ການເລືອກຕັ້ງຢູ່ ຝລັ່ງ: ປະເທດ ຝລັ່ງ ຫຼີກລ່ຽງແຜນການທີ່ໜ້າວິຕົກກັງວົນທີ່ສຸດ

(VOVWORLD) - ເຖິງວ່າຫຼີກລ່ຽງໄດ້ແຜນການທີ່ໜ້າວິຕົກກັງວົນແມ່ນ ພັກຂວາຈັດຂຶ້ນກຳອຳນາດກໍ່ຕາມ, ແຕ່ໝາກຜົນການເລືອກຕັ້ງກ່ອນກຳນົດກໍ່ນຳມາເຊິ່ງຄວາມວິຕົກກັງວົງຫຼາຍຢ່າງຕໍ່ປະເທດ ຝລັ່ງ.
ການເລືອກຕັ້ງຢູ່ ຝລັ່ງ: ປະເທດ ຝລັ່ງ ຫຼີກລ່ຽງແຜນການທີ່ໜ້າວິຕົກກັງວົນທີ່ສຸດ - ảnh 1ການເລືອກຕັ້ງຊ່ວຍໃຫ້ປະເທດ ຝລັ່ງ ຫຼີກລ່ຽງໄດ້ແຜນການທີ່ໜ້າວິຕົກກັງວົນທີ່ສຸດ
(ພາບ: TTXVN)

        ຄວາມມານະພະຍາຍາມສະກັດກັ້ນຂອງບັນດາພັກຝ່າຍຢູ່ ຝລັ່ງ, ພິເສດແມ່ນບັນດາພັກຝ່າຍຊ້າຍ, ໃນຮອບເລືອກຕັ້ງນິຕິບັນຍັດທີ 2 ກ່ອນກຳນົດເວລາຢູ່ ຝລັ່ງ, ເຊິ່ງດຳເນີນໄປໃນວັນທີ 07 ກໍລະກົດ, ຊ່ວຍໃຫ້ປະເທດ ຝລັ່ງ ຫຼີກລ່ຽງໄດ້ແຜນການທີ່ໜ້າວິຕົກກັງວົນທີ່ສຸດແມ່ນ ພັກຂວາຈັດເຕົ້າໂຮມແຫ່ງຊາດ (RN) ຂຶ້ນກຳອຳນາດ. ເຖິງຢ່າງໃດກໍ່ຕາມ, ການເລືອກຕັ້ງສືບຕໍ່ຊີ້ໃຫ້ເຫັນການແບ່ງແຍກຢ່າງເລິກເຊິ່ງໃນພື້ນຖານການເມືອງຂອງ ຝລັ່ງ ແລະ ມີຄວາມສ່ຽງກໍ່ໃຫ້ເກີດສະພາບບໍ່ມີທາງອອກຢ່າງຍາວນານ.

        ໝາກຜົນທາງການຂອງການເລືອກຕັ້ງນິຕິບັນຍັດຮອບທີ 2 ຢູ່ ຝລັ່ງ, ປະກາດໃນຕອນເຊົ້າວັນທີ 08 ກໍລະກົດ, ຊີ້ໃຫ້ເຫັນວ່າ, ສຳພັນທະມິດ 4 ພັກຝ່າຍຊ້າຍແມ່ນ “ແນວໂຮມນິຍົມໃໝ່” (Nouveau front populaire - NFP) ຍາດໄດ້ທີ 1 ໃນການເລືອກຕັ້ງ ເມື່ອຍາດໄດ້ 182 ທີ່ນັ່ງໃນສະພາແຫ່ງຊາດ ຝລັ່ງ ຊຸດທີ່ຈະມາເຖິງ (2024 – 2029), ສຳພັນທະມິດເປັນກາງ “ພ້ອມກັນ” (Ensemble - EN) ຂອງທ່ານປະທານາທິບໍດີ Emmanuel Macron ຢືນອັນດັບທີ 2 ດ້ວຍ 168 ທີ່ນັ່ງ, ໃນຂະນະທີ່ພັກຂວາຈັດ “ເຕົ້າໂຮມແຫ່ງຊາດ” (RN) ພຽງຢືນອັນດັບທີ 3 ດ້ວຍ 143 ທີ່ນັ່ງ.

ຫຼີກລ່ຽງແຜນການຮ້າຍແຮງທີ່ສຸດ

        ດ້ວຍເລື່ອງພັກ RN (Rassemblement national) ພຽງຢືນອັນດັບທີ 3 ດ້ວຍ 143 ທີ່ນັ່ງນັ້ນ, ເວທີການເມືອງ ຝລັ່ງ ຫຼີກລ່ຽງໄດ້ແຜນການທີ່ໜ້າວິຕົກກັງວົນທີ່ສຸດແມ່ນ ພັກຂວາຈັດ RN ກວມເອົາທີ່ນັ່ງສ່ວນຫຼາຍຢູ່ສະພາແຫ່ງຊາດ ຝລັ່ງ. ໝາກຜົນທີ່ເປັນໜ້າຜິດຫວັງສຳລັບພັກ RN ອີກເທື່ອໜຶ່ງສະແດງໃຫ້ເຫັນ “ຮົ້ວກີດຂວາງສາທາລະນະ”, ໝາຍຄວາມວ່າ ກົນໄກເລືອກຕັ້ງ 2 ຮອບເຊິ່ງປະເທດ ຝລັ່ງ ກຳນົດໃນລັດຖະທຳມະນູນຂອງພື້ນຖານສາທາລະນະທີ 5, ສືບຕໍ່ເສີມຂະຫຍາຍຄຸນປະໂຫຍດໃນເລື່ອງສະກັດກັ້ນບັນດາກຳລັງການເມືອງຫົວຮຸນແຮງ.

        ທ່ານ Jean-Luc Mélenchon, ການນຳພັກ “ປະເທດ ຝລັ່ງ ບໍ່ຍອນຈຳນົນ” (La France Insoumise – LFI), ພັກຫຼັກແຫຼ່ງໃນ NFP, ໄດ້ຍ້ອງຍໍວ່າ ນີ້ແມ່ນໄຊຊະນະຂອງປະຊາຊົນ ຝລັ່ງ ຍ້ອນເລື່ອງອັດຕາຜູ້ມີສິດເລືອກຕັ້ງເຂົ້າຮ່ວມການເລືອກຕັ້ງຂຶ້ນເຖິງ 67,5% ໃນການເລືອກຕັ້ງຮອບທີ 2, ເຊິ່ງສູງທີ່ສຸດນັບແຕ່ປີ 1997, ເປັນການສະແດງໃຫ້ເຫັນວ່າ, ຜູ້ມີສິດເລືອກຕັ້ງ ຝລັ່ງ ເຫັນແຈ້ງບັນດາຄວາມສ່ຽງເຊິ່ງພັກ RN ອາດຈະນຳມາເມື່ອຂຶ້ນກຳອຳນາດ.

        “ການລະດົມມະຫາຊົນທີ່ດີທີ່ສຸດໄດ້ຮັບການຢັ້ງຢືນແລ້ວ ແລະ ພວກເຮົາລ້ວນແຕ່ຮູ້ວ່າ, ສິ່ງດັ່ງກ່າວສ້າງຄວາມປະທັບໃຈຫຼາຍຄືແນວໃດ, ເມື່ອປະເທດ ຝລັ່ງ ໄດ້ກ້າວເຂົ້າສູ່ລະດູຮ້ອນ ແລະ ຮອດຍາມພັກແລ້ງ. ປະຊາຊົນ ຝລັ່ງ ໄດ້ປະຕິເສດມາດຕະການແກ້ໄຂທີ່ທີ່ບໍ່ມີຫຍັງດີຂຶ້ນຕໍ່ປະເທດ ຝລັ່ງ. ພັກ RN ບໍ່ສາມາດຍາດໄດ້ສ່ວນຫຼາຍທີ່ນັ່ງຄືດັ່ງບັນດານັກວິເຄາະໄດ້ຄາດຄະເນ”.

ສະພາບບໍ່ມີທາງອອກແກ່ຍາວ

        ເຖິງວ່າຫຼີກລ່ຽງໄດ້ແຜນການທີ່ໜ້າວິຕົກກັງວົນແມ່ນ ພັກຂວາຈັດຂຶ້ນກຳອຳນາດກໍ່ຕາມ, ແຕ່ໝາກຜົນການເລືອກຕັ້ງກ່ອນກຳນົດກໍ່ນຳມາເຊິ່ງຄວາມວິຕົກກັງວົງຫຼາຍຢ່າງຕໍ່ປະເທດ ຝລັ່ງ. ການເລືອກຕັ້ງດັ່ງກ່າວສືບຕໍ່ຢືນຢັນທ່າອ່ຽງຈັດແບ່ງຂົ້ວ ແລະ ການແບ່ງແຍກຢ່າງແຮງທີ່ເກີດຂຶ້ນໃນຫຼາຍປີຜ່ານມາໃນພື້ນຖານການເມືອງຂອງ ຝລັ່ງ, ເມື່ອບໍ່ມີພັກຝ່າຍໃດ ຫຼື ສຳພັນທະມິດໃດຍາດໄດ້ທີ່ນັ່ງເກີນເຄິ່ງໜຶ່ງ (289/577 ທີ່ນັ່ງ), ເຮັດໃຫ້ສະພາແຫ່ງຊາດ ຝລັ່ງ ຕົກເຂົ້າສູ່ສະພາບ “ບໍ່ທັນມີສະພາແຫ່ງຊາດ” ເມື່ອ 3 ກຸ່ມການເມືອງມີຈຳນວນທີ່ນັ່ງຫຼາຍທີ່ສຸດຢູ່ສະພາແຫ່ງຊາດ ຝລັ່ງ ຊຸດທີ່ຈະມາເຖິງ, ລວມມີ: NFP (182 ທີ່ນັ່ງ) EN (168 ທີ່ນັ່ງ) ແລະ RN (143 ທີ່ນັ່ງ) ຈະບໍ່ຮ່ວມສຳພັນທະມິດກັນ.

        ວົງການນັກສັງເກດການຕີລາຄາວ່າ, ປະຈຸບັນ, ປະເທດຝລັ່ງ ບໍ່ມີແຜນການໃດທີ່ເປັນໄປໄດ້ໃນການສ້າງລັດຖະບານສຳພັນທະມິດ ທີ່ສາມາດເຄື່ອນໄຫວຢ່າງມີປະສິດທິຜົນໄດ້. ສະພາບຍິ່ງສັບສົນກວ່າເມື່ອທ່ານນາຍົກລັດຖະມົນຕີ ຝລັ່ງ Gabriel Attal ຖະແຫຼງຍື່ນສານລາອອກຈາກຕຳແໜ່ງຕໍ່ທ່ານປະທານາທິບໍດີ Emmanuel Macron ໃນວັນທີ 08 ກໍລະກົດ. ຕາມທ່ານສາດສະດາຈານເສດຖະກິດ ແລະ ກົດໝາຍສາກົນ Armin Steinbach ຂອງໂຮງຮຽນດຳເນີນທຸລະກິດ HEC Paris ແລ້ວ, ຄວາມອາດສາມາດໃຫຍ່ທີ່ສຸດແມ່ນ ປະເທດ ຝລັ່ງ ຖືກຕົກເຂົ້າສູ່ສະພາບບໍ່ມີທາງອອກທີ່ແກ່ຍາວເປັນຫຼາຍອາທິດ, ຊ້ຳບໍ່ໜຳແມ່ນໃນຫຼາຍເດືອນ, ກ່ອນທີ່ບັນດາພັກຝ່າຍຄ້ານຈະເຫັນດີ ແລະ ເຈລະຈາປະນີປະນອມ ແລະ ຮ່ວມສຳພັນທະມິດ. ນີ້ກໍ່ແມ່ນຂໍ້ສັງເກດຂອງທ່ານນາງ Marine Le Pen, ຫົວໜ້າພັກ RN.

        “ປະເທດ ຝລັ່ງ ຈະຕົກເຂົ້າສູ່ສະພາບບໍ່ມີທາງອອກຢ່າງສິ້ນເຊິງ ດ້ວຍ 3 ກຸ່ມສວມບົດບາດສຳຄັນຄືກັນຢູ່ສະພາແຫ່ງຊາດ. ນີ້ແມ່ນສິ່ງທີ່ບໍ່ໂຊກດີຍ້ອນພວກເຮົາຕ້ອງປະເຊີນໜ້າກັບສະພາບເຂົ້າເມືອງຢ່າງຜິດກົດໝາຍ, ແຮງຊື້ຫຼຸດລົງ ແລະ ສະພາບຂາດສະຖຽນລະພາບເປັນເວລາຕື່ມອີກ 1 ປີ. ແຕ່ຖ້າທຸກສິ່ງເກີດຂຶ້ນຄືແນວນັ້ນ, ພວກຂ້າພະເຈົ້າກໍ່ຈະຍອມຮັບ”.

        ບັນຫາໃຫຍ່ຕໍ່ໄປຕື່ມອີກສຳລັບປະເທດ ຝລັ່ງ ແມ່ນ ການຫຼຸດສິດອຳນາດຂອງປະທານາທິບໍດີ Emmanuel Macron. ເລື່ອງທ່ານ Macron ຖະແຫຼງປະກາດຍຸບເລີກສະພາແຫ່ງຊາດກະທັນຫັນໃນວັນທີ 09 ມິຖຸນາ ເຊິ່ງບໍ່ທາບທາມຄວາມເຫັນກັບບັນດາສຳພັນທະມິດການເມືອງນັ້ນ, ໄດ້ທຳລາຍສຳພັນທະມິດທີ່ສະໜັບສະໜູນປະທານາທິບໍດີເປັນສ່ວນຫຼາຍ ທີ່ໄດ້ສ້າງຂຶ້ນແຕ່ປີ 2017. ໃນບັ້ນຫາສຽງເລືອກຕັ້ງຜ່ານມາ, ມີພັກຝ່າຍຈຳນວນໜຶ່ງມີການກະທຳຫຼົບຫຼີກທ່ານ Macron. ທັງໝົດເຫຼົ່ານັ້ນໄດ້ເຮັດໃຫ້ສິດອຳນາດ ແລະ ຄວາມສາມາດໃນການກະທຳຂອງທ່ານ Emmanuel Macron ໃນຮອບເວລາ 3 ປີທີ່ຈະມາເຖິງອ່ອນແອລົງ, ເຊິ່ງແມ່ນຈຸດເວລາທີ່ປະເທດ ຝລັ່ງ ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍທັງຢູ່ພາຍໃນ ແລະ ການພົວພັນກັບຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ