(vovworld) - ພາຍຫຼັງເຮັດວຽກມາເປັນເວລາ 2 ວັນຢູ່ຫໍປະສາດ Elmau, ທາງພາກໃຕ້ປະເທດເຢັຍລະມັນ, ວັນທີ 8/6, ກອງປະຊຸມສຸດຍອດກຸ່ມ 7 ພື້ນຖານອຸດສາຫະກຳພັດທະນາ (G7) ໄດ້ອັດລົງ, ດ້ວຍຖະແຫຼງການຮ່ວມທີ່ເຕື້ອງເຖິງຫຼາຍບັນຫາໃນພາກພື້ນ ແລະ ໂລກ. ອີກເທື່ອໜຶ່ງບັນຫາຮັກສາຄວາມປອດໄພໃນການເດີນທະເລ ໄດ້້ກາຍເປັນໜຶ່ງໃນບັນດາບັນຫາໄດ້ຮັບຄວາມສົນໃຈຈາກການນຳ G7, ໃນສະພາບທີ່ການກະທຳພຽງລຳພັງຝ່າຍດຽວຂອງຈີນ ເພື່ອຫວັງປ່ຽນແປງສະພາບການເດີມຢູ່ທະເລຮວາຕຸງ ແລະ ທະເລຕາເວັນອອກນັບມື້ນັບກາຍເປັນຄວາມວິຕົກກັງວົນລວມຂອງປະຊາຄົມສາກົນ.
ຜູ້ນຳບັນດາພື້ນຖານອຸດສາຫະກຳພັດທະນາ (G7)
ເຖິງວ່າແມ່ນຫົວຂໍ້ໜຶ່ງທີ່ຫາກໍ່ໄດ້ຮັບການເພີ່ມເຕີມໃນໂຄງການດຳເນີນງານຂອງກອງປະຊຸມສຸດຍອດ G7 ປີນີ້ກໍ່ຕາມ, ແຕ່ບັນຫາຮັກສາຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ ແລະ ທະເລຮວາຕຸງ ໄດ້ເຮັດໃຫ້ເວທີປາໄສ “ເຄັ່ງຮ້ອນຂຶ້ນ“.
ທັດສະນະລວມກ່ຽວກັບການຮັກສາຄວາມປອດໄພໃນການເດີນທະເລ
ບັນດາການນຳ G7 ໄດ້ສະແດງທັດສະນະລວມໃນບັນຫາຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ ແລະ ທະເລຮວາຕຸງ. ໃນຖະແຫຼງການຮ່ວມທີ່ຍົກອອກມາພາຍຫຼັງສິ້ນສຸດກອງປະຊຸມ, G7 ເນັ້ນໜັກວ່າຕ້ອງຮັກສາຄວາມເປັນລະບຽບຮຽບຮ້ອຍໃນການເດີນທະເລຕາມກົດໝາຍສາກົນ ກໍ່ຄືຮັບປະກັນຄວາມປອດໄພໃນການເດີນທະເລສາກົນ. ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ບັນດາການນຳ G7 ເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂການປະທະກັນໂດຍສັນຕິວິທີ ກໍ່ຄືຮັບປະກັນຄວາມເສລີໃນການເດີນທະເລ ແລະ ຂຸດຄົ້ນເສດຖະກິດທະເລຢ່າງເໝາະສົມກັບກົດໝາຍ. ພ້ອມທັງເດັດດຽວຄັດຄ້ານການນຳໃຊ້ກຳລັງອາວຸດ ເພື່ອແນໃສ່ປ່ຽນແປງສະພາບເດີມຢູ່ທະເລ, ຄືການເປີດກວ້າງບັນດາເກາະທຽມດ້ວຍຂະໜາດໃຫຍ່ໃນໄລຍະມໍ່ໆມານີ້ຢູ່ທະເລຕາເວັນອອກ.
ຄຽງຂ້າງນັ້ນ, ບັນດາການນຳ G7 ຍັງຢັ້ງຢືນວ່າ, ປັກກິງ ຄວນເຮັດແຈ້ງຖະແຫຼງການອະທິປະໄຕ ແມ່ນຕ້ອງອີງໃສ່ກົດໝາຍສາກົນ, ຫາກບໍ່ແມ່ນອີງໃສ່ມາດຕະການນາບຂູ່ ຫຼືນຳໃຊ້ກຳລັງອາວຸດ ແລະ ການບັງຄັບ. ນີ້ບໍ່ແມ່ນເທື່ອທຳອິດທີ່ G7 ສະແດງທ່າທີຕໍ່ບັນຫານີ້. ໃນໂອກາດດຽວກັນຂອງປີກາຍນີ້, ທີ່ກອງປະຊຸມສຸດຍອດຢູ່ Brussels, ປະເທດແບນຊິກ, ບັນດາການນຳ G7 ກໍ່ໄດ້ອອກຖະແຫຼງການຄັດຄ້ານບໍ່ວ່າການກະທຳພຽງລຳພັງຝ່າຍດຽວໃດໆ ເພື່ອທວງເອົາອະທິປະໄຕ ຜ່ານການກະທຳເກາະຜິດ, ຂົ່ມຂູ່ ແລະ ນຳໃຊ້ກຳລັງອາວຸດ.
ຄວາມປອດໄພໃນການເດີນທະເລຍາມໃດກໍ່ແມ່ນຄວາມສົນໃຈຂອງ G7
ການຂັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ, ທະເລຮວາຕຸງ ແລະ ຄວາມປອດໄພໃນການເດີນທະເລ ຍາມໃດກໍ່ແມ່ນຄວາມເອົາໃຈໃສ່ພິເສດຂອງ G7. ກ່ອນອື່ນໝົດແມ່ນຍ້ອນຈີນ ມີການຂັດແຍ້ງອະທິປະໄຕກັບຍີ່ປຸ່ນ, ເຊິ່ງແມ່ນສະມາຊິກໜຶ່ງຂອງ G7, ຢູ່ເໝູ່ເກາະ Senkaku/ຕ່ຽວອີ ໃນທະເລຮວາຕຸງ. ປັກກິງໄດ້ຈັດໃຫ້ກຳ່ປັ່ນໄປຍັງເຂດທະເລຢູ່ອ້ອມເໝູ່ເກາະ Senkaku/ຕ້ຽວອີ , ເຊິ່ງປະຈຸບັນໂຕກຽວ ພວມຄຸ້ມຄອງ, ສິ່ງດັ່ງກ່າວໄດ້ກໍ່ຄວາມວິຕົກກັງວົນ ກ່ຽວກັບໄພຈະເກີດການປະທະກັນລະຫວ່າງສອງຝ່າຍ. ແຕ່ສິ່ງສຳຄັນກວ່ານັ້ນແມ່ນມັນໄດ້ສົ່ງຜົນສະທ້ອນເຖິງທາງເດີນທະເລທີ່ສຳຄັນກວ່າໝູ່ຂອງໂລກ, ຜ່ານທະເລຕາເວັນອອກ, ບ່ອນທີ່ຈີນພວມທວງເອົາອະທິປະໄຕ ເກືອບທັງໝົດຢູ່ເຂດນີ້. ສິ່ງດັ່ງກ່າວໄດ້ເປັນການກະທົບຢ່າງຫຍໍ້ທໍ້ເຖິງທຸກປະເທດ G7, ເຮັດໃຫ້ກຸ່ມນີ້ຕ້ອງສະແດງ ທ່າທີຂອງຕົນຢ່າງຈະແຈ້ງ. ນັບແຕ່ກ່ອນມານີ້, ຍາມໃດຈີນ ກໍ່ຄັດຄ້ານເລື່ອງຫັນການຂັດແຍ້ງກັນເປັນບັນຫາສາກົນ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ຈີນພວມປະສົບກັບຄວາມດັນບໍ່ແມ່ນໜ້ອຍ ຕໍ່ເລື່ອງບັນດາປະເທດ G7 ອອກສຽງຄັດຄ້ານຢ່າງແຮງ, ຍ້ອນຈີນ ມີການພົວພັນທາງດ້ານເສດຖະກິດກັບທຸກປະເທດໃນກຸ່ມ.
ບໍ່ພຽງແຕ່ຄວາມດັນທາງດ້ານເສດຖະກິດເທົ່ານັ້ນ, ຫາກບັນດາປະເທດ G7 ຍັງມີການກະທຳອື່ນໆເພື່ອສະແດງໃຫ້ເຫັນຜົນສະທ້ອນຂອງຕົນ. ສຳລັບບັນດາປະເທດ G7, ໃນໄລຍະຜ່ານມາ, ຍີ່ປຸ່ນ ແລະ ອາເມລິກາ ແມ່ນສອງປະເທດ ທີ່ມີການກະທຳແຮງທີ່ສຸດໃນການຮັກສາຄວມປອດໄພໃນການເດີນທະເລ. ອາເມລິກາ ໄດ້ຢືນຢັນຫຼາຍເທື່ອວ່າ ຈີນ ແມ່ນປະເທດທີ່ກີດຂວາງເຖິງຄວາມເສລີໃນການເດີນທະເລ ແລະ ການປະຕິບັດກົດໝາຍສາກົນຢູ່ທະເລຮວາຕຸງ ກໍ່ຄືທະເລຕາເວັນອອກ. ນອກຈາກອາເມລິກາ, ຍີ່ປູ່ນ ກໍ່ແມ່ນປະເທດຄັດຄ້ານຢ່າງແຮງຕໍ່ການເຄື່ອນໄຫວຕ່າງໆທີ່ສົ່ງຜົນສະທ້ອນເຖິງຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລຢູ່ພາກພື້ນ. ບໍ່ພຽງແຕ່ນຳໃຊ້ເວທີປາໄສສາກົນເພື່ອກ່າວເຕືອນປັກກິງ ທຳລາຍສະພາບການເດີມໃນເຂດທະເລຢູ່ພາກພື້ນເທົ່ານັ້ນ, ຫາກໂຕກຽວ ຍັງເພີ່ມທະວີການຮ່ວມມືກັບປະເທດຕ່າງໆອີກດ້ວຍ. ຄາດວ່າວັນທີ 23 ແລະ 24/5, ກຳລັງປ້ອງກັນບົນທະເລຂອງຍີ່ປຸ່ນ ຈະຊ້ອມຮົບຮ່ວມກັບທະຫານເຮືອຟີລິບປິນ ຢູ່ທະເລຕາເວັນອອກ.
ພາຍຫຼັງເວທີປາໄສປ້ອງກັນຄວາມສະຫງົບອາຊີ (Shangri – La), ຜູ້ນຳບັນດາປະເທດພັດທະນາອັນດັບໜຶ່ງຂອງໂລກໄດ້ຢັ້ງຢືນອີກເທື່ອໜຶ່ງເຖິງບັນຫາເພີ່ມທະວີຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລຢູ່ເຂດທະເລຕາເວັນອອກ ແລະ ທະເລຮວາຕຸງ . ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມເອົາໃຈໃສ່ນັບມື້ນັບຫຼາຍຂອງບັນດາປະເທດນອກພາກພື້ນ, ເພື່ອແນໃສ່ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ທາງເດີນທະເລສຳຄັນຂອງໂລກ.