ກາລະໂອກາດ ແລະ ສິ່ງທ້າທາຍຕໍ່ ອີຮັກ

ກາລະໂອກາດ ແລະ ສິ່ງທ້າທາຍຕໍ່ ອີຮັກ - ảnh 1

​ໃນ​ຮອບ​ເວລາ 15 ວັນ, ​ເລີ່​ມ​ແຕ່​ກາງ​ເດືອນ 12 ນີ້ ຈົນ​ຮອດ​ວັນ​ສຸດ​ທ້າຍ​ຂອງ​ປີ 2011, ພົນທະຫານ​ທີ່​ພວມ​ຜັນ​ຂະຫຍາຍ​ຢູ່ ອີ​ຮັກ ເກືອບ​ທັງ​ໝົດ ຈະ​ຖອນ​ອອກ​ຈາກ​ປະ​ເທດ​ນີ້​ຕາມ​ລຳດັບ. ​ເລື່ອງ​ຖອນ​ທະຫານ​ອອກ​ຈາກ​ປະ​ເທດ​ນີ້ ​ໄດ້​ສະ​ແດງ​ໃຫ້​​ເຫັນ​ວ່າ ອີ​ຮັກ ຈະ​ກາຍ​ເປັນ​ປະ​ເທດ​ໜຶ່ງ​ທີ່​ມີ​ອະທິປະ​ໄຕ​ຢ່າງ​ແທ້​ຈິງ, ​ແຕ່​ສະພາບ​ຄວາມ​ສະຫງົບ​ພາຍ​ໃນ​ປະ​ເທດ​ນີ້​ບໍ່​ທັນ​ໄດ້​ຮັບການ​ຮັບປະກັນ​ເທື່ອ, ນີ້​ແມ່ນ​ສິ່ງທ້າ​ທາຍ​ອັນ​ໃຫຍ່​ຫຼວງ​ຢ່າງ​ແທ້​ຈິງ.

    ຕາມ​ສັນຍາປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງ ອາ​ເມ​ລິ​ກາ ກັບ ອີ​ຮັກ ​ເຊິ່ງ​ໄດ້ຮັບ​ການ​ລົງ​ນາມ​ເມື່ອ​ປີ 2008 ​ແລ້ວ, ອາ​ເມ​ລິ​ກາ​ຈະ​ຖອນ​ທະຫານ​ທັງ​ໝົດ​ອອກ​ຈາກ​ປະ​ເທດ​ນີ້​ໃນ​ທ້າຍ​ປີ 2011. ຍາມ​ໃດລັດຖະບານ ​ອາ​ເມ​ລິ​ກາ ກໍ່​ຫວັງ​ວ່າ, ພາຍຫຼັງ​ຖອນ​ທະຫານ​ອອກ​ຈາກ ອີ​ຮັກ ຢ່າງ​ເປັນ​ທາງ​ການ, ອາ​ເມ​ລິ​ກາ​ຍັງ​ຄົງ​ຮັກສາ​ກຳລັງ​ທະຫານ​ໜຶ່ງ​ຢູ່​ປະ​ເທດ​ນີ້ ພາຍ​ໃຕ້​ຮູບ​ການ​ຊ່ວຍ​ເຫຼືອ​ແບກ​ແດກຮັກສາ​ສະພາບ​ການພາຍ​ໃນ​ປະ​ເທດ​ໃຫ້​ເປັນ​ປົກກະຕິ, ​ແຕ່​ຍ້ອນ ອາ​ເມ​ລິ​ກາ ​ແລະ ອີ​ຮັກ ບໍ່​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນກ່ຽວກັບ​​​ບັນຫາ​ທະຫານ ອາ​ເມ​ລິ​ກາ ຕັ້ງ​ທັບ​ຢູ່ ອີ​ຮັກ ຈະ​ໄດ້​ຊົມ​ໃຊ້​ສິດ​ຍົກ​ເວັ້ນກົດໝາຍ, ດັ່ງ​ນັ້ນ​ອຳນາດ​ການ​ປົກຄອງ ອາ​ເມ​ລິ​ກາ ​ຈຶ່ງ​ຕົກລົງ​ຖອນ​ທະຫານ​ທັງ​ໝົດ​ອອກ​ຈາກ​ ອີ​ຮັກ, ມີ​ແຕ່ຮັກສາ​ທະຫານ​ໄວ້​ຈຳນວນ​ໜ້ອຍ​ເພື່ອ​ເຮັດ​ໜ້າ​ທີ່​ປ້ອງ​ກັນ​ສະຖານທູດ ອາ​ເມ​ລິ​ກາ ​ແລະ ​ເຝິກຊ້ອມ​ໃຫ້​ທະຫານ ອີ​ຮັກ ​ເທົ່າ​ນັ້ນ. ວັນ​ທີ 2 ທັນວາ​ຜ່ານ​ມາ, ອາ​ເມ​ລິ​ກາ​ໄດ້ມອບ ”ຄ້າຍ​ທະຫານ​ໄຊຊະນະ”, ​ເຊິ່ງ​ແມ່ນ​ຖານ​ທີ່​ໝັ້ນ​ໃຫຍ່​ທີ່​ສຸດ​ຂອງ​ກອງທັບ ອາ​ເມ​ລິ​ກາ ຢູ່​ເຂດ​ອ່າວ​ນີ້​, ທັງ​ແມ່ນ​ແຫ່ງ​ຕັ້ງ​ກອງ​ບັນຊາ​ການ​ຂອງ​ກຳລັງ ອາ​ເມ​ລິ​ກາ ​ໃນ​ບັ້ນ​ຮົບ​ຢູ່ ອີ​ຮັກ ນັບ​ແຕ່​ທະຫານ​ອາ​ເມ​ລິ​ກາ​ບຸກ​ເຂົ້າ​ນະຄອນຫຼວງ ​ແບກ​ແດດ ​ເມື່ອ​ເດືອນ 4 - 2003 ໃຫ້​ແກ່​ທະຫານ ອີ​ຮັກ. ຕາມ​ນາຍ​ພົນ Thomas Spoehr, ຮອງ​ຫົວໜ້າ​ກອງ​ບັນຊາ​ການ​ໃຫຍ່​ບັນດາ​ກຳລັງ ອາ​ເມ​ລິ​ກາ ຢູ່ ອີ​ຮັກ ​ແລ້ວ, ປະຈຸ​ບັນ​ຍັງ​ມີ​ທະຫານ ອາ​ເມ​ລິ​ກາ ​​ເກືອບ 34.000 ຄົນ​ພວມ​ຕັ້ງ​ທັບ​ຢູ່ ຖານ​ທີ່​ໝັ້ນການ​ທະຫານ 12 ​ແຫ່ງ ​ຢູ່ ອີ​ຮັກ ​ແລະ​ວິວັດ​ການ​ຖອນ​ທະຫານ​ນີ້ ພ້ອມ​ກັບ​ເຄື່ອງອຸປະ​ໂພ​ກ​ແມ່ນ​ຍັງຈະ​ຕ້ອງການ​ກຳລັງ​ພະລາທິການ​ຢ່າງ​ມາກ​ມາຍ, ດ້ວຍ​ລົດ​ຂົນ​ສົ່ງ​ປະມານ 1.650 ຄັນ ​ໃນ​ຫຼາຍ​ມື້. ດັ່ງ​ນັ້ນ​ເວລາ​ສຸດ​ທ້າຍ ​ເພື່ອ​ໃຫ້​ ອາ​ເມ​ລິ​ກາ​ ຖອນ​ທະຫານ​ທັງ​ໝົດ​ອອກ​ຈາກ ອີ​ຮັກ ​​ໃກ້​ຈະ​ມາ​ຮອດ​ແລ້ວ. ສ່ວນ ທ່ານ​ນາຍົກລັດຖະມົນຕີ ອີ​ຮັກ Nuri al-Maliki ກໍ່​ໄດ້​ຖະ​ແຫຼ​ງວ່າ: ”​ເລື່ອງ​ ອາ​ເມ​ລິ​ກາ ຖອນ​ທະຫານອອກ​ຈະ​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງຄວາມ​ສະ​ຫງົບ​ຢູ່ ອີ​ຮັກ, ​ເພາະວ່າ​ພວກ​ຂ້າພະ​ເຈົ້າ​ສາມາດ​ຄວບ​ຄຸມ​ສະພາບ​​ການ​ໄດ້ໂດຍ​ພື້ນຖານ”. ຄຳ​ຖະ​ແຫຼ​ງດັ່ງກ່າວ​​ແມ່ນ​ຄວາມ​ປະ​ເອີ​ບ​ໃຈ​ພໍ​ສົມຄວນ ຖ້າ​ຫາກ​ປຽບທຽບ​ກຳລັງ​ຄວາມ​ສາມາດ​ຕົວ​ຈິງ​ຂອງ​ອຳນາດ​ການ​ປົກຄອງ ​ແບກ​ແດດ ​ແລະ ສະພາບ​ຄວາມ​ສະຫງົບ​ປອດ​ໄພໃນ​ປະຈຸ​ບັນ. ນອກຈາກ​ເລື່ອງ​ກອງທັບ ອີຮັກ​ ຍັງ​ຂາດ​ບັນດາ​ພາຫະ​ນະ​ປ້ອງ​ກັນ​ອາກາດ, ກຳລັງ​ສືບ​ລາຊະການ​ລັບ​ ​ແລະ ກອງທັບ​ອາກາດ​ແລ້ວ, ພົນທະຫານ ອີ​ຮັກ 770.000 ຄົນ​ກໍ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ເປັນ​ລະບົບ, ຂາດ​ຄວາມ​ສາມາດ​​ໃນ​ການສົມທົບ​ກັນ​ສູ້​ຮົບ. ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມສະຫງົບ, ກໍ່​ແມ່ນ​ບັນຫາທີ່​ພາ​ໃຫ້ ​ແບກ​ແດດ​ເຈັບຫົວຢູ່. ການ​ບຸກ​ໂຈມ​ຕີ​ຫຼາຍ​ຄັ້ງ​ທີ່​ເລັ່ງ​ໃສ່ກຳລັງທະຫານ ອີ​ຮັກ ຍັງ​ເກີດ​ຂື້ນ​​ໃນ​ທຸກວັນ. ຕາມ​ຕົວ​ເລກ​ສະຖິຕິ​ຢ່າງ​ເປັນ​ທາງ​ການ​ແລ້ວ, ​ໃນ​ເດືອນ 10 ຜ່ານ​ມາ ​ໄດ້​ມີ 258 ຄົນ ​ເສຍ​ຊີວິດ​ຍ້ອນ​ການ​ໃຊ້​ຄວາມ​ຮຸນ​ແຮງ. ບໍ່ມີ​ພຽງ​ແຕ່​ທະຫານ​ເທົ່າ​ນັ້ນ, ຫາກ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ອີ​ຮັກ ກໍ່​ແມ່ນ​ເປົ້າ​ໝາຍ​ຂອງ​ການ​ບຸກ​ໂຈມ​ຕີຄັ້ງ​ຕ່າງໆ. ວັນ​ທີ 28 - 11 ຜ່ານ​ມາ, ​ເຫດ​ວາງລະ​ເບີດ​ຢູ່​ມໍ່​ກັບ​ສະພາ​ແຫ່ງ​ຊາດ ອີ​ຮັກ ຖືກ​ກຳນົດ​ວ່າ ​ແມ່ນ​ການ​ລອບ​ສັງຫານ​ເລັ່ງໃສ່​ນາຍົກລັດຖະມົນຕີ ອີ​ຮັກ Nuri al-Maliki ​ແຕ່​ບໍ່​ໄດ້​ຮັບ​ຜົນ. ອຳນາດ​ການ​ປົກຄອງ ອີ​ຮັກ ບໍ່​ພຽງ​ແຕ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ດ້ານ​ຄວາມ​ສະຫງົບ​ຈາກ​ຝ່າຍ​ກໍ່​ການ​ຮ້າຍ ​ແລະ​ ຝ່າຍ​ຄ້ານ​ເທົ່າ​ນັ້ນ, ຫາກ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ກັບ​ຄວາມ​ຂັດ​ແຍ້ງ​ກັນ​ລະຫວ່າງ​ຝ່າຍ​ຕ່າງໆ, ກໍ່​ຄື​ສາສະໜາ ​ແລະ ​ເຊື້ອ​ຊາດ​ຜີວພັນ. ​ປະຈຸ​ບັນ, ລັດຖະບານ​ຂອງ​ນາຍົກ ລັດຖະມົນຕີ ອີ​ຮັກ Nuri al-Maliki​ ສ່ວນ​ຫຼາຍ​ແມ່ນຊາວ​ມຸດ​ສະລີ​ນ ນິກາຍ Shiite. ມີ​ພຽງ 7 ທ່ານ​ໃນ​ຈຳນວນລັດຖະມົນຕີ 42 ທ່ານ ​​ເຊິ່ງແມ່ນ​ຊາວ​ມຸດ​ສະ​ລິນ ນິກາຍ Sunni ​ເທົ່າ​ນັ້ນ. ຜູ້​ຄົນ​ເຫຼົ່າ​ນີ້ ​ໄດ້​ກໍ່ສ້າງ​ພັກ​ຝ່າຍ​ຄ້ານ ພາຍ​ໃຕ້​ການ​ນຳພາ​ຂອງ​ອາ​ດີດ​ນາຍົກລັດຖະມົນຕີ Ayad Allawi ​ເຊິ່ງ​ແມ່ນ​ຄູ່​ແຂ່ງ​ຂອງ​ນາຍົກລັດຖະມົນຕີ Nuri al - Maliki. ສ່ວນປະທານາທິບໍດີ Jalal Talabani ພັດ​ແມ່ນ​ການ​ນຳ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຊາວ Kurd. ​ແຕ່ລະ​ກຸ່ມ​ລ້ວນ​ແຕ່​ມີ​ບັນດາມື​ປືນ​ສະໜັບສະໜູນ​ສະ​ເພາະ. ​​ໃນ​ສະພາບ​ການ​ທີ່​ປະ​ເທດ​ຍັງ​ບໍ່​ທັນ​​​ເຂັ້ມ​ແຂງ​ປານ​ໃດ ​ບັ້ນ​ຮົບ​ດ້ານ​ສິດ​ອຳນາດ​ລະຫວ່າງ​ກຸ່ມ​ຕ່າງໆ ອາດຈະ​​ເຮັດ​ໃຫ້​ປະ​ເທດແບ່ງອອກ​ເປັນ 3 ພາກ.

    ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ປະຕິບັດ​ສັນຍາ​ປ້ອງ​ກັນ​ຄວາມ​ສະຫງົບ ອາ​ເມ​ລິ​ກາ - ອີ​ຮັກ​ ກໍ່​ຕອບ​ສະໜອງ​ຄວາມ​ປາຖະໜາ​ຂອງ​ຊາວ ອາ​ເມ​ລິ​ກາ ​ແລະ ຊາວ ອີ​ຮັກ​ສ່ວນ​ຫຼາຍ. ສຳ​ຫຼັບ​ຊາວ ອາ​ເມ​ລິ​ກາ, ​ເຫດການ​ນີ້​ຈະ​ສິ້ນ​ສຸດ​ບັ້ນ​ຮົບ​ທີ່​ເສຍ​ຫາຍ​ທັງ​ດ້ານ​ຊີວິດອິນ​ຊີ ​ແລະ​ ຊັບ​ສິນ ທີ່​ແກ່ຍາວ​ເກືອບ 1 ທົດ​ສະ​ວັດ​ຜ່ານ​ມາ, ດ້ວຍທະຫານ ອາ​ເມ​ລິ​ກາ​ ເກືອບ 4.500 ຄົນ​ຖືກ​ເສຍ​ຊີວິດ, 32.209 ຄົນ​ຮັບ​ບາດ​ເຈັບ ​ແລະ ​ເສຍ​ເງິນ​ທອງເຖິງ 817 ຕຶ້ USD. ສຳ​ຫຼັບ​ຊາວ ອີ​ຮັກ, ​ເຫດການ ອາ​ເມ​ລິ​ກາ​ຖອນ​ທະຫານ​ອອກນັ້ນ​ແມ່ນ​ຂີດ​ໝາຍ​ທີ່​ສຳຄັນ, ສ້າງ​ກາລະ​ໂອກາດ ​ເພື່ອ​ໃຫ້​ຊາວ ອີ​ຮັກ ຢືນ​ຢັນ​ເອກະລາດ ​ແລະ​ ຄວາມ​ສາມາດ​ສ້າງ​ອະນາຄົດ​ໃໝ່​ໃຫ້​ແກ່​ປະ​ເທດ​ຊາດ. ​ແຕ່​ອະນາຄົດ ພຽງ​ແຕ່​ສາມາດໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນ ​ໂດຍ​ມີ​ການ​ກະທຳ​ລວມໝູ່ ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ, ສ້າງ​ຄວາມ​ເຊື່ອ​ໝັ້ນ ​ແລະ ການໄກ່​ເກ່ຍປອງ​ດອງ​ຊາດ.

                                                                                                                 ດ່ວານ​ຈູງ

   

ຕອບກັບ

ຂ່າວ/ບົດ​ອື່ນ