ການເລືອກຕັ້ງທົ່ວປະເທດເມື່ອວັນທີ 6/1/1946 ເພື່ອເລືອກຕັ້ງສະພາແຫ່ງຊາດໄດ້ເຂົ້າສູ່ປະຫວັດສາດຂອງຊາດຫວຽດນາມ ຄືດັ່ງຂີດໝາຍແຫ່ງການກຳນົດຢ່າງຈະແຈ້ງກ່ຽວກັບສິດເປັນເຈົ້າຂອງປະຊາຊົນ ພາຍຫຼັງຖືກສູນເສຍເສລີພາບມາເປັນເວລາສະຕະວັດ. ເຫດການນີ້ແມ່ນແບບຢ່າງໃຫ້ແກ່ລັກສະນະປະຊາທິປະໄຕໃນການເລືອກຕັ້ງ, ພ້ອມທັງແມ່ນປະຖົມປັດໄຈເພື່ອສ້າງລະບອບປະຊາທິປະໄຕຢູ່ຫວຽດນາມ,
ປະຊາຊົນໄປປ່ອນບັດເລືອກຕັ້ງສະພາແຫ່ງຊາດຫວຽດນາມຊຸດທຳອິດ |
ໃນຈຸດເວລາດຳເນີນການເລືອກຕັ້ງທົ່ວປະເທດ, ຢູ່ພາກກາງ ແລະ ເຂດຕອນໃຕ້ພາກກາງ, ພວກລ່າເມືອງຂຶ້ນຝະລັ່ງໄດ້ເປີດກ້ວາງສົງຄາມດ້ວຍກົນອຸບາຍຕັດແຍກຫວຽດນາມຍາວນານ, ສ້າງຕັ້ງລະບອບ “ພາກໃຕ້ປົກຄອງດ້ວຍຕົນເອງ”ດ້ວຍລັດຖະບານທີ່ເປັນລູກແຫຼ້ງຕີນມື. ຢູ່ພາກເໜືອ, ກຳລັງທະຫານຂອງຈຽງເຈ້ຍສື ໃນນາມເປັນກຳລັງພັນທະມິດໄດ້ບຸກເຂົ້າປົດອາວຸດຂອງພວກທະຫານຍີປຸ່ນ, ແກ່ດຶງພວກ ລູກແຫຼ້ງຕີນມືຫວັງຢຶດຄອງອຳນາດການປົກຄອງ, ທຳລາຍ ການເລືອກຕັ້ງທົ່ວປະເທດ. ແຕ່ປະຊາຊົນຢູ່ທົ່ວທຸກແຫ່ງຍັງສະແດງຄວາມເຊື່ອໝັ້ນຕໍ່ກຳລັງຫວຽດມິນ ແລະ ບັນດາຜູ້ຮັກຊາດ.
ປະຊາທິປະໄຕໃນການເລືອກຕັ້ງ ແລະ ອອກສາໝັກຮັບເລືອກຕັ້ງ
ລະບຽບການໃນການເລືອກຕັ້ງ ແລະ ລາຍຊື່ຜູ້ ອອກສາໝັກຮັບເລືອກຕັ້ງໄດ້ຖືກປະກາດຢ່າງຈະແຈ້ງ ແລະ ເປີດເຜີຍໃນໜັງສືພິມກີ້ວກ໋ວກ (ແປວ່າກູ້ຊາດ) ໃນຕະຫຼອດອາທິດກ່ອນທີ່ດຳເນີນການເລືອກຕັ້ງທົ່ວປະເທດຄັ້ງປະຫວັດສາດ. ຮູບການເລືອກຕັ້ງປ່ອນບັດໂດຍກົງ. ເພື່ອເປີດກ້ວາງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ປະຕິບັດແຜນນະໂຍບາຍ “ເອກະພາບ,ເອກະພາບ, ເອກະພາບ”, ທ່ານປະທານໂຮ່ຈິມິນ ແລະ ກອງບັນຊາການກຳລັງຫວຽດມິນໄດ້ຕົກລົງເຊື້ອເຊີນທຸກຄົນບໍ່ສັງກັດແນວໂຮມຫວຽດມິນ ກໍຢູ່ຮ່ວມໃນບັນຊີລາຍຊື່ອອກສາໝັກຮັບເລືອກຕັ້ງ. ຂໍ້ຕົກລົງນີ້ໄດ້ສະແດງໃຫ້ເຫັນຄວາມເຄົາລົບນັບຖືສິດເສລີ ປະຊາທິປະໄຕຂອງປະຊາຊົນ, ເຄົາລົບນັບຖືຜູ້ທີ່ມີຄວາມເກັ່ງກ້າສາມາດ, ສ້າງຄວາມສາມັກຄີລະຫວ່າງທຸກໆກຳລັງຮັກຊາດ, ມີນ້ຳໃຈ ແລະ ເຈດຕະນາດີເພື່ອສິດຜົນປະໂຫຍດຢ່າງສູງສຸດຂອງຊາດ. ທ່ານຮອງສາດສະດາຈານ ດຣ ບຸຍຊວນດຶກ ຖືວ່າ :
“ການເລືອກຕັ້ງທົ່ວປະເທດ ເຖິງວ່າເປັນຄັ້ງທຳອິດທີ່ຖືກຈັດຕັ້ງຢູ່ຫວຽດນາມກໍຕາມ, ແຕ່ກໍໄດ້ສະແດງໃຫ້ເຫັນດ້ານເນື້ອໃນ, ຄວາມຕ້ອງການຂອງຫຼັກການເລືອກຕັ້ງໃໝ່ເຊັ່ນ: ເສລີພາບໃນ ການເລືອກຕັ້ງ, ເສລີພາບໃນການອອກສາໝັກຮັບເລືອກຕັ້ງ. ສິ່ງນີ້ຖືກເຂົ້າໃຈວ່າແມ່ນການເລືອກຕັ້ງແບບສາມັນ, ສະເໝີພາບ, ໂດຍກົງ ແລະ ປ່ອນບັດລັບ. ນີ້ແມ່ນຜົນສຳເລັດຊຶ່ງບໍ່ວ່າປະເທດປະຊາທິປະໄຕໃດໆກໍສາມາດປະຕິບັດໄດ້. ພວກເຮົາປະຕິບັດບັນດາຫຼັກການເລືອກຕັ້ງໂດຍປະຊາທິປະໄຕ. ສິດ ແລະ ພັນທະເທົ່າທຽມກັນ. ໂຄສະນາ ການເລືອກຕັ້ງໄດ້ຮັບການດຳເນີນຢ່າງມີປະຊາທິປະໄຕ, ກ້ວາງຂວາງ ແລະ ແທດຈິງ”
ໃນ ການເລືອກຕັ້ງທົ່ວປະເທດຄັ້ງທຳອິດ, ມີຜູ້ມີສິດເລືອກຕັ້ງ 89%ໄດ້ໄປປ່ອນບັດ ແລະ ເລືອກຕັ້ງໄດ້ ສ.ສ.ຊ 333 ທ່ານ, ໃນນັ້ນ 57%ຈຳນວນ ສ.ສ.ຊ ແມ່ນແມ່ນຂຶ້ນກັບບັນດາພັກແຕກຕ່າງກັນ, 43% ບໍ່ສັງກັດພັກໃດ, 87% ຈຳນວນ ສ.ສ.ຊ ແມ່ນກຳມະກອນ, ຊາວນາ, ນັກຮົບປະຕິວັດ. ເປັນອັນວ່າ ສະພາແຫ່ງຊາດໄດ້ເຕົ້າໂຮມບັນດາ ສ.ສ.ຊ ຂອງທັງ 3 ພາກເໜືອ, ພາກກາງ ແລະ ພາກໃຕ້, ເຕົ້າໂຮມ ສ.ສ.ຊ ທີ່ມາຈາກບັນດາຂະແໜງການ, ວົງການ,ບັນດາຊົນຊັ້ນໃນສັງຄົມຈາກກຳມະກອນ, ຊາວນາ, ທັງເພດຊາຍ ແລະ ຍິງ ຕະຫຼອດຮອດນາຍທຶນ, ນັກທຸລະກິດ, ບັນດາຜູ້ຊົງຄຸນວຸດທິ ແລະ ບັນດານັກວັດທະນະທຳທີ່ມີຊື່ສຽງ. ສະພາແຫ່ງຊາດກໍໄດ້ເຕົ້າໂຮມບັນດາ ສ.ສ.ຊທີ່ມາຈາກບັນດາສາສະໜາ, ບັນດາພາກສ່ວນຂອງຊາດ, ຈາກຊາວເຜົ່າກຸ່ມໃຫຍ່ເຖິງຊາວກຸ່ມໜ້ອຍ, ບັນດາຜູ້ບໍ່ສັງກັດພັກໃດ ແລະ ບັນດາສະມາຊິກພັກການເມືອງຕ່າງໆ. ເປັນອັນວ່າ ເປັນຄັ້ງທຳອິດຢູ່ຫວຽດນາມ ແລະ ຢູ່ອາຊີຕາເວັນອອກສ່ຽງໃຕ້ ໄດ້ປະກົດມີສະພາແຫ່ງຊາດທີ່ມີປະຊາທິປະໄຕຢ່າງແທ້ຈິງ.
ປະຖົມປັດໄຈສ້າງລະບອບປະຊາທິປະໄຕ
ໄຊຊະນະຂອງ ການເລືອກຕັ້ງທົ່ວປະເທດ ບໍ່ພຽງແຕ່ແມ່ນໝາກຜົນຂອງກຳລັງແຮງແຫ່ງມະຫາສາມັກຄີຂອງຊາດໃນການສ້າງລະບອບສັງຄົມໃໝ່ເທົ່ານັ້ນ, ຫາກຍັງເປັນຫຼັກໝາຍພັດທະນາຢ່າງກ້າວກະໂດດຂັ້ນທຳອິດກ່ຽວກັບລະບອບປະຊາທິປະໄຕຂອງປະເທດຫວຽດນາມອີກດ້ວຍ, ອັນໄດ້ເປີດແງ່ຫວັງຂອງໄລຍະໃໝ່, ໄລຍະທີ່ປະເທດຫວຽດນາມມີລະບົບອຳນາດການປົກຄອງທີ່ເຕັມສ່ວນໃນນາມດ້ານນິຕິທຳ. ລັດແຫ່ງສາທາລະນະລັດປະຊາທິປະໄຕຫວຽດນາມມີລັກສະນະຖືກຕ້ອງຕາມກົດໝາຍ, ປະຊາທິປະໄຕ- ລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ທ່ານຮອງສາດສະດາຈານ ດຣ ບຸຍຊວນດຶກຢືນຢັນວ່າ :
“ການເລືອກຕັ້ງທົ່ວປະເທດໄດ້ຫັນອຳນາດການປົກຄອງເປັນທາງການ ດ້ວຍການສ້າງຕັ້ງສະພາແຫ່ງຊາດ, ປະກາດໃຊ້ລັດຖະທຳມະນູນ, ສ້າງຕັ້ງອຳນາດການປົກຄອງເປັນຕົວແທນໃຫ້ແກ່ປະຊາຊົນຫວຽດນາມກ່ຽວກັບການພົວພັນຢູ່ພາຍໃນ ກໍຄືການພົວພັນກັບຕ່າງປະເທດ. ການເລືອກຕັ້ງທົ່ວປະເທດກໍໄດ້ສະແດງໃຫ້ເຫັນຄວາມເຄົາລົບນັບຖື ແລະ ເຊື່ອໝັ້ນຕໍ່ສິດເປັນເຈົ້າຂອງປະຊາຊົນ, ປະຕິບັດອະທິປະໄຕປະຊາຊົນ. ຄືດັ່ງຄຳເວົ້າຂອງທ່ານປະທານໂຮ່ຈິມິນເມື່ອກ່ອນນີ້ວ່າ : ພວກເຮົາບໍ່ມີສິດປະຊາທິປະໄຕ, ປະຈຸບັນພວກເຮົາໄດ້ມີລັດຖະທຳມະນູນ, ມີສະພາແຫ່ງຊາດເພື່ອປະຕິບັດ ສິດປະຊາທິປະໄຕ ”
ເກືອບ 70 ປີນັບຕັ້ງແຕ່ວັນທີ 6/1/1946, ສະພາແຫ່ງຊາດຫວຽດນາມໄດ້ດຳເນີນການເລືອກຕັ້ງ 13 ຄັ້ງຢ່າງສຳເລັດຜົນ. ແຕ່ບັນດາຄຸນຄ່າປະຊາທິປະໄຕຂອງການເລືອກຕັ້ງທົ່ວປະເທດຄັ້ງທຳອິດຍັງຄົງຖືກຮັກສາໄວ້ເໝືອນເດີມ, ມັນມີລັກສະນະທິດສະດີ ແລະ ພຶດຕິກຳຕົວຈິງຢ່າງເລິກເຊິ່ງ. ຄຸນຄ່າເຫຼົ່ານັ້ນ, ໄດ້, ພວມ ແລະ ຈະຖືກໝູນໃຊ້ໃນການກໍ່ສ້າງ, ພັດທະນາສະພາແຫ່ງຊາດເພື່ອໃຫ້ອົງການລັດມີສິດອຳນາດ ສູງສຸດນີ້ ສົມເປັນຕົວແທນໃຫ້ແກ່ເຈດຈຳນົງ, ຄວາມມຸງຫວັງ ແລະ ສິດຜົນປະໂຫຍດຂອງທັງຊາດໃນໄລຍະໃໝ່ຊຶ່ງເປັນໄລຍະຫັນເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ.