ຄວາມ​ເຄັ່ງ​ຕຶງ​ໃນການ​ພົວ​ພັນ​ລະ​ຫວ່າງ ຝ່າຍ​ຕາ​ເວັນ​ຕົກ ແລະ ຈີນ ຖືກເພີ່ມ​ຂຶ້ນ

(VOVWORLD) -ໃນຊຸມວັນຜ່ານມາ, ການພົວພັນລະຫວ່າງບັນດາປະເທດຝ່າຍຕາເວັນຕົກ, ລະອຽດແມ່ນ ອາເມລິກາ ແລະ ສະຫະພາບເອີຣົບ (ອີຢູ) ກັບ ຈີນ ຍິ່ງມີຄວາມເຄັ່ງຕຶງທີ່ ຮ້າຍແຮງຂຶ້ນຕື່ມ. ບັນດາມາດຕະການແຂງກະດ້າງເລັ່ງໃສ່ກັນໄດ້ຍົກອອກມາ, ອັນໄດ້ຍູ້ການພົວພັນລະຫວ່າງສອງຝ່າຍຕົກເຂົ້າສູ່ສະພາບຊົ່ວຮ້າຍທີ່ສຸດໃນຫຼາຍທົດສະວັດຜ່ານມາ.

ໃນຕົວຈິງ, ການພົວພັນລະຫວ່າງຝ່າຍຕາເວັນຕົກ ກັບ ຈີນ ມີທ່າອ່ຽງຊົ່ວຮ້າຍລົງນັ້ນ ແມ່ນແຜນເຊິ່ງວົງການນັກໄຈ້ແຍກໄດ້ເຕື້ອງເຖິງແລ້ວ, ພິເສດແມ່ນ ພາຍຫຼັງທີ່ທ່ານ Joe Biden ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ. ຕາມການເວລາ, ແຜນດັ່ງກ່າວ ຄ່ອຍໆກາຍເປັນຕົວຈິງ ພາຍຫຼັງທີ່ທ່ານປະທານາທິບໍດີຂອງປະເທດມະຫາອຳນາດອັນດັບໜຶ່ງຂອງໂລກ ໄດ້ມີຄຳກ່າວປາໄສ ພ້ອມກັບການກະທຳທີ່ແຂງກະດ້າງສຳລັບ ຈີນ ຢ່າງລຽນຕິດ, ພ້ອມທັງພະຍາຍາມແກ່ດຶງບັນດາພັນທະມິດເອີຣົບ ເຂົ້າຮ່ວມຄວາມມານະພະຍາຍາມ ເພື່ອຮັບມືກັບ ປັກກິ່ງ. ສຸດທ້າຍແມ່ນ ສອງປະເທດພວມຖືກຕົກເຂົ້າສູ່ສະພາບການສູ້ຢັນກັນທີ່ເຄັ່ງຕຶງທີ່ບໍ່ເຄີຍມີມາກ່ອນ ດ້ວຍການຈັດວາງມາດຕະການລົງໂທດຕ່າງໆເພື່ອຕອບໂຕ້ເຊິ່ງກັນແລະກັນ.

ຄວາມ​ເຄັ່ງ​ຕຶງ​ໃນການ​ພົວ​ພັນ​ລະ​ຫວ່າງ ຝ່າຍ​ຕາ​ເວັນ​ຕົກ ແລະ ຈີນ ຖືກເພີ່ມ​ຂຶ້ນ - ảnh 1ສູນບຳລຸງວິຊາຊີບ ຢູ່ ຊິນຈຽງ (ພາບ: AFP)

        ບັນດາມາດຕະການລົງໂທດແບບໂຕ້ຕອບທັນຄວັນ

        ວັນທີ 22 ມີນາ, ອີຢູ ແລະ ລາຊະອານາຈັກ ອັງກິດ ໄດ້ປະກາດຈັດວາງບັນດາຄຳສັ່ງລົງໂທດເພື່ອແນໃສ່ສ່ວນບຸກຄົນ ແລະ ອົງການຈັດຕັ້ງ ຢູ່ ຈີນ ດ້ວຍຄຳກ່າວຫາວ່າ ລະເມີດສິດທິມະນຸດຢູ່ ຊິນຈຽງ. ຕາມນັ້ນແລ້ວ, ອີຢູ ໄດ້ຈັດວາງຄຳສັ່ງລົງໂທດຫ້າມການສັນຈອນໄປ - ມາ ແລະ ອາຍັດຊັບສິນຂອງເຈົ້າໜ້າທີ່ 4 ທ່ານຂອງ ຈີນ ເຊິ່ງແມ່ນການນຳຢູ່ເຂດ ຊິນຈຽງ ແລະ ອົງການຈັດຕັ້ງແຫ່ງນັ້ນແມ່ນບໍລິສັດກໍ່ສ້າງຢູ່ ຊິນຈຽງ, ຈີນ. ນີ້ແມ່ນຄັ້ງທຳອິດນັບແຕ່ປີ 1989 ມານີ້, ເອີຣົບ ໄດ້ດຳເນີນບັນດາຄຳສັ່ງລົງໂທດເລັ່ງໃສ່ ຈີນ ດ້ວຍບັນດາຄຳກ່າວຫາກ່ຽວກັບສິດທິມະນຸດ. ພາຍຫຼັງທີ່ ອີຢູ ຍົກອອກຂໍ້ຕົກລົງດັ່ງກ່າວ ໃນເວລາພຽງປະມານ 2 – 3 ຊົ່ວໂມງ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Dominic Raab ກໍໄດ້ແຈ້ງໃຫ້ຊາບວ່າ ປະເທດນີ້ຈະຈັດວາງບັນດາຄຳສັ່ງລົງໂທດທີ່ຄ້າຍຄືກັນກັບ ອີຢູ ແນໃສ່ ຈີນ.

        ໃນທັນທີ, ຈີນ ໄດ້ຍົກອອກການກະທຳໂຕ້ຕອບ ດ້ວຍການອອກແຈ້ງການລົງໂທດ 10 ສ່ວນບຸກຄົນ ແລະ 4 ອົງການຈັດຕັ້ງຢູ່ ອີຢູ, ໃນນັ້ນ ມີສະມາຊິກລັດຖະສະພາຈຳນວນໜຶ່ງ, ອະນຸຄະນະກຳມະການສິດທິມະນຸດໃນລັດຖະສະພາເອີຣົບ, ຄະນະກຳມະການການເມືອງ ແລະ ຄວາມໝັ້ນຄົງ ສັງກັດ ສະພາເອີຣົບ, ສະຖາບັນ Mercator ຄົ້ນຄວ້າກ່ຽວກັບ ຈີນ ເຊິ່ງມີສຳນັກງານຕັ້ງຢູ່ Berlin ແລະ “ສຳພັນທະມິດປະຊາທິປະໄຕ - ເຊິ່ງເປັນອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຂອງ ແດນມາກ. ຕາມບັນດານັກໄຈ້ແຍກແລ້ວ, ມາດຕະການໂຕ້ຕອບຂອງ ຈີນ ມີຂອບຂະໜາດ ແລະ ດຸເດືອດກວ່າຫຼາຍເທົ່າເມື່ອທຽບໃສ່ບັນດາຄຳສັ່ງລົງໂທດຂອງ ອີຢູ.

        ກ່ອນໜ້ານັ້ນ, ຈີນ ກໍໄດ້ຕຳໜິຕິຕຽນຢ່າງແຮງ, ພ້ອມທັງຖະແຫຼງຈັດວາງມາດຕະການໂຕ້ຕອບໃຫ້ສົມເຫດສົມຜົນສຳລັບບັນດາຄຳສັ່ງລົງໂທດ ເຊິ່ງ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ປະກາດໃນວັນທີ 17 ມີນາ ແນໃສ່ເຈົ້າໜ້າທີ່ຫຼາຍທ່ານຂອງຈີນ ແລະ ຮົ່ງກົງ ດ້ວຍຄຳກ່າວຫາກວ່າ ມີສ່ວນກ່ຽວຂ້ອງເຖິງການປ່ຽນແປງລະບົບເລືອກຕັ້ງຢູ່ເຂດປົກຄອງພິເສດ ຮົ່ງກົງ. ບາດກ້າວເດີນດັ່ງກ່າວ ບວກກັບບັນດາໝາກຜົນທີ່ວົງການນັກໄຈ້ແຍກໄດ້ຕີລາຄາວ່າ “ບໍ່ບັນລຸປະສິດທິຜົນ” ໃນວາລະເຈລະຈາຂັ້ນສຸງ ອາເມລິກາ - ຈີນ ຢູ່ Alaska (ອາເມລິກາ) ໃນວັນທີ 18 – 19 ມີນານັ້ນ ສືບຕໍ່ຍູ້ການພົວພັນລະຫວ່າງ ອາເມລິກາ - ຈີນ ຕົກເຂົ້າສູ່ວິກິດການຢ່າງເລິກກວ່າ.

        ສານ ແລະ ແງ່ຫວັງ

        ຕາມບັນດານັກໄຈ້ແຍກແລ້ວ, ບັນດາການກະທຳທີ່ແຂງກະດ້າງຕໍ່ກັນຂອງບັນດາຝ່າຍ ໄດ້ສ່ອງແສງໃຫ້ເຫັນສະພາບການຂັດແຍ້ງກັນທີ່ສັບສົນ ແລະ ຍາກທີ່ຈະໄກ່ເກ່ຍໄດ້ລະຫວ່າງຝ່າຍຕາເວັນຕົກ ແລະ ຈີນ. ໃນນັ້ນ, ເລື່ອງ ປັກກິ່ງ ມີການໂຕ້ຕອບທີ່ຢູ່ນອກເໜືອການຄາດຄະເນຂອງຕົນ ຕໍ່ໜ້າບັນດາຄຳສັ່ງລົງໂທດຂອງ ອີຢູ, ພ້ວມດ້ວຍປະຕິກິລິຍາທີ່ຂ້ຽວຂາດ ຕໍ່ບັນດາການກະທຳຂອງ ວໍຊິງຕັນ, ພິເສດແມ່ນໃນການເຈລະຈາທີ່ດຳເນີນຢູ່ Alaska ນັ້ນ ລ້ວນແຕ່ໄດ້ສົ່ງສານຢ່າງຈະແຈ້ງ. ຕາມນັ້ນແລ້ວ, ຈີນ ຈະບໍ່ອ່ອນຍອມ, ຫາກຈະໂຕ້ຕອບໃຫ້ສົມເຫດສົມຜົນ, ຊ້ຳບໍ່ໜຳ ແມ່ນດຸເດືອດກວ່າ ສຳລັບທຸກການກະທຳຈາກ ອາເມລິກາ ແລະ ອີຢູ.

        ສານນີ້ ໄດ້ເຮັດໃຫ້ ທັງ ອາເມລິກາ ແລະ ອີຢູ ຕ້ອງພິຈາລະນາ ແລະ ຕີລາຄາຄືນຍຸດທະສາດຮັບມືກັບ ຈີນ ຂອງຕົນ. ເຖິງຢ່າງໃດກໍຕາມ, ຕາມການສັງເກດຂອງວົງການນັກໄຈ້ແຍກແລ້ວ, ຄວາມສາມາດຈະມີການດັດປັບການກະທຳຕາມທິດປະນິປະນອມ ຫຼື ຜ່ອນຜັນ ນັ້ນແມ່ນຍາກທີ່ຈະເກີດຂຶ້ນ ຍ້ອນຫຼາຍສາຍເຫດ. ໃນນັ້ນ, ສາຍເຫດງ່າຍໆແຕ່ສຳຄັນທີ່ສຸດ ນັ້ນແມ່ນບັນຫາສີໜ້າສີຕາ, ນັບທັງການພົວພັນພາຍໃນ ແລະ ການພົວພັນກັບຕ່າງປະເທດ. ເພາະສະນັ້ນ, ອາເມລິກາ ແລະ ອີຢູ ຈະສືບຕໍ່ມີການກະທຳແຂງກະດ້າງກັບຈີນ ແມ່ນມີຄວາມເປັນໄປໄດ້ສູງທີ່ສຸດ, ແລະແນ່ນອນແລ້ວ ຈີນ ຈະມີການໂຕ້ຕອບຄືນໃຫ້ສົມເຫດສົມຜົນ, ຊ້ຳບໍ່ໜຳແມ່ນດຸເດືອດກວ່າອີກດ້ວຍ.

        ຄວາມຈິງດັ່ງກ່າວ ຈະເຮັດໃຫ້ແງ່ຫວັງປັບປຸງການພົວພັນລະຫວ່າງ ຝ່າຍຕາເວັນຕົກ ແລະ ຈີນ ໃນໄລຍະສັ້ນ ກາຍເປັນເລື່ອງທີ່ຍາກຈະປະກົດຜົນເປັນຈິງ. ໝາຍຄວາມວ່າ ການຕໍ່ສູ້ດ້ານການຄ້າ, ຊັດເຈນກວ່າແມ່ນການແກ້ງແຍ້ງຍຸດທະສາດ ແລະ ສູ້ຢັນກັນໃນຫຼາຍແນວໂຮມລະຫວ່າງ ອາເມລິກາ ແລະ ຈີນ ແມ່ນບໍ່ອາດຫຼຸດລົງໃນໄວໆນີ້ໄດ້. ພ້ອມກັນນັ້ນ, ສັນຍາຮອບດ້ານກ່ຽວກັບການລົງທຶນ ທີ່ຫາກໍ່ບັນລຸໄດ້ໃນທ້າຍປີ 2020 ລະຫວ່າງ ອີຢູ ແລະ ຈີນ - ເຊິ່ງໄດ້ຮັບຖືວ່າ ແມ່ນຜົນງານອັນໃຫຍ່ຫຼວງຂອງການຮ່ວມມືລະຫວ່າງສອງຝ່າຍ ນັ້ນ ນັບມື້ນັບປະເຊີນໜ້າກັບຄວາມສ່ຽງທີ່ວ່າ ລັດຖະສະພາເອີຣົບຈະບໍ່ຮັບຮອງເອົາ./. 

ຕອບກັບ

ຂ່າວ/ບົດ​ອື່ນ