ຄ​ວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ຖານ​ແຮງ​ງານ​ສາ​ກົນ

(VOVWORLD) -ການເຊື່ອມໂຍງເຂົ້າກັບສາກົນ, ໃນນັ້ນ ມີການເຂົ້າຮ່ວມບັນດາຄຳໝັ້ນສັນຍາສາກົນກ່ຽວກັບແຮງງານ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ນັບແຕ່ກອ່ນມາຮອດປະຈຸບັນຂອງຫວຽດນາມ. ໃນສະພາບການປະຕິບັດບັນດາສັນຍາການຄ້າເສລີລຸ້ນໃຫມ່ ແລະ ເພີ່ມທະວີການເຊື່ອມໂຍງ, ຫວຽດນາມ ຍິ່ງມານະພະຍາຍາມປະຕິບັດບັນດາມາດຕະຖານແຮງງານສາກົນ ຕາມບັນດາຄຳໝັ້ນສັນຍາທີ່ໄດ້ເຂົ້າຮ່ວມ.

ຄ​ວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ຖານ​ແຮງ​ງານ​ສາ​ກົນ - ảnh 1ປອ Change-Hee Lee, ຜູ້ອຳນວຍການ ILO ປະຈຳ ຫວຽດນາມ ຕອບສຳພາດຕໍ່ນັກຂ່າວ     ຫວຽດນາມກ່ຽວກັບເລື່ອງ ຫວຽດນາມ ເຂົ້າຮ່ວມສົນທິສັນຍາ 105 ຂອງ ILO

ພາບ:quochoi.vn


   ເລື່ອງໃຫ້ສັດຕະຍາບັນ ແລະ ປະຕິບັດບັນດາມາດຕະຖານແຮງງານສາກົນ ນັບມື້ນັບກາຍເປັນສິ່ງສຳຄັນໃນການຍົກສູງກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດ. ສະນັ້ນ ຫວຽດນາມ ໄດ້ຕັ້ງຫນ້າໃຫ້ສັດຕະຍາບັນສົນທິສັນຍາຂອງອົງການແຮງງານສາກົນ ເພີ່ມອີກຫລາຍສະບັບ, ປະກອບສ່ວນສ້າງພື້ນຖານໃຫ້ແກ່ການເຄື່ອນໄຫວຂອງຕະຫລາດແຮງງານຫວຽດນາມ ໃຫ້ສອດຄ່ອງກັບກົດເກນພາວະວິໄສຂອງເສດຖະກິດການຕະຫລາດ, ກ້າວໄປເຖິງການສ້າງການພົວພັນແຮງງານແບບທັນສະໄຫມ.

ພື້ນຖານນິຕິກໍາຮອບດ້ານ

ພາຍຫລັງກາຍເປັນສະມາຊິກຂອງອົງການແຮງງານສາກົນ (ILO) ເມື່ອປີ 1992 ມາຮອດປະຈຸບັນ, ຫວຽດນາມ ໄດ້ເຂົ້າຮ່ວມສົນທິສັນຍາກ່ຽວກັບແຮງງານ 20 ສະບັບ. ສະເພາະໃນປີ 2019, ຫວຽດນາມ ໄດ້ໃຫ້ສັດຕະຍາບັນ ສົນທິສັນຍາ 3 ສະບັບຂອງອົງການແຮງງານສາກົນ, ລວມມີ: ສົນທິສັນຍາ ເລກທີ 88 ກ່ຽວກັບການຈັດຕັ້ງບໍລິການວຽກເຮັດງານທຳ; ສົນທິສັນຍາ ເລກທີ 159 ກ່ຽວກັບການສ້າງວຽກເຮັດງານທຳຄືນໃຫມ່ໃຫ້ແກ່ຄົນພິການ;  ສົນທິສັນຍາເລກທີ 98 ກ່ຽວກັບ ສິດເຈລະຈາລວມໝູ່. ໃນ ສົນທິສັນຍາ 3 ສະບັບນີ້, ສົນທິສັນຍາເລກທີ່ 98 ແມ່ນສະບັບຫລັກແຫລ່ງຂອງ ILO ໃນຂອບເຂດບັນດາຫລັກການ ແລະ ສິດພື້ນຖານໃນການອອກແຮງງານ, ກາຍເປັນພາກສ່ວນສຳຄັນຂອງສັນຍາການຄ້າເສລີລຸ້ນໃຫມ່ຄື: ສັນຍາຄູ່ຮ່ວມມືຮອບດ້ານ ແລະ ຂ້າມປາຊີຟິກ (CPTPP) ຫລື ສັນຍາ FTA ລະຫວ່າງ ຫວຽດນາມ ແລະ ອີຢູ (EVFTA), ກໍ່ຄື ໃນສ່ວນໃຫຍ່ຂອງນະໂຍບາຍກ່ຽວກັບຄວາມຮັບຜິດຊອບຕໍ່ສັງຄົມ, ວິສາຫະກິດຂອງບັນດາບໍລິສັດນາໆຊາດ.

ແລະກໍ່ໃນປີນັ້ນ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາປະມວນກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ ດ້ວຍການກຳນົດໃຫມ່ຫລາຍຂໍ້ກ່ຽວກັບການ ຮັບປະກັນສິດຂອງຄົນງານທີ່ດີກວ່າຕາມບັນດາຄຳໝັ້ນສັນຍາສາກົນກ່ຽວກັບແຮງງານ ຊື່ງຫວຽດນາມ ໄດ້ເຂົ້າຮ່ວມ, ສອດຄ່ອງກັບວິວັດການຫວຽດນາມ ປະຕິບັດ ສັນຍາ CPTTP ແລະ EVFTA. ໄລຍະໃກ້ ນີ້ ຄືໃນເດືອນ ມິຖຸນາ ປີ 2020, ຫວຽດນາມ ໄດ້ໃຫ້ສັດຕະຍາບັນສົນທິສັນຍາເລກທີ 105 ຂອງ ILO ກ່ຽວກັບການລົບລ້າງແຮງງານແບບຖືກບັງຄັບ, ຍົກຍອດຈຳນວນສົນທິສັນຍາພື້ນຖານຂອງ ILO ຊື່ງຫວຽດນາມ ໃຫ້ສັດຕະຍາບັນຂຶ້ນເຖິງ 7/8 ສະບັບ.

ຮັບປະກັນສິດຂອງຄົນງານ

ເລື່ອງເຂົ້າຮ່ວມສົນທິສັນຍາເລກທີ 105 ເວົ້າສະເພາະ ແລະ ບັນດາສົນທິສັນຍາ ຂອງ ILO ເວົ້າລວມ ແມ່ນຮັບປະກັນທັດສະນະລຸລ່ວງໃນແຜນນະໂຍບາຍ, ແນວທາງຂອງພັກ, ລັດຫວຽດນາມ ນັ້ນແມ່ນລົບລ້າງແຮງງານແບບຖືກບັງຄັບ, ຮັບປະກັນສິດທິມະນຸດ, ສິດພື້ນຖານຂອງພົນລະເມືອງ. ເລື່ອງເຂົ້າຮ່ວມບັນດາ ສົນທິສັນຍາສາກົນ ກ່ຽວກັບສິດທິແຮງງານກໍ່ມີຜົນກະທົບຕັ້ງຫນ້າກ່ຽວກັບດ້ານການເມືອງຕໍ່ການຕ່າງປະເທດ, ສະແດງໃຫ້ເຫັນຄຳໝັ້ນສັນຍາດ້ານການເມືອງຂອງຫວຽດນາມ ໃນການປະຕິບັດຢ່າງເຂັ້ມງວດບັນດາພັນທະຂອງປະເທດສະມາຊິກ ILO ແລະ ບັນດາຄຳໝັ້ນສັນຍາໃນບັນດາສັນຍາການຄ້າເສລີລຸ້ນໃຫມ່, ແລະ ມີການກະທົບຕັ້ງຫນ້າໃນວິວັດການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກກວ້າງຂອງຫວຽດນາມ.

ຫວຽດນາມ ກໍ່ໄດ້ສະແດງໃຫ້ເຫັນບັນດາຄຳໝັ້ນສັນຍາດ້ວຍບັນດາມາດຕະຖານແຮງງານສາກົນໃນສະພາບການເຊື່ອມໂຍງເຂົ້າກັບເສດຖະກິດທົ່ວໂລກ ຜ່ານບັນດາມະຕິ. ສຳລັບສົນທິສັນຍາເລກທີ 105, ທ່ານນາງ Corrine Vargha, ຫົວຫນ້າ ຄະນະມາດຕະຖານແຮງງານ ສາກົນ ຂອງ ILO, ຕີລາຄາວ່າ: “ດ້ວຍການໃຫ້ສັດຕະຍາບັນຄັ້ງນີ້ ຫວຽດນາມ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງໃນກິດຈະການຕໍ່ສູ້ຕ້ານແຮງງານແບບຖືກບັງຄັບພາຍໃຕ້ທຸກຮູບການ.

ໃນສະພາບການທີ່ຫວຽດນາມ ພວມເພີ່ມທະວີການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ເລື່ອງເຂົ້າຮ່ວມ ແລະ ຜັນຂະຫຍາຍປະຕິບັດບັນດາສົນທິສັນຍາສາກົນກ່ຽວກັບແຮງງານ ເພື່ອແນໃສ່ສ້າງພື້ນຖານດ້ານນິຕິກຳຢ່າງຄົບຖ້ວນ, ກ້າວໄປເຖິງການແກ້ໄຂບັນດາການພົວພັນແຮງງານຢ່າງກົມກຽວ. ນີ້ກໍ່ແມ່ນຫນຶ່ງໃນບັນດາເງື່ອນໄຂຮັບປະກັນການແກ່ງແຍ້ງຢ່າງຍຸຕິທຳ ເມື່ອ ຫວຽດນາມ ເຂົ້າຮ່ວມບັນດາສັນຍາການຄ້າເສລີ ແລະ ແມ່ນເງື່ອນໄຂຊຸກຍູ້ວິວັດການເຊື່ອມໂຍງຂອງຫວຽດນາມ. ບັນດາບາດກ້າວດັ່ງກ່າວເປັນການສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ ແລະ ພວມປະຕິບັດບັນດາຄຳໝັ້ນສັນຍາ, ມາດຕະຖານສາກົນກ່ຽວກັບແຮງງານ ຢ່າງເຂັ້ມງວດ, ສ້າງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງໃນວິວັດການເຊື່ອມໂຍງ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ