ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ຕິດພັນກັບຊາດຫວຽດນາມ

(VOVWORLD) -ການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງ ມີມາແຕ່ດົນນານແລ້ວ ແລະ ໄດ້ກາຍເປັນສີສັນວັດທະນະທຳຂອງປະຊາຄົມບັນດາເຜົ່າຫວຽດນາມ.
ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ  ຕິດພັນກັບຊາດຫວຽດນາມ - ảnh 1 (ພາບປະກອບ: TTXVN)

ໃນແນວຄິດຈິດໃຈຂອງຊາວຫວຽດນາມ ນັ້ນ, ບັນດາສະໄໝເຈົ້າຊີວິດຮຸ່ງ ໄດ້ມີຄຸນງາມຄວາມດີໃນການສ້າງປະເທດທຳອິດດ້ວຍຊື່ເອີ້ນວ່າ ວັນລາງ ແລະ ແມ່ນຕົ້ນກຳເນີດຂອງບັນພະບຸລຸດລວມຂອງທັງຊາດ. ຍ້ອນນັ້ນເອງ, ການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງ (ຮຸ່ງເວືອງ) ແມ່ນມີທີ່ຕັ້ງສຳຄັນທີ່ສຸດໃນຊີວິດທາງດ້ານຈິດວິນຍານ ແລະ ແມ່ນຄວາມຜູກພັນຂອງປະຊາຊົນຫວຽດນາມ ຫຼາຍລຸ້ນຄົນ

        ກອງປະຊຸມສະໄໝທີ 7 ຂອງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸ ຖືກດຳເນີນເມື່ອວັນທີ 06 ທັນວາ 2012, UNESCO ໄດ້ຮັບຮອງເອົາ “ການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງ ຢູ່ແຂວງຝູເທາະ” ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດ. ແຕ່ດົນນານມາແລ້ວ, ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ໄດ້ກຳນົດຢ່າງລະອຽດ, ແໜ້ນແຟ້ນສະແດງໃຫ້ເຫັນຄວາມເຄົາລົບນັບຖືຂອງລາດຊະວົງຕ່າງໆ ແລະ ຂອງປະຊາຊົນທີ່ມີຕໍ່ບັນພະບຸລຸດ.

ການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງ - ຄວາມຜູກພັນຂອງຊາດຫວຽດນາມ

        ການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງ ມີທີ່ຕັ້ງສຳຄັນທີ່ສຸດໃນຊີວິດທາງດ້ານຈິດວິນຍານ ແລະ ອາລົມຈິດຄວາມຮັກແພງກັນຂອງຊາວຫວຽດນາມ ຫຼາຍລຸ້ນຄົນ, ທັງມີຄວາມສັກສິດ, ທັງລະອຽດອ່ອນ ແລະ ທັງແມ່ນບ່ອນອີງດ້ານຈິດໃຈ, ສ້າງກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ພ້ອມກັນກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ. ປະຊາຊົນຫວຽດນາມ ທຸກຄົນ ລ້ວນແຕ່ມີຄວາມເອກອ້າງທະນົງໃຈຍ້ອນມີສາຍເລືອດ “ເປັນລູກເປັນຫຼານມັງກອນ”. ທ່ານສາດສະດາຈານ, ປະລິຍາເອກ ໂງດຶກທິ້ງ, ກຳມະການສະພາມໍລະດົກວັດທະນະທຳແຫ່ງຊາດ, ຢືນຢັນວ່າ: ການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງ ເຊິ່ງປະຊາຊົນຫວຽດນາມ ໄດ້ສືບທອດຈາກຄົນລຸ່ນນີ້ໄປສູ່ຄົນລຸ່ນຕໍ່ໄປນັ້ນ ໄດ້ປະກອບສ່ວນຫຼໍ່ຫຼອມຈິດໃຈ, ອາລົມຈິດຄວາມຮັກແພງ ແລະ ເຈດຈຳນົງຂອງຊາດຫວຽດນາມ.

        “ຢາກເວົ້າເຖິງຄຸນຄ່າໃຫຍ່ສຸດຂອງມັນ ແມ່ນຕ້ອງເວົ້າເຖິງສິ່ງທີ່ວ່າ ເປັນຫຍັງຈຶ່ງມີການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງ. ແມ່ນຍ້ອນການປະສານສົມທົບຈິດໃຈຄວາມຮັບຮູ້ ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ຈິດໃຈຄວາມຮັບຮູ້ຂອງປະຊາຊົນໃນການບູຊາບັນພະບຸລຸດຢູ່ບັນດາວົງຕະກຸນ, ສົມທົບກັບຄວາມຕ້ອງການຂອງປະເທດສັກດີນາ ພາຍຫຼັງໄລຍະຖືກພວກສັກດີນາພາກເໜືອຄອບຄອງ, ແມ່ນຕ້ອງມີບ່ອນອີງທາງດ້ານຈິດໃຈ. ແລະມັນໄດ້ສ້າງການປະສານສົມທົບໂດຍມີການກົມກຽວເຊິ່ງໄດ້ຮັບການຕີລາຄາສູງຈາກ UNESCO, ນັ້ນແມ່ນການຕັ້ງຊື່ແບບທົ່ວໄປວ່າ ບູຊາບັນພະບຸລຸດ - ຄ້າຍຄືກັບພວກເຮົາໄດ້ເວົ້າໃນປະຈຸບັນວ່າ ບູຊາພໍ່, ບູຊາແມ່ຂອງພວກເຮົາ.”

        ຄວາມເຊື່ອໝັ້ນໃນການເຫຼື້ອມໄສບູຊາ, ຕອບບຸນແທນຄຸນບັນພະບຸລຸດຂອງຊາວຫວຽດນາມ ໄດ້ກາຍເປັນມໍລະດົກວັດທະນະທຳແຫ່ງຈິດວິນຍານທີ່ເປັນເອກະລັກສະເພາະ, ພິເສດຂອງຫວຽດນາມ, ພ້ອມທັງມີລັກສະນະເປັນຕົວແທນໃຫ້ມວນມະນຸດຢ່າງຈະແຈ້ງ. ທ່ານສາດສະດາຈານ, ປະລິຍາເອກ ໂງດຶກທິ້ງ, ຖືວ່າ: ການເຊີດຊູຂອງ UNESCO ເມື່ອຮັບຮອງເອົາ “ການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງ” ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດ ຄືດັ່ງການຢັ້ງຢືນກ່ຽວກັບຄວາມເອກອ້າງທະນົງໃຈ ແລະ ຄວາມສະໜິດຕິດພັນກັບປະຊາຄົມຂອງຊາດຫວຽດນາມ.

        “ນັ້ນແມ່ນການເຕົ້າໂຮມດ້ານຈິດວິນຍານຂອງຊາວຫວຽດນາມ, ກຳນົດທິດໃຫ້ຊາວຫວຽດນາມ ອ່ວາຍໜ້າເມືອຫາກົກເຄົ້າເຫງົ້າກໍລວມ, ເພື່ອສ້າງຄວາມສາມັກຄີ, ຄວາມສະໜິດຕິດພັນຂອງຊາດ. ໃນຕະຫຼອດໄລຍະປະຫວັດສາດຂອງຫວຽດນາມ, ຄວາມສະໜິດຕິດພັນ, ຄວາມສາມັກຄີ ແລະ ການເຕົ້າໂຮມນັ້ນຍາມໃດກໍ່ແມ່ນກຳລັງແຮງ. ໃນປະຈຸບັນ ແລະ ອະນາຄົດ, ຊາຕາກຳຂອງຊາດຫວຽດນາມ ໃນການພັດທະນາເສດຖະກິດ, ກໍ່ຄືການປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ, ຍິ່ງຕ້ອງການກຳລັງແຮງຂອງການເຕົ້າໂຮມນັ້ນ”.

ການຮັກສາ,ເສີມຂະຫຍາຍ “ການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງ” ເພື່ອອະນຸລັກຮັກສາສີສັນວັດທະນະທຳຫວຽດນາມ

        ນັບພັນປີຜ່ານມາ, ຊາວຫວຽດນາມ ໄດ້ກໍ່ສ້າງວິຫານບູຊາ ແລະ ບູຊາເຈົ້າຊີວິດຮຸ່ງ ສະໄໝຕ່າງໆ ຢູ່ພູ ເຫງັ້ຍລິ້ງ, ຕາແສງ ຮີເກືອງ, ນະຄອນຫວຽດຈີ່, ແຂວງຝູເທາະ. ນອກນັ້ນ, ຍັງມີສາລາ, ວິຫານ, ຫໍໂຮງ ບູຊາເຈົ້າຊີວິດຮຸ່ງ, ພະມະເຫສີ, ລູກ ແລະ ບັນດານາຍທະຫານໃນສະໄໝເຈົ້າຊີວິດຮຸ່ງ ຢູ່ແຂວງຝູເທາະ ແລະ ຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ. ເຖິງວ່າອາໄສຢູ່ແຫ່ງຫົນໃດໃນໂລກກໍ່ຕາມ, ຍາມໃດຊາວຫວຽດນາມ ກໍ່ຄິດຮອດຄິດເຖິງກົກເຄົ້າເຫງົ້າກໍ, ພ້ອມກັນອວ່າຍໜ້າເມືອຫາປະເທດຊາດ, ພ້ອມທັງ ຍາມໃດກໍ່ຢືນຢັນກັບເພື່ອນມິດສາກົນກ່ຽວກັບກົກເຄົ້າເຫງົ້າກໍຂອງຕົນຢູ່ປະເທດຫວຽດນາມ. ມີບັນດາປະຊາຄົມຊາວຫວຽດນາມ ດຳລົງຊີວິດຢູ່ຕ່າງປະເທດໄດ້ກັບເມືອວິຫານຮຸ່ງ ເພື່ອຂໍດິນ, ຂໍນ້ຳ, ຂໍໄມ້ທູບຢູ່ເຂດບູຊະນີຍະສະຖານປະຫວັດສາດວິຫານຮຸ່ງ ເພື່ອເອົາກັບເມືອປັກໃສ່ໂຖປັກທູບສ້າງເປັນຫໍບູຊາບັນດາເຈົ້າຊີວິດຮຸ່ງ ຢູ່ບ່ອນທີ່ຕົນດຳລົງຊີວິດ. ນັກຄົ້ນຄວ້າວັດທະນະທຳ ຫງວຽນຄັ໊ກເຊືອງ, ຖືວ່າ.

        “ເມື່ອເວົ້າເຖິງເລື່ອງລາວເລົ່າຂານປາກຕໍ່ປາກກ່ຽວກັບເຈົ້າຊີວິດຮຸ່ງ ນັ້ນມັນມີຄວາມໝາຍແມ່ນບ່ອນອີງທາງດ້ານຈິດວິນຍານຂອງຊາດ. ຍ້ອນມັນໄດ້ເວົ້າເຖິງທຸກສິ່ງທຸກຢ່າງຂອງທັງຊາດຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ ຍັງມີຄວາມຮູ້ສຶກວ່າ ເມື່ອໄປຮອດແຂວງຝູເທາະ, ໄປຮອດພູ ເຫງັ້ຍລິ້ງ ນັ້ນແມ່ນໄດ້ກັບເມືອດິນແດນແຫ່ງບັນພະບຸລຸດ”.

        ຜ່ານໄລຍະທາງແຫ່ງປະຫວັດສາດ, ການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງ ຍາມໃດກໍ່ໄດ້ຮັບການຮັກສາ ແລະ ເສີມຂະຫຍາຍຈາກຄົນລຸ້ນນີ້ໄປສູ່ຄົນລຸ້ນອື່ນ ຍ້ອນເຈດຈຳນົງ, ຈິດໃຈຂອງທັງຊາດ. ແຕ່ລະປີ, ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ລ້ວນແຕ່ໄດ້ຮັບການຈັດຕັ້ງດ້ວຍພິທີກຳຢ່າງສົມກຽດ, ດ້ວຍຄວາມເຄົາລົບນັບຖື. ທ່ານ ຟ້າມບ໊າຄຽມ, ປະທານສະມາຄົມສິລະປະວັນນະຄະດີພື້ນເມືອງແຂວງຝູເທາະ, ໃຫ້ຮູ້ວ່າ: ປະຊາຊົນແຂວງຝູເທາະ ໄດ້ຮັບໜ້າທີ່ໜັກໜ່ວງແມ່ນອະນຸລັກຮັກສາ, ບູລະນະ ແລະ ຈັດຕັ້ງງານບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ ຢູ່ເຂດປູຊະນີຍະສະຖານວິຫານຮຸ່ງ.

        “ບໍ່ພຽງແຕ່ເມື່ອ UNESCO ໄດ້ຮັບຮອງເອົາ “ການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງ” ເປັນມໍລະດົກເທົ່ານັ້ນ ພວກເຮົາຈຶ່ງອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າ, ຫາກເລື່ອງນີ້ໄດ້ປະຕິບັດມານັບພັນປີແລ້ວ. ເລື່ອງ UNESCO ເຊີດຊູພຽງແຕ່ແມ່ນການຢັ້ງຢືນຢ່າງແນວແນ່ກ່ຽວກັບຊາດຫວຽດນາມ ມີຕົ້ນກຳເນີດ. ພວກເຮົາແມ່ນລຸ້ນຄົນຫຼັງຕ້ອງມີໜ້າທີ່ຮັບຜິດຊອບໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົດນັ້ນ”.

        “ການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງ” ແມ່ນຫຼັກສິນທຳທີ່ວ່າ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງຊາດຫວຽດນາມ, ມີຄວາມໝາຍທີ່ເປັນເອກະລັກສະເພາະ, ມີຊີວິດຊີວາຊຶ່ງບໍ່ມີຊາດໃດໃນໂລກມີຄືກັນກັບຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ