ຄວາມມຸ່ງຫວັງອັນຊອບທຳຂອງຊາວປາແລດສຕິນ

ຄວາມມຸ່ງຫວັງອັນຊອບທຳຂອງຊາວປາແລດສຕິນ - ảnh 1
ບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວຢູ່ດິນແດນຂອງຊາວປາແລດສຕິນ ໄດ້ ແລະ ພວມກາຍເປັນສິ່ງກີດຂວາງວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ
(ພາບ : AP)


   ວັນ​ທີ 29/11, ສະມັດຊາ​ໃຫຍ່ສະຫະປະຊາ​ຊາດ​ໄດ້ດຳ​ເນີນ​ການ​ປ່ອນບັດ​ເພື່ອ​ຍົກ​ສູງທີ່​ຕັ້ງ​ບົດບາດ​ຂອງ​ປາ​ແລດສຕິນ ຈາກ​ຖານະ​ນັກສັງ​ເກດ​ການ​ຂຶ້ນເປັນລັດ​ສັງ​ເກດ​ການ​ທີ່​ຍັງ​ບໍ່​ທັນ​​ເປັນ​ສະມາຊິກ ສະຫະປະຊາ​ຊາດ. ໂດຍ​ແຕກ​ຕ່າງກັບ​ການ​ຍືນ​ສະ​ເໜີ​ຂໍ​ເປັນສະມາຊິກ​ສົມບູນ​ຂອງ ສະຫະປະຊາ​ຊາດ​ເມ​ື່ອ​ເດືອນ 9/2011, ກາລະ​ໂອກາດ​ເພື່ອ​ໃຫ້​ຊາວ​ປາ​ແລດສຕິນ ຍົກ​ສູງທີ່​ຕັ້ງ​ບົດບາດຂອງ​ຕົນ​ຢູ່ ສະຫະປະຊາ​ຊາດຄັ້ງ​ນີ້ ຖືກ​ຄາດ​ຄະ​ເນ​ວ່າ ​ແມ່ນ​ອາດ​ຈະ​ປະສົບ​ຜົນສຳ​ເລັດ. ​ເລື່ອງສະຫະປະຊາ​ຊາດຮັບ​ຮູ້​ການ​ ຍົກ​ສູງທີ່​ຕັ້ງ​ບົດບາດຈະ​ຊ່ວຍ​ໃຫ້​ປາ​ແລດສຕິນ ​ເພີ່ມ​ທະວີ​ກຳລັງ​ແຮງ​ໃນ​ວິວັດທະນາ​ການສະ​ແຫວ​ງຫາ​ການ​ສະໜັບສະໜູນ​ລັດ​ສະ​ເພາະ​ຂອງ​ຕົນ. ​ແຕ່ ​ແນ່ນອນ​ວ່າ ​ເພື່ອ​ເດີນ​ຕາມ​ເປົ້າ​ໝາຍ​ນີ້, ຊາວ​ປາ​ແລດສຕິນຍັງ​ຄົງ​ປະສົບ​ຄວາມ​ຫຍຸ້ງຍາກ ​ແລ​ະ ສິ່ງ​ທ້າ​ນທາຍ​ນາໆ​ປະການ.

       ​ໃນ​ການ​ຜັນ​ແປ​ຄັ້ງ​ຫຼ້າ​ສຸດ, ຮ່າງ​ມະຕິ​ຮັບຮອງ ລັດ​ສັງ​ເກດ​ການ​​ປາ​ແລດສຕິນ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກປະ​ເທດ​ສະມາຊິກສ່ວນ​ຫຼວງ​ຫຼາຍ. ວັນ​ທີ 27/11, ຝະລັງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ຫຼັກ​ໝັ້ນ​ຂອງ​ຕົນ​ຂະນະ​ທີ່​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Laurent Fabius ຊຶ່ງ​ໄດ້​ລາຍ​ງານ​ຕໍ່​ສະພາ​​ແຫ່ງ​ຊາດ​ຢູ່​ປາຣີວ່າ ປະ​ເທດ​ນີ້​ຈະ​ປ່ອນ​ບັດ​ສະໜັບສະໜູນ​ມະຕິ​ດັ່ງກ່າວ. ປອກຕຸຍ​ການ, ສະ​ວິດ ​ແລະ ​ໃນ​ມໍ່ໆ​ມາ​ນີ້ ​ແມ່ນ​ອັງກິດ ​ໄດ້​ເຫັນ​ດີ ປ່ອນ​ບັດ​ສະໜັບສະໜູນ. ກ່ອນ​ໜ້າ​ນັ້ນ, 132 ປະ​ເທດ​ໃນ​ຈຳນວນ 193 ປະ​ເທດ​ສະມາຊິກ ສະຫະປະຊາ​ຊາດ​ໄດ້​ຮັບຮອງ ລັດ​​ປາ​ແລດສຕິນ. ຕາມ​ການ​ກຳນົດ​ແລ້ວ, ​ເພື່ອ​ໄດ້​ຮັບ​ການ​ຮັບຮອງ​ເປັນ​ລັດທີ່​ຍັງ​ບໍ່​ທັນ​ເປັນ​ສະມາຊິກ ສະຫະປະຊາ​ຊາດ, ປາ​ແລດສຕິນຕ້ອງ​ໄດ້​ຮັບ​ການ​ເຫັນ​ດີ​ຈາກ 2/3 ຈຳນວນ​ປະ​ເທດ​ສະມາຊິກ​ ສະຫະປະຊາ​ຊາດ, ​ເພາະສະ​ນັ້ນ, ກາລະ​ໂອກາດ​​ໄດ້​ຮັບຈຳນວນ​ບັດ​ສະໜັບສະໜູນ​ໂດຍ​ຈຳ​ເປັນ​ຂອງປາ​ແລດສຕິນ​ແມ່ນອາດ​ເປັນ​ໄປ​ໄດ້. ສິ່ງ​ທີ່​ສຳຄັນ​ແມ່ນຢູ່​ທີ່​ກອງ​ປະຊຸມ ສະມັດຊາ​ໃຫຍ່ສະຫະ ປະຊາ​ຊາດ, ອາ​ເມ​ລິ​ກາ​ບໍ່​ມີ​ສິດ​ຢັບຢັ້ງ ​ແລະ ວິວັດ​ການ​ປ່ອນ​ບັດ​ຢູ່​ນີ້ ​ແມ່ນ​ບໍ່​ຕ້ອງ​ຜ່ານ​ສະພາ​ຄວາມ​ໝັ້ນຄົງ ສະຫະປະຊາ​ຊາດ. ​ເປັນ​ອັນວ່າ ນີ້​ອາດ​ຈະ​ຖື​ວ່າ ​ແມ່ນ​ໄຊຊະນະ​ທາງ​ດ້ານ​ການ​ທູດ ​ແລະ ​ແມ່ນ​ນ້ຳ​ໃຈ​ທີ່​ມະຫາສານສຳລັບ ຊາວ​ປາ​ແລດສຕິນ.

      ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາ​ມ, ບາດກ້າວ​ເດີນ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຂອງ ຊາວ​ປາ​ແລດສຕິນ ຄົງຈະ​ຕ້ອງປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ກ່ອນ​ອື່ນ​ໝົດ​ແມ່ນ​ຢູ່​ພາຍ​ໃນປາ​ແລດສຕິນ​ເອງ, ປະຊາຊົນ​ຢູ່​ປະ​ເທດ​ນິ້ີ້ພວມ​ຖືກ​ແບ່ງ​ແຍກ​ຢ່າງ​ເລິກ​ເຊິ່ງ. ຂະ​ບວນການ​ອິສະລາມ​ຮາ​ມາດ ຊຶ່ງ​ແມ່ນ​ອົງການ​ບໍ່​ຮັບຮອງ​ສິດ​ຄົງ​ຕົວ​ຂອງ​ອິດສະຣາ​ແອນ, ປະຈຸ​ບັນ​ພວມ​ມີ​ສິດ​ຄວບ​ຄຸບ​ເຂດ​ກາ​ຊາ​ນັ້ນ, ຍາມ​ໃດ​ກໍ​ຖື​ວ່າ ທ່ານ Mahmoud Abbas ​ໄດ້​ໄປ​ຝືນ​ກັບ​ຄວາມ​ມຸ່ງ​ຫວັງ​ຂອງ ຊາວ​ປາ​ແລດສຕິນ​ຂະນະ​ທີ່​ໄດ້​ຮັບ​ຮູ້​ເສັ້ນ​ຊາຍ​ແດນ​ເມື່ອ​ປີ 1967 ​ແລະ ນີ້​ກໍ​ແມ່ນ​ສາຍ​ເຫດ​ຕົ້ນຕໍ​ທີ່​ເຮັດ​ໃຫ້ 80% ​ຍອດເນື້ອ​ທີ່​ດິນຂອງ ຊາວ​ປາ​ແລດສຕິນ​ທີ່​ນອນ​ໃນ​ຜືນ​ແຜ່ນດິນ​ອິດສະຣາ​ແອນ. ສ່ວນ​ຢູ່​ພາຍ​ນອກ, ອາ​ເມ​ລິ​ກາ ​ແລະ ອິດສະຣາ​ແອນ ຍັງ​ຄົງ​ຮັກສາ​ຫຼັກ​ໝັ້ນ​ສະກັດ​ກັ້ນ​ທຸກໆ​ຄວາມ​ມານະ​ນະພະ​ຍາ​ຍາມຂອງ ​ປາ​ແລດສຕິນ ບົນ​ເສັ້ນທາງ​ສ້າງ​ຕັ້ງ​ລັດປາ​ແລດສຕິນ​ເອກະລາດ. ພາຍຫຼັງ​ທີ່ປະທານາທິບໍດີ​ປາ​ແລດສຕິນ Mahmoud Abbas ຍືນ​​ໜັງສື​ຂໍ​ຍົກ​ລະດັບຂຶ້ນ​ຕໍ່ ສະຫະປະຊາ​ຊາດນັ້ນ, ທັງ ອາ​ເມ​ລິ​ກາ ​ແລະ ອິດສະຣາ​ແອນຕ່າງ​ກໍ​ມີ​ປະຕິກິ​ລີ​ຍາ​ຢ່າງ​ຮຸນ​ແຮງ. ວໍ​ຊິງ​ຕັນ​ຖື​ວ່າ ສິ່ງ​ນີ້​ຈະ​ທຳລາຍ​ວິວັດທະນາ​ການ​ເຈລະຈາ​ກັບອິດສະຣາ​ແອນ​ເພື່ອ​ຢຸດຕິ​ການ​ປະ​ທະ​ກັນ​ທີ່​ແກ່​ຍາວ​ຫຼາຍ​ສິບ​ປີ​ລະຫວ່າງ 2ຝ່າຍ. ສ່ວນອິດສະຣາ​ແອນ ກໍ​ໄດ້​ຕຳນິຕິຕຽນ​ຢ່າງຮຸນ​ແຮງ, ຊ້ຳ​ບໍ​ໜຳ ​ແທນ​ອາວິບ ຍັງ​​ຂູ່ວ່າ​ຈະ​ຈັດ​ວາງ​ມາດ​ຕະການ​ດ້ານ​ເສດຖະກິດ​ຢ່າງ​ເຄັ່ງ​ຄັດ​ເພື່ອ​ຕ້ານ​ປາ​ແລດສຕິນ ຖ້າ​ຫາກ​ວ່າປະທານາທິບໍດີ​ປາ​ແລດສຕິນ Mahmoud Abbas ຜັນ​ຂະຫຍາຍ​ແຜນການ​ນີ້​ຢ່າງ​ສຳ​ເລັດຜົນ. ຫາງ​ສຽງ​ຖື​ວ່າ ບັນດາ​ປະຕິກິ​ລີ​ຍາ​ດັ່ງກ່າວ ​ແມ່ນ​ສາມາດ​ເຂົ້າ​ໃຈ​ໄດ້​ຢ່າງ​ງ່າຍດາຍ, ​ເພາະວ່າ ສຳລັບ​ອຳນາດ​ການ​ປົກຄອງອິດສະຣາ​ແອນ ​ແລ້ວ, ການ​ຮັບ​ຮູ້​ພື້ນຖານ​ເອກະລາດ​ຂອງ​ປາ​ແລດສຕິນ ກໍ​ເຊັ່ນ​ດຽວ​ກັນ​ກັບ​ເລື່ອງ​ຕ້ອງ​ຍົກ​ເລີກ​ການ​ຢຶດຄອງ​ຂອງ​ຕົນ​ຢູ່​ດິນ​ແດນປາ​ແລດສຕິນ​ມາ​ແຕ່​ດົນ​ນານ. ສ່ວນ​ວໍ​ຊິງ​ຕັນ, ບັນຫາ​ຕ້ອງ​ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບປະ​ເທດ​ພັນທະ​ມິດທີ່​ສຳຄັນ​ຈອງ​ຕົນ​ຢູ່​ຕາ​ເວັນ​ອອກ​ກາງ​ແມ່ນ​ເລື່ອງ​ບໍ່​ອາດ​ປະຕິ​ເສດ​ໄດ້.

     ຫວນ​ຄືນ​ປະຫວັດສາດ, ກ່ວາ 60 ປີ​ທີ່​ຜ່ານ​ມາ, ວິທີ​ການ​ແກ້​ໄຂ​ດ້ວຍ​ການ​ຄົງ​ຕົວ 2 ລັດ ​ແມ່ນ​ຂໍ້​ລິ​ເລີ່​ມທຳ​ອິດ​ຂອງ​ສາກົນ​ເພື່ອ​ແກ້​ໄຂ​ການ​ພິພາດ​ລະຫວ່າງ ອິດສະຣາ​ແອນ​ - ປາ​ແລດສຕິນບົນ​ດິນ​ແດນ​ຂອງຊາວ​ປາ​ແລດສຕິນ. ວັນ​ທີ 29/11/1947, ສະມັດຊາ​ໃຫຍ່ສະຫະປະຊາ​ຊາດ​ໄດ້​ຮັບຮອງ​ເອົາ​ມະຕິ​ເລກ​ທີ່ 181 ຊຶ່ງ​ໄດ້​ແບ່ງປາ​ແລດສຕິນ​ເປັນ 2 ປະ​ເທດ​ຂອງ​ຊາວ​ຢິວ ​ແລະ ຊາວ​ປາ​ແລດສຕິນ. ຫຼັງ​ຈາກ​ນັ້ນ 2-3 ​ເດືອນ ກໍ​ໄດ້​ອະນຸຍາດອິດສະຣາ​ແອນປະກາດ​ສ້າງ​ຕັ້ງ​ລັດ​ຂອງ​ຊາວ​ຢິວ ​ແລະ ​ໄດ້​ສະຫງວນ​ໃຫ້​ແກ່ອິດສະຣາ​ແອນ ຖານະ​ເປັນ​ປະ​ເທດ​ໜຶ່ງ​ດ້ວຍ​ສິດ​ເປັນ​ສະມາຊິກ​ສົມບູນ​ຢູ່​ບັນດາ​ອົງການ​ສາກົນ​ໂດຍ​ນຳ​ໜ້າ​ແມ່ນສະຫະປະຊາ​ຊາດ. ​ໃນ​ຂະນະ​ນັ້ນ, ຊາວ​ປາ​ແລດສຕິນຍັງ​ຄົງ​ຕ້ອງ​ຊອກ​ຫາ​ລັດ​ຂອງ​ຕົນ​ໃນ​ຕະຫຼອດ​ເວລາ​ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ.

    ​ເຖິງ​ເວລາ​ແລ້ວ ທີ່ຊາວ​ປາ​ແລດສຕິນ ພາຍຫຼັງ​ຖືກ​ພັດ​ພາກ​ຈາກ​ກັນ,​ໄດ້​ຮັບ​ຄວາມ​ສູນ​ເສຍ, ຄວາມ​ເຈັບ​ແສບມາ​ເປັນ​ຫຼາຍ​ສິບ​ປີ​ແລ້ວ ກໍ​ຕ້ອງ​ມີ​ຊີວິດ​ຄື​ປະຊາຊົນ​ປະ​ເທດ​ອື່ນໆ​ໃນ​ໜ່ວຍ​ໂລກ​ນີ້, ຕ້ອງ​ມີ​ອິດ​ສະຫຼະ​ພາບບົນ​ເຂດ​ດິນ​​ແດນ​ທີ່​ອະທິປະ​ໄຕ ​ແລະ ​ເອກະລາດ. ນັ້ນ​ແມ່ນ​ຄວາມ​ມຸ່ງ​ຫວັງ​ອັນ​ຊອບ​ທຳ ​ແລະ ພວມ​ໄດ້​ຮັບ​ການ​ສະໜັບສະ​ໜູນ​ຈາກ​ປະຊາ​ຄົມ​ໂລກ​ທີ່​ສຸດ. ​ແຕ່​ບັນດາ​ເສ​ັ້ນທາງ​ເພື່ອ​ບັນລຸ​ຈຸດໝາຍ​ດັ່ງກ່າວ​ຍັງ​ຈະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າຍ​ທາຍ​ນາໆ​ປະການ. ຈາກ​ຄຳ​ເວົ້າ, ຄຳ​ໝັ້ນ​ສັນຍາ​ຈົນ​ເຖິງ​ການ​ກະທຳ ບໍ່​ແມ່ນ​ເສັ້ນທາງ​ໄປ​ຄຽງ​ຄູ່​ນຳ​ກັນ. ​ເພາະ ​ເຖິງ​ວ່າ​ຈະ​ເປັນ​ສະມາຊິກ​ສົມບູນ ຫຼື​ຍັງ​ບໍ່​ທັນ​ສົມບູນ​ຂອງສະຫະປະຊາ​ຊາດ, ປາ​ແລດສຕິນຍັງ​ຄົງ​ຕ້ອງ​ປະ​ເຊີນ​ໜ້າ​ສະພາບ​ຕົວ​ຈິງ​ໃນ​ການ​ແກ້​ໄຂ​ບັນຫາ​ຜືນ​ແຜ່ນດິນ​ກັບ ອິດສະຣາ​ແອນ. ດັ່ງ​ນັ້ນ​ເລື່ອງ​ໄດ້​ຮັບ​ກາ​ນ ຮັບຮອງຍົກ​ຖານະ​ຢູ່ສະຫະປະຊາ​ຊາດຈະ​ຊ່ວຍ​ປາ​ແລດສຕິນອາດ​ຈະ​ບັນລຸ​ພຽງ​ໝາກຜົນ​​ເລກ​ໜ້ອຍ ນັ້ນ​ແມ່ນ​ດຶງ​ດູດ​ຄວາມ​​ເອົາ​ໃຈ​ໃສ່​ຂອງ​ຫາງ​ສຽງ ​ແລະ ດຳ​ເນີນ​ວິວັດ​ການ​ທີ່​ບໍ່​ຮູ້ຈັກ​ວ່າ ຕາບ​ໃດ​ຈະ​ສິ້ນ​ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ