ຊຸກຍູ້ສິດຂອງຊາວເຜົ່າສ່ວນໜ້ອຍຢູ່ຫວຽດນາມ

(VOVWORLD) -ຄະນະປະຈຳສະພາແຫ່ງຊາດ ຫາກໍ່ສະເຫນີແຜນນະໂຍບາຍລົງທຶນໂຄງການເປົ  ້າໝາຍແຫ່ງຊາດກ່ຽວກັບການພັດທະນາເສດຖະກິດສັງຄົມເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ ໄລຍະ 2021- 2030 ທີ່ວາລະປະຊຸມໃນວັນທີ 15 ພຶດສະພາປີ 2020. ນີ້ແມ່ນບາດກ້າວລະອຽດໃຫມ່ສຸດຂອງສະພາແຫ່ງຊາດຫວຽດນາມ ໃນການຊຸກຍູ້ການປະຕິບັດສິດຂອງຊາວຊົນເຜົ່າສ່ວນຫນ້ອຍຢູ່ ຫວຽດນາມ.

ຊຸກຍູ້ສິດຂອງຊາວເຜົ່າສ່ວນໜ້ອຍຢູ່ຫວຽດນາມ - ảnh 1 ນັກຮຽນ ໂຮງຮຽນປະຖົມ ຈ້າມເຕົ໊າ, ແຂວງອຽນບ໊າຍຂອງຫວຽດນາມ (ພາບ: TTXVN)

ຫວຽດນາມແມ່ນປະເທດມີ 54 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ. ຊາວຊົນເຜົ່າສ່ວນຫນ້ອຍ ທີ່ຂຶ້ນກັບ 53 ຊົນເຜົ່າ ແມ່ນກວມເອົາພຽງແຕ່ 14,3% ໃນຍອດຈຳນວນພົນລະເມືອງກວ່າ 97 ລ້ານຄົນ, ພັກພາອາໄສຢູ່ຫລາຍເຂດທີ່ປະສົບກັບຄວາມຫຍຸ້ງຍາກ, ເຂດພູດອຍ ແລະ ເຂດທະເລໝູ່ເກາະ. ເພາະສະນັ້ນ ນະໂຍບາຍຊົນເຜົ່າຂອງພັກ ແລະລັດ ຫວຽດນາມ ແມ່ນປະຕິບັດສິດສະເຫມີພາບຢ່າງເຖິງຖອງກ່ຽວກັບທຸກດ້ານລະຫວ່າງບັນດາຊົນເຜົ່າ , ສ້າງບັນດາເງື່ອນໄຂທີ່ຈຳເປັນເພື່ອລົບລ້າງຄວາມແຕກໂຕນກ່ຽວກັບລະດັບຄວາມຮູ້ດ້ານເສດຖະກິດ, ວັດທະນະທຳ ລະຫວ່າງບັນດາຊົນເຜົ່າສ່ວນຫນ້ອຍ ແລະ ຊົນເຜົ່າທີ່ມີປະຊາຊົນເປັນຈຳນວນຫລວງຫລາຍໃຫ້ສຸດກົກສຸດປາຍ, ເຮັດໃຫ້ທຸກຊົນເຜົ່າລ້ວນແຕ່ມີຊີວິດອີ່ມໜຳສຳລານ, ສີວິໄລ ແລະ ມີຄວາມຜາສຸກ, ສາມັກຄີກັນ ຊ່ວຍເຫລືອກັນສ້າງຄວາມກ້າວຫນ້າ ພ້ອມກັນເປັນເຈົ້າ ແລະສ້າງສາປະເທດຫວຽດນາມ. ນີ້ແມ່ນຫລັກການພື້ນຖານເພື່ອປະຕິບັດບັນດາສິດຂອງຊົນເຜົ່າສ່ວນຫນ້ອຍໃນປະເທດຫນຶ່ງທີ່ມີຫລາຍຊົນເຜົ່າ, ຢັ້ງຢືນລັກສະນະດີເລີດຂອງລະບອບສັງຄົມນິຍົມກ້າວໄປເຖິງການສ້າງສັງຄົມປະຊາທິປະໄຕ, ສັນຕິສຸກ ແລະສີວິໄລ ຊື່ງຢູ່ໃນນັ້ນ ບັນດາຄຸນຄ່າດ້ານສິດທິມະນຸດໄດ້ຖືເປັນສຳຄັນ.

ລະບົບກົດໝາຍຮັບປະກັນສິດຂອງຊາວຊົນເຜົ່າສ່ວນຫນ້ອຍ

ລັດຖະທຳມະນູນປີ 1992 ຂອງຫວຽດນາມຢືນຢັນ: “ຢູ່ປະເທດ ສສ ຫວຽດນາມ, ບັນດາສິດທິມະນຸດກ່ຽວກັບດ້ານການເມືອງ,ພົນລະເຮືອນ, ເສດຖະກິດ, ວັດທະນະທຳ ແລະສັງຄົມໄດ້ຮັບຄວາມເຄົາລົບ, ເຊິ່ງສະແດງອອກຜ່ານບັນດາສິດຂອງພົນລະເມືອງ ແລະໄດ້ລະບຸໄວ້ໃນລັດຖະທຳມະນູນ ແລະກົດໝາຍ”. ບັນດາສິດທິມະນຸດກ່ຽວຂ້ອງເຖິງແຕ່ລະກຸ່ມເປົ້າໝາຍ,ແຕ່ລະພາກສ່ວນ ໃນສັງຄົມກໍ່ໄດ້ເຕຶ້ື້ອງເຖິງ, ພິເສດແມ່ນສິດໄດ້ຮັບການພັດທະນາຂອງບັນດາຊົນເຜົ່າສ່ວນຫນ້ອຍ. ພ້ອມກັນນັ້ນ ລັດຖະທຳມະນູນ ປີ 2013 ກໍ່ໄດ້ເນັ້ນຫນັກ ວ່າ: ບັນດາຊົນເຜົ່າລ້ວນແຕ່ມີຄວາມສະເຫມີພາບ, ສາມັກຄີກັນ, ເຄົາລົບເຊິ່ງກັນ ແລະກັນ ແລະ ຊ່ວຍເຫລືອກັນພັດທະນາ. ຕາມລັດຖະທຳມະນູນປີ 2013, ລັດໄດ້ປະຕິບັດນະໂຍບາຍພັດທະນາຮອບດ້ານ ແລະສ້າງເງື່ອນໄຂເພື່ອໃຫ້ບັນດາຊົນເຜົ່າສ່ວນຫນ້ອຍເສີມຂະຫຍາຍກຳລັງແຮງພາຍໃນ ພ້ອມກັນພັດທະນາກັບປະເທດຊາດ. ລັດໃຫ້ບຸລິມະສິດແກ່ການລົງທຶນພັດທະນາພາລະກິດປົກປ້ອງ, ເບິ່ງແຍງດູແລສຸຂະພາບ ແລະພັດທະນາການສຶກສາໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ, ປະຊາຊົນຢູ່ເຂດພູດອຍ, ເຂດທະເລໝູ່ເກາະ ແລະເຂດທີ່ມີເງື່ອນໄຂເສດຖະກິດ ສັງຄົມ ປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

 ເບິ່ງລວມແລ້ວ, ບັນດາຂໍ້ກໍານົດກ່ຽວກັບສິດຂອງພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ໃນລະບົບກົດໝາຍຢູ່ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບທັດສະນະ, ແນວທາງນະໂຍບາຍຂອງພັກ, ລັດ ຫວຽດນາມ ສໍາລັບບັນດາຊົນເຜົ່າສ່ວນໜ້ອຍ. ຖ້າຫາກພິຈາລະນາໃນແງ່ມູມ ສິດທິມະນຸດ ແລະ ສິດຂອງບັນດາຊົນເຜົ່າສ່ວນໜ້ອຍແລ້ວ, ລະບົບກົດໝາຍຂອງ ຫວຽດນາມ ມີບາດກ້າວຄືບໜ້າຫຼາຍພໍສົມຄວນໃນວິວັດການເຊື່ອມໂຍງເຂົ້າກັບການພັດທະນາບັນດາຄຸນຄ່າຄວາມກ້າວໜ້າຂອງມວນມະນຸດ. ໄປຄຽງຄູ່ກັບບັນດາຂໍ້ກໍານົດກ່ຽວກັບການຮັບປະກັນສິດທິມະນຸດເວົ້າລວມ, ກົດໝາຍຫວຽດນາມ ຍັງມີບັນດາມາດຕາກໍານົດສະເພາະ ແລະ ບັນດານະໂຍບາຍລະອຽດ ເປັນຕົ້ນແມ່ນ ນະໂຍບາຍກ່ຽວກັບທີ່ດິນ, ການສຶກສາ, ສາທາລະນະສຸກ, ການກູ້ຢືມທຶນເພື່ອສ້າງວຽກເຮັດງານທໍາ, ນະໂຍບາຍອະນຸລັກຮັກສາ ແລະ ພັດທະນາເສດຖະກິດ - ສັງຄົມ, ເພື່ອແນໃສ່ຮັບປະກັນສິດ ແລະ ຊຸກຍູ້ການປະຕິບັດສິດຂອງພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ສູ້ຊົນເພື່ອເປົ້າໝາຍລວມແມ່ນ ປະຕິບັດສິດສະເໝີພາບລະຫວ່າງບັນດາຊົນເຜົ່າ.

ບັນດາມາດຕະການຮັບປະກັນສິດຂອງຊາວເຜົ່າສ່ວນໜ້ອຍໃນປັດຈຸບັນ

ເພື່ອເພີ່ມທະວີການຊຸກຍູ້ປະຕິບັດບັນດາສິດຂອງພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ສະພາແຫ່ງຊາດຫວຽດນາມ ໄດ້ວາງຄາດໝາຍ ຈະສືບຕໍ່ກໍ່ສ້າງ ແລະ ສ້າງລະບົບກົດໝາຍໃຫ້ສົມບູນແບບ, ຮັບປະກັນພື້ນຖານທາງດ້ານນິຕິກໍາໃຫ້ນັບມື້ນັບຄົບຖ້ວນກວ່າ ໃນການປົກປ້ອງ ແລະ ຊຸກຍູ້, ພັດທະນາບັນດາສິດທິມະນຸດ, ສິດພົນລະເມືອງຕາມເນື້ອໃນຈິດໃຈຂອງລັດຖະທໍາມະນູນ ປີ 2013 ແລະ ບັນດາສົນທິສັນຍາສາກົນ ເຊິ່ງຫວຽດນາມ ໄດ້ເຂົ້າຮ່ວມ. ສະພາແຫ່ງຊາດຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ ແລະ ປັບປຸງລະບົບກົດໝາຍໃຫ້ສົມບູນແບບເພື່ອຮັບປະກັນບັນດາສິດທິມະນຸດ ກ່ຽວກັບພົນລະເຮືອນ, ການເມືອງ; ບັນດາສິດກ່ຽວກັບເສດຖະກິດ - ສັງຄົມ ແລະ ວັດທະນະທໍາເວົ້າລວມ ແລະ ສິດຂອງກຸ່ມເປົ້າໝາຍຊົນເຜົ່າສ່່ວນໜ້ອຍເວົ້າສະເພາະ. ບັນດາຂໍ້ກໍານົດຂອງກົດໝາຍ ແລະ ສິດຜົນປະໂຫຍດຂອງປະຊາຊົນເຜົ່າສ່ວນໜ້ອຍ ໄດ້ຮັບປະກັນໃນທຸກຂົງເຂດ ພົນລະເຮືອນ,ການເມືອງ, ເສດຖະກິດ, ວັດທະນະທໍາ, ສັງຄົມ ແລະ ໄດ້ປະຕິບັດບົນພື້ນຖານຫຼັກການຄວາມສະເໝີພາບລະຫວ່າງບັນດາເຜົ່າ, ຄວາມສະເໝີພາບຕໍ່ໜ້າກົດໝາຍຂອງພົນລະເມືອງ.

        ບັນດາມາດຕະການໄດ້ຮັບການປະຕິບັດຢ່າງຄົບຊຸດແລະ ຮອບດ້ານ ໃນບັນດາໂຄງການ, ນະໂຍບາຍພັດທະນາພື້ນຖານໂຄງລ່າງ, ເສດຖະກິດ - ສັງຄົມ, ຫຼຸດຜ່ອນຄວາມອຶດຫິວ, ທຸກຍາກ, ປັບປຸງການບໍລິການສັງຄົມ ແລະ ອະນຸລັກຮັກສາບັນດາຄຸນຄ່າວັດທະນະທໍາ ຢູ່ເຂດຊົນເຜົ່າຂອງ ຫວຽດນາມ ໃນປັດຈຸບັນ, ເພື່ອມຸ່ງໄປສູ່ການປະຕິບັດຄວາມຍຸຕິທໍາໃນສັງຄົມ, ຫຼຸດຜ່ອນການຈໍາແນກຄວາມຮັ່ງມີ - ທຸກຍາກ ລະຫວ່າງບັນດາເຂດ, ບັນດາກຸ່ມຊົນເຜົ່າ. ຫວຽດນາມ ກໍ່ມຸ່ງໄປສູ່ການກໍ່ສ້າງບັນດານະໂຍບາຍພິເສດກວ່າ ເພື່ອປະຕິບັດບັນດາສິດຂອງພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ສ້າງການປ່ຽນແປງຢ່າງຮອບດ້ານໃນຊີວິດການເມືອງ,ເສດຖະກິດ, ວັດທະນະທໍາຂອງປະຊາຊົນເຜົ່າສ່ວນໜ້ອຍ. ໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມ ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2030 ແມ່ນຕົວຢ່າງທີ່ພົ້ນເດັ່ນທີ່ສຸດກ່ຽວກັບບັນຫາດັ່ງກ່າວ.

        ສິ່ງທີ່ໜ້າສົນໃຈກວ່າແມ່ນ ບັນດານະໂຍບາຍພັດທະນາເຂດຊົນເຜົ່າສ່ວນໜ້ອຍ ຢູ່ ຫວຽດນາມ ຍັງມຸ່ງໄປສູ່ການກໍ່ສ້າງກໍາລັງຄວາມສາມາດພາຍໃນ, ຊ່ວຍພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ປະຕິບັດ, ເຊື່ອມໂຍງໃນນະໂຍບາຍພັດທະນາແຫ່ງຊາດ ຢ່າງມີປະສິດທິຜົນ, ຮູ້ຈັກຄັດເລືອກ, ປົກປັກຮັກສາບັນດາຄຸນຄ່າ, ສີສັນຂອງຊົນເຜົ່າ ແລະ ສິດຜົນປະໂຫຍດພື້ນຖານຂອງສ່ວນບຸກຄົນ ກໍຄື ວົງຄະນະຍາດ ເພື່ອແນໃສ່ຮັບປະກັນຄວາມເປັນຫຼາຍຮູບຫຼາຍແບບ, ຄວາມຍຸຕິທໍາລະຫວ່າງບັນດາເຜົ່າຢູ່ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ