ຄວາມອັນຕະລາຍທີ່ອາດຈະເກີດ ກະແສຟອງແຜ່ລະບາດຂອງພະຍາດໂຄວິດ-19 ຄັ້ງທີ 2

(VOVWORLD) -  ໂລກລະບາດໂຄວິດ-19 ຍັງພວມຄຸກຄາມຢູ່ ແລະ ຍັງບໍ່ທັນມີສັນຍານບົ່ງບອກວ່າ ຈະສິ້ນສຸດລົງເມື່ອໃດ, ຂະນະທີ່ຈຳນວນກໍລະນີເສຍຊີວິດໃນທົ່ວໂລກໄດ້ລື່ນກາຍ 500.000 ຄົນ ແລະ ຈຳນວນຜູ້ຕິດເຊື້ອໃນທົ່ວໂລກໄດ້ລື່ນກາຍ 10 ລ້ານຄົນແລ້ວ. 

ຫລາຍປະເທດຕ້ອງຈັດວາງບັນດາມາດຕະການປິດລ້ອມຄືນໃໝ່ ໂດຍບໍ່ຫົວຊາ ການກະທົບຢ່າງໜັກໜ່ວງທີ່ມີຕໍ່ພື້ນຖານເສດຖະກິດ. ນັກຊ່ຽວຊານຫລາຍທ່ານໄດ້ກ່າວເຕືອນວ່າ ຖ້າບໍ່ມີບັນດາມາດຕະການ ແລະ ການກະທຳຢ່າງຂ້ຽວຂາດກ່ວາອີກ ໂລກລະບາດຈະກັບມາແຜ່ລະບາດຄືນໃໝ່ ອາດຈະທຳລາຍທຸກຜົນງານຂອງໂລກໃນຫລາຍທົດສະວັດຜ່ານມາ, ພິເສດແມ່ນຕ້ອງໄດ້ທົດແທນດ້ວຍຊີວິດອີນຊີຂອງມະນຸດ.

        ຕາມການສະຖິຕິແລ້ວ, ໃນ 18 ວິນາທີໃດ ແມ່ນມີຜູ້ໜຶ່ງທີ່ເສຍຊີວິດຍ້ອນໂລກລະບາດໂຄວິດ-19. ຄຳຖາມຕັ້ງມາແມ່ນ ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດຄັ້ງທີ 2 ນັ້ນ ຈະເປັນອັນຕະລາຍ ແລະ ເຮັດໃຫ້ມີຜູ້ຄົນລົ້ມຫາຍຕາຍຈາກຫລາຍກ່ວາກະແສຟອງການແຜ່ລະບາດຄັ້ງທີ 1 ຫຼືບໍ່ ແລະ ມາຮອດປະຈຸບັນ ຍັງບໍ່ທັນມີຄຳຕອບໃຫ້ເທື່ອ.

ຄວາມອັນຕະລາຍທີ່ອາດຈະເກີດ ກະແສຟອງແຜ່ລະບາດຂອງພະຍາດໂຄວິດ-19 ຄັ້ງທີ 2 - ảnh 1 ສ.ເກົາຫຼີ, ເຊິ່ງແມ່ນປະເທດທີ່ເຄີຍເປັນແບບຢ່າງກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ພວມປະກົດມີສະພາບການຕິດແປດໃນຊຸມຊົນ ແລະ ແຜ່ລາມອອກເປັນວົງກ້ວາງຢູ່ຫລາຍນະຄອນ. (ພາບ: THX/TTXVN)

ບັນດາຄວາມສ່ຽງທີ່ມີຢູ່ແລ້ວ

       ເປັນເວລາ 6 ເດືອນ, ນັບແຕ່ເມື່ອໄວຣັດ SARS-CoV-2 ເກີດຂຶ້ນຢູ່ ອູ່ຫັ້ນ, ຈີນ, ໂລກລະບາດຍັງມີການຜັນແປຍາກທີ່ຈະຄາດຄະເນໄວ້ລ່ວງໜ້າໄດ້, ຊ້ຳບໍ່ໜຳ “ພວມເພີ່ມຂຶ້ນໃນທົ່ວໂລກ” ເຖິງວ່າ ມີຫລາຍປະເທດບັນລຸໄດ້ບາງໝາກຜົນໃດໜຶ່ງໃນການສະກັດກັ້ນໂລກລະບາດແລ້ວກໍ່ຕາມ.

        ຢູ່ອາເມລິກາ, ປະເທດນີ້ເຄີຍໄດ້ຢັ້ງຢືນວ່າ ຈຳນວນຜູ້ຕິດເຊື້ອໃໝ່ໄດ້ຫລຸດລົງ 20.000 ຄົນ/ວັນ ໃນຫລາຍອາທິດຕິດຕໍ່ກັນກໍ່ຕາມ, ແຕ່ໃນຊຸມວັນມໍ່ໆມານີ້ ໄດ້ເພີ່ມຂຶ້ນຢ່າງແຮງຄືນໃໝ່. ໄລ່ສະເພາະແຕ່ໃນວັນທີ 26 ມິຖຸນາ, ເປັນວັນທີ່ ອາເມລິກາ ໄດ້ກວດພົບຜູ້ຕິດເຊື້ອຫລາຍສຸດ ນັບແຕ່ເມື່ອໂລກລະບາດໄດ້ແຜ່ລະບາດຢູ່ປະເທດນີ້ ດ້ວຍຈຳນວນ 40.000 ຄົນ. ໃນຂະນະນັ້ນ, ຢູ່ເອີຣົບ ມີປະມານ 30 ປະເທດ ກໍ່ຢັ້ງຢືນວ່າ ຈຳນວນຜູ້ຕິດເຊື້ອໂຄວິດ-19 ໄດ້ເພີ່ມຂຶ້ນຢ່າງແຮງໃນ 2 ອາທິດຜ່ານມາ.

        ສ່ວນຢູ່ ສ.ເກົາຫຼີ, ເຊິ່ງແມ່ນປະເທດທີ່ເຄີຍເປັນແບບຢ່າງກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ພວມປະກົດມີສະພາບການຕິດແປດໃນຊຸມຊົນ ແລະ ແຜ່ລາມອອກເປັນວົງກ້ວາງຢູ່ຫລາຍນະຄອນ. ໃນຂະນະນັ້ນ, ອົດສະຕາລີ ແມ່ນປະເທດໄດ້ຮັບການຕີລາຄາສູງກ່ຽວກັບຄວາມສາມາດຄວບຄຸມໂລກລະບາດ, ກໍ່ພວມປະເຊີນໜ້າກັບກະແສຟອງແຜ່ລະບາດຄັ້ງທີ 2 ເຊິ່ງໄດ້ປະກົດຂຶ້ນຢູ່ລັດ Victoria, ເມື່ອຈຳນວນຜູ້ຕິດເຊື້ອໄດ້ເພີ່ມຂຶ້ນໄວຢ່າງຕໍ່ເນື່ອງໃນກ່ວາ 10 ມື້ຜ່ານມາ, ສ່ວນຫລາຍແມ່ນຕິດແປດໃນຊຸມຊົມ. ບັນດານັກຊ່ຽວຊານດ້ານການແພດປະເທດນີ້ ໄດ້ຢັ້ງຢືນວ່າ ສິ່ງໃດທີ່ພວມເກີດຂຶ້ນຢູ່ລັດ Victoria ໄດ້ສະແດງໃຫ້ເຫັນວ່າກະແສຟອງໂລກລະບາດໂຄວິດ-19 ຄັ້ງທີ 2 ໄດ້ປະກົດຂຶ້ນຢູ່ລັດນີ້ແລ້ວ ດ້ວຍການຄາດຄະເນໃນລະດັບທີ່ອັນຕະລາຍທີ່ສຸດ.

        ຢູ່ພາກພື້ນ ອາເມລິກາລາຕິນ, ຈຳນວນຜູ້ຕິດເຊື້ອໂຄວິດ-19 ໄດ້ເພີ່ມຂຶ້ນທົບ 3 ເທົ່າ, ປະມານ 2,5 ລ້ານຄົນ ຄື: ບຣາຊິນ, ເມັກຊີໂກ. ໂຄວິດ-19 ພວມນາບຂູ່ສຸຂະພາບຂອງປະຊາຊົນຢ່າງແທ້ຈິງ ພ້ອມທັງເຮັດໃຫ້ພື້ນຖານເສດຖະກິດສັງຄົມຢູ່ພາກພື້ນຖືກສັ່ນຄອນ ເຊິ່ງຜ່ານມາກໍ່ມີບັນດາບັນຫາເປັນໜ້າວິຕົກກັງວົນມາໄດ້ຫລາຍປີແລ້ວ.

ສິ່ງທົດແທນອາດຈະມີລາຄາແພງທີ່ສຸດ

       ມາຮອດຈຸດເວລານີ້, ໄວຣັດ SARS-CoV-2 ທີ່ກໍ່ໃຫ້ເກີດໂລກລະບາດ ໂຄວິດ-19 ແມ່ນເປັນອັນຕະລາຍທີ່ສຸດ, ໃນຂະນະທີ່ໂລກຍັງບໍ່ທັນສາມາດຜະລິດວັກຊິນປິ່ນປົວໄດ້ເທື່ອ. ທັດສະນະຕ້ານໂລກລະບາດຂອງຫລາຍປະເທດ, ຄວາມໃຈຮ້ອນຟ້າວຟັ່ງຢາກເປີດປະຕູເສດຖະກິດ…ພວມໄດ້ຮັບຖືວ່າ ແມ່ນສາຍເຫດເຮັດໃຫ້ ໂຄວິດ-19 ມີທ່າແຜ່ລະບາດອອກສູ່ວົງກ້ວາງ, ບໍ່ພຽງແຕ່ກ່ຽວກັບຂອບຂະໜາດເທົ່ານັ້ນ ຫາກຍັງກ່ຽວກັບຄຸນລັກສະນະອີກດ້ວຍ. ໂດຍບໍ່ຫົວຊາຕໍ່ກະແສຟອງແຜ່ລະບາດຄັ້ງທີ 2 ແລະ ນັບທັງຈຳນວນຜູ້ຕິດແປດເພີ່ມຂຶ້ນຢ່າງແຮງໃນຕົວຈິງ, ນັບແຕ່ວັນທີ 01 ກໍລະກົດ ເປັນຕົ້ນໄປ, ເອີຣົບ ເລີ່ມຕົ້ນດຳເນີນການເປີດປະຕູຊາຍແດນຮັບໃຊ້ການໄປມາຂອງຊາວຕ່າງປະເທດເທື່ອລະກ້າວ, ພາຍຫລັງປິດລ້ອມມາເປັນເວລາ 3 ເດືອນ. ເຖິງວ່າ ມີພຽງແຕ່ບາງປະເທດທີ່ ອີຢູ ໄດ້ອະນຸຍາດໃຫ້ເປີດປະຕູຊາຍແດນຊົ່ວຄາວກໍ່ຕາມ ແຕ່ມີຫລາຍປະເທດກໍ່ໃຈຮ້ອນເລັ່ງລັດໃຫ້ຄະນະກຳມະການ ເອີຣົບ ເປີດປະຕູກຸ່ມ Schengen ໂດຍໄວ, ເປັນຕົ້ນແມ່ນບັນດາປະເທດທີ່ມີລາຍຮັບມາຈາກການທ່ອງທ່ຽວ, ຈັດຕັ້ງງານຕະຫລາດນັດສາກົນ...ບັນດານັກຊ່ຽວຊານກ່າວເຕືອນວ່າ ຍິ່ງກ່ວາເວລາໃດໝົດ, ບັນດາປະເທດຄວນມີຄວາມລະມັດລະວັງໃນຄວາມມານະພະຍາຍາມເປີດການເຄື່ອນໄຫວຄືນໃໝ່ ເພື່ອບໍ່ໃຫ້ພື້ນຖານເສດຖະກິດ “ຖອຍຫລັງ” ອີກຄັ້ງໜຶ່ງ ຍ້ອນກະແສຟອງແຜ່ລະບາດໂຄວິດ-19 ຈະກັບມາເປັນຄັ້ງທີ 2. ບັນດາປະເທດ ຍັງຄົງສືບຕໍ່ບັນດາມາດຕະການແຍກຫ່າງໃນສັງຄົມ ເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດ. ອາດເວົ້າໄດ້ວ່າ, ບັນດານະໂຍບາຍດັ່ງກ່າວ ບໍ່ຕ້ອງຂວາຈັດໂພດ ແຕ່ຕ້ອງຮັບປະກັນການຫລຸດລົງຂອງຜູ້ຕິດເຊື້ອໃໝ່. ນອກນັ້ນ, ຖ້າໂລກລະບາດກັບມາແຜ່ລະບາດຄັ້ງໃໝ່ ຈະກໍ່ຜົນເສຍຫາຍຢ່າງໜັກໜ່ວງຢູ່ບັນດາປະເທດທີ່ມີລະບົບສາທາລະນະສຸກອ່ອນດ້ອຍ.

        ປະຫວັດສາດໄດ້ສ້າງບົດຮຽນໃຫ້ມວນມະນຸດ ໂດຍຮຽກຮ້ອງໃຫ້ທຸກຄົນ ບໍ່ຄວນປະໝາດ. ໃນໂລກລະບາດໄຂ້ຫວັດແອັດສະປາຍປີ 1918, ໃນການແຜ່ລະບາດຄັ້ງທີ 2 ນັ້ນ ແມ່ນຮຸນແຮງກ່ວາຫລາຍ ເມື່ອທຽບໃສ່ການແຜ່ລະບາດຄັ້ງທຳອິດ. ເກີດໂລກລະບາດໄຂ້ຫວັດໃນຄາວນັ້ນ ໄດ້ເຮັດໃຫ້ມີຜູ້ຕິດພະຍາດກ່ວາ 500 ລ້ານຄົນ ແລະ 50 ລ້ານຄົນເສຍຊີວິດໃນທົ່ວໂລກ. ຖ້າບໍ່ມີບັນດາມາດຕະການ ແລະ ການກະທຳຢ່າງຂ້ຽວຂາດ, ອາດເປັນໄປໄດ້ວ່າ ສິ່ງທີ່ມວນມະນຸດຕ້ອງທົດແທນແມ່ນມີລາຄາແພງທີ່ສຸດ./.

ຕອບກັບ

ຂ່າວ/ບົດ​ອື່ນ