ຄວາມເຄັ່ງຕຶງລະຫວ່າງ ລັດເຊຍ - ອາເມລິກາ ກ່ຽວຂ້ອງເຖິງການຢຸດຕິສົນທິສັນຍາ New START

(VOVWORLD) -

ວັນທີ 28 ກຸມພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍເລື່ອງຢຸດຕິການເຂົ້າຮ່ວມສົນທິສັນຍາກ່ຽວກັບການຫລຸດຜ່ອນອາວຸດຍຸດທະສາດ (New START),  ພາຍຫຼັງທີ່ທ່ານໄດ້ປະກາດຂໍ້ຕົກລົງນີ້ ເມື່ອອ່ານສານສະຫະລັດ (ໃນວັນທີ 21 ກຸມພາ) ພຽງອາທິດໜຶ່ງ. ກົດໝາຍນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ການກະທຳໃໝ່ຂອງ ລັດເຊຍ ໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນທີ່ນັບມື້ນັບໄດ້ຫລຸດລົງລະຫວ່າງສອງປະເທດທີ່ມີຈຳນວນຫົວລູກສອນໄຟນິວເຄຼຍກວມ 90% ໃນໂລກ, ພ້ອມທັງໄດ້ກໍ່ໃຫ້ເກີດຄວາມວິຕົກວັງວົນກ່ຽວກັບຄວາມສ່ຽງເກີດໄພຊ່ວງເສັງອາວຸດນິວເຄຼຍໃໝ່ໃນທົ່ວໂລກ.

ຄວາມເຄັ່ງຕຶງລະຫວ່າງ ລັດເຊຍ - ອາເມລິກາ ກ່ຽວຂ້ອງເຖິງການຢຸດຕິສົນທິສັນຍາ New START - ảnh 1ທ່ານ Sergei Ryabkov, ຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ
(ພາບ:Tass)

New START ແມ່ນ ສົນທິສັນຍາຄວບຄຸມນິວເຄຼຍສະບັບໜຶ່ງດຽວໃນປະຈຸບັນລະຫວ່າງ ມົດສະກູ ແລະ ວໍຊິງຕັນ. ສົນທິສັນຍາສະບັບນີ້ໂດຍທ່ານປະທານາທິບໍດີ ລັດເຊຍ Dmitry Medvedev ແລະ ທ່ານປະທານາທິບໍດີ Barack Obama ລົງນາມໃນປີ 2010, ໃນນັ້ນໄດ້ຈຳກັດໃຫ້ແຕ່ລະປະເທດຜັນຂະຫຍາຍຫົວລູກສອນໄຟບໍ່ເກີນ 1.550 ຫົວ, ລູກສອນໄຟ ແລະ ເຮືອບິນຖີ້ມລະເບີດນິວເຄຼຍ 700 ລຳ… ສົນທິສັນຍາໄດ້ກຳນົດເລື່ອງກວດກາໂດຍກົງເພື່ອກຳນົດລະດັບການປະຕິບັດຕາມກົດຂອງບັນດາຝ່າຍທີ່ເຂົ້າຮ່ວມ. ແຕ່ປີ 2020, ສອງຝ່າຍໄດ້ຢຸດຕິການເຄື່ອນໄຫວກວດກາຍ້ອນໂລກລະບາດໂຄວິດ - 19.

ສັນຍານທີ່ຈະແຈ້ງຝາກເຖິງ ອາເມເລິກາ ແລະ ອົງການສົນທິສັນຍາ ອັດລັງຕິກເໜືອ

          ສາຍເຫດທີ່ພາໄປເຖິງການຕັດສິນດັ່ງກ່າວ, ຕາມ ມົດສະກູ ແລ້ວ, ແມ່ນຍ້ອນ ອາເມລິກາ ພວມນຳໃຊ້ສົນທິສັນຍານີ້ເປັນເຄື່ອງມືເພື່ອເຮັດໃຫ້ປະເທດ ລັດເຊຍ ອ່ອນແອລົງ. ທ່ານປະທານາທິບໍດີ  ລັດເຊຍ Vladimir Putin ໄດ້ກ່່າວຫາວ່າ ບັນດາລູກສອນໄພທີ່ຕິດຫົວນິວເຄຼຍຂອງ ອາເມລິກາ ແລະ ບັນດາສຳພັນທະມິດທີ່ຂຶ້ນກັບອົງການສົນທິສັນຍາອັດລັງຕິກເຫນື້ອ (NATO) ພວມແນໃສ່ ລັດເຊຍ; ພ້ອມກັນນັ້ນກໍ່ມີຄວາມວິຕົກວັງວົນກ່ຽວກັບໂຄງການພັດທະນາບັນດາປະເພດອາວຸດໃໝ່ຂອງເຂົາເຈົ້າ. ທ່ານປະທານາທິບໍດີ ລັດເຊຍ ກໍ່ໃຫ້ຮູ້ວ່າ, ເມື່ອ ອາເມລິກາ ຮຽກຮ້ອງສິດກວດກາບັນດາຮາກຖານນິວເຄຼຍຂອງລັດເຊຍ ໃນຂະນະທີ່ NATO ພັດພວມຊ່ວຍ ຢູແກຼນ ບຸກໂຈມຕີນັ້ນແມ່ນ “ໄຮ້ເຫດຜົນ” ທີ່ສຸດ. ການນຳປະເທດ ລັດເຊຍ ຢາກເຕື້ອງເຖິງບັນດາການບຸກໂຈມຕີເມື່ອເດືອນ ທັນວາ 2022 ເຂົ້າສະໜາມບິນ Engels, ທີ່ຫ່າງຈາກ ມົດສະກູ ປະມານ 730 ກມ ໄປທາງທິດຕາເວັນອອກສ່ຽງໃຕ້, ເຊິ່ງແມ່ນຖານທີ່ໝັ້ນຂອງບັນດາເຮືອບິນຖິ້ນລະເບີດຍຸດທະສາດຂອງລັດເຊຍ, ເຊິ່ງທ່ານຖືວ່າ ແມ່ນຝ່າຍ ຢູແກຼນ ປະຕິບັດ.

          ເມື່ອອະທິບາຍແຈ້ງກ່ວາກ່ຽວກັບບັນຫານີ້, ໃນວັນທີ 2 ມີນາ, ທີ່ກອງປະຊຸມຫລຸດຜ່ອນກຳລັງອາວຸດ ແລະ ທະຫານ ຂອງ ສປຊ ຢູ່ ເຊີແນວ, ປະເທດສະວິດ, ທ່ານ Sergei Ryabkov, ຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ໄດ້ຊີ້ແຈ້ງວ່າ ອາເມລິກາ ໄດ້ຊ່ວຍ ຢູແກຼນ ບຸກໂຈມຕີບັນດາສະຖານທີ່ຍຸດທະສາດຂອງລັດເຊຍ. ຕາມທ່ານ Ryabkov ແລ້ວ, ສະພາບການນັບມື້ນັບຮ້າຍແຮງຂຶ້ນ ພາຍຫຼັງທີ່ ອາເມລິກາ ມານະພະຍາຍາມ ສຳຫຼວດດ້ານຄວາມໝັ້ນຄົງຢູ່ບັນດາຮາກຖານຍຸດທະສາດຂອງລັດເຊຍ ຕາມຂໍ້ກຳນົດໃນ New START ດ້ວຍວິທີໜູນຊ່ວຍ ຢູແກຼນ ດຳເນີນບັນດາການບຸກໂຈມຕີປະກອບອາວຸດເພື່ອແນໃສ່ບັນດາຮາກຖານດັ່ງກ່າວ. ລັດເຊຍ ບໍ່ມີທາງເລືອກອື່ນອີກນອກຈາກການຢຸດຕິສົນທິສັນຍາ. ພິເສດ, ທ່ານ Ryabkov ກ່າວເຕືອນວ່າ, ເລື່ອງ ອາເມລິກາ ແລະ ບັນດາສຳພັນທະມິດຂຶ້ນກັບ NATO ແຊກເຂົ້ານັບມື້ນັບຫຼາຍໃນບັນດາການປະທະກັນປະກອບອາວຸດ ອາດຈະພາໄປເຖິງການປະທະກັນດ້ານການທະຫານໂດຍກົງ ລະຫວ່າງບັນດາປະເທດມະຫາອຳນາດດ້ານນິວເຄຼຍ ແລະ ສິ່ງດັ່ງກ່າວໄດ້ນຳມາເຊິ່ງຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງທີ່ສຸດ.

        ຕາມສະຖາບັນຄົ້ນຄ້ວາສັນຕິພາບສາກົນ Stockholm (SIPRI) ແລ້ວ, ລັດເຊຍ ແລະ ອາເມລິກາ ພວມກຳມະສິດຈຳນວນຫົວນິວເຄຼຍກວມ 90% ໃນໂລກ. ຮອດຕົ້ນປີ 2022, ລັດເຊຍ ມີຫົວນິວເຄຼຍ 5.977 ຫົວ, ໃນນັ້ນ, ກ່ວາ 1.600 ຫົວໄດ້ກຽມພ້ອມເຂົ້າໃນການນຳໃຊ້ແລ້ວ. ອາເມລິກາ ມີ 5.428 ຫົວ, ດ້ວຍຈຳນວນ 1.750 ຫົວທີ່ພ້ອມຈະນຳເຂົ້ານຳໃຊ້ໃນການຕໍ່ສູ້.

        ວົງການນັກໄຈ້ແຍກ ລັດເຊຍ ຖືວ່າ: ເລື່ອງ ມົດສະກູ ປະກາດຢຸດຕິການເຂົ້າຮ່ວມ New START ແມ່ນສັນຍານສົ່ງເຖິງ ອາເມລິກາ ເວົ້າສະເພາະ ແລະ NATO ເວົ້າລວມທີ່ຈະແຈ້ງທີ່ສຸດ: ລັດເຊຍ ກຽມພ້ອມເຮັດທຸກສິ່ງທຸກຢ່າງເພື່ອປົກປັກຮັກສາຜົນປະໂຫຍດ, ຄວາມໝັ້ນຄົງແຫ່ງຊາດ. ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດ ກໍ່ປະກາດຈະບໍ່ປຶກສາຫາລືກ່ຽວກັບສົນທິສັນຍາ New START ກັບ ອາເມລິກາ ເມື່ອເວລາໃດທີ່ ວໍຊິງຕັນ ຍັງຄົງສືບຕໍ່ປະກອບອາວຸດໃຫ້ແກ່ ກີແອບ.

ຄວາມເຄັ່ງຕຶງລະຫວ່າງ ລັດເຊຍ - ອາເມລິກາ ກ່ຽວຂ້ອງເຖິງການຢຸດຕິສົນທິສັນຍາ New START - ảnh 2ລະບົບຖານຍິງລູກສອນໄຟນຳວິຖີຂ້າວທະວີບຂອງກອງທັບອາເມລິກາ
(ພາບ:GETTY IMAGES)

ໂລກມີຄວາມວິຕົກວັງວົນ

        ວົງການນັກສັງເກດການມີຄວາມວິຕົກວັງວົນກ່ຽວກັບເລື່ອງ New START ຖືກຢຸດຕິເຊິ່ງ ໄດ້ພາໄປເຖິງເລື່ອງ ລັດເຊຍ ແລະ ອາເມລິກາ ບໍ່ມີຂອບກົດໝາຍໃດໆທີ່ໝັ້ນຄົງເພື່ອຄວບຄຸມກຳລັງຄວາມສາມາດດ້ານນິວເຄຼຍຂອງກັນ. ສິ່ງດັ່ງກ່າວມຄວາມສ່ຽງຈະກໍ່ໃຫ້ເກີດການຊ່ວງເສັງອາວຸດຄັ້ງໃໝ່ທີ່ ໄປຄຽງຄູ່ກັບບັ້ນຮົບການທະຫານ ລັດເຊຍ - ຢູແກຼນ. ການກະທຳນີ້ກໍ່ຈະລົບລ້າງບັນດາໝາກຜົນເຊິ່ງບັນດາສົນທິສັນຍານິວເຄຼຍລະຫວ່າງ ລັດເຊຍ - ອາເມລິກາ ນຳມາໃຫ້ໃນກ່ວາ 5 ທົດສະວັດຜ່ານມາ. ກ່ອນນັ້ນ, ສົນທິສັນຍາບັນດາກຳລັງນິວເຄຼຍໄລຍະກາງ (INF) ໄດ້ພັງທະລາຍ ເມື່ອ ອາເມລິກາ, ຄາວນັ້ນແມ່ນພາຍໃຕ້ອຳນາດການປົກຄອງຂອງ ທ່ານປະທານາທິບໍດີ Donald Trump, ໄດ້ປະລະພຽງລຳພັງຝ່າຍດຽວ, ເຮັດໃຫ້ New START ກາຍເປັນເຄື່ອງມືໜຶ່ງດຽວຊ່ວຍໃຫ້ທັງສອງຝ່າຍຄວບຄຸມອາວຸດນິວເຄຼຍຂອງກັນ.

        ຕາມທ່ານ William Alberque, ຜູ້ອຳນວຍການຍຸດທະສາດ, ເຕັກໂນໂລຊີ ແລະ ຄວບຄຸມອາວຸດຢູ່ ສະຖາບັນຄົ້ນຄ້ວາຍຸດທະສາດສາກົນ, ເລື່ອງຢຸດຕິສົນທິສັນຍາ New START ກໍ່ໝາຍຄວາມວ່າ ຈຳນວນຫົວນິວເຄຼຍ ຈະໄດ້ຄູນຂຶ້ນທົບຫຼາຍເທົ່າ. ທັງສອງຝ່າຍອາດຈະເພີ່ມຫົວນິວເຄຼຍແຕ່ 1.550 ຫົວໃນປະຈຸບັນ ໃຫ້ຂຶ້ນເປັນ 4.000 ຫົວຍຸດທະສາດທີ່ສາມາດຈະຜັນຂະຫຍາຍໃນເວລາພຽງຄືນໜຶ່ງເທົ່່ານັ້ນ.

        ເຖິງວ່າໄດ້ຖະແຫຼງຢຸດຕິການເຂົ້າຮ່ວມສົນທິສັນຍາ New START ແຕ່ພ້ອມກັນນັ້ນ, ລັດເຊຍ ກໍ່ໄດ້ຢັ້ງຢືນຍັງປະຕິບັດຕາມຈຳນວນຈຳກັດຂອງຫົວລູກສອນໄພນິວເຄຼຍ, ຮັກສາຈຳນວນບໍ່ລື່ນກາຍຈຳນວນທີ່ໄດ້ກຳນົດ. ມົດສະກູ ກໍ່ໄດ້ຊີ້ແຈ້ງຈະບໍ່ຖອນຕົວອອກຈາກສົນທິສັນຍາດັ່ງກ່າວຢ່າງສີ້ນເຊີງ, ສິ່ງດັ່ງກ່າວກໍ່ມີຄວາມໝາຍວ່າອາດຈະຍັງສາມາດເຈລະຈາກັບທັງ ອາເມລິກາ ແລະ ທັງຝ່າຍຕາເວັນຕົກ. ແຕ່ເຖິງຢ່າງໃດກໍ່ຕາມ, ຕາມວົງການນັກໄຈ້ແຍກສາກົນ ແລ້ວ, ເສັ້ນທາງເຊື່ອມຄວາມໄວ້ເນື້ອເຊື່ອໃຈຄືນໃໝ່ລະຫວ່າງ ລັດເຊຍ ແລະ ອາເມລິກາ ແມ່ນບໍ່ງ່າຍດາຍ./.

ຕອບກັບ

ຂ່າວ/ບົດ​ອື່ນ