ຄວາມບໍ່ລົງລອຍກັນສືບຕໍ່ເກີດຂຶ້ນ

(vovworld) - ການ​ພົວພັນ​ລະຫວ່າງ​ສະຫະພາບ​ອີ​ລົບ (EU) ​ແລະ ຕວກກີ​ເຄີຍ​​ເກີດ​ຄວາມ​ບໍ່​ລົງ​ລອຍ​ກັນ​ຫຼາຍ​ຢ່າງ, ປະຈຸ​ບັນ​ສືບ​ຕໍ່​ມີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ, ​ໃນ​ຂະນະ​ທີ່​ຊຸມ​ມື້​ຜ່ານ​ມາ, ສອງ​ຝ່າຍ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ຫຼາຍ​ບັນຫາ. ​ເລື່ອງ​ຂາດ​ຄວາມ​ໄວ້​ວາງ​ໃຈ, ທ່າ​ທີ​ສົງ​ໃສ​ແມ່ນ​ສາຍ​ເຫດ​ຕົ້ນຕໍ​ທີ່​ພາ​ໃຫ້​ສອງ​ຝ່າຍ​ຍາກ​ທີ່​ຈະ​ຊອກ​ໄດ້​ທັດສະນະ​ລວມ​ໃນ​ການ​ຮ່ວມ​ມື ກໍ​ຄື​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ.

ຄວາມບໍ່ລົງລອຍກັນສືບຕໍ່ເກີດຂຶ້ນ - ảnh 1
ວາລະປະຊຸມຂອງ EP
(ພາບ : AFP)

        ວັນ​ທີ 26/11, ລັດຖະສະພາ​ເອີ​ລົບ ​ໄດ້​ຮັບຮອງ​ເອົາ​ບົດ​ສະ​ເໜີ, ຕາມ​ນັ້ນ​ຈະ​ຢຸດຕິ​ການ​ເຈລະຈາ​ກ່ຽວ​ກັບ​ເລື່ອງ​ຮັບ​​ຕວກກີ​​ເຂົ້າເປັນ​ສະມາຊິກ​ຂອງ EU. ດ້ວຍ​ສາຍ​ເຫດ​ວ່າ, ລັດຖະບານ ຕວກກີ​ໄດ້​ລະ​ເມີດ​ສິດ​ທີ່​ເປັນ​ພື້ນຖານ​ຂອງ​ມະນຸດ, ພ້ອມ​ນັ້ນ EU ກໍ່​ຄິດ​ໄລ່​ເຖິງ​ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​ເສດຖະກິດ​ຕໍ່ ຕວກກີ, ຍ້ອນ​ລັດຖະບານ​ປະ​ເທດ​ນີ້​ໄດ້​ຈັບ​ຕົວ​ບັນດາ​ສະມາຊິກ​ຂອງ​ພັກ​ຝ່າຍ​ຄ້ານ ພາຍຫຼັງ​ການ​ລັດຖະປະຫານ​ເມື່ອ​ເດືອນ 7 ຜ່ານ​ມາ.

        ການ​ກະທຳ​ທີ່​ເປັນ​ຜົນ​ຮ້າຍ

        ພາຍຫຼັງ​ການ​ກະທຳ​ດັ່ງກ່າວ​ຂອງ EU, ປະທານາທິບໍດີ ຕວກກີ ທ່ານ Recep Tayyip Erdogan ​ໄດ້​ອອກສຽງ​ຮຽກຮ້ອງ EU ຕ້ອງ “ມີ​ສະຕິ​ກ່ຽວ​ກັບ​ການ​ກະທຳ​ຂອງ​ຕົນ“. ທ່ານ Recep Tayyip Erdogan ຖະ​ແຫຼ​ງວ່າ,​ລັດຖະບານ​ປະ​ເທດ​ນີ້​ມີ​ຄວາມ​ຮັບຜິດຊອບ​ຕໍ່​ການ​ບໍລິຫານ​ປະ​ເທດ ​ແລະ Recep Tayyip Erdogan ບໍ່​ມີ​ສິດ​ຍື່ນ​ມື​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ ຕວກກີ. ທ່ານ​ອາດ​ສາມາດ​ຈະ​​ກຳນົດ​ເວລາ​ຈັດ​ວາງສະພາວະ​ສຸກ​ເສີນ​ຢູ່ ຕວກກີ, ​ເຊິ່ງ​ເຄີຍ​ຈັດ​ວາງ​ພາຍຫຼັງ​ການ​ລັດຖະປະຫານ​ບໍ່​ໄດ້​ຮັບ​ຜົນ, ກໍ່​ຄື​ອະນຸຍາດ​ໃຫ້ຕັດສິນ​ລົງ​ໂທດ​ປະຫານ​ຊີວິດ​ຄືນ​ໃໝ່. ຕວກກີ ອາດ​ຈະ​ຈັດ​ຕັ້ງ​ການ​​ເອົາ​ປະຊາ​ມະຕິ​ໃນ​ປີ 2017 ກ່ຽວ​ກັບ​ເລື່ອງ​ປະ​ເທດ​ນີ້​ຈະ​ສືບ​ຕໍ່​ການ​ເຈ​ລະ​ຈາ​ຕ່າງໆ​ເພື່ອ​ເຂົ້າ​ເປັນ​ສະມາຊິກ EU ຫຼື​ບໍ. ກ່ອນ​ໜ້າ​ນັ້ນ, ປະທານາທິບໍດີ Recep Tayyip Erdogan ກໍ່​ໄດ້​ນາບ​ຂູ່​ວ່າ​ຈະ​ເປີດ​ດ່ານ​ຊາຍ​ແດນ​ໃຫ້​ຊາວ​ອົບ​ພະຍົບ​ເຂົ້າ ​ເອີ​ລົບ ຖ້າ​ຫາກ​ວ່າ EU ສືບ​ຕໍ່​ກໍ່​ຄວາມດັນ​ໃຫ້​ປະ​ເທດ​ນີ້.

        ປະຕິກິລິຍາ​ຂອງ ຕວກກີ ພາຍຫຼັງ​ຄຳ​ຕັດສິນ “ຢຸດຕິ“ ຂໍ້​ຕົກລົງຂອງ  EU ​ແມ່ນ​ເລື່ອງ​ທີ່​ເຂົ້າ​ໃຈງ່າຍ. ຕວກກີ​ໄດ້​ມອບ​ໜັງສື​ຂໍ​ໄດ້​ຮັບ​ເຂົ້າ​ເປັນ​ສະມາຊິກ EU ​​ເມື່ອ​ປີ 1987. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ວິວັດ​ການ​ເຈລະຈາ​ພຽງ​ແຕ່​ໄດ້​ຮັບ​ການ​ເລີ່​ມຕົ້ນ​ແຕ່​ປີ 2005 ​ເທົ່າ​ນັ້ນ. ​ໃນ 11 ກວ່າ​ປີ​ທີ່​ຜ່ານ​ມາ, ວິວັດການ​ເຈລະຈາກ່ຽວ​ກັບ​ເລື່ອງ ຕວກກີ ​ເຂົ້າ​ເປັນ​ສະມາຊິກ ສະຫະພາບ​ເສດຖະກິດ​ນີ້​ໄດ້​ປະສົບ​ກັບ​ສິ່ງ​ກີດຂວາງ​ຫຼາຍ​ຢ່າງ ​ແລະ ມາ​ຮອດ​ປະຈຸ​ບັນ, ທັງ​ສອງ​ຝ່າຍ​ພຽງ​ແຕ່​ເປັນ​ເອກະ​ພາບ​ບາງ​ບັນຫາ​ໃນ​ຈຳນວນ​ຫຼາຍ​ບັນຫາ​ທີ່​ຕ້ອງ​ປະຕິບັດ​ເພື່ອ​ໃຫ້ ຕວກກີ ​ໄດ້​ຮັບ​ເຂົ້າ​ເປັນ​ສະມາຊິກ​ຂອງ EU  ​ເທົ່າ​ນັ້ນ.

        ຕວກກີ ຕ້ອງການ EU  ຍ້ອນ​ຢາກ​ໄດ້​ຊົມ​ໃຊ້​ບຸລິ​ມາ​ສິດ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ເງິນ ​ແລະ ການ​ລົງທຶນ ກໍ່​ຄື​ສະຫວັດດີ​ການ​ສັງຄົມ​ອື່ນໆ​ຈາກ​ຝ່າຍ EU. ​ແຕ່​ໃນ​ຕະຫຼອດ​ເວລາ​ອັນ​ຍາວ​ນານ​ນັ້ນ, EU ພັດ​ບໍ່​ສະຫງວນບຸລິ​ມາ​ສິດ​ໃຫ້​ແກ່​ເລື່ອງ​ຮັບ ຕວກກີ​ເປັນ​ສະມາຊິກ, ​​ເຊິ່ງໃນ​ນັ້ນສາຍ​ເຫດ​ຕົ້ນຕໍ​ ​ແມ່ນ​ເລື່ອງ ຕວກກີ ​ເປັນ​ປະ​ເທດ​ອິດສະ​ລາມ. EU ​ເປັນ​ຫ່ວງ​ເປັນ​​​ໃຍ​ຕໍ່​ເລື່ອງ​ມີ​ສະມາຊິກ​ເປັນ​ປະ​ເທດ ອິດສະ​ລາມ ຈະ​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ໃຫ້​ແກ່​ສາຍ​ກ່ຽວພັນ​ສັງຄົມຕ່າງໆ​ໃນ​ສະຫະພາບ​ເອີ​ລົບ. ປະຊາ​ຄົມ​ຊາວ ອິດສະ​ລາມ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ພື້ນຖານ​ແນວ​ຄິດ​ທີ່​ແຕກ​ຕ່າງ​ກັນ​ກັບ​ປະຊາ​ຄົມ​ອື່ນໆ, ​ເຮັດ​ໃຫ້ການ​ນຳ EU ຕ້ອງ​ລະມັດລະວັງ,​ຈາກ​ນັ້ນ EU ຈຶ່ງ​ຄິດ​ລະ​ແວງຕໍ່​ເລື່ອງ​ຮັບ​ເອົາ ຕວກກີ ​ເຂົ້າ​ເປັນ​ສະມາຊິກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເມື່ອ​ກະ​ແສ​ຄົນ​ອົບ​ພະຍົບ​ເຂົ້າ ​ເອີ​ລົບ​ເປັນ​ຈຳນວນ​ຫຼວງ​ຫຼາຍ, EU ພັດ​ມີ​ຄວາມ​ຕ້ອງການ​ ຕວກກີ​ ທີ່​ສຸດ​ເພື່ອ​ພ້ອມ​ກັນ​ແກ້​ໄຂ​ບັນຫາ​ນີ້. ຄວາມ​ຈິງ​ແລ້ວ, ຕວກກີ ​ໄດ້​ກາຍ​ເປັນ​ທີ່ຢູ່​ອາ​ໄສ​ຊົ່ວ​ຄາວ​ໃຫ້​ຊາວລີ້​ໄພ​ທີ່​ມາ​ຈາກ​ຕາ​ເວັນ​ອອກ​ກາງ​ນັບ​ລ້ານ​ຄົນ. ສ່ວນ​ ຕວກກີ ກໍ່​ປາຖະໜາ​ຢາກ​ຍູ້​ໄວ​ຄວາມ​ຄືບ​ໜ້າ ​ເພື່ອ​ໃຫ້​ປະ​ເທດ​ນີ້​ໄດ້​ຮັບ​ການ​ຮັບຮອງ​ເປັນ​ສະມາຊິກ​ຂອງ EU. ​ແຕ່​ກົງກັນຂ້າມກັບ​ຄວາມ​ປາຖະໜາ​ນັ້ນ, ​ເລື່ອງ EU ຕຳ​ໜິຕິຕຽນ​ບັນດາ​ມາດ​ຕະການ​ນະ​ໂຍບາຍ​ພົວພັນພາຍ​ໃນຂອງ​ລັດຖະບານ ຕວກກີ ພາຍຫຼັງ​ການ​ລັດຖະປະຫານ​ດ້ານ​ການ​ທະຫານ​ບໍ່​ໄດ້​ຮັບ​ຜົນ, ຢຸດຕິ​ວິວັດ​ການ​ເຈລະຈາ​ກ່ຽວ​ກັບ​ເລື່ອງ ຕວກກີ ​​ໄດ້​ຮັບ​ເຂົ້າ​ເປັນ​ສະມາຊິກ EU, ສິ່ງ​ດັ່ງກ່າວ​ເຮັດ​ໃຫ້ ຕວກກີ  ບໍ່​ສາມາດ​ເກົ້າ​ອົດ​ເກົ້າ​ເຍື້ອນ​ໄດ້.

ຄວາມບໍ່ລົງລອຍກັນສືບຕໍ່ເກີດຂຶ້ນ - ảnh 2
ປະທານາທິບໍດີ Recep Tayyip Erdogan 
(ພາບ: TTXVN)

        ຜົນ​ຢ້ອນ​ຫຼັງ​ທີ່​ອັນຕະລາຍ

        ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ປະທານາທິບໍດີ Recep Tayyip Erdogan ອາດ​ຈະ​ຖະ​ແຫຼ​ງປະລະ​ຄວາມ​ຕັ້ງ​​ໃຈ​ເຂົ້າ​ເປັນ​ສະມາຊິກ EU ​ແລະ ຈະ​ຂໍ​ເຂົ້າ​ເປັນ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ້ (SCO).ນີ້​ແມ່ນ​ອົງການ​ລວມມີ 6 ​ສະມາຊິກ​ທາງ​ການ, ​ໃນ​ນັ້ນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ​ ລັດ​ເຊຍ ​ແລະ ຈີນ ​ເປັນ​ສະມາຊິກຂອງ​ອົງການ​ນີ້. ຄວາມ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຕວກກີ​ບໍ່​ນາບ​ຂູ່​ລ້າໆດ້ວຍ​ຖະ​ແຫຼ​ງການ​ນີ້​ເທົ່າ​ນັ້ນ, ​ເພາະວ່າ​ປີ 2017, ຕວກກີ​ຈະ​ເປັນ​ປະ​ເທດ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ຂອງ​ສະ​ໂມ​ສອນ​ພະລັງງານ​ຂອງ SCO, ກາຍ​ເປັນ​ປະ​ເທດ​ບໍ່​ແມ່ນ​ສະມາຊິກ​ທຳ​ອິດ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເຫດການ​ນີ້. ​ໃນ​ຂະນະ​ທີ່ EU ບໍ່​ສົນ​ໃຈ​ເຖິງ ຕວກກີ ນັ້ນ, ຈີນ​ພັດ​ເອົາ​ໃຈ​ໃສ່​ທີ່​ສຸດ. ​ຫວ່າງ​ແລ້ວ​ນີ້, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຈີນ ​ໄດ້​ຖະ​ແຫຼ​ງວ່າ​ຈີນ​ພ້ອມ​ແລ້ວ​ທີ່​ຈະ​ຊັ່ງຊາ​ເຖິງ​ເລື່ອງ​ ຕວກກີ ຂໍ​ເຂົ້າ​ເປັນ​ສະມາຊິກຂອງ​ອົງການ​ນີ້. ຕວກກີ ​ແມ່ນ “ຄູ່​ເຈ​ລະ​ຈາ“ ຂອງ​ກຸ່ມ​ມາ​ແຕ່​ດົນ​ນານ​ແລ້ວ ​ແລະ ​ໄດ້​ມີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ກຸ່ມ, ​ແລະ ຈີນ ຖື​ເປັນ​ສຳຄັນ​ຄວາມ​ປາຖະໜາ​ຂອງ ຕວກກີ​ກ່ຽວ​ກັບ​ເລື່ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ນັ້ນ​ທີ່​ສຸດ.

        ຕາມ​ບັນດາ​ນັກ​ສັງ​ເກດ​ການ​ແລ້ວ, ​ເລື່ອງ ຕວກກີ ອາດ​ຈະ​ປະລະ ຄວາມ​ຕັ້ງ​ໃຈ​ເຂົ້າ​ເປັນ​ສະມາຊິກ EU ​ແລະ ຈະ​ເຂົ້າ​ເປັນ​ສະມາຊິກ SCO ນັ້ນ, ຈະ​ເຮັດ​ໃຫ້​ເອີ​ລົບ​ຮູ້ສຶກ​ຂາດ​ຄວາມ​ມີ​ສະຖຽນ​ລະ​ພາບ​ກວ່າ. ຍ້ອນ ຕວກກີ ນອນ​ໃນ​ທີ່​ຕັ້ງ​ຍຸດ​ທະ​ສາດ​ທີ່​ສຳຄັນ ຢູ່​ຕິດ​ກັບ EU, ຖ້າ​ຫາກ​ວ່າ​ບໍ່​ມີ​ການ​ຮ່ວມ​ມື​ຈາກ ຕວກກີ ກະ​ແສ​ຄົນ​ອົບ​ພະຍົບຈະ​ເຂົ້າ EU ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ເຮັດ​ໃຫ້ ​ເອີ​ລົບ​ຍາກ​ທີ່​ຈະ​ຄວບ​ຄຸມ​ຄວາມ​ສະຫົງ​ບປອດ​ໄພ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໄດ້. ບໍ່​ພຽງ​ແຕ່​ຄື​ແນວ​ນັ້ນ, ການ​ພົວພັນ​ລະຫວ່າງ ຕວກກີ - ລັດ​ເຊຍ ນັບ​ມື້​ນັບ​ອົບ​ອຸ່ນ, ​ໃນ​ນັ້ນ​ຕ້ອງ​ເວົ້າ​ເຖິງ​ການ​ກະທຳ ຕວກກີ​ຊື້​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ S-400 ຈາກ ລັດ​ເຊຍ ນັ້ນ, ຈະ​ພາ​ໃຫ້ ​ເອີ​ລົບ​ຂາດ​ຄວາມ​ມີ​ສະຖຽນ​ລະ​ພາບ​ກວ່າ, ​ໃນ​ສະພາບ​ທີ່​ກຸ່ມ​ນີ້​ພວມ​ປະ​ເຊີນ​ໜ້າ​ກັບ​ຫຼາຍ​ບັນຫາ​ທີ່ຈຳ​ເປັນ​ຕ້ອງໄດ້​ຮັບ​ການ​ແກ້​ໄຂ.

ຂ່າວ/ບົດ​ອື່ນ