(VOVWORLD) -ໃນມື້ເຮັດວຽກວັນທີ 30 ຕຸລາ ຂອງກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບກົງຈັກບໍລິຫານລັດ ແລະ ຍົກອອກຫຼາຍຂໍ້ສະເໜີແນະເພື່ອໃຫ້ກົງຈັກກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ມີປະສິດທິຜົນ. ບັນທຶກຂອງນັກຂ່າວ VOV ທີ່ວາລະປຶກສາຫາລື.
ວາລະປຶກສາຫາລືກ່ຽວກັບການປະຕິຮູບກົງຈັກບໍລິຫານລັດ ຖືກດຳເນີນເປັນເວລາ 5 ວັນ, ພາຍຫຼັງທີ່ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ເຊັນປະກາດໃຊ້ມະຕິເລກທີ 18 ມຕ/ສກ “ບາງບັນຫາກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ຊັບຊ້ອນການຈັດຈັ້ງກົງຈັກຂອງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ມີປະສິດທິຜົນ”. ບັນດາຄຳເຫັນທີ່ວາລະປຶກສາຫາລືໄດ້ສຸມໃສ່ສະເໜີເລື່ອງຊັບຊ້ອນການຈັດຕັ້ງກົງຈັກຂັ້ນຕາແສງໃຫ້ກະທັດລັດ, ຈັດຕັ້ງຢ່າງມີໄຫວພິບຢູ່ຂັ້ນແຂວງ, ຫຼຸດຜ່ອນຈຳນວນຫົວໜ່ວຍໃນບັນດາກະຊວງ, ຂະແໜງການ.
ປະຈຸບັນ, ມີ 4 ລ້ານຄົນພວມຮັບເງິນເດືອນຈາກງົບປະມານຂອງລັດ (ບໍ່ຄິດໄລ່ກຳລັງປະກອບອາວຸດ). ໜ້າທີ່ຂອງບັນດາອົງການໃນໄລຍະ 4 ປີຈະມາເຖິງແມ່ນຫຼຸດຜ່ອນບັນຈຸພະນັກງານຢ່າງໜ້ອຍສຸດແມ່ນ 400.000 ຄົນ.
ຊັບຊ້ອນກົງຈັກຂັ້ນຕາແສງ, ພະແນກ, ຂະແໜງຂັ້ນແຂວງຄືນໃໝ່
ຕາມຂໍ້ກຳນົດທີ່ພວມປະກາດໃຊ້ຂັ້ນຕາແສງແມ່ນຕ້ອງມີເນື້ອທີ່ແຕ່ 30 ກີໂລຕາແມັດ ແລະ ພົນລະເມືອງແຕ່ 5.000 ຄົນຂຶ້ນໄປ, ເຖິງແນວໃດກໍ່ຕາມ ທົ່ວປະເທດມີເຖິງ 700 ຕາແສງ ແມ່ນຍັງບໍ່ທັນບັນລຸມາດຖານກ່ຽວກັບພົນລະເມືອງ ແລະ ເນື້ອທີ່ດິນທຳມະຊາດ, ຊ້ຳບໍ່ໜຳມີບາງຕາແສງມີເນື້ອທີ່ບໍ່ຮອດ 1 ກີໂລຕາແມັດ. ປະຈຸບັນ, ຄິດສະເລ່ຍແຕ່ລະຕາແສງມີລັດຖະກອນກວ່າ 20 ຄົນ, ນັ້ນແມ່ນຍັງບໍ່ທັນຄິດໄລ່ເຖິງຜູ້ບໍ່ເຄື່ອນໄຫວສະເພາະກິດ. ເລື່ອງໂຮມນັບຮ້ອຍຕາແສງເຂົ້າກັນ ຈະຊ່ວຍປະຢັດໃຫ້ງົບປະມານນັບພັນຕື້ດົ່ງຕໍ່ປີ. ທ່ານ ຟ້າມວັນຮ່ວາ, ສະມາຊິກສະພາແຫ່ງຊາດແຂວງ ດົ່ງທ໋າບ, ສະເໜີວ່າ.
“ແຕ່ປີ 2021, ມີຂັ້ນຕອນໂຮມບັນດາຕາແສງ, ເມືອງທີ່ບໍ່ບັນລຸມາດຕະຖານກ່ຽວກັບຈຳນວນພົນລະເມືອງ, ເນື້ອທີ່ດິນ. ເມື່ອບັນດາເມືອງ, ຕາແສງໂຮມເຂົ້າກັນ, ຫົວໜ່ວຍບໍລິຫານຂຶ້ນກັບແຂວງຈະໜ້ອຍລົງ. ຫວຽດນາມ ມີ 63 ແຂວງ, ນະຄອນຄືປະຈຸບັນແມ່ນຫຼາຍຫົວໜ່ວຍເກີນໄປ. ສະເໜີໃຫ້ລັດຖະບານສະເໜີຕໍ່ສະພາແຫ່ງຊາດປັບປຸງບາງຂໍ້ມາດຕາໃນລັດຖະທຳມະນູນແມ່ນບໍ່ມີສະພາປະຊາຊົນຂັ້ນເມືອງ, ຕາແສງອີກ ແລະ ເພີ່ມສະມາຊິກສະພາປະຊາຊົນຂັ້ນແຂວງຢູ່ເມືອງຕື່ມອີກ ເພື່ອປະຕິບັດພາລະບົດບາດຕິດຕາມກວດກາໃນບໍລິເວັນເມືອງທີ່ຕົນສະໝັກຮັບເລືອກຕັ້ງ. ສະເໜີວ່າ ເລຂາຄະນະພັກຂັ້ນຕາແສງ ທັງຮັບຜິດຊອບເປັນປະທານຄະນະກຳມະການປະຊາຊົນເລີຍ ແລະ ຈະປະຕິບັດເປັນເອກະພາບໃນທົ່ວປະເທດ”.
ກ່ຽວກັບການຈັດຕັ້ງອົງການວິຊາສະເພາະຂຶ້ນກັບຄະນະກຳມະການປະຊາຊົນຂັ້ນແຂວງ, ມີຫຼາຍຄຳເຫັນຖືວ່າ ຕ້ອງແບ່ງຂັ້ນຢູ່ທ້ອງຖິ່ນຢ່າງແຮງ, ບໍ່ນຳໃຊ້ລວມໃຫ້ທຸກແຂວງ, ນະຄອນຄືໃນເມື່ອກ່ອນອີກ ຫາກສ້າງກົນໄກເປີດ, ມອບສິດເປັນເຈົ້າການໃຫ້ຂັ້ນຮາກຖານ. ອຳນາດການປົກຄອງທ້ອງຖິ່ນໄດ້ມີສິດພິຈາລະນາ, ຕົກລົງຈະໂຮມເຂົ້າກັນ, ຍຸບເລີກ, ຈະສ້າງຕັ້ງຫຼືບໍ່ສ້າງຕັ້ງພະແນກ, ຂະແໜງໃດໃຫ້ເໝາະສົມກັບເງື່ອນໄຂເສດຖະກິດ, ສັງຄົມໃນບໍລິເວັນ. ຄ້າຍຄືກັນ, ສູນກາງພຽງກຳນົດລວມກ່ຽວກັບຈຳນວນຂັ້ນຮອງ ແລະ ທ້ອງຖິ່ນມີສິດຈັດແບ່ງຢ່າງລະອຽດ, ເພື່ອບໍ່ໃຫ້ເກີນກອບ. ເລື່ອງຫຼຸດຜ່ອນຜູ້ເປັນຫົວໜ້າ, ຄຸ້ມຄອງຈະຊ່ວຍໃຫ້ງົບປະມານຫຼຸດຜ່ອນກ່ຽວກັບພາຫະນະ, ສຳນັກງານ, ເງິນອຸດໜູນ… ທ່ານນາງ ເຟືອງທິແທງ, ສະມາຊິກສະພາແຫ່ງຊາດແຂວງ ບັ໋ກກ້ານ, ສະເໜີວ່າ.
“ລັດຖະບານກວດກາຄືນຊີ້ນຳປະກາດໃຊ້ບັນດາເອກະສານຕາມທິດລັດຖະບານພຽງແຕ່ກຳນົດການສ້າງຕັ້ງ ແລະ ຈຳນວນພາຍໃນຂອງບັນດາອົງການວິຊາສະເພາະຂັ້ນແຂວງ, ກະຊວງ, ຕ້ອງແບ່ງຂັ້ນໃຫ້ອຳນາດການປົກຄອງທ້ອງຖິ່ນຕົກລົງການສ້າງຕັ້ງ ຫຼື ບໍ່ຈັດຕັ້ງຂະແໜງ, ສາຂາໃນເງື່ອນໄຂພິເສດຂອງທ້ອງຖິ່ນ ເພື່ອສ້າງຕັ້ງໃຫ້ເໝາະສົມ. ສະເໜີໃຫ້ບັນດາກະຊວງ ເມື່ອກຳນົດບັນຈຸພະນັກງານ ຄວນກຳນົດກອບຈຳນວນເພື່ອທ້ອງຖິ່ນປະຕິບັດຢ່າງສະດວກ”.
ຫຼຸດຜ່ອນຈຳນວນຫົວໜ່າຍໃນບັນດາກະຊວງ
ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ເຫັນດີເປັນເອກະພາບຫຼຸດຜ່ອນຫົວໜ່ວຍໃນກະຊວງ, ຫຼຸດຜ່ອນຈຳນວນກົມໃຫຍ່, ກົມ, ຂະແໜງ; ບໍ່ສ້າງຕັ້ງຫົວໜ່ວຍໃໝ່, ບໍ່ສ້າງຕັ້ງຫ້ອງໃນກົມ. ໃນຄວາມຈິງໄດ້ຊີ້ໃຫ້ເຫັນວ່າ, ໃນຫຼາຍປີຜ່ານມາ, ຈຳນວນກົມໃຫຍ່ໄດ້ເພີ່ມຂຶ້ນທົບ 2 ເທົ່າ, ຂຶ້ນເຖິງ 42 ຫົວໜ່ວຍ. ໝາຍຄວາມວ່າ, ກົງຈັກມີ 42 ຫົວໜ້າກົມໃຫຍ່, ປະມານ 200 ຮອງຫົວໜ້າກົມໃຫຍ່, ນັ້ນແມ່ນຍັງບໍ່ທັນຄິດໄລ່ເຖິງບັນດາຫົວໜ່ວຍຂຶ້ນກັບກົມໃຫຍ່. ນອກນັ້ນ, ຕ້ອງສືບຕໍ່ຄົ້ນຄວ້າພື້ນຖານທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບຂອບເຂດຄຸ້ມຄອງຫຼາຍຂະແໜງ, ຫຼາຍຂົງເຂດຂອງບາງກະຊວງ, ຂະແໜງການ, ໂດຍສະເພາະແມ່ນອົງການທີ່ມີໜ້າທີ່ຄ້າຍຄືກັນເພື່ອມີມາດຕະການແກ້ໄຂໃຫ້ເໝາະສົມ. ທ່ານ ຟານວ໋ຽດເລືອງ, ສະມາຊິກສະພາແຫ່ງຊາດແຂວງ ບິ່ງເຟືອກ, ຖືວ່າ.
“ຕ້ອງໃຫ້ບຸລິມະສິດແກ່ບັນດາໜ້າທີ່ມາດຕະການແກ້ໄຂທີ່ມີລັກສະນະບຸກທະລຸ, ຕິດພັນກັບຂັ້ນຕອນປະຕິບັດຢ່າງລະອຽດ. ໃນຕໍໜ້າ, ຕ້ອງປັບປຸງສິດ ແລະ ໂຄງປະກອບການຈັດຕັ້ງຂອງບັນດາກະຊວງ, ຂະແໜງການຕາມທິດກະທັດລັດ, ຫຼຸດຜ່ອນຂັ້ນກາງ. ກຳນົດລະອຽດກ່ຽວກັບມາດຖານສ້າງຕັ້ງ, ຈຳນວນບັນຈຸພະນັກງານ, ຂັ້ນຮ້ອງຂອງບັນດາກົມອົງການວິຊາສະເພາະ ເພື່ອຊັບຊ້ອນໂຄງປະກອບການຈັດຕັ້ງໃນການຫຼຸດຜ່ອນອົງການຄຸ້ມຄອງ, ພະນັກງານການນຳຂອງບັນດາກະຊວງ, ອົງການທຽບເທົ່າກະຊວງ, ທ້ອງຖິ່ນ; ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຫຼຸດຜ່ອນຄວາມຫຍຸ້ງຍາກໃນບັນດາລະບຽບການ, ເພີ່ມລັກສະນະເປີດເຜີຍ, ກະຈາງແຈ້ງ”.
ຍົກສູງປະສິດທິຜົນການເຄື່ອນໄຫວຂອງກົງຈັກບໍລິຫານລັດ ແມ່ນແຜນນະໂຍບາຍໃຫຍ່ຂອງຫວຽດນາມ. ເລື່ອງຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ ຈະຮັບປະກັນລັກສະນະສັງລວມ, ຮ່ວມສຳພັນ, ປະກອບສ່ວນຍົກສູງກຳລັງແກ່ງແຍ້ງແຫ່ງຊາດ.