກ້ໄຂທຸກຄວາມຂັດແຍ້ງ, ຄວາມແຕກຕ່າງໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ສະເຫມີພາບ ແລະ ເຄົາລົບເຊິ່ງກັນ ແລະກັນ.
ຜ່ານ ກອງປະຊຸມ Shangrila ຄັ້ງທີ 14, ຫວຽດນາມ ກໍຄືທຸກປະເທດສະມາຊິກຂອງປະຊາຄົມໂລກ ລ້ວນແຕ່ແບ່ງປັນຄວາມຮັບຜິດຊອບໃນການປະກອບສ່ວນເຂົ້າໃນການຮັກສາ, ກໍ່ສ້າງທະເລຕາເວັນອອກ ໃຫ້ເປັນທະເລສັນຕິພາບ, ເສລີພາບ ແລະ ວັດທະນາຖາວອນ.