ການເຈລະຈາກ່ຽວກັບບັນຫານິວເຄຼຍຂອງ ອີຣານ, ລະຫວ່າງ ອີຣານ ແລະ ກຸ່ມ P5+1 ພວມຖືກດຳເນີນຢູ່ ວຽນ, ປະເທດ ໂອຕລິດ. ນີ້ແມ່ນການເຈລະຈາຮອບສຸດທ້າຍເພື່ອຊອກຫາຂໍ້ຕົກລົງຮອບດ້ານສະບັບໜຶ່ງ ໃຫ້ແກ່ໂຄງການນິວເຄຼຍ ເຊິ່ງໄດ້ກໍ່ການໂຕ້ຖຽງຢ່າງຫຼວງຫຼາຍຂອງ ອີຣານ ໃນຫຼາຍປີມານີ້. ໂດຍຖືກດຳເນີນໃນສະພາວະເກີດມີຄວາມລົງລອຍກັນລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງນັ້ນ, ການເຈລະຈາຮອບນີ້ອາດຈະສິ້ນສຸດຕາມກຳນົດເວລາສຸດທ້າຍຄືວັນທີ 24/11 ຄືດັ່ງບັນດາຝ່າຍຍົກອອກມາໄດ້ຫຼືບໍ່? ຫຼືວ່າການຕໍ່ກຳນົດຈະສືບຕໍ່ດຳເນີນຄືນໃໝ່? ນີ້ແມ່ນສິ່ງທີ່ຫາງສຽງມີຄວາມສົນໃຈທີ່ສຸດ. ໃນລາຍການສະຖານະການພາກນີ້, ພວກເຮົາຂໍແນະນຳບົດຂຽນຂອງນັກຂ່າວ ແອ໋ງຮ່ວຽນ ທີ່ພາດຫົວຂໍ້ວ່າ: ກາລະໂອກາດທີ່ດີໃຫ້ແກ່ການເຈລະຈາກ່ຽວກັບບັນຫານິວເຄຼຍຂອງ ອີຣານ.
ນີ້ແມ່ນຮອບເຈລະຈາສາມາດຕັດສິນເພື່ອໃຫ້ ອີຣານ ແລະ ບັນດາປະເທດມະຫາອຳນາດ ກ້າວໄປສູ່ຂໍ້ຕົກລົງສະບັບສຸດທ້າຍ ແນໃສ່ຢຸດຕິການໂຕ້ຖຽງກັນ ກ່ຽວກັບໂຄງການນິວເຄຼຍຂອງ ອີຣານ ໃນຕະຫຼອດ 12 ປີທີ່ຜ່ານມາ. ມັນມີຄວາມໝາຍຕັດສິນຍ້ອນວ່າ ຖ້າຫາກພັງທະລາຍລົງ, ວິວັດທະນາການນີ້ອາດຈະແກ່ຍາວໃນທາມກາງຄວາມອິດເມື່ອຍ ແລະ ຕົກເຂົ້າສູ່ສະພາບບໍ່ມີທາງອອກ, ອັນໄດ້ກໍ່ໃຫ້ເກີດຜົນຮ້າຍຢ້ອນຫຼັງຍາກທີ່ຄາດຄະເນໄວ້ລ່ວງໜ້າ. ກ່ອນໜ້ານັ້ນ, ໂດຍບໍ່ຫົວຊາຕໍ່ຄວາມມານະພະຍາຍາມຂອງບັນດາຝ່າຍ, ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງສະບັບໜຶ່ງເພື່ອຈຳກັດໂຄງການນິວເຄຼຍຂອງ ເຕເຮຣານ ແນໃສ່ແລກເອົາການຊ່ວຍບັນເທົາທຸກ ແລະ ຍົກເລີກບັນດາມາດຕະການລົງໂທດລ້ວນແຕ່ຍັງບໍ່ທັນໄປສູ່ໝາກຜົນສຸດທ້າຍ.
ລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry (ຊ້າຍ), ຂະຫຼວງໃຫຍ່ ອີຢູ Ashton (ກາງ) ແລະ ລັດຖະມົນຕີການຕ່າງປະເທດ ອີຣານ ໃນການພົບປະເມື່ອວັນທີ 10/11
(ພາບ: Reuters)
ບັນດາຄວາມແຕກຕ່າງກັນຍາກທີ່ຈະວັດແທກໄດ້
ພາຍຫຼັງປະລະກຳນົດເວລາ, ໃນວັນທີ 20/7, ອີຣານ ແລະ ກຸ່ມ P5+1 ໄດ້ເປັນເອກະສັນກັນ ແກ່ຍາວການເຈລະຈາເພື່ອແກ້ໄຂບັນດາບັນຫາທີ່ເປັນໄລ່ກ່ອນ. ແຕ່ຜ່ານເກືອບ 4 ເດືອນທີ່ຜ່ານມາ, ບັນດາຝ່າຍຍັງບໍ່ທັນສາມາດຮັດແຄບຄວາມບໍ່ລົງລອຍກັນໄດ້ເທື່ອ. ເຖິງແມ່ນວ່າໄດ້ຊຸກຍູ້ການປຶກສາຫາລືຄັ້ງຕ່າງໆລະຫວ່າງ ອີຣານ ແລະ ກຸ່ມ P5+1, ແລະ ການເຈລະຈາ 2 ຝ່າຍ ອາເມລິກາ - ອີຣານ ກໍ່ຄືການເຈລະຈາ 3 ຝ່າຍ ອີຣານ - ອາເມລິກາ ແລະ ສະຫະພາບ ເອີລົບ ຢ່າງຕໍ່ເນື່ອງ. ເພາະສະນັ້ນ ຄວາມປາດຖະໜາທຸກຢ່າງພວມທຸມເທໃສ່ການເຈລະຈາຄັ້ງນີ້ ດ້ວຍຄວາມຫວັງບັນລຸໄດ້ຂໍ້ຕົກລົງຕາມກຳນົດຄືວັນທີ 24/11 ຄືດັ່ງບັນດາຝ່າຍໄດ້ຍົກອອກມາກ່ອນນີ້. ແຕ່ບັນດານັກສັງເກດການພັດບໍ່ປະເອີບໃຈປານໃດ ຕໍ່ແງ່ຫວັງບັນລຸໝາກຜົນລະອຽດໃນຮອບເຈລະຈາຄັ້ງນີ້, ເພາະຍັງມີຄວາມບໍ່ລົງລອຍກັນບາງຢ່າງ ຍັງບໍ່ທັນໄດ້ຮັບການແກ້ໄຂ. ຫວນຄືນວິວັດການເຈລະຈາໃນຫຼາຍປີທີ່ຜ່ານມາ ອາດຈະເຫັນວ່າບັນດາຝ່າຍ ເຖິງວ່າໄດ້ຜ່ານໄລຍະທາງທີ່ຍາວໄກ ໃນການຈັດແບ່ງປະເພດບັນຫາໃຫຍ່ກໍ່ຕາມ, ແຕ່ຍັງຄົງມີຄວາມແຕກຕ່າງກັນໃນບາງບັນຫາທີ່ສຳຄັນ, ມີຄວາມສັບສົນ ແລະ ສະດຸ້ງໄວ. ນັ້ນແມ່ນສິ່ງຄ້າງຄາກ່ຽວກັບຂອບຂະໜາດຄວາມສາມາດເສີມທາດນິວເຄຼຍຂອງ ອີຣານ, ໃນນັ້ນ ມີບັນຫາເຕົາແຍກນິວເຄຼຍ ປະເພດນ້ຳໜັກຢູ່ ອາຣັກ, ກຳນົດເວລາຄວາມສັກສິດຂອງຂໍ້ຕົກລົງ, ຂອບຂະໜາດໂຍະຍານຄຳສັ່ງລົງໂທດ… ແລະ ຄວາມສັບສົນທີ່ວ່າຝ່າຍໜຶ່ງແມ່ນ ອີຣານ ດຳເນີນການເສີມທາດ ຢູເຣນຽມ ໃນລະດັບ 20% ໂດຍໄວ, ສ່ວນຝ່າຍຕາເວັນຕົກກໍ່ເພີ່ມທະວີການລົງໂທດນັ້ນໄດ້ເກີດຂຶ້ນຢ່າງຊ້ຳແລ້ວຊ້ຳອີກ.
ເຈດຕະນາດີແມ່ນເງື່ອນໄຂຕັດສິນຊີ້ຂາດ
ເຖິງຢ່າງໃດກໍ່ຕາມ, ບໍ່ອາດປະຕິເສດໄດ້ໃນກ່ວາ 10 ປີທີ່ຜ່ານມາ, ຍັງບໍ່ທັນມີຍາມໃດທີ່ວິວັດການເຈລະຈາໄດ້ກ້າວໄປໄກເຖິງລະດັບຄືໃນປະຈຸບັນ. ລະຫວ່າງ 2 ຝ່າຍໄດ້ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ເຖິງວ່າລະດັບຄວາມຈຳເປັນເພື່ອເຮັດໃຫ້ວິວັດທະນາການເຈລະຈາທີ່ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງສຸດທ້າຍກໍ່ຕາມ ແຕ່ບໍ່ອາດຖືກຕ່າວປີ້ນໄດ້. ຍ້ອນເຈດຕະນາດີເຊັນນັ້ນໄດ້ຊ່ວຍຄວາມໄວ້ເນື້ອເຊື່ອໃຈກັນຄ່ອຍໆໄດ້ຮັບການສ້າງຂຶ້ນ, 2 ຝ່າຍພວມນັບມື້ນັບຫຍັບມໍ່ເຂົ້າກັນກ່ວາ.
ແຕ່ເພື່ອໄປສູ່ຂໍ້ຕົກລົງທີ່ເປັນໜ້າເພິງພໍໃຈໃຫ້ແກ່ທຸກໆຝ່າຍນັ້ນ, ຈຳເປັນຕ້ອງມີເຈດຕະນາດີ ແລະ ຄວາມມານະພະຍາຍາມຢ່າງຫຼວງຫຼາຍ. ກ່ອນທີ່ດຳເນີນການເຈລະຈາຮອບນີ້, ລັດຖະມົນຕີການຕ່າງປະເທດ ອີຣານ Mohammad – Javad Zarif ໄດ້ສະແດງຄວາມປະເອີບໃຈກ່ຽວກັບໝາກຜົນທີ່ດີໃຫ້ແກ່ຮອບເຈລະຈາທີ່ມີລັກສະນະຕັດສິນນີ້, ແຕ່ກໍ່ບໍ່ລື່ມເນັ້ນໜັກເຖິງເຈດຕະນາດີ ແລະ ຄວາມເຊື່ອໝັ້ນຕໍ່ກັນ. ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad – Javad Zarif ຖະແຫຼງວ່າ : ຖ້າຫາກມີເຈດຕະນາດີຈາກກຸ່ມ P5+1, ອີຣານ ພ້ອມແລ້ວທີ່ຈະຕອບສະໜອງ ແລະ ໄປສູ່ຂໍ້ຕົກລົງສະບັບໜຶ່ງ. ຖ້າຫາກກຸ່ມ P5+1 ບໍ່ມີເຈດຕະນາດີນັ້ນ, ອີຣານ ຍັງຫວັງມີວິທີການແກ້ໄຂໃຫ້ບັນຫານິວເຄຼຍ ແຕ່ຈະບໍ່ໄປຝືນກັບຜົນປະໂຫຍດຂອງປະເທດຊາດ. ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Philip Hammond ຖືວ່າ: ບັນດາຝ່າຍອາດຈະບັນລຸຂໍ້ຕົກລົງກ່ຽວກັບໂຄງການນິວເຄຼຍຂອງ ອີຣານ ກ່ອນວັນທີ 24/11, ແຕ່ ອີຣານ ຄວນສະແດງຄວາມອ່ອນຍົນຫຼາຍກ່ວາອີກໃນການເກ້ຍກ່ອມ ບັນດາຄູ່ຮ່ວມມືກ່ຽວກັບລັກສະນະສັນຕິພາບ ໃນໂຄງການນິວເຄຼຍຂອງຕົນ. ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Jonh Kerry ກໍ່ຖືວ່າ: ນີ້ແມ່ນກາລະໂອກາດຄັ້ງປະຫວັດສາດທີ່ອີຣານບໍ່ຄວນປະພາດເພື່ອແກ້ໄຂຄວາມລະແວງສົງໃສ ແລະ ວິຕົກກັງວົນຂອງສາກົນ ແລະ ແລກເອົາກາລະໂອກາດດ້ານເສດຖະກິດ ກໍ່ຄືຢຸດຕິສະພາບຕົກຢູ່ໂດດດຽວ.
ກາລະໂອກາດທີ່ດີໃຫ້ແກ່ຂໍ້ຕົກລົງນິວເຄຼຍຮອບດ້ານ
ເປັນທີ່ຈະແຈ້ງແລ້ວວ່າເຈດຕະນາດີລ້ວນແຕ່ໄດ້ມີມາຈາກ 2 ຝ່າຍແລ້ວ. ໃນຈຸດເວລານີ້, ສິ່ງທີ່ຈຳເປັນທີ່ສຸດແມ່ນບັນດາຝ່າຍຕ້ອງນຳໃຊ້ກາລະໂອກາດຢ່າງວ່ອງໄວ ດ້ວຍບັນດາການກະທຳລະອຽດ.
ໃນສະພາບຂາດສະຖຽນລະພາບທີ່ນັ້ບມື້ນັບເພີ່ມຂຶ້ນໃນພາກພື້ນ ດ້ວຍໄພນາບຂູ່ຈາກລັດອິດສະລາມ (IS) ໂດຍຂະໜານນາມເອງນັ້ນ, ການບັນລຸຂໍ້ຕົກລົງນິວເຄຼຍຮອບດ້ານ ບໍ່ພຽງແຕ່ຊ່ວຍປິດໄລຍະ 35 ປີແຫ່ງການເປັນປໍລະປັກລະຫວ່າງ ອີຣານ ແລະ ຝ່າຍຕາເວັນຕົກເທົ່ານັ້ນ ຫາກຍັງເປີດກາລະໂອກາດຮ່ວມມືຫຼາຍຢ່າງລະຫວ່າງວໍຊິງຕັນ ແລະ ເຕເຮຣານ ໃນນັ້ນມີການສູ້ຮົບຕ້ານ IS. ເຖິງເວລາແລ້ວທີ່ ອາເມລິກາ ແລະ ຝ່າຍຕາເວັນຕົກຕ້ອງຍອມຮັບຄວາມຈິງທີ່ວ່າ, ປະເທດ ສ. ອິດສະລາມ ອີຣານ ພວມສວມບົດບາດສຳຄັນໃນການແກ້ໄຂບັນດາບັນຫາໃນພາກພື້ນຕາເວັນອອກກາງ. ນັ້ນແມ່ນຊອກຫາວິທີການແກ້ໄຂໃຫ້ແກ່ວິກິດການ ຊີຣີ ຮັບປະກັນວິວັດທະນາການມອບໂອນ ກ່ຽວກັບການປ້ອງກັນຄວາມສະຫງົບຢ່າງສຳເລັດຜົນໃນປະເທດອາບການິດສະຖານ, ຟື້ນຟູສະຖຽນລະພາບຢູ່ ລີບັງ ແລະ ເຢແມນ, ກໍຄືຮັບປະກັນສັນຕິພາບໃນເຂດຊາຍແດນລະຫວ່າງ ລີບັງ ແລະ ອິດສະຣາແອນ. ເພາະສະນັ້ນການເຈລະຈາຄັ້ງນີ້ກໍ່ແມ່ນກາລະໂອກາດທີ່ດີເພື່ອໃຫ້ ອີຣານ ແລະ ກຸ່ມ P5+1 ບັນລຸຂໍ້ຕົກລົງຮອບດ້ານ, ຍາວນານ, ນຳຜົນປະໂຫຍດມາສູ່ທຸກໆຝ່າຍ.