(vovworld)- ກ່ອນນີ້ 20 ປີ, ຄືວັນທີ 16/11/1996, ເປັນຄັ້ງທຳອິດ ອົງການສຶກສາ ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ຕົກລົງຈັດຕັ້ງ “ວັນສາກົນກ່ຽວກັບຄວາມອະນຸໂລມ”. ນັບແຕ່ນັ້ນມາຮອດປະຈຸບັນ, ເມື່ອຮອດວັນນີ້, ມີການເຄື່ອນໄຫວສົ່ງເສີມ, ຊຸກຍູ້, ເຊີດຊູ ບັນດາການກະທຳອະນຸໂລມໄດ້ຮັບການຈັດຕັ້ງຂຶ້ນຢູ່ຫລາຍປະເທດ, ໃນນັ້ນ ມີຫວຽດນາມ. ບົດຂຽນຂອງນັກຂ່າວ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ທີ່ມີຫົວຂໍ້ວ່າ: ຄວາມອະນຸໂລມ: ສິ່ງອັນລ້ຳຄ່າທີ່ສຸດຂອງຊີວິດມະນຸດ.
ພາບປະກອບ: LHQ 1982
|
ທາດແທ້ຂອງຊາວຫວຽດນາມ ແມ່ນອະນຸໂລມ, ເມດຕາກະລຸນາ. ສິ່ງດັ່ງກ່າວສະແດງໃຫ້ເຫັນຜ່ານບັນດາຄຳສຸພາສິດ, ສຳນວນຄຳເວົ້າໄດ້ຝັງເລິກໃນຈິດໃຈຂອງຊາວຫວຽດນາມ ແຕ່ລະຄົນ. ຢູ່ໃນຄອບຄົວ, ວົງຕະກຸນ, ຊາວຫວຽດນາມ ມີຄຳສຸພາສິດທີ່ວ່າ: “ຜູ້ເປັນເອື້ອຍປະສົບກັບຄວາມຫຍຸ້ງຍາກ ຜູ້ເປັນນ້ອງຕ້ອງສຸດຈິດສຸດໃຈຊ່ວຍເຫລືອເອື້ອຍ”, “ພັດພາກຈາກພໍ່ ອາໄສອ່າວ……
ກ່ຽວກັບການພົວພັນບ້ານໃກ້ເຮືອນຄຽງ, ລະຫວ່າງໝູ່ເພື່ອນ, ຜູ້ຮ່ວມກົມກອງ, ມີບັນດາຄຳສັ່ງສອນວ່າ: “ສ້າງຄວາມຮັກແພງຜູ້ຢູ່ບ້ານໃກ້ເຮືອນຄຽງແທນໃຫ້ອ້າຍນ້ອງຢູ່ໄກ”, “ບ້ານໃກ້ເຮືອນຄຽງມີຫຍັງຫຍຸ້ງຍາກກໍ່ຊ່ວຍເຫລືອກັນ”.
ຖ້າຄວາມໝາຍກວ້າງກວ່າໃນທົ່ວປະເທດ ມີບັນດາຄຳສຸພາສິດທີ່ວ່າ: “ນ້ຳເຕົ້າປູມຊ່ວຍນ້ຳເຕົ້າເປົ່າ, ເຖິງວ່າບໍ່ແມ່ນອ້າຍນ້ອງໃນຄອບຄົວແຕ່ຍາມໃດກໍຊ່ວຍເຫລືອເຊິ່ງກັນ ແລະກັນ.”, “ຮັກແພງຜູ້ອື່ນຄືດັ່ງຮັກແພງຕົວເອງ”, “ປ່ຽງຫນຶ່ງຍາມຫິວ ທໍ່ກັບຫໍ່ຫນຶ່ງຍາມອີ່ມ.”
ໄລຍະກ່ອນນີ້, ຄົນລຸ້ນກ່ອນເມື່ອຕີຊະນະສັດຕູແລ້ວ ຍັງສະຫນອງສະບຽງອາຫານ, ມ້າ, ລົດ ເພື່ອໃຫ້ສັດຕູກັບຄືນເມືອປະເທດ.
ປະຈຸບັນ, ຍັງມີແບບຢ່າງດີເດັ່ນຫລາຍຢ່າງກ່ຽວກັບຄວາມອະນຸໂລມ, ເຜື່ອແຜ່ຂອງຊາວຫວຽດນາມ. ໃນສົງຄາມຢູ່ຫວຽດນາມ, ມີທະຫານຜ່ານເສິກ ອາເມລິກາ ຫລາຍຄົນ ໄດ້ມີການກະທຳໂຫດຮ້າຍສາມານ, ໃນນັ້ນ ມີເຫດ ເຂັ່ນຂ້າສາມັນຊົນ ຢູ່ ຫມີລາຍ ແຂວງ ກວ໋າງຫງ໋າຍ. ວັນທີ 16/3/1968, ມີຊາວຫວຽດນາມ 504 ຄົນ, ໃນນັ້ນສ່ວນຫລາຍແມ່ນແມ່ຍິງ ແລະ ເດັກນ້ອຍ, ນັບທັງເດັກຫາກໍ່ເກີດ ຖືກກອງຮ້ອຍ Charlie ເຂັ່ນຂ້າ. ບັນດາທະຫານຜ່ານເສິກ ອາເມລິກາ, ຜູ້ທີ່ເຂົ້າຮ່ວມເຫດຄາດຕະກຳດັ່ງກ່າວ ຍາມໃດກໍຖືກວົນສະຫມອງ ຍ້ອນບັນດາໂທດກຳນັ້ນ, ເຂົາເຈົ້າຕົກລົງກັບຄືນເຂດດິນ ຫມີລາຍ ທີ່ຖືກປະສົບເຄາະຮ້າຍ ແລະ ປາດຖະຫນາຢາກໃຫ້ປະຊາຊົນຫວຽດນາມ ອະໄພໂທດ ້. ເມື່ອຖາມ ແມ່ຕູ້ ຟ້າມທິທ້ວນ, ຊື່ງແມ່ນຫນຶ່ງໃນບັນດາຜູ້ພະຍານທີ່ລອດຕາຍຈາກເຫດ ເຂັ່ນຂ້າສາມັນຊົນ ດັ່ງກ່າວ ວ່າ: “ແມ່ຕູ້ ຄິດແນວໃດຕໍ່ຄຳຂໍໂທດຂອງບັນດາທະຫານຜ່ານເສິກ ອາມລິກາ”, ແມ່ຕູ້ຕອບວ່າ “ຄອບຄົວຂ້າພະເຈົ້າ ມີ 6 ຄົນຖືກເຂັ່ນຂ້າໃນເຫດ ເຂັ່ນຂ້າສາມັນຊົນ ນີ້, ຄວາມເຈັບປວດແລະເສຍຫາຍນີ້ບໍ່ມີຫຍັງຕາບຈູນໄດ້. ແຕ່ເລື່ອງນັ້ນແມ່ນຜ່ານໄປແລ້ວ, ຂ້າພະເຈົ້າ ອະໄພໂທດໃຫ້, ເມື່ອເຂົາເຈົ້າຮູ້ກິນແຫນງ.” ຖັດຈາກນັ້ນ ເຫດຄາດຕະກຳຢູ່ ແທ້ງຟອງ ຢູ່ ແຂວງ ເບນແຈ ເກີດຂຶ້ນເມື່ອວັນທີ 25/2/1969 ຈາກກຳລັງກອງປຸ້ນ SEAL ໂດຍ Bob Kerrey ບັນຊາ ໄດ້ເຂັ່ນຂ້າສາມັນຊົນ 21 ຄົນ, ໃນນັ້ນ ນັບທັງຜູ້ເຖົ້າຜູ້ແກ່, ແມ່ຍິງ ແລະ ເດັກນ້ອຍ. ພາຍຫລັງ ກາຍເປັນສະມາຊິກສະພາສູງ ອາເມລິກາ, ທ່ານ Bob Kerrey ໄດ້ຍອມຮັບວ່າ ຍາມໃດທ່ານກໍຮູ້ສຶກກິນແຫນງ ແລະ ຄິດເຖິງບັນດາຄວາມຊົງຈຳທີ່ເຈັບປວດ, ຕ້ອງດຳລົງຊີວິດຮ່ວມກັບບັນດາໂທດກຳທີ່ຕົນເອງກໍ່ຂຶ້ນ. ທ່ານ Bob Kerrey ກໍໄດ້ສະແດງຄວາມຂໍໂທດຕໍ່ປະຊາຊົນ ແທ້ງຟອງ. ບັນດາຄອບຄົວທີ່ຖືກປະສົບເຄາະຮ້າຍຈາກການກະທຳຂອງ ທ່ານ Bob Kerrey ໃຫ້ຮູ້ວ່າ: ການກະທຳທີ່ໂຫດຮ້າຍສາມານນັ້ນ ພວກຂ້າພະເຈົ້າ ອາຄາດ ທີ່ສຸດ ແຕ່ບໍ່ຢາກຝັງເລິກໃນໃຈຢ່າງຍາວນານ. ປະເທດຊາດໄດ້ຮັບສັນຕິພາບແລ້ວ, ບໍ່ມີໃຜຫລົງລືມອະດີດຕະການໄດ້ ແຕ່ກໍ່ບໍ່ຢາກເກີດຄວາມອາຄາດຕະຫລອດ, ຫາກປະໃຫ້ມະໂນທຳຂອງເຂົາເຈົ້າຕັດສິນດ້ວຍຕົນເອງ.
ຫວ່າງແລ້ວນີ້, ຮູບພາບຜູ້ເປັນແມ່ 2 ຄົນ, ຜູ້ຫນຶ່ງ ແມ່ນແມ່ຂອງຜູ້ປະສົບເຄາະຮ້າຍ, ສ່ວນຜູ້ຫນຶ່ງແມ່ນແມ່ຂອງຜູ້ເປັນຈຳເລີຍ ໄດ້ກອດກັນໄຫ້ຢູ່ປະຊຸມສານ ໄດ້ເຮັດໃຫ້ຫລາຍຄົນຮູ້ສຶກຕື້ນຕັນໃຈ. ແມ່ຂອງຜູ້ປະສົບເຄາະຮ້າຍໄດ້ຂໍໃຫ້ສານຜ່ອນໂທດໃຫ້ຈຳເລີຍ, ຊື່ງແມ່ນຜູ້ເຂັ່ນຂ້າລູກທີ່ຮັກແພງຂອງຕົນ. ນອກນັ້ນ ຍັງມີບັນດານັກຮົບເກົ່າຢູ່ ເຂດທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ບໍລິຈາກເງິນ, ປະກອບກຳລັງເຫື່ອແຮງກໍ່ສ້າງຂົວ ເບຕົງ ຊ່ວຍໃຫ້ຫລານນ້ອຍໄປໂຮງຮຽນ. ມີນາຍຄູ ອາຍຸສູງຜູ້ຫນຶ່ງຢູ່ ຮ່າໂນ້ຍ ແຕ່ລະມື້ໄດ້ສອນຫນັງສືໃຫ້ເດັກພິການໂດຍບໍ່ເກັບຄ່າ. ບັນດາການກະທຳນີ້ ບໍ່ພຽງແຕ່ແມ່ນຜູ້ໃຈບຸນໃຈກຸສົນ ເທົ່ານັ້ນ ຫາກຍັງແມ່ນບົດຮຽນ ກ່ຽວກັບ ຄວາມເມດຕາປານີ, ຄວາມອະນຸໂລມຂອງຊາວຫວຽດນາມ ອີກດ້ວຍ.
ຢ່າລືມ ອະດີດຕະການ ແຕ່ບໍ່ດຳລົງຊີວິດກັບຄວາມອາຄາດຕະຫລອດ. ຄວາມອະນຸໂລມບໍ່ໝາຍຄວາມວ່າ ແມ່ນການປະນິປະນອມ, ຫລືປະຕິບັດຕາມຈຸດປະສົງຂອງຜູ້ອື່ນ. ຄວາມອະນຸໂລມແມ່ນຄວາມເອົາລົບ, ແມ່ນການຍອມຮັບ ແລະ ຕີລາຄາສູງຄວາເປັນຫລາຍຮູບຫລາຍແບບ, ອຸດົມສົມບູນຂອງພື້ນຖານວັດທະນະທຳໂລກ. ຄວາມອະນຸໂລມ ແມ່ນການຊຸກຍູ້ຄວາມຮັບຮູ້ບັນດາສິດພື້ນຖານຂອງມະນຸດ, ແມ່ນເຊີດຊູລັກສະນະມະນຸດສາດໃນແຕ່ລະຄົນ. ແລະ ສຳລັບຊາວຫວຽດນາມ, ຄວາມອະນຸໂລມແມ່ນສິ່ງທີ່ລ້ຳຄ່າຂອງຊີວິດຄົນ.