(vovworld) - ໃນສັບປະດາຜ່ານມາ, ລັດເຊຍ - ຢູແກຼນ ໄດ້ໂຕ້ຖຽງກັນພາຍຫຼັງເຫດການ Moscow ກ່າວຫາ Kiev ມີກົນອຸບາຍບຸກໂຈມຕີແຫຼມ Crimea ເພື່ອເປີດສາກໃຫ້ແກ່ການປະທະກັນຄັ້ງໃໝ່ຢູ່ເຂດນີ້. ນີ້ໄດ້ຮັບຖືວ່າແມ່ນການຜັນແປຮ້າຍແຮງທີ່ສຸດຢູ່ Crimea, ນັບແຕ່ເມື່ອເກາະແຫ່ງນີ້ຖືກໂຮມເຂົ້າ ລັດເຊຍ ເມື່ອປີ 2014. ເຫດການນີ້ໄດ້ເຮັດໃຫ້ການພົວພັນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ລັດເຊຍ - ຢູແກຼນ ມີຄວາມເຄັ່ງຕຶງຂຶ້ນຕື່ມ.
ປະທານາທິບໍດີ ລັດເຊຍ Vladimir Putin
ເຫດການນີ້ເລີ່ມມາຈາກເລື່ອງ ອົງການປ້ອງກັນຄວາມສະຫົງບສະຫະພັນລັດເຊຍ (FSB) ແຈ້ງໃຫ້ຮູ້ ໄດ້ສະກັດກັ້ນກົນອຸບາຍບຸກໂຈມຕີ 2 ຄັ້ງທີ່ເລັ່ງໃສ່ບັນດາພື້ນຖານໂຄງລ່າງສຳຄັນໃນແຫຼມ Crimea, ເຊິ່ງແມ່ນເຂດດິນທີ່ໄດ້ໂຮມເຂົ້າ ລັດເຊຍຄືນໃໝ່ເມື່ອປີ 2014. ເຮັດໃຫ້ 2 ຄົນເສຍຊີວິດໃນການປະທະກັນຄັ້ງຕ່າງໆ. ຕາມ FSB, ກົມໃຫຍ່ສືບລາຊະການລັບທີ່ຂຶ້ນກັບກະຊວງປ້ອງກັນປະເທດແລ້ວ, ຢູແກຼນແມ່ນໜູນຫຼັງກົນອຸບາຍກໍ່ການຮ້າຍດັ່ງກ່າວ ແລະ ຈຸດປະສົງຂອງບັນດາການກະທຳນີ້ແມ່ນເພື່ອກໍ່ຄວາມຂາດສະຖຽນລະພາບໃນພາກພື້ນກ່ອນທີ່ຈັດການເລືອກຕັ້ງສະພາແຫ່ງຊາດຢູ່ ລັດເຊຍໃນເດືອນຈະມາເຖິງ.
ການກ່າວຫາເຊິ່ງກັນ ແລະ ກັນ
ປະທານາທິບໍດີ ລັດເຊຍ Vladimir Putin ຖືວ່າ, ບັນດາຂ່າວຈາກ FSB ສະແດງໃຫ້ເຫັນວ່າ ຢູແກຼນ ພວມມານະພະຍາຍາມປຸກລຸກການໃຊ້ຄວາມຮຸນແຮງ ແລະ ການປະທະກັນຢູ່ Crimea. ວັນທີ 15/8, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຖະແຫຼງວ່າ Moscow ພ້ອມແລ້ວທີ່ຈະສະໜອງໃຫ້ຝ່າຍຕາເວັນຕົກບັນດາພະຍານຫຼັກຖານກ່ຽວກັບການແຊກແຊງດ້ວຍກຳລັງອາວຸດຂອງຊາວ ຢູແກຼນເຂົ້າແຫຼມ Crimea. ຕາມທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍແລ້ວ, ເຫດການດັ່ງກ່າວໄດ້ສົ່ງຜົນສະທ້ອນເຖິງແງ່ຫວັງຟື້ນຟູການເຈລະຈາກ່ຽວກັບ ຢູແກຼນ ຕາມກົນໄກ Normandy. ກະຊວງການຕ່າງປະເທດ ລັດເຊຍ ກໍ່ອອກຖະແຫຼງການໃຫ້ຮູ້ວ່າ, ຍ້ອນການອະນຸໂລມຂອງຝ່າຍຕາເວັນຕົກ, ພິເສດແມ່ນທ່າທີສະໜັບສະໜູນຂອງ NATO, EU ແລະ ອາເມລິກາ ຕໍ່ຄຳຖະແຫຼງຂອງປະທານາທິບໍດີ ຢູແກຼນ Petro Poroshenko ໃນບັນຫາ Crimea, ໄດ້ປະກອບສ່ວນຊຸກຍູ້ Kiev ມີບັນດາການກະທຳສ່ຽງໄພ ແລະ ເກາະຜິດຢູ່ແຫຼມດັ່ງກ່າວ.
ເຖິງຢ່າງໃດກໍ່ຕາມ, ປະທານາທິບໍດີ ຢູແກຼນ Petro Poroshenko ໃນບັນຫາ Crimea ໄດ້ປະຕິເສດບັນດາຄຳກ່າວຫາດັ່ງກ່າວ ແລະ ຖືວ່າ, ສິ່ງດັ່ງກ່າວແມ່ນໄຮ້ເຫດຜົນ ແລະ ອຸປະໂຫຼກ. ຕາມທ່ານແລ້ວ, ນີ້ແມ່ນສາຍເຫດເພື່ອໃຫ້ ລັດເຊຍສືບຕໍ່ນາບຂູ່ດ້ານການທະຫານແກ່ ຢູແກຼນ.
ການກະທຳໂຕ້ຕອບ
ໂດຍບໍ່ຫົວຊາຕໍ່ເລື່ອງ Kiev ໄດ້ປະຕິເສດຄຳກ່າວຫານີ້ໃນທັນທີ, ປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງວ່າ, ບັນດາຜູ້ກຳອຳນາດຢູ່ ຢູແກຼນ ໄດ້ຫັນມານຳໃຊ້ບັນດາຍຸດທະວິທີກໍ່ການຮ້າຍ ແທນທີຈະຊອກຫາວິທີແກ້ໄຂຢ່າງສັນຕິ. ທ່ານຢືນຢັນວ່າ, ລັດເຊຍ “ຈະບໍ່ກອດແຂນເບິ່ງລ້າໆ“ ເຫດການນີ້ໄດ້. ຕໍ່ຈາກນັ້ນ, ສະພາປ້ອງກັນຄວາມສະຫງົບ ລັດເຊຍ ກໍ່ໄດ້ໂຮມປະຊຸມພາຍໃຕ້ການເປັນປະທານຂອງ ປະທານາທິບໍດີ Vladimir Putin ເພື່ອປຶກສາຫາລືກ່ຽວກັບມາດຕະການເພີ່ມເຕີມ ເພື່ອແນໃສ່ຮັດແໜ້ນຄວາມປອດໄພຕ້ານກໍ່ການຮ້າຍ, ປົກປ້ອງປະຊາຊົນ ແລະ ພື້ນຖານໂຄງລ່າງທີ່ຈຳເປັນຂອງ Crimea. ລັດເຊຍກໍ່ຮີບເຮັ່ງຜັນຂະຫຍາຍລະບົບລູກສອນໄຟ S 400 ທຳອິດເຖິງແຫຼມດັ່ງກ່າວ, ສ່ວນກະຊວງປ້ອງກັນປະເທດລັດເຊຍກໍ່ຮັບຮູ້ວ່າໄດ້ຈັດຕັ້ງການຊ້ອມຮົບຄັ້ງຕ່າງໆຢູ່ Crimea ແລະເຂດ Volgograd ແຕ່ວັນທີ 16-19/8. ປະຈຸບັນ, ລັດເຊຍພວມພິຈາລະນາບັນດາມາດຕະການໂຕ້ຕອບ, ໃນນັ້ນອາດຈະຍົກເລີກການພົວພັນທາງການທູດກັບ ຢູແກຼນ. ພ້ອມກັບຄຳຖະແຫຼງຂອງປະທານາທິບໍດີ, ວັນທີ 15/8, ກຸ່ມສະມາຊິກລັດຖະສະພາ ຂອງພັກກອມມູນິດ ສະຫະພັນລັດເຊຍ, ໂດຍທ່ານ Sergei Obukhov ເປັນຫົວໜ້າ ໄດ້ຝາກຈົດໝາຍເຖິງ ປະທານາທິບໍດີ Vladimir Putin ຮຽກຮ້ອງຍົກເລີກສົນທິສັນຍາມິດຕະພາບແລະຄູ່ຮ່ວມມືກັບ ຢູແກຼນ.
ປະທານາທິບໍດີ ຢູແກຼນ Petro Poroshenko (ພາບ:AFP)
ເພື່ອໂຕ້ຕອບບັນດາການກະທຳຂອງ Moscow, ປະທານາທິບໍດີ ຢູແກຼນ Petro Poroshenko ໄດ້ອອກຄຳສັ່ງໃຫ້ກົມກອງທະຫານທັງໝົດຢູ່ມໍ່ກັບຫແຫຼມ Crimea ແລະ ເຂດ Donbass “ກຽມພ້ອມໃຫ້ສົງຄາມ“. ບັນດາກົມກອງທະຫານ ຢູແກຼນ ຕັ້ງທັບຢູ່ຕິດກັບຊາຍແດນ Crimea ກໍ່ໄດ້ຮັບການເພີ່ມຈຳນວນພົນທະຫານ, ພ້ອມກັບອຸປະກອນດ້ານການທະຫານທີ່ທັນສະໄໝ. ທີ່ການປະຊຸມລັບຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃນວັນທີ 11/8, ຕາມສະເໜີຂອງຝ່າຍ Kiev, ທ່ານເອກອັກຄະລັດຖະທູດ ຢູແກຼນ ປະຈຳ ສະຫະປະຊາຊາດ Volodymyr Yelchenko ສະເໜີບັນດານັກສັງເກດການ ສະຫະປະຊາຊາດ ແລະ ສະຫະພາບເອີລົບ (EU) , ພ້ອມກັບບັນດາເຈົ້າໜ້າທີ່ ຄະນະກຳມະການກາແດງສາກົນມາ ແຫຼມ Crimea ເພື່ອສອບຖາມ ຕົວການ 2 ຄົນທີ່ຖືກ ລັດເຊຍຈັບຕົວໃນກໍລະນີກົນອຸບາຍກໍ່ການຮ້າຍດັ່ງກ່າວຖືກເຜີຍອອກ.
ບັນດາການຜັນແປຢ່າງສັບສົນໃນການພົວພັນລະຫວ່າງ ລັດເຊຍ ແລະ ຢູແກຼນ ໄດ້ເຮັດໃຫ້ ທ່ານ Volodymyr Yelchenko ເອກອັກຄະລັດຖະທູດ ຢູແກຼນ ປະຈຳ ສປຊ ມີການປຽບທຽບສະພາບການປະຈຸບັນກັບສິ່ງທີ່ກໍ່ໃຫ້ເກີດສົງຄາມເມື່ອ 2008 ລະຫວ່າງ ລັດເຊຍ ແລະ ຈໍເຈຍ. ເຖິງຢ່າງໃດກໍຕາມ, ຕາມວົງການນັກສັງເກດການແລ້ວ, ການປະທະກັນຍາກທີ່ຈະເກີດຂຶ້ນລະຫວ່າງສອງປະເທດໄດ້, ແທນທີ່ນັ້ນ Moscow ອາດຈະຍົກອອກບາງມາດຕະການລົງໂທດດ້ານເສດຖະກິດ ແລະ ການທູດ ເພື່ອໂຕ້ຕອບ ແລະ ເຮັດໃຫ້ອຳນາດການປົກຄອງ Kiev ຖືກຕົກຢູ່ໂດດດ່ຽວ. ອາດຈະເວົ້າໄດ້ວ່າ ຖ້າຫາກການປະທະກັນເກີດຂຶ້ນ ບໍ່ພຽງແຕ່ເຮັດໃຫ້ແຜນການນຳພາກຕາເວັນອອກ ຢູແກຼນ ກັບຄືນວິວັດການສະຖຽນລະພາບທີ່ຖືກປະລາໄຊເທົ່ານັ້ນ ຫາກແນ່ນອນວ່າການພົວພັນລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກສືບຕໍ່ຊົ່ວຮ້າຍລົງອີກດ້ວຍ. ສະນັ້ນ ທັດສະນະຈຳນວນຫນຶ່ງມີລັກສະນະສະຫງົບສະຫງ່ຽມກວ່າໄດ້ຮັບການຍົກອອກຈາກ 2 ຝ່າຍ. ລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrovຖະແຫລງວ່າ ທ່ານບໍ່ຖືວ່າ ທຸກຄົນລ້ວນແຕ່ຢາກຢຸດຕິການພົວພັນດ້ານການທູດລະຫວ່າງ ລັດເຊຍ ແລະ ຢູແກຼນ. ໃນການໂອ້ລົມທາງໂທລະສັບກັບທ່ານຮອງປະທານາທິບໍດີ ອາເມລິກາ Joseph Biden, ປະທານາທິບໍດີ ຢູແກຼນ Petro Poroshenko ຢືນຢັນ Kiev ບໍ່ຢາກໃຫ້ຄວາມເຄັ່ງຕຶງໃນການພົວພັນກັບມົດສະກູ ເພີ່ມຂຶ້ນ. ໃນນະນັ້ນ, ຕອນບ່າຍວັນທີ 14/8, ລັດຖະມົນຕີການຕ່າງປະເທດ ເຢຍລະມັນ Frank Walter Steinmeier ໄດ້ເດີນທາງເຖິງ Ekaterinburg ເພື່ອປຶກສາຫາລືກັບຄູ່ຕຳແຫນ່ງປະເທດເຈົ້າພາບ ລັດເຊຍ ທ່ານ Sergei Lavrov ກ່ຽວກັບກົນອຸບາຍບຸກໂຈມຕີກໍ່ການຮ້າຍຢູ່ແຫລມ Crimea ປະລາໄຊ.
ບັນດາການຜັນແປລ້າສຸດທີ່ເກີດຂຶ້ນຢູ່ Crimea ເຮັດໃຫ້ຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ລັດເຊຍ ແລະ ຢູແກຼນ ຍາກທີ່ຫລຸດລົງໂດຍໄວໄດ້. ເປັນທີ່ຈະແຈ້ງແລ້ວວ່າ ສິ່ງນີ້ໄດ້ຍູ້ການພົວພັນທີ່ເຄີຍສັບສົນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ລັດເຊຍ ແລະ ຢູແກຼນ ໄປຕາມທິດຊົ່ວຮ້າຍລົງ ພ້ອມກັນນັ້ນ ກໍແມ່ນສັນຍານບໍ່ດີສຳລັບການປະຕິບັດຂໍ້ຕົກລົງສັນຕິພາບ Minsk, ສົ່ງຜົນສະທ້ອນເຖິງບັນດາຄວາມມານະພະຍາຍາມສະກັດກັ້ນການໃຊ້ຄວາມຮຸນແຮງພວມປີນຂັ້ນໄດຢູ່ ພາກຕາເວັນອອກ ຢູແກຼນ.