(VOVWORLD) -ການພົວພັນສຳພັນທະມິດມາເປັນເວລາຫຼາຍປີລະຫວ່າງ ອາເມລິກາ ແລະ ບັນດາປະເທດ ເອີລົບ, ນຳໜ້າແມ່ນ ຝລັ່ງ, ພວມປະເຊີນໜ້າກັບສິ່ງທ້າທາຍໃໝ່, ພາຍຫຼັງເຫດການ 3 ປະເທດ ອາເມລິກາ, ອັງກິດ ແລະ ອົດສະຕາລີ ປະກາດຂໍ້ຕົກລົງສ້າງສຳພັນທະມິດທີ່ມີຊື່ວ່າ AUKUS ໃນວັນທີ 16 ກັນຍາ. ເຫດຜົນຍ້ອນວ່າ ຕາມຂໍ້ຕົກລົງສະບັບນີ້, ອົດສະຕາລີຈະຊື້ກ່ຳປັ່ນດຳນ້ຳແລ່ນດ້ວຍພະລັງງານນິວເຄຼຍຂອງ ອາເມລິກາ ແລະ ອັງກິດ, ແທນທີ່ການປະຕິບັດສັນຍາຊື້ຂາຍກ່ຳປັ່ນດຳນ້ຳທີ່ມີມູນຄ່າ ເກືອບ 40 ຕື້ USD ທີ່ໄດ້ລົງນາມກັບຝລັ່ງໃນເມື່ອກ່ອນ.
ທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ Jean-Yves Le Drian (ພາບ: Reuters ) |
ການຕັດສິນຍົກເລີກສັນຍາຊື້ກ່ຳປັ່ນດຳນ້ຳຂອງ ຝລັ່ງ ເພື່ອຊື້ກ່ຳປັ່ນດຳນ້ຳນິວເຄຼຍຂອງ ອາເມລິກາ ແລະ ອັງກິດນັ້ນ, ໄດ້ຖືກອົດສະຕາລີຍົກອອກມາໃນສະພາບການ ປາຣີ ຫາກໍ່ຖືກປະຊາໄຊທີ່ຄ້າຍຄືກັນຕໍ່ ວໍຊິງຕັນ ໃນເຫດການການຄ້າແກ້ງແຍ້ງກັນດ້ວຍການຂາຍເຮືອບິນສູ້ຮົບໃຫ້ແກ່ ສະວິດ ກ່ອນໜ້ານີ້ 3 ເດືອນ. ຍິ່ງໄປກວານັ້ນ, ເຫດການໄດ້ດຳເນີນໃນຈຸດເວລາເປັນລະອຽດອ່ອນພໍສົມຄວນ ເມື່ອຝລັ່ງ ພວມຫຍັບເຂົ້າໃກ້ກັບການເລືອກຕັ້ງປະທານາທິບໍດີ ໃນຕົ້ນເດືອນເມສາ ປີ 2022. ສິ່ງນີ້ສ່ວນໃດສ່ວນໜຶ່ງໄດ້ເປັນການອະທິບາຍໃຫ້ແກ່ປະຕິກິລິຍາຂອງ ຝລັ່ງ ຕໍ່ເຫດການນີ້.
ຝລັ່ງ ໂມໂຫໂນໂສ, ອາເມລິກາ ຊອກຫາວິທີການເພື່ອປອມໃຈ
ພາຍຫຼັງ ຂ່າວກ່ຽວກັບການສ້າງຕັ້ງ AUKUS ໄດ້ຮັບການເປີດເຜີຍ, ມີເຈົ້າໜ້າທີ່ ຝລັ່ງ ຫຼາຍຄົນ ໄດ້ສະແດງຄວາມໂມໂຫໂນໂສ ແລະ ຖືນີ້ ແມ່ນການກະທຳທໍລະຍົດຕໍ່ສຳພັນທະມິດ. ໂດຍຕອບສຳພາບຕໍ່ນັກຂ່າວວິທະຍຸກະຈາຍສຽງ Franceinfo, ທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ Jean-Yves Le Drian ໄດ້ເນັ້ນໜັກວ່າ “ນີ້ບໍ່ແມ່ນສິ່ງທີ່ສຳພັນທະມິດເຮັດຕໍ່ກັນ”. ວັນທີ 17 ກັນຍາ, ປາຣີ ໄດ້ຕັດສິນໃຈຮຽກຕົວ ທ່ານເອກອັກຄະລັດຖະທູດ ປະຈຳ Washington ແລະ Canberra ກັບຄືນເມືອປະເທດ ເພື່ອປຶກສາຫາລື, ອັນໄດ້ສ້າງຂີດໝາຍແຫ່ງບາດກ້າວຖອຍຫຼັງຢ່າງຮ້າຍແຮງໃນການພົວພັນລະຫວ່າງຝລັ່ງ ກັບທັງ ອາເມລິກາ ແລະ ອົດສະຕາລີ ໃນຫຼາຍທົດສະວັດທີ່ຜ່ານມາ. ສຳລັບອັງກິດ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຝລັ່ງ Florence Parly ໄດ້ຕັດສິນຍົກເລີກກອງປະຊຸມສອງຝ່າຍ ກັບຄູ່ຕຳແໜ່ງ ອັງກິດ ທ່ານ Ben Wallace ເຊິ່ງໄດ້ຂຶ້ນແຜນການຈັດຕັ້ງໃນອາທິດນີ້. ບໍ່ພຽງແຕ່ເທົ່ານັ້ນ, ທ່ານສະມາຊິກລັດຖະສະພາ Jean-Luc Melanchon, ຜູ້ສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ ຝລັ່ງ ຂຶ້ນກັບຝ່າຍສັງຄົມ ຝລັ່ງ ຊ້ຳບໍ່ໜຳຍັງຮຽກຮ້ອງໃຫ້ ຝລັ່ງ ຖອນຕົວອອກຈາກອົງການສົນທິສັນຍາອັດລັງຕິກເໜືອ (NATO)
ສ່ວນສະຫະພາບເອີລົບ (EU), ໃນວັນທີ 20 ກັນຍາ, ທ່ານປະທານຄະນະກຳມະການເອີລົບ Ursula von der Leyen ໄດ້ມີປະຕິກິລິຍາທຳອິດກ່ຽວກັບບັນຫານີ້ ເມື່ອເວົ້າວ່າ “ມີຄຳຖາມຫຼາຍຂໍ້ທີ່ຕ້ອງໄດ້ຮັບການອະທິບາຍ. ມີປະເທດສະມາຊິກຂອງພວກເຮົາຖືກປະພຶດຕາມວິທີທີ່ບໍ່ອາດຍອມຮັບໄດ້”. ເຖິງວ່າຄຳວິເຄາະນີ້ ໄດ້ຮັບການຕີລາຄາແມ່ນມີຄວາມລະມັດລະວັງພໍສົມຄວນ, ແຕ່ສ່ວນໃດສ່ວນໜຶ່ງກໍ່ສະແດງໃຫ້ເຫັນຄວາມບໍ່ພໍໃຈຂອງເອີລົບ ຕໍ່ກໍລະນີນີ້.
ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງໃນສະພາບການດັ່ງກ່າວລົງ, ວັນທີ 16 ກັນຍາ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຢັ້ງຢືນວ່າ ຝລັ່ງ ຍັງແມ່ນຄູ່ຮ່ວມມືສຳຄັນໃນຍຸດທະສາດຂອງ ວໍຊິງຕັນ ຢູ່ອາຊີ, ພ້ອມທັງເນັ້ນໜັກວ່າ ບໍ່ມີບໍ່ວ່າການແບ່ງແຍກໃດ ສະກັດກັ້ນຜົນປະໂຫຍດຂອງບັນດາຄູ່ຮ່ວມມືກັບ ຝລັ່ງ ຢູ່ ມະຫາສະໝຸດອັດລັງຕິກ ແລະ ມະຫາສະໝຸດອິນເດຍ. ຮອດວັນທີ 19 ກັນຍາ, ທ່ານໂຄສົກທຳນຽບປະທານາທິບໍດີ ຝລັ່ງ Gabriel Attal ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ສະເໜີໃຫ້ມີການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃນຊຸມວັນຈະມາເຖິງ, ເພື່ອເຮັດແຈ້ງບັນຫາ.
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken (ພາບ: Reuters ) |
ທ່າແກ້ໄຂຍາກຂອງທັງສອງຝ່າຍ
ຕາມວົງການນັກໄຈ້ແຍກແລ້ວ, ໃນກໍລະນີນີ້, ປະເທດຝລັ່ງບໍ່ພຽງແຕ່ຮັບຜົນເສຍຫາຍຢ່າງໜັກໜ່ວງກ່ຽວກັບດ້ານເສດຖະກິດເທົ່ານັ້ນ ຫາກຍັງຖືກຜົນສະທ້ອນກ່ຽວກັບອິດທິພົນຊື່ສຽງຂອງປະເທດຊາດອີກດ້ວຍ. ກໍລະນີໄດ້ເກີດຂຶ້ນໃນສະພາບພິເສດ, ຂະນະທີ່ຝລັ່ງພວມກະກຽມກ້າວເຂົ້າສູ່ການເລືອກຕັ້ງປະທານາທິບໍດີ ທີ່ຈະດຳເນີນໃນ ກ່ວາ 6 ເດືອນອີກ, ພ້ອມທັງຈະສືບຕໍ່ຮັບໜ້າທີ່ເປັນປະທານໝູນວຽນສະພາເອີລົບ (01 ມັງກອນ 2022). ສະພາບການນັ້ນ ກໍ່ໄດ້ຕັ້ງວົງການການເມືອງ ຝລັ່ງ ຢືນຢູ່ຕໍ່ໜ້າຄວາມກົດດັນຢ່າງໃຫຍ່ຫຼວງແມ່ນຕ້ອງມີການກະທຳຢ່າງສົມເຫດສົມຜົນ. ໃນອະດີດຕະການ, ຝລັ່ງ ໄດ້ມີການກະທຳທີ່ແຂງກະດ້າງຫຼາຍຄັ້ງແລ້ວ. ຍົກຕົວຢ່າງຄືໃນປີ 1996, ຝລັ່ງ ໄດ້ຖອນຕົວອອກຈາກກອງບັນຊາການທະຫານຂອງ NATO (ແຕ່ບໍ່ຖອນຕົວອອກຈາກ NATO), ອັນໄດ້ເຮັດໃຫ້ສຳນັກງານໃຫຍ່ຂອງ NATO ຕ້ອງຍ້າຍແຕ່ ປາຣີ ໄປຍັງ ບຣູກແຊນ (ແບນຊິກ). ປີ 2020, ຝລັ່ງ ກໍ່ຖອນຕົວອອກຈາກຍຸດທະສາດຕິດຕາມກວດກາ ການເດີນເຮືອຂອງ NATO ຍ້ອນຄວາມຂັດແຍ້ງກັນກັບປະເທດສະມາຊິກໃນກຸ່ມ ເຊິ່ງແມ່ນ ຕວັກກີ.
ແຕ່ວ່າ, ສຳລັບກໍລະນີຄັ້ງນີ້, ປະຕິກິລິຍາເກີນໄປ ອາດສາມາດກໍ່ຄວາມເສຍຫາຍຕໍ່ການພົວພັນສອງລະຫວ່າງ 2 ຝັ່ງມະຫາສະໝຸດ ອັດລັງຕິກ ແລະ ສິ່ງນີ້ຈະເຮັດໃຫ້ທັງສອງຝ່າຍຖືກເສຍຫາຍ. EU ແລະ NATO ແນ່ນອນວ່າ ຈະບໍ່ສະໜັບສະໜູນໃຫ້ແກ່ກໍລະນີນີ້. ເລື່ອງທ່ານປະທານາທິບໍດີ ຝລັ່ງ Macron ຍັງບໍ່ທັນອອກສຽງກ່ຽວກັບເຫດການນີ້, ອາດເຂົ້າໃຈໄດ້ວ່າ ຝລັ່ງ ພວມຊັ່ງຊາການກະທຳຢ່າງລະມັດລະວັງ.
ຄ້າຍຄືກັນນັ້ນ, ກໍລະນີນີ້ຍັງຕັ້ງອຳນາດການປົກຄອງ ອາເມລິກາ ຕົກເຂົ້າສູ່ທ່າຍາກ. ປະຕິກິລິຍາຂອງ ຝລັ່ງ ແລະ ເອີລົບ ອາດຈະນາບຂູ່ຕໍ່ບັນດາຄວາມມານະພະຍາຍາມຂອງ ທ່ານປະທານາທິບໍດີ ອາເມລິກາ Joe Biden ກ່ຽວກັບການເພີ່ມທະວີການພົວພັນຂ້າມມະຫາສະໝຸດອັດລັງຕິກ, ກໍ່ຄືຍຸດທະສາດຫັນໄປສູ່ ອາຊີ. ໃນໄລຍະທີ່ຜ່ານມາ, ທ່ານປະທານາທິບໍດີ Biden ໄດ້ປະຕິບັດຫຼາຍບາດກ້າວ ເພື່ອແນໃສ່ປັບປຸງການພົວພັນກັບບັນດາປະເທດພັນທະມິດເອີລົບ ເຊິ່ງຖືກຊຸດໂຊມລົງຫຼາຍພໍສົມຄວນພາຍໃຕ້ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump, ເປັນຕົ້ນແມ່ນເກີດຈາກເລື່ອງ ວໍຊິຕັນຮຽກຮ້ອງໃຫ້ບັນດາປະເທດພັນທະມິດ ເອີລົບຕ້ອງເພີ່ມທະວີການປະກອບສ່ວນເຂົ້າໃນການໃຊ້ຈ່າຍໃນວຽກງານປ້ອງກັນຊາດໃຫ້ NATO, ກໍ່ຄືເລື່ອງ ອາເມລິກາ ຍົກເລີກບັນດາຂໍ້ຕົກລົງຫຼາຍຝ່າຍ.
ໃນຍຸດທະສາດຫັນໄປສູ່ ອາຊີ, ອຳນາດການປົກຄອງ ອາເມລິກາ ມີ ໄດ້ຢັ້ງຢືນຫຼາຍຄັ້ງກ່ຽວກັບບົດບາດສຳຄັນຂອງບັນດາປະເທດພັນທະມິດ ເອີລົບ, ອອກແຮງ ກະຕຸກຊຸກຍູ້ ແລະ ເກ້ຍກ່ອມບັນດາປະເທດ ເອີລົບ ເຂົ້າຮ່ວມ.
ເພາະສະນັ້ນ, ທິດທາງແກ້ໄຂທີ່ເປັນໄປໄດ້ທີ່ສຸດ ໄດ້ຮັບຖືວ່າ ອາເມລິກາ, ຝລັ່ງ, ບັນດາປະເທດເອີລົບ ກໍ່ຄືບັນດາຄູ່ຮ່ວມມືສຳຄັນຕ່າງໆຄື: ຍີ່ປຸ່ນ, ອົດສະຕາລີ, ອິນເດຍ... ຈະມານະພະຍາຍາມຊອກຫາວິທີການຫຼຸດຜ່ອນຄວາມເຄັ່ງຕຶງລົງ, ເພື່ອແນໃສ່ຮັບປະກັນການປະຕິບັດບັນດາເປົ້າໝາຍລວມ, ເຊິ່ງອັນດັບ 1 ແມ່ນວິໄສທັດເພື່ອພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ. ວັນທີ 18 ກັນຍາ, ທ່ານປະທານຄະນະກຳມະການການທະຫານ NATO, ພົນເຮືອເອກ Rob Bauer ໄດ້ໃຫ້ຂໍ້ສັງເກດວ່າ ການຂັດແຍ້ງກັນ ລະຫວ່າງ ຝລັ່ງ ກັບ ອາເມລິກາ ແລະ ອົດສະຕາລີ ບໍ່ ສາມາດກໍ່ຜົນສະທ້ອນຕໍ່ “ການຮ່ວມມືທາງດ້ານການທະຫານ” ໃນກຸ່ມໄດ້.