ກຳລັງແຮງບົ່ມຊ້ອນ ແລະ ການກຳນົດທິດພັດທະນາຂອງຫວຽດນາມ ໃນເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

(VOVWORLD) -ຄວາມມຸ່ງຫວັງພັດທະນາ “ປະເທດມີຄວາມວັດທະນາຖາວອນ, ຜາສຸກ” ບໍ່ແມ່ນ “ແນວຄິດລະເມີເຟີ້ຝັນ” ຫາກແມ່ນຄວາມມຸ່ງຫວັງໂດຍເລີ່ມມາຈາກຄວາມໄວ້ເນື້ອເຊື່ອໃຈຢ່າງແນວແນ່ເຂົ້າໃນພາລະກິດອັນໃຫຍ່ຫຼວງ

ຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ມີຈຸດໃໝ່ບາງຢ່າງ, ຈາກຫົວຂໍ້ຂອງກອງປະຊຸມໃຫຍ່, ທັດສະນະຊີ້ນຳ, ເປົ້າໝາຍສັງລວມ ຕະຫຼອດຮອດການກຳນົດທິດການພັດທະນາ, ໜ້າທີ່ຈຸດສຸມ, ບຸກທະລຸຂອງຫວຽດນາມ. ສັງເກດລວມແລ້ວແມ່ນກຳນົດທິດພັດທະນາປະເທດຫວຽດນາມ ໃຫ້ມີຄວາມວັດທະນາຖາວອນ, ມີຄວາມຜາສຸກ ດ້ວຍຄາດໝາຍຮອດກາງສະຕະວັດທີ 21 ຈະກາຍເປັນປະເທດພັດທະນາ, ຕາມກຳນົດທິດສັງຄົມນິຍົມ. ນີ້ໄດ້ຮັບຖືວ່າແມ່ນຈຸດພົ້ນເດັ່ນໃນຮ່າງເອກະສານ ແລະ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ເຊິ່ງສ່ອງແສງໃຫ້ເຫັນຄວາມຮັບຮູໃໝ່ຂອງພັກກ່ຽວກັບກຳລັງແຮງບົ່ມຊ້ອນ ແລະ ແບບວິທີພັດທະນາຂອງປະເທດຫວຽດນາມ ໃນສະພາບການໃໝ່.

ກຳລັງແຮງບົ່ມຊ້ອນ ແລະ ການກຳນົດທິດພັດທະນາຂອງຫວຽດນາມ ໃນເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ - ảnh 1 ທ່ານສາດສະດາຈານ, ປະລິນຍາເອກ ຟຸ່ງຮິວຝູ໊, ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງ

(ພາບ: TTXVN)

ທ່ານສາດສະດາຈານ, ປະລິນຍາເອກ ຟຸ່ງຮິວຝູ໊, ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງ, ໃຫ້ຮູ້ວ່າ: ຄວາມມຸ່ງຫວັງພັດທະນາ “ປະເທດມີຄວາມວັດທະນາຖາວອນ, ຜາສຸກ” ບໍ່ແມ່ນ “ແນວຄິດລະເມີເຟີ້ຝັນ” ຫາກແມ່ນຄວາມມຸ່ງຫວັງໂດຍເລີ່ມມາຈາກຄວາມໄວ້ເນື້ອເຊື່ອໃຈຢ່າງແນວແນ່ເຂົ້າໃນພາລະກິດອັນໃຫຍ່ຫຼວງ, ກຳລັງຄວາມສາມາດບົ່ມຊ້ອນ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງປະເທດຊາດ ພາຍຫຼັງໄລຍະ 35 ປີແຫ່ງການດຳເນີນພາລະກິດປ່ຽນແປງໃໝ່; ຄຸນນະທາດ ແລະ ບົດຮຽນຫຼາຍບົດເຊິ່ງພັກ, ປະຊາຊົນຫວຽດນາມ ໄດ້ພິສຸດ, ຫຼໍ່ຫຼອມໃນສະພາບຕົວຈິງຂອງການອອກແຮງງານ, ປະດິດຄິດສ້າງ. ນັ້ນກໍ່ບໍ່ແມ່ນຄວາມມຸ່ງຫວັງທີ່ງ່າຍດາຍ, ໄປຕາມທິດເທົ່ານັ້ນ ຫາກແມ່ນຄວາມມຸ່ງຫວັງທີ່ໄດ້ເພີ່ມພູນຂຶ້ນ ບົນພື້ນຖານການໄຈ້ແຍກຕີລາຄາ, ຄິດຄາດຢ່າງລະອຽດລະອໍໃນບັນດາກາລະໂອກາດທີ່ສະດວກ, ສາມາດກຳແໜ້ນ ແລະ ເສີມຂະຫຍາຍໄດ້ອີກດ້ວຍ.

        “ຄວາມມຸ່ງຫວັງພັດທະນາປະເທດຊາດ ແມ່ນປັດໄຈທີ່ໃໝ່ອ່ຽມ, ແມ່ນປັດໄຈສະແດງໃຫ້ເຫັນກຳລັງແຮງບົ່ມຊ້ອນພາຍໃນຂອງຊາດຫວຽດນາມ ຢ່າງແທ້ຈິງ. ບັນຫາທີ່ໄດ້ວາງອອກແມ່ນ ຄວາມມຸ່ງຫວັງພັດທະນາແມ່ນຄືແນວໃດ?. ຮ່າງເອກະສານໄດ້ເນັ້ນໜັກເປັນພິເສດເຖິງປັດໄຈ “ຄວາມຜາສຸກ” ຂອງປະຊາຊົນ. ຜ່ານໂລກລະບາດໂຄວິດ-19 ພວກເຮົາຍິ່ງມີຄວາມເຂົ້າໃຈກວ່າວ່າ, ບໍ່ແມ່ນມີແຕ່ລາຍຮັບສູງ, ມີລະດັບເຕີບໂຕໄວຈຶ່ງມີຄວາມຜາສຸກ, ຫາກສິ່ງສຳຄັນທີ່ສຸດແມ່ນຊີວິດມີຄວາມສະຫງົບ ແລະ ສັນຕິສຸກ.”

ກຳລັງແຮງບົ່ມຊ້ອນ ແລະ ການກຳນົດທິດພັດທະນາຂອງຫວຽດນາມ ໃນເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ - ảnh 2ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກ໊ວກຫຽນ

(ພາບ: TTXVN)

ຄວາມມຸ່ງຫວັງພັດທະນາປະເທດຊາດໃຫ້ມີຄວາມວັດທະນາຖາວອນ, ມີຄວາມຜາສຸກ ບໍ່ພຽງແຕ່ແມ່ນຄວາມຝັນ ຫາກຍັງແມ່ນຄວາມມຸ່ງຫວັງນຳມາເຊິ່ງພະລັງຊີວິດຕົວຈິງ, ໄດ້ຮັບການສ້າງຕັ້ງຂຶ້ນ, ເພີ່ມພູນຄູນສ້າງບົນພື້ນຖານວິທະຍາສາດກ່ຽວກັບທິດທາງ, ເປົ້າໝາຍກັບບັນດາບາດກ້າວທີ່ໄດ້ຮັບການຄາດຄະເນຢ່າງຈະແຈ້ງ. ໂດຍສືບທອດປະຕິບັດບັນດາເປົ້າໝາຍທີ່ໄດ້ກຳນົດໄວ້ຈາກກອງປະຊຸມໃຫຍ່ຂອງພັກກ່ອນນີ້ໃຫ້ສົມບູນແບບ, ອີງໃສ່ເງື່ອນໄຂ, ຄວາມສາມາດຕົວຈິງຂອງປະເທດຊາດ ແລະ ທ່າອ່ຽງພັດທະນາຂອງໂລກ, ຮ່າງບັນດາເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ໄດ້ຢັ້ງຢືນເປົ້າໝາຍລະອຽດ ເພື່ອ ຮອດປີ 2045, ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກ໊ວກຫຽນ ຖືວ່າ: ສິ່ງທີ່ຈຳເປັນສຳລັບປະຊາຊົນ ບໍ່ພຽງແຕ່ແມ່ນວັດຖຸເທົ່ານັ້ນ, ຫາກຍັງແມ່ນຄວາມຜາສຸກ ແລະ ຄວາມຕ້ອງການທາງດ້ານວັດທະນະທຳ, ພູມປັນຍາ ອີກດ້ວຍ:

        “ປະທານໂຮ່ຈີມິນ ໄດ້ວາງຄາດໝາຍສ້າງປະເທດຫວຽດນາມ ໃຫ້ມີເອກະລາດ, ເສລີພາບ, ມີຄວາມຜາສຸກ. ສະນັ້ນ, ທັດສະນະຂອງຂ້າພະເຈົ້າແມ່ນ ສ້າງປະເທດຊາດໃຫ້ມີຄວາມຜາສຸກ, ປະຊາຊົນມີຄວາມຜາສຸກ, ປະເທດຊາດຮັ່ງມີເຂັ້ມແຂງ. ຫວ່າງແລ້ວນີ້, ເປັນຄັ້ງທຳອິດທີ່ມີເອກະສານຂອງແຂວງສະບັບໜຶ່ງໄດ້ຍົກເອົາ “ຄວາມຜາສຸກ” ເຂົ້າໃນມາດຕະຖານ. ທີໜຶ່ງແມ່ນມາດຕະຖານກ່ຽວກັບຄວາມເພິ່ງພໍໃຈຂອງປະຊາຊົນ, ທີ 2 ແມ່ນມາດຕະຖານກ່ຽວກັບສຸຂະພາບ. ຂ້າພະເຈົ້າຖືວ່າ ນັ້ນແມ່ນຈຸດໃໝ່”.

        ເປົ້າໝາຍພັດທະນາແບບຍືນຍົງເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ ຕ້ອງໄດ້ຮັບການປະຕິບັດຜ່ານບັນດາມາດຕະການຄຸ້ມຄອງພັດທະນາສັງຄົມຢ່າງມີປະສິດທິຜົນ ເພື່ອແກ້ໄຂການພົວພັນໃນສັງຄົມໂດຍມີຄວາມກົມກຽວ, ຮັບປະກັນສະຖຽນລະພາບ ແລະ ການພັດທະນາສັງຄົມແບບຍືນຍົງ, ຮັບປະກັນໃຫ້ປະຊາຊົນທຸກຄົນລ້ວນແຕ່ມີສິດເສລີ, ມີຄວາມສະເໝີພາບ, ມີໂອກາດ ແລະ ເງື່ອນໄຂພັດທະນາຢ່າງຮອບດ້ານ, ຮັບປະກັນວ່າປະຊາຊົນໄດ້ຊົມໃຊ້ຜົນງານຂອງພາລະກິດແຫ່ງການປ່ຽນແປງໃໝ່, ການສ້າງລັດທິສັງຄົມນິຍົມ ນັບມື້ນັບດີກວ່າເກົ່າ. ທ່ານ ບຸ່ຍຊີ້ເລີ້ຍ, ຮອງຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດຫວຽດນາມ ຖືວ່າ: ການປະຕິບັດຄວາມຍຸຕິທຳໃນສັງຄົມແມ່ນສິ່ງຕິດພັນລະຫວ່າງນະໂຍບາຍທາງດ້ານເສດຖະກິດກັບນະໂຍບາຍສັງຄົມ, ການພັດທະນາເສດຖະກິດກັບການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ຮັບປະກັນວ່າປະຊາຊົນໄດ້ຊົມໃຊ້ຜົນງານແຫ່ງການປ່ຽນແປງໃໝ່ໃຫ້ນັບມື້ນັບດີກວ່າເກົ່າ. ທ່ານ ບຸ່ຍຊີ້ເລີ້ຍ ເວົ້າວ່າ:

        “ຕ້ອງຮັບປະກັນຊີວິດສັງຄົມໃຫ້ເປັນຢ່າງດີ ເພື່ອໃຫ້ປະຊາຊົນທຸກຄົນລ້ວນແຕ່ດຳລົງຊີວິດຢູ່ລະດັບພື້ນຖານ, ນີ້ແມ່ນການຮັບປະກັນຊີວິດສັງຄົມຢ່າງແທ້ຈິງ ແລະ ເນື້ອແທ້ຂອງລັດຫວຽດນາມ ກໍ່ແມ່ນຮັບປະກັນຊີວິດສັງຄົມ. ຄວາມມຸ່ງມາດປາດຖະໜາຂອງພວກເຮົາໃນປະຈຸບັນແມ່ນ, ປະຊາຊົນດຳລົງຊີວິດຢູ່ເຂດດິນແດນຫວຽດນາມ ບໍ່ມີຜູ້ໃດດຳລົງຊີວິດຕ່ຳກວ່າລະດັບພື້ນຖານຂອງພື້ນຖານຊີວິດສັງຄົມ. ນີ້ແມ່ນທັດສະນະຂອງພັກ ແລະ ພວກເຮົາຕ້ອງສືບຕໍ່ປະຕິບັດການຍົກລະດັບເງິນອຸດໜູນສັງຄົມ, ບຸລິມະສິດຕໍ່ຜູ້ທີ່ມີຄຸນງາມຄວາມດີ. ພວກເຮົາຍິ່ງປະຕິບັດນະໂຍບາຍສັງຄົມ ແມ່ນຊ່ອງຫວ່າງລະຫວ່າງຄວາມຮັ່ງມີ ແລະ ທຸກຍາກຈະນັບມື້ນັບຮັດແຄບລົງ”.

        ຄວາມມຸ່ງຫວັງພັດທະນາປະເທດຊາດໃຫ້ມີຄວາມວັດທະນະຖາວອນ, ມີຄວາມຜາສຸກ ພິເສດຕ້ອງຕິດພັນກັບວິວັດທະນາການສ້າງສາ ແລະ ເສີມຂະຫຍາຍຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າທາງດ້ານວັດທະນະທຳ ແລະ ຄຸນຄ່າທີ່ເປັນມາດຕະຖານ, ພ້ອມກັບກຳລັງແຮງຂອງຊາວຫວຽດນາມ ໃນຍຸກສະໄໝໃໝ່. ພ້ອມກັນນັ້ນຕິດພັນກັບການເສີມຂະຫຍາຍລະບົບກຳລັງໜູນພັດທະນາຢ່າງຄົບຊຸດ: ປະຊາທິປະໄຕສັງຄົມນິຍົມ, ມະຫາສາມັກຄີທົ່ວປວງຊົນ, ກຳລັງແຮງສັງລວມຂອງລະບົບການເມືອງ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ