(vovworld)- ໝາກຜົນການລົງປະຊາມະຕິຢູ່ ເກຼັກ ໄດ້ວາງສິ່ງທ້າທາຍຍາກທີ່ຈະແກ້ໄດ້ສຳລັບບັນດາການນຳ ສະຫະພາບເອີລົບ (EU). ນັ້ນແມ່ນ ເກຼັກ ອາດຈະຖືກປັດເຂ່ຍອອກຈາກ ພາກພື້ນໃຊ້ສະກຸນເງິນລວມ ເອີລົບ(Eurozone) ພ້ອມກັບການກະທົບຫລາຍຢ່າງ ແລະ ຜົນຮ້າຍຢ້ອນຫລັງບໍ່ດີຕໍ່ທົ່ວພາກພື້ນ. ການນຳບັນດາປະເທດ EU ພວມຊອກຫາມາດຕະການແກ້ໄຂບັນຫາດັ່ງກ່າວ. ໃນລາຍການສະຖານະການການເມືອງພາກນີ້ ພວກເຮົາຂໍແນະນຳບົດທີ່ມີຫົວຂໍ້ວ່າ: ຄວາມມານະພະຍາຍາມແກ້ໄຂວິກິດການຢູ່ເກຼັກ
ພາບປະກອບ:Getty Images.
|
ຖ້າຫາກ ເກຼັກ ຖືກປັດເຂ່ຍອອກຈາກ Eurozone, ສິ່ງດັ່ງກ່າວ ຈະກໍ່ຄວາມເສຍຫາຍທາງດ້ານເສດຖະກິດຢ່າງໃຫຍ່ຫລວງ ອາດຈະຂຶ້ນເຖິງນັບພັນຕື້ ເອີໂຣ. ນອກນັ້ນ ຍັງເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຕໍ່ຍຸດທະສາດສ້າງສຳພັນທະມິດອັນຍາວນານຢູ່ ເອີລົບ ຖືກລົ້ມລະລາຍ. ນອກຈາກຄວາມສ່ຽງບັນດາເຈົ້າຫນີ້ສາກົນສູນເສຍບ້ວງເງິນກູ້ ຂຶ້ນເຖິງ ກວ່າ 242 ຕື້ ເອີໂຣ. ເລື່ອງ ເກຼັກ ບໍ່ນຳໃຊ້ສະກຸນເງີນ ເອີໂຣ ລວມ ໄດ້ຮັບຖືວ່າຄືດັ່ງເຫດແຜ່ນດິນໄຫວທີ່ຮ້າຍແຮງເມື່ອມັນນາບຂູ່ຕໍ່ອະນາຄົດຂອງສະກຸນເງິນ ເອີໂຣ. ສິ່ງດັ່ງກ່າວໄດ້ຍູ້ EU ຕົກເຂົ້າສູ່ສະພາບກ້າວບໍ່ເຂົ້າຖອຍບໍ່ອອກນັບທັງບັນດາການນຳ EU ແລະ eurozone ປະຈຸບັນ ຕ້ອງເລືອກເອົາຄວາມເຫັນດີຫລືບໍ່ສຳລັບບັນຫາເກັຼກ.
EU: ເກຼັກ ຍັງມີກາລະໂອກາດເພື່ອເຈລະຈາ
ພາຍຫລັງ ເກຼັກ ສິ້ນສຸດການລົງປະຊາມະຕິ, ຕອນຄຳ່ວັນທີ 7/7/2015, ການນຳບັນດາປະເທດ ຂຶ້ນກັບ Eurozone ໄດ້ຈັດການປະຊຸມດ່ວນຢູ່ ບຣຸກແຊນ ປະເທດ ແບນຊິກ. ກ່ອນຫນ້ານັ້ນ ປະທານາທິບໍດີ ຝລັ່ງ Francois Hollande ແລະ ນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ມີການພົບປະກັນໃນຕອນຄ່ຳວັນທີ 6/7/2015 ຢູ່ ປາຣີ ເພື່ອປືກສາຫາລືກ່ຽວກັບບັນຫາ ເກຼັກ ແລະ ໄດ້ຖະແຫລງວ່າ: ເກຼັກ ຍັງມີກາລະໂອກາດເພື່ອເຈລະຈາ. ຖະແຫລງການດັ່ງກ່າວໄດ້ຮັບຖືວ່າ ແມ່ນກາລະໂອກາດເພື່ອຊອກຫາມາດຕະການແກ້ໄຂວິກິດການພາຍຫລັງການລົງປະຊາມະຕິຢູ່ ເກຼັກ. ເຖິງຢ່າງໃດກໍຕາມ, ບັນດາການນຳ ຝລັ່ງ ແລະ ເຢັຍລະມັນ ລ້ວນແຕ່ເນັ້ນຫນັກວ່າ ຮອດຈຸດເວລາແລ້ວ, ລັດຖະບານຂອງທ່ານນາຍົກລັດຖະມົນຕີ Alexis Tsipras ຕ້ອງຍົກອອກບັນດາຂໍ້ສະເຫນີຢ່າງເຂັ້ມງວດ, ເປັນໜ້າໄວ້ເນື້ອເຊື່ອໃຈ ແລະ ບໍ່ຢາກ ອອກຈາກ Eurozone ຕ້ອງສະແດງໃຫ້ເຫັນຜ່ານແຜນການທີ່ມີລັກສະນະຍາວນານ.
ເກຼັກ ເວົ້າຫຍັງແດ່?
ເກຼັກ ສະແດງຄວາມຜ່ອນສັ້ນຜ່ອນຍາວສ່ວນໃດຫນຶ່ງ ພາຍຫລັງມີໝາກຜົນຂອງການລົງປະຊາມະຕິ ດ້ວຍການຍົກອອກບັນດາການປະຕິຮູບໃຫມ່ເພື່ອແລກເອົາບ້ວງເງິນກູ້ຊ່ວຍຂອງEU. ພາຍຫລັງມີໝາກຜົນຂອງການລົງປະຊາມະຕິ, ທ່ານນາຍົກລັດຖະມົນຕີ ເກຼັກ Alexis Tsipras ກໍຖະແຫລງວ່າ Athens ພ້ອມແລ້ວສືບຕໍ່ການເຈລະຈາ ກ່ຽວກັບແຜນການປະຕິຮູບ, ເພາະປະເທດນີ້ບໍ່ຢາກອອກຈາກ Eurozone. ຢູ່ Athens, ທ່ານນາຍົກລັດຖະມົນຕີ Tsipras ໄດ້ຮັບການສະຫນັບສະຫນູນຈາກ 4 ພັກຝ່າຍການເມືອງຫລັກແຫລ່ງ ກ່ຽວກັບແຜນການຍູ້ໄວວິວັດທະນາການເຈລະຈາ, ເພື່ອບັນລຸຂໍ້ຕົກລົງຍຸຕິທຳກ່ຽວກັບເສດຖະກິດ, ສັງຄົມສຳລັບບັນດາເຈົ້າຫນີ້. ທ່ານ Tsipras ໄດ້ໂອ້ລົມທາງໂທລະສັບກັບຜູ້ອຳນວຍການ ທະນາຄານສູນກາງ ເອີລົບ (ECB) Mario Draghi ແລະ ຜູ້ອຳນວຍການກອງທຶນເງິນຕາສາກົນ (IMF) Christine Lagarde ເພື່ອເຕື້ອງເຖິງບັນດາສິ່ງທ້າທາຍແທ້ຈິງກ່ຽວກັບເສດຖະກິດ ຊື່ງ ເກຼັກ ພວມປະເຊີນຫນ້າ ພ້ອມກັນນັ້ນ ແມ່ນສະເຫນີ ECB ສືບຕໍ່ໂຄງການຫນູນຊ່ວຍຄວາມສາມາດການຊຳລະຢ່າງຮີບດ່ວນໃຫ້ລະບົບທະນາຄານເກຼັກ.
ສິ່ງທ້າທາຍບໍ່ແມ່ນຫນ້ອຍ
ນັ້ນແມ່ນເລື່ອງພາຍໃນປະເທດ ເອີລົບ ປະຈຸບັນ ຍັງບໍ່ທັນເປັນເອກະພາບໃນວິທີສຳພັດບັນຫາເກຼັກ. ມີ 16/18 ປະເທດ Eurozone ຮັກສາທັດສະນະແຂງກະດ້າງ, ກຽມພ້ອມໃຫ້ເກຼັກ ອອກຈາກພາກພື້ນນີ້. ກຸ່ມປະເທດດັ່ງກ່າວລວມມີ: ເຢຍລະມັນ, ແຟງລັງ, ບັນດາປະເທດ Baltich, ຕາເວັນອອກກາງ ແລະ ເອີລົບໃຕ້. ການນຳບັນດາປະເທດນີ້ກ່າວເຕືອນວ່າ ຖ້າຫາກ Athens ເຂົ້າຮ່ວມການເຈລະຈາ ດ້ວຍຄວາມຫວັງເຮັດໃຫ້ຄູ່ຮ່ວມມືປ່ຽນແປງທັດສະນະ ທຸກສິ່ງທຸກຢ່າງຈະຢຸດຕິລົງ, ບໍ່ມີການເລືອກເຟັ້ນໃດນອກເຫນືອຈາກເລື່ອງ ເກຼັກ ຕ້ອງພ້ອມແລ້ວຍອມຮັບບັນດາການປະຕິຮູບເລິກເຊິ່ງ ແລະ ກວ້າງຂວາງ. ພຽງແຕ່ ຝລັ່ງ ແລະ ອີຕາລີ ສະແດງທ່າທີອາດຈະຮັບຮູ້ຄວາມຮຽກຮ້ອງຂອງ ເກຼັກ. ທ່ານນາຍົກລັດຖະມົນຕີ ຝລັ່ງ Manuel Valls ໃຫ້ຮູ້ວ່າ: ບໍ່ມີຂໍ້ຫ້າມໃດກ່ຽວກັບການສ້າງໂຄງປະກອບບັນດາບ້ວງຫນີ້. ທ່ານນາຍົກລັດຖະມົນຕີ ອີຕາລີ Matteo Renzi ເວົ້າວ່າ: Eurozone ຄວນຊອກວິທີແກ້ໄຂຢ່າງເຖິງຖອງສະພາບການຮີບດ່ວນປະຈຸບັນ. ທ່ານ Matteo ຖືວ່າ: ຖ້າສືບຕໍ່ເຄົາລົບບັນດາຂໍ້ກຳນົດ ແລະ ອາດຍາສິດ, ເອີລົບ ຈະຖືກພັງທະລາຍ.
ເກຼັກ ແລະ EU ຕ້ອງສືບຕໍ່ບັນດາການເຈລະຈາໂດຍໄວ ເພື່ອຊອກຫາມາດຕະການແກ້ໄຂສະພາບບໍ່ມີທາງອອກປະຈຸບັນ. ບັນຫານັ້ນແມ່ນ ບັນດາຝ່າຍອາດຈະປຶກສາຫາລືແນວໃດ ແລະ ການປຶກສາຫາລືນັ້ນສາມາດກູ້ຊ່ວຍໃຫ້ ເກຼັກ ແລະ Eurozone ໄດ້ຫລືບໍ່? ໃນຂະນະນັ້ນ ECB ໄດ້ຕົກລົງບໍ່ເປີດກວ້າງບ້ວງເງິນຊຳລະຮີບດ່ວນໃຫ້ບັນດາທະນາຄານ ເກຼັກ ຊື່ງຮັກສາລະດັບ 89 ຕື້ ເອີໂຣ ຄືຄຳປະກາດໃນຕົ້ນອາທິດຜ່ານມາ. ບັນດາທະນາຄານ ເກຼັກ ປະຈຸບັນ ອາດຈະໝົດເງິນສົດແລ້ວ ແລະ ຖ້າຫາກບໍ່ໄດ້ຮັບການຫນູນຊ່ວຍຈາກ ECB ຍາກທີ່ບໍລິຫານບັນດາເຄື່ອງມືນະໂຍບາຍຢູ່ປະເທດນີ້ໄດ້.