ຊູດັງໃຕ້ ພາຍຫຼັງວັນປະກາດເອກະລາດເປັນເວລາ 1 ປີ

  ​( vovworld ) – ​​​​ປະ​ເທດ​ຊູ​ດັງ​ໃຕ້ ຊື່​ງ​ແມ່ນ​ປະ​ເທດ​ໜຸ່ມ​​ແໜ້ນກ່ວາໝູ່ ຢູ່​ອາ​ຟຼິກາ​ຕາ​ເວັນ​ອອກ ຫາ​ກໍ່​ຈັດ​ພິທີ​ລະນຶກ 1 ປີ​ແຫ່ງ​ວັນ​ປະກາດ​ເອກະລາດ (9/7/2011-9/7/2012). ປະຈຸ​ບັນ, ຊູ​ດັງ​ໃຕ້ ພວມ​ຕ້ອງ​ປະ​ເຊີ​ນໜ້າ​ກັບ​ບັນດາ​ຄວາມ​ຫຍຸ້ງຍາກ ທັງ​ທາງ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ. ຕໍ່​ໄປ​​ແມ່ນບົດ​ຂຽນ​ຂອງ​ນັກ​ຂ່າວ​ Anh Huyen ທີ່​ພາກ​ຫົວ​ເລື່ອງ​ວ່າ: ຊູ​ດັງ​ໃຕ້​ ພາຍຫຼັງ​ວັນ​ປະກາດ​ເອກະລາດ​ເປັນ​ເວລາ 1 ປີ.


ຊູດັງໃຕ້ ພາຍຫຼັງວັນປະກາດເອກະລາດເປັນເວລາ 1 ປີ - ảnh 1

​ປະ​ເທດ​ໜຸ່ມ​ແໜ້ນ​ກ່ວາ​ໝູ່​ໃນ​ໂລກ​ລະນຶກ​ວັນຊາດ

(ພາບ:tintucthoitrang.com.vn)

   ວັນ​ທີ 9/7/2011, ຊູ​ດັງ​ໃຕ້​ ໄດ້​ປະກາດ​ເອກະລາດ​ຢ່າງ​ເປັນ​ທາງ​ການ, ​ແຍກ​ອອກ​ຈາກ​ປະ​ເທດ​ສາທາລະນະ​ລັດຊູ​ດັງ, ຢຸດຕິ​ເສິກ​ກາງ​ເມືອງ​ທີ່​ແກ່ຍາວ​ມາ​ເປັນ​ເວລາເກືອບ​ເຄິ່ງສັດຕະວັດ​ລະຫວ່າ​ງສອງພາກ​ໃຕ້-​ເໜືອ. ຫວນ​ຄືນ​ປະຫວັດສາດ, ພາຍຫຼັງ​ໄດ້​ຮັບ​ເອກະລາດ​​ເມື່ອ​ປີ 1956 ຈາກ​ການ​ປົກຄອງ​ຂອງ​ອີ​ຢີບ, ອຳນາດ​ການ​ປົກຄອງ​ຢູ່​ພາກ​ເໜືອ​ຊູ​ດັງ ​ໄດ້​ຊົມ​ໃຊ້​ບັນດາ​ເຂດ​ດິນ​ທີ່​ມີ​ທ່າ​ໄດ້​ປຽບ​ດ້ານ​ພູມ​ມີ​ປະ​ເທດ ການ​ເມືອງ ​ໂດຍ​ປະຫວັດສາດປະ​ໄວ້​ໃຫ້ ​ແລະ ​ສິດຜົນປະ​ໂຫຍ​ດດ້ານ​ການ​ເມືອງ, ​ເສດຖະກິດທັງ​ໝົດ ລ້ວນ​ແຕ່​ເຕົ້າ​ໂຮມ​ໃນ​ອຳນາດ​ການ​ປົກຄອງ​ລັດ​ຕ່າງໆ​ຢູ່​ພາກ​ເໜືອ. ການ​ແບ່ງ​ແຍກ​ຂອງ​ຊູ​ດັງ ​ໄດ້​ເລີ່​ມມາ​ຈາກ​ຂະນະ​ທີ່​ຜູ້ຕາງ​ໜ້າ​ໃຫ້​ແກ່​ອຳນາດ​ກການ​ປົກຄອງ​ຢູ່​ພາກ​ໃຕ້​ເຫັນ​ວ່າ ຕົນ​ເອງ​ບໍ່​ມີ​ສິດ​ດ້ານ​ການ​ເມືອງ ​ແລະ ຈຳ​ເປັນ​ຕ້ອງ​ຍາດ​ເອົາ​ທີ່​ຕັ້ງບົດບາດ​ດ້ານ​ການ​ເມືອງ​ເທົ່າ​ທຽມ​ກັບອຳນາດ​ກການ​ປົກຄອງ​ຢູ່​ພາກ​​ເໜືອ ​ແລະ ອົງການ​ຂະ​ບວນການ​ປົດ​ປ່ອຍ​ຊາດ​ຊູ​ດັງ ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ. ພາຍຫຼັງ​ຫຼາຍ​ທົດ​ສະຫວັດ​ຖືກຕົກ​ເຂົ້າສູ່​ສະພາບ​ເສິກ​ກາງ​ເມືອງ, ອົງການ​ຂະ​ບວນການ​ປົດ​ປ່ອຍ​ຊາດ​ຊູ​ດັງ ກໍ່​ຍາດ​ໄດ້​ສິດ​ຄວບ​ຄຸມ​ເຂດ​ດິນ​ແດນ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ ​ແລະ ​ໃນ​ວັນ​ທີ 9/7/2011, ຊູ​ດັງ​ໃຕ້ ​ໄດ້​ປະກາດ​ເປັນ​ປະ​ເທດ​ເອກະລາດ​ຢ່າງ​ເປັນ​ທາງ​ການ ​ແລະ ມີ​ນະຄອນຫຼວງ​​ແມ່ນ ຢູບາ

ຊູດັງໃຕ້ ພາຍຫຼັງວັນປະກາດເອກະລາດເປັນເວລາ 1 ປີ - ảnh 2

ປະຊາຊົນ​ຊູ​ດັງ​ໃຕ້ ຈັດ​ພິທີ​ລະນຶກ​ວັນ​ຊາດ

(ພາບ: baomoi.com)

​  ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ພາຍຫຼັງທີ່​ຄວາມ​ໄຝ່ຝັນ​ຍາດ​​ເອົາເອກະລາດ​ໄດ້​ປະກົດ​ຜົນ​ເປັນ​ຈິງ​ແລ້ວ, ປະ​ເທດ​ໜຸ່ມ​​ແໜ້ນ​ນີ້ ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ນາໆ​ປະການ. ພາຍຫຼັງ 1 ປີ, ການ​ປະ​ທະ​ກັນ​ຢູ່​ເຂດ​ຊາຍ​ແດນ ​ແລະ ການ​ປະ​ທະ​ກັນ​ກ່ຽວ​ກັບ​ດ້ານ​ຜົນ​ປະ​ໂຫຍ​ດ​ເສດຖະກິດ ຍັງ​ຄົງ​ແມ່ນ​ບັນດາ​ບັນຫາ​ບໍ່​ສາມາດ​ແກ້​ໄຂ​ໄດ້​ລະຫວ່າງ​ຊູ​ດັງ ​ແລະ ຊູ​ດັງ​ໃຕ້ ອັນ​ໄດ້​ເຮັດ​ໃຫ້ພາກ​ພື້ນ​ນີ້​ຍາມ​ໃດ​ກໍ່​ຢູ່​ໃນ​ສະພາບ​ຈະ​ເກີດ​ໄພ​ສົງຄາມ. ກ່ອນ​ອື່ນ​ໝົດ​ແມ່ນ​ຂໍ້​ຂັດ​ແຍ້​ງກ່ຽວ​ກັບ​ການ​ແບ່ງ​ຜົນ​ປະ​ໂຫຍ​ດຈາກນ້ຳມັນ​. ຄາດ​ວ່າ, ປະລິມານ​ສະ​ສົມນ້ຳມັນຂອງ​ຊູ​ດັງ ​ແມ່ນ​ປະມານ 6,7 ຕື້​ຖັງ/ປີ (​ໃຫ່ຍອັນ​ດັບ​ທີ 3 ຢູ່​ອາ​ຟຼິກາ). ​ເຖິງ​ວ່າ​ພາກ​ໃຕ້​ມີ​ບໍ່ນ້ຳມັນ​ໃຫ່ຍຫຼາຍ​ແຫ່ງ​ກໍ່ຕາມ ​ແຕ່​ພາກ​ເໜືອ​ພັດ​ຄວບ​ຄຸມ​​ທໍ່​ສົ່ງ​ນ້ຳມັນ​ສາຍ​ໜື່ງດຽວ ທີ່ອະນຸຍາດ​ໃຫ້​ສົ່ງອອກ​ນ້ຳມັນ​ດິບ​ໄປຍັງ​ປະ​ເທດ​ຕ່າງໆ​ຜ່ານ​ທະ​ເລ​ແດງ. ຕາມ​ສັນຍາ​ສັນຕິພາບກ່ຽວ​ກັບ​ການຢຸດຕິ​ເສິກ​ກາງ​ເມືອງ​ລະຫວ່າງ​ສອງ​ພາກ​ໃຕ້-​ເໜືອ ຊື່​ງລົງ​ນາມ​ເມື່ອ​ປີ 2005 ​ແລ້ວ, ​ແຫຼ່ງປະ​ໂຫຍ​ດຈາກນ້ຳມັນ​ໄດ້​ຈັດແບ່ງ​ຢ່າງ​ສະ​ເໝີ ດ້ວຍ​ອັດຕາ​ມສ່ວນ 50/50. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ເຈົ້າໜ້າ​ທີ່​ພາກ​ໃຕ້​ຢາກປ່ຽນ​ແທນວິທີ​ການ​ຈັດແບ່ງ​ນີ້ ດ້ວຍ​ເລື່ອງ​ຈ່າຍ​ຄ່າ​ຂົນ​ສົ່ງ​ຜ່ານ​ເຂດພາກ​ເໜືອ. ​ແຕ່​ວ່າ ນັບ​ແຕ່​ລົງ​ນາມ​ໃນ​ສັນຍາ​ສັນຕິພາບ​ເມື່ອ​ປີ 2005 ມາ​ຮອດ​ປະຈຸ​ບັນ, ສອງ​ຝ່າຍ​ໄດ້​ເຈລະຈາ​ນຳ​ກັນ​ເປັນ​ຫຼາຍ​ຄັ້ງກ່ຽວ​ກັບ​ບັນຫາ​ນີ້ ​ແຕ່​ບໍ່​ທັນ​ບັນລຸ​ໄດ້​ໝາກຜົນ​ລະອຽດ​ໃດໆ.

   ກ່ອນ​ທີ່ປະກາດ​ເອກະລາດ, ຊູ​ດັງ​ໃຕ້ ​ໄດ້​ຮັບ​ປະມານ 70% ປະລິມານ​ນ້ຳມັນສະ​ສົມ, ​ສ່ວນ 30% ທີ່​ຍັງ​ເຫຼືອ​ແມ່ນ​ຂອງ​ຊູ​ດັງ. ​ແຕ່​ວ່າ, ພາຍຫຼັງ​​ແບ່ງແຍກ​ກັນ, ຊູ​ດັງ ຢາກ​ໃຫ້​ຊູ​ດັງ​ໃຕ້ ຕ້ອງ​ເສຍ​ເງິນ​ໃຫ້​ນ້ຳມັນ​ຜ່ານ​ປະ​ເທດ​ນີ້ 36 ​ໂດ​ລາ​ສະຫະລັດ/ຖັງ ​ໃນ​ຂະນະ​ນັ້ນ, ​ຊູ​ດັງ​ໃຕ້​ ພຽງ​ແຕ່​​ເຫັນ​ດີຈາ​ຍ 1 ໂດ​ລາ​ສະຫະລັດ​ເທົ່າ​ນັ້ນ. ​ການ​ໂຕ້​ຖຽງ​ກັນ​​ເຫຼົ່ານີ້ ​ໄດ້​ເຮັດ​ໃຫ້​ພື້ນຖານ​ເສດຖະກິດ​ສອງ​ປະ​ເທດ ລ້ວນ​ແຕ່​ຖືກ​ເສຍ​ຫາຍ, ພິ​ເສດ​ແມ່ນ​ຊູ​ດັງ​ໃຕ້. ຍ້ອນຂາດ​​ແຫຼ່ງລາຍ​ຮັບ​ຕົ້ນຕໍ​ຈາກ​ນ້ຳມັນ​, ພ້ອມ​ກັບ​ສະພາບ​ໄພ​ສໍ້ລາດ​ບັງ​ຫຼວງ​ເກີດ​ຂຶ້ນ​ຢ່າງ​ກ້ວາງ​ຂວາງ ​ເຮັດ​ໃຫ້​ເສດຖະກິດ​ຊູ​ດັງ ຕົກ​ເຂົ້າສູ່​ສະພາບຊຸດ​ໂຊມ, ​ໄພ​ເງິນ​ເຟີ້​​ເພີ່ມ​ຂຶ້ນ​ສູງ, ການ​ຜະລິດ​ກະສິກຳ​ຖືກ​ຢຸດ​ສະ​ງັກ….

ຊູດັງໃຕ້ ພາຍຫຼັງວັນປະກາດເອກະລາດເປັນເວລາ 1 ປີ - ảnh 3

ຮ່ອງຮອຍ​ໃນ​ການ​ປະ​ທະ​ກັນ​ຢູ່​ຊູ​ດັງ​ໃຕ້

(ພາບ:baomoi.com)

   ນອກຈາກ​ການຈັດ​ແບ່ງ​ຜົນ​ປະ​ໂຫຍ​ດຈາກ​ແຫຼ່ງນ້ຳມັນ, ການວາງ​ແຜນຜັງ​ເສັ້ນຊາຍ​ແດນ​ລະຫວ່າງ​ຊູ​ດັງ ​ແລະ ຊູ​ດັງ​ໃຕ້ ກໍ່ຍັງ​ແມ່ນ​ບັນຫາ​ກໍ່​ໃຫ້​ເຫີ​ດການ​ໂຕ້​ຖຽງ​ກັນ. ບັນດາ​ການ​ປະ​ທະ​ກັນ​ຢູ່​ເຂດ​ຊາຍ​ແດນ ​ແລະ ການ​ບຸກ​ໂຈມ​ຕີຄັ້ງຕ່າງໆ ​ໄດ້​ທຳລາຍ​ຄວາມ​ມານະ​ພະຍາຍາມ​ສັນຕິພາບ. ​ໃນ 1 ປີຜ່ານມາ, ທຸກໆ​ແຜນການ​ເຈລະຈາ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກ ລ້ວນ​ແຕ່​ຖືກ​ທຳລາຍ. ການ​ປະ​ທະ​ກັນ​ໄດ້​ເຮັດ​ໃຫ້​ຊູ​ດັງ​ໃຕ້ ຕົກ​ເຂົ້າສູ່​ສະພາບ​ວິ​ກິດ​ການ​ມະນຸດສະທຳ​ອັນ​ຮ້າຍ​ແຮງ, ປະຊາຊົນ​ນັບ​ໝື່ນໆ​ຄົນ​ຕ້ອງ​ດຳລົງ​ຊີວິດ​ໃນ​ສະພາບ​ທຸກ​ຍາກ​ລຳບາກ, ຕ້ອງ​ຍ້າຍອອກ​ຈາກ​ບ້ານ​ເກີດ​ເມືອງ​ນອນ….

  ກ່ອນ​ນີ້ 1 ປີ, ປະຊາຊົນ​ຊູ​ດັງ​ໃຕ້ ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຍ້ອນ​ຍາດ​ໄດ້​ເອກະລາດ. ​ເກືອບ​ຄື​ວ່າ ຊູມ​ປີ​ເດືອນ​ສົງຄາມ ​ແລະ ຄວາມອຶດ​ຫີ​ວທຸກ​ຍາກ​ໄດ້ຜ່ານ​ຜ່າ​ໄປ​ແລ້ວ ​ແຕ່​ປະຈຸ​ບັນ, ປະ​ເທດ​ນີ້​ພວມຕົກ​ເຂົ້າສູ່​ສະພາບ​ສົງຄາມ ​ແລະ ​ເກີດ​ວິ​ກິດ​ການ​ທັນ​ຍາ​ຫານ ​ແລະ ນ້ຳຄືນ​ໃໝ່, ອີກ​ເທື່ອ 1 ສາຍ​ເຫດບໍ່​ແມ່ນ​ເລີ່​ມມາ​ຈາກ​ການ​ຂາດ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ ຫາກ​ຍ້ອນ​ຄວາມ​ປະລາ​ໄຊ​ດ້ານ​ການ​ເມືອງ. ປະຈຸ​ບັນ, ປະຊາຊົນ​ຕ້ອງ​ກີ​ງ​ເກືອກ​ລີ​ເລືອ​ເພື່ອ​ຄົງ​ຕົວ, ຕ້ອງ​ປະ​ເຊີນໜ້າ​ກັບ​ໄພ​ອຶດ​ຫີ​ວ, ​ເກີດ​ໂລກລະບາດ, ລູກ​ລະ​ເບີດ, ການ​ໃຊ້​ຄວາມ​ຮຸນ​ແຮງ. ຫາງ​ສຽງ​ພວມ​ລໍຄອຍ​ໝາກຜົນ​ຂອງ​ການ​ເຈລະຈາ​ລະຫວ່າງ​ສອງ​ປະ​ເທດ​ໃນ​ວັນ​ທີ 2/8 ທີ່​ຈະ​ມາ​ເຖິງ​ນີ້ ຊື່​ງ​ແມ່ນ​ກຳນົດ​ເວລາ​ໂດຍ​ສະຫະພັນ​ອາ​ຟຼິກກາ​ຍົກ​ອອກ​ມາ, ສອງ​ຝ່າຍ​ຈະ​ຊອກ​ຫາ​ສຽງ​ເວົ້າລວມ​ໄດ້ ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ. ຄວາມ​ຫວັງ​ກ່ຽວ​ກັບປະ​ເທດ​ຊູ​ດັງ​ໃຕ້ ຈະ​ເລີ​ນຮຸ່ງ​ເຮືອງ, ປະຊາຊົນມີ​ຄວາມ​ອີ່ມ​ໜຳ​ສຳລານ, ​ເດັກນ້ອຍ​ທຸກ​ຄົນ​​​ໄດ້ໄປ​ຮຽນ ພາຍຫຼັງ​​ເກີດການ​ປະ​ທະ​ກັນ​ເປັນ​ເວລາ​​ເກືອບ 5 ທົດ​ສະ​ວັດນັ້ນ, ບໍ່​ຮູ້​ວ່າ​ຍາມ​ໃດ​ຈຶ່ງ​ປະກົດຜົນ​ເປັນ​ຈິງ​ໄດ້?



ຕອບກັບ

ຂ່າວ/ບົດ​ອື່ນ