ທ່ານລັດຖະມົນຕີ ກະຊວງແຜນການແລະການລົງທຶນ ຫວຽດນາມ ຫງວຽນຈີຢຸງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) |
ຕາມທ່ານລັດຖະມົນຕີ ກະຊວງແຜນການແລະການລົງທຶນ ຫວຽດນາມ ຫງວຽນຈີຢຸງ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳແລ້ວ, ພາຍຫຼັງ 20 ປີທີ່ປະຕິບັດມະຕິສະບັບເລກທີດັ່ງກ່າວ, ພ້ອມກັບຂັ້ນຕອນການປ່ຽນແປງໃໝ່ເສດຖະກິດ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ຂົງເຂດເສດຖະກິດລວມໝູ່ ໄດ້ຜ່ານຂັ້ນຕອນການພັດທະນາທີ່ແຕກຕ່າງກັນ, ໃນນັ້ນມີທັງຄວາມສະດວກ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍໃດໜຶ່ງ.
ບົດບາດສຳຄັນຂອງຂົງເຂດເສດຖະກິດລວມໝູ່
ຂົງເຂດເສດຖະກິດລວມໝູ່ດ້ວຍຮູບແບບການຈັດຕັ້ງເສດຖະກິດຮ່ວມມືທີ່ເປັນຫຼາຍຮູບແບບ, ໃນນັ້ນ ຫຼັກແຫຼ່ງແມ່ນສະຫະກອນ ເປັນໜຶ່ງໃນບັນດາພາກສ່ວນເສດຖະກິດສຳຄັນ, ສາມາດແກ້ໄຂສະພາບອ່ອນແອທີ່ແກ່ຍາວໄດ້ສ່ວນໃດໜຶ່ງ, ມີການຫັນປ່ຽນເທື່ອລະກ້າວໂດຍຕິດພັນກັບກົນໄກຕະຫຼາດ, ໃນເບື້ອງຕົ້ນໄດ້ຢັ້ງຢືນວ່າແມ່ນປັດໄຈສຳຄັນໃນການປະກອບສ່ວນຮັບປະກັນຊີວິດສັງຄົມໃນການພັດທະນາເສດຖະກິດຂອງປະເທດຊາດ. ໄລ່ຮອດວັນທີ 31 ທັນວາ 2021, ທົ່ວປະເທດມີ ສະຫະກອນກ່ວາ 27.000 ແຫ່ງ, ຫຼາຍທົບ 2,5 ເທົ່າເມື່ອທຽບໃສ່ປີ 2001 ແລະ ເພີ່ມຂຶ້ນປະມານ 41% ເມື່ອທຽບໃສ່ປີ 2013, ຂົງເຂດສະຫະກອນໄດ້ດຶງດູດສະມາຊິກເກືອບ 6 ລ້ານຄົນ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານໄດ້ປະມານ 1 ລ້ານຄົນ. ລາຍຮັບ ແລະ ກຳໄລຂອງສະຫະກອນໄດ້ຄ່ອຍໆເພີ່ມຂຶ້ນໃນແຕ່ລະປີ. ຕາມຕົວເລກຫຼ້າສຸດ, ປີ 2020, ລາຍຮັບສະເລ່ຍບັນລຸ 4,3 ຕື້ດົ່ງ/ສະຫະກອນ, ກຳໄລສະເລ່ຍບັນລຸ 314 ລ້ານດົ່ງ/ສະຫະກອນ, ເພີ່ມຂຶ້ນປະມານ 61% ແລະ 88% ເມື່ອທຽບໃສ່ປີ 2013. ໃນຊຸມປີມໍ່ໆມານີ້, ລາຍຮັບສະເລ່ຍຂອງຜູ້ອອກແຮງງານປົກກະຕິໃນສະຫະກອນໄດ້ເພີ່ມຂຶ້ນ ແລະ ນັບມື້ນັບໄດ້ຮັດແຄບຄວາມແຕກໂຕນເມື່ອທຽບໃສ່ລາຍຮັບສະເລ່ຍຂອງຜູ້ອອກແຮງງານຢູ່ເຂດວິສາຫະກິດ, ຈາກລະດັບ 44,6 ລ້ານດົ່ງ/ຄົນ/ປີ, ເທົ່າກັບ 44,8% ລະດັບລາຍຮັບຂອງຜູ້ອອກແຮງງານຢູ່ເຂດວິສາຫະກິດປີ 2017 ໄດ້ເພີ່ມຂຶ້ນ 52,8 ລ້ານດົ່ງ/ປີ ແລະ ບັນລຸປະມານ 47,3% ໃນປີ 2019.
ໃນສະພາບການປະຕິວັດອຸດສາຫະກຳ 4.0 ພວມພັດທະນາຢ່າງແຮງ ໄປພ້ອມກັບການເຂົ້າຮ່ວມຂະບວນວິວັດແຫ່ງການຫັນເປັນໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງກວ້າງຂວາງ ດ້ວຍຄຳໝັ້ນສັນຍາເປີດຕະຫຼາດຄ້າຂາຍສິນຄ້າ, ການບໍລິການ ແລະ ການລົງທຶນຕາມສັນຍາການຄ້າເສລີສອງຝ່າຍ ແລະ ຫຼາຍຝ່າຍ ສະບັບຕ່າງໆ, ໄດ້ສ້າງຫຼາຍກາລະໂອກາດ ແລະ ສິ່ງທ້າທາຍໃຫ້ຂົງເຂດເສດຖະກິດລວມໝູ່, ສະຫະກອນ, 5 ໝວດນະໂຍບາຍໄດ້ສະເໜີອອກມານັ້ນແມ່ນເພື່ອມຸ່ງໄປເຖິງການພັດທະນາຂົງເຂດເສດຖະກິດຮ່ວມມື ທີ່ນັບມື້ນັບມີຄວາມຂະຫຍັນຂັນແຂງ, ມີປະສິດທິຜົນ, ຍືນຍົງ, ນັ້ນແມ່ນພາກສ່ວນເສດຖະກິດສຳຄັນໃນພື້ນຖານເສດຖະກິດຫວຽດນາມຢ່າງແທ້ຈິງ. ບັນດາໝວດນະໂຍບາຍລວມມີ:
5 ໝວດນະໂຍບາຍພັດທະນາເສດຖະກິດລວມໝູ່
ໝວດນະໂຍບາຍທີ 1 ແມ່ນ: ປັບປຸງຂໍ້ກຳນົດກ່ຽວກັບທາດແທ້ຂອງສະຫະກອນໃຫ້ສົມບູນແບບ. ຕາມນັ້ນແລ້ວ, ແມ່ນຂະຫຍາຍສະມາຊິກ ເຂົ້າຮ່ວມສະຫະກອນ ຕາມທິດພົນລະເມືອງທີ່ມີອາຍຸຕຳກ່ວາ 18 ປີ, ຄົນພິການ, ຄົນບໍ່ມີທີ່ຢູ່ອາໄສຢູ່ ຫວຽດນາມ, ວິສາຫະກິດ, ກຸ່ມຮ່ວມມື, ພະນັກງານ, ລັດຖະກອນ, ພາລະກອນລ້ວນແຕ່ສາມາດເຂົ້າເປັນສະມາຊິກຂອງສະຫະກອນ…ພ້ອມດຽວກັນນັ້ນແມ່ນ ເຮັດແຈ້ງກ່ຽວກັບຫຼັກການເປີດເຜີຍຂໍ້ມູນຂອງສະຫະກອນຕາມທິດເພີ່ມເຕີມຂໍ້ກຳນົດຢ່າງລະອຽດກ່ຽວກັບເນື້ອໃນ, ວິທີການ, ການກຳນົດເວລາສະໜອງຂໍ້ມູນຂອງຂົງເຂດສະຫະກອນໃຫ້ສະມາຊິກ, ອົງການທີ່ມີໜ້າທີ່ຮັບຜິດຊອບ; ພ້ອມທັງ ເພີ່ມທະວີການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການລາຍງານ, ສະໜອງຂໍ້ມູນໄດ້ຢ່າງວ່ອງໄວ, ຊັດເຈນ, ເພີ່ມທະວີລັກສະນະໂປ່ງໃສ, ປົກປ້ອງຜົນປະໂຫຍດຂອງສະມາຊິກ.
ໝວດນະໂຍບາຍທີ 2 ແມ່ນ ປັບປຸງບັນດາຂໍ້ກຳນົດກ່ຽວກັບຮູບແບບການຈັດຕັ້ງເສດຖະກິດຮ່ວມມື ແລະ ອົງການຕາງໜ້າໃຫ້ສົມບູນແບບ. ຕາມນັ້ນແລ້ວ, ລັດຖະບານຄວນຄົ້ນຄ້ວາ ເພີ່ມເຕີມເປົ້າໝາຍກຸ່ມຮ່ວມມືືທີ່ເຄື່ອນໄຫວຍາວນານຕ້ອງຈົດທະບຽນສ້າງຕັ້ງ; ນຳເອົາສະຫະພັນສະຫະກອນ ເຂົ້າໃນກົດໝາຍວ່າດ້ວຍ ສະຫະກອນສະບັບປັບປຸງ; ປັບປຸງບັນດາຂໍ້ກຳນົດໃຫ້ສົມບູນເພື່ອເຮັດແຈ້ງກ່ຽວກັບຖານະບົດບາດ ແລະ ທີ່ຕັ້ງ ຂອງອົງການສະຫະພັນສະຫະກອນຫວຽດນາມ ໃຫ້ສົມກັບທາດແທ້, ບັນດາຂໍ້ກຳນົດທີ່ພວມປະກາດໃຊ້ ແລະ ການເຊື່ອມໂຍງເຂົ້າກັບສາກົນ.
ໝວດນະໂຍບາຍທີ 3 ແມ່ນເປີດກວ້າງຕະຫຼາດ, ຍົກສູງຄວາມສາມາດໃນການລະດົມທຶນ, ສ້າງກຳລັງໜູນໃຫ້ແກ່ຂົງເຂດສະຫະກອນພັດທະນາ. ຕາມນັ້ນແລ້ວ, ລັດຖະບານຄວນປັບປຸງຂໍ້ກຳນົດກ່ຽວກັບການເຮັດທຸລະກຳຂອງ ສະຫະກອນ, ສະຫະພັນສະຫະກອນກັບບັນດາເປົ້າໝາຍທີ່ບໍ່ເປັນສະມາຊິກຕາມລະບຽບຫຼັກການຂອງ ສະຫະກອນ, ສະຫະພັນສະຫະກອນຕັດສິນເອງ, ພາຍຫຼັງທີ່ຕອບສະໜອງຄວາມຕ້ອງການຂອງສະມາຊິກ. ເປັນອັນວ່າ, ທັງກຳນົດທິດ, ທັງສົ່ງເສີມການເຄື່ອນໄຫວຂົງເຂດສະຫະກອນຕາມທິດຮັບໃຊ້ສະມາຊິກ, ພັດທະນາຕະຫຼາດພາຍໃນໃຫ້ຖືກຕ້ອງຕາມທາດແທ້ຂອງສະຫະກອນ.
ໝວດນະໂຍບາຍທີ 4 ແມ່ນປັບປຸງ ແລະ ຍົກສູງປະສິດທິຜົນຂອງວຽກງານຄຸ້ມຄອງ, ບໍລິຫານສະຫະກອນ, ສະຫະພັນສະຫະກອນໃຫ້ສົມບູນແບບ. ຕາມນັ້ນແລ້ວ, ລັດຖະບານຄວນຄົ້ນຄ້ວາເພີ່ມເຕີມພາກກວດສອບຕ່າງຫາກ. ກຳນົດກ່ຽວກັບການກວດສອບພາຍໃນ, ກວດສອບເອກະລາດ, ຮັບປະກັນໃຫ້ສອດຄອງຕາມມາດຕະຖານກວດສອບຂອງ ສະຫະກອນ, ສະຫະພັນສະຫະກອນໂລກ, ກົດໝາຍວ່າດ້ວຍການກວດສອບຢູ່ ຫວຽດນາມ.
ສຸດທ້າຍແມ່ນໝວດນະໂຍບາຍກ່ຽວກັບການຍົກສູງປະສິດທິພາບ ແລະ ປະສິດທິຜົນໃນການຄຸ້ມຄອງລັດໃນຂົງເຂດເສດຖະກິດລວມໝູ່. ຕາມນັ້ນແລ້ວ, ລັດຖະບານຄວນປັບປຸງຂໍ້ກຳນົດວ່າດ້ວຍກົງຈັກການຄຸ້ມຄອງລັດຕາມທິດປ່ຽນແປງໃໝ່ກົງຈັກການຄຸ້ມຄອງລັດໃຫ້ກະທັດລັດ, ມີປະສິດທິພາບ, ມີປະສິດທິຜົນ ແລະ ສົມບູນແບບ. ພ້ອມດ່ຽວກັນນັ້ນ, ຕ້ອງເປັນເອກະພາບສູນເຊື່ອມຕໍ່ຂົງເຂດເສດຖະກິດລວມໝູ່ໃນທົ່ວປະເທດ. ເປັນເອກະພາບຂໍ້ກຳນົດກ່ຽວກັບເນື້ອໃນນະໂຍບາຍໜູນຊ່ວຍ ທີ່ໄດ້ກຳນົດກະແຈກກະຈ່າຍ ຢູ່ໃນບັນດາເອກະສານນິຕິກຳລົງເລິກຂະແໜງ, ເປັນຕົ້ນແມ່ນ: ອາກອນ, ຄ່າທຳນຽມຕ່າງໆ; ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ສົ່ງເສີມການຄ້າ ແລະ ເປີດກວ້າງຕະຫຼາດ, ສິນເຊື່ອ… ໃຫ້ເໝາະສົມກັບການເຄື່ອນໄຫວທີ່ເປັນເອກະລັກສະເພາະ ເພື່ອນຳຂົງເຂດສະຫະກອນພັດທະນາໃຫ້ສົມກັບພາລະບົດບາດຂອງມັນໃນພື້ນຖານເສດຖະກິດຕະຫຼາດຕາມກຳນົດທິດສັງຄົມນິຍົມ.