ປະຈຸບັນ, ເສດຖະກິດຫວຽດນາມພວມຟື້ນຕົວຄືນຢ່າງເຫັນໄດ້ຊັດ ແລະ ຮອບດ້ານພໍສົມຄວນ. ແຕ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍອັນໃຫຍ່ຫຼວງພວມຢູ່ທາງໜ້າ. ສ້າງໂຄງປະກອບເສດຖະກິດຄືນໃໝ່ໄວກວ່າ, ສຸມທຸກເງື່ອນໄຂເພື່ອໜູນຊ່ວຍຟື້ນຟູວິສາຫະກິດ, ພັດທະນາການຜະລິດ; ໂຍະຍານອັດຕາເງິນເຟີ້ຢູ່ໃນລະດັບທີ່ເໝາະສົມກວ່າເພື່ອກະຕຸ້ນຄວາມຕ້ອງການດ້ານເສດຖະກິດ….ນັ້ນແມ່ນບັນດາມາດຕະການແກ້ໄຂຊຶ່ງບັນດາ ສ.ສ.ຊ ສະເໜີຄວນເລັ່ງໃສ່ປະຕິບັດໃນປີ 2015 ເພື່ອສ້າງທ່າພັດທະນາທີ່ດີກວ່າໃຫ້ແກ່ພື້ນຖານເສດຖະກິດໃນໄລຍະທີ່ຈະມາເຖິງ.
ຕາມບົດລາຍງານຂອງລັດຖະບານ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ເສດຖະກິດມະຫາພາກເປັນປົກກະຕິກວ່າ. ລະດັບເພີ່ມລາຄາໃຊ້ສອຍໄດ້ຫຼຸດລົງແຮງ, ໃນ 9ເດືອນຕົ້ນປີເພີ່ມຂຶ້ນ 2,25%, ຊຶ່ງແມ່ນລະດັບຕ່ຳສຸດໃນໄລຍະ 10 ປີຜ່ານມາ; ຄາດວ່າ ທັງປີເພີ່ມຂຶ້ນຕ່ຳກວ່າ 5%. ການເຕີບໂຕດ້ານສິນເຊື່ອ ໄລ່ຮອດທ້າຍເດືອນ 9 ບັນລຸ 7,26%, ຄາດວ່າທັງປີເພີ່ມຂຶ້ນແຕ່ 12-14% ຕາມແຜນການ. ອັດຕາແລກປ່ຽນເງິນຕາລະຫວ່າງສະກຸນເງິນດົງກັບເງິນຕ່າງປະເທດເປັນປົກກະຕິ, ການສະສົມເງິນຕາຕ່າງປະເທດເພີ່ມຂຶ້ນ, ບັນລຸລະດັບສູງສຸດນັບແຕ່ກ່ອນເປັນຕົ້ນມາ. ໃນ 14 ຄາດໝາຍຂອງແຜນການປີ 2014, ຄາດຄະເນວ່າ ຈະບັນລຸ 13 ຄາດໝາຍ.
ເສດຖະກິດຫວຽດນາມຟື້ນຕົວຄືນຢ່າງຮອບດ້ານພໍສົມຄວນ ແຕ່ຍັງຄົງຕົວບັນດາບັນຫາໃຫຍ່
ປີ 2014 , ພື້ນຖານເສດຖະກິດໄດ້ເລີ່ມປະກົດບັນດາສັນຍານທີ່ດີທີ່ສຸດ. ຕາມທ່ານ ກາວສີກຽມ ສ.ສ.ຊ ແຂວງທ້າຍບີງ ແລ້ວ, ທ່າອຽງກ້າວຂຶ້ນຂອງພື້ນຖານເສດຖະກິດແມ່ນຈະແຈ້ງພໍສົມຄວນ ແລະ ຟື້ນຕົວຢ່າງຈະແຈ້ງກວ່າ. ພິເສດການຄວບຄຸມໄພເງິນເຟີ້, ແຮງຊື້…..ໄດ້ເລີ່ມເຂົ້າສູ່ການແກ້ໄຂໄລຍະຍາວ, ປະຕິຮູບໂຄງປະກອບຕິດພັນກັບການຫັນປ່ຽນຮູບແບບການເຕີບໂຕ, ປະຕິຮູບລະບອບລະບຽບການ.
ແຕ່ຖ້າຫາກວາງປີ 2014 ເຂົ້າໃນຈຸດໝາຍໄລຍະຍາວຂອງແຜນການ 5 ປີນັ້ນ, ປີ 2014 ນີ້, ສະພາບເສດຖະກິດສັງຄົມ ຍັງສໍ່ສະແດງໃຫ້ເຫັນບັນດາບັນຫາໃຫຍ່. ໝາກຜົນແຫ່ງການປະຕິບັດບັນດາຈຸດໝາຍກ່ຽວກັບການຈຳກັດໄພເງິນເຟີ້, ສ້າງເສດຖະກິດມະຫາພາກເປັນປົກກະຕິ, ເຕີບໂຕຢ່າງສົມເຫດສົມຜົນ ແລະ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ກໍຍັງບໍ່ອາດສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໄດ້ເທື່ອ.
ຄະນະ ສ.ສ.ຊ ແຂວງອາຍຢາງ, ບັກຢາງ, ບີງດິ້ງ ປຶກສາຫາລືຢູ່ໜ່ວຍ |
ຄວນສ້າງເງື່ອນໄຂລະອຽດໃຫ້ແກ່ວິສາຫະກິດພັດທະນາການຜະລິດ
ໂດຍມີຄວາມເປັນຫ່ວງຕໍ່ໜ້າສະພາບຈຳນວນວິສາຫະກິດຍຸບເລີກ, ຢຸດການເຄື່ອນໄຫວໃນ 9 ເດືອນຕົ້ນປີເພີ່ມຂຶ້ນສູງ (ຄືກວ່າ 70.000 ວິສາຫະກິດ) ໃນຂະນະທີ່ຈຳນວນວິສາຫະກິດໄດ້ຮັບສ້າງຕັ້ງໃໝ່ ພຽງປະມານ 51.000 ແຫ່ງ, ສ.ສ.ຊ ຫຼາຍທ່ານຖືວ່າ : ຕົວເລກນີ້ ໄດ້ສ່ອງແສງໃຫ້ເຫັນສະພາບການຜະລິດ, ດຳເນີນທຸລະກິດຍົງປະສົບກັບຄວາມຫຍຸ້ງຍາກ. ທ່ານໂດ້ຫງອກນ້ຽນ ສ.ສ.ຊ ແຂວງບີງຖ້ວນຖືວ່າ ນອກຈາກບັນດານະໂຍບາຍກ່ຽວກັບການຫຼຸດຜ່ອນພາສີອາກອນ, ຫຼຸດຜ່ອນຄ່າດອກເບ້ຍແລ້ວ, ຄວນຊອກຫາບັນດານະໂຍບາຍໃໝ່ເພື່ອໜູນຊ່ວຍວິສາຫະກິດຄື ສົ່ງເສີມ, ເປີດກ້ວາງຕະຫຼາດ, ນຳໃຊ້ເຕັກໂນໂລຢີໃໝ່… ຕາມທ່ານນາງ ຫງວຽນທິງວຽດເຮືຶ່ອງ ສ.ສ.ຊ ນະຄອນຮ່າໂນ້ຍແລ້ວ, ເພື່ອບັນລຸລະດັບເຕີບໂຕຈີດີພີ 6,2%, ລັດຖະບານຄວນມີໂຄງການພັດທະນາຢ່າງແຂງແຮງໃຫ້ແກ່ກຸ່ມວິສາຫະກິດ, ພິເສດແມ່ນວິສາຫະກິດພາຍໃນປະເທດ, ເພື່ອສ້າງແຫຼ່ງລາຍຮັບໝັ້ນຄົງ, ຍາວນານ. ທ່ານວູ້ຊວນຮົ່ງ ສ.ສ.ຊ ແຂວງຟູ້ເຖາະ ມີຄຳເຫັນວ່າ :
“ ໄລຍະທີ່ຜ່ານມາ, ມີວິສາຫະກິດຫຼາຍແຫ່ງໄດ້ກັບຄືນສູ່ເຮັດວຽກ, ແຕ່ຍັງມີວິສາຫະກິດຫຼາຍແຫ່ງຍັງບໍ່ທັນຟື້ນຟູໄດ້. ປະຈຸບັນຕ້ອງເລ່ັງໃສ່ຊ່ວຍດ້ານພາສີອາກອນ, ທຶນຮອນ, ລະອຽດແມ່ນນະໂຍບາຍພາສີອາກອນ, ເຕັກໂນໂລຢີ ແລະ ພິເສດວິສາຫະກິດຂະໜາດກາງ ແລະ ນ້ອຍຕ້ອງໄດ້ສຳຜັດບັນດາແຫຼ່ງທຶນ. ບັນດາທ້ອງຖິ່ນມີນະໂຍບາຍອຳນວຍຄວາມສະດວກກ່ຽວກັບທີ່ດິນ. ເພາະຮອດປີໜ້າ, ສ້າງຕັ້ງປະຊາຄົມອາຊຽນ ແລະ ໜຶ່ງໃນບັນດາເສົາຄ້ຳແມ່ນເສົາຄ້ຳເສດຖະກິດ, ແລ້ວ ຫວຽດນາມພວມເຈລະຈາກັບອາເມລິກາ ແລະ ປະເທດຕ່າງໆກ່ຽວກັບ TPP, ເຈລະຈາໄລຍະສຸດທ້າຍກັບບັນດາປະເທດເອີລົບກ່ຽວກັບບັນດາສັນຍາການຄ້າເສລີ. ດັ່ງນັ້ນ, ພວກເຮົາຕ້ອງກະກຽມເພື່ອໃຫ້ວິສາຫະກິດເປັນເຈົ້າການເຂົ້າຮ່ວມການເຄື່ອນໄຫວນີ້ດ້ວຍການໜູນຊ່ວຍວິສາຫະກິດໃນລະດັບສູງສຸດ ”
ສ້າງໂຄງປະກອບເສດຖະກິດຄືນໃໝ່ ຕ້ອງມີໝາກຜົນລະອຽດ
ຕາມສ.ສ.ຊ ຫຼາຍທ່ານແລ້ວ, ເຖິງວ່າໄດ້ມີແຜນຮ່າງສັງລວມ ແລະ ບັນດາ ແຜນຮ່າງລະອຽດ, ແຕ່ມາຮອດປະຈຸບັນ, ໝາກຜົນແຫ່ງການ ສ້າງໂຄງປະກອບເສດຖະກິດຄືນໃໝ່ ແມ່ນຍັງບໍ່ທັນຈະແຈ້ງ. ທ່ານ ເລມີງທົງ ສ.ສ.ຊ ແຂວງແທງຮ້ວາ ຖືວ່າ ເມື່ອແກ້ໄຂສະພາບສັບສົນຂອງພື້ນຖານເສດຖະກິດ, ແມ່ນຕ້ອງຕີລາຄາໄດ້ ເນື້ອແທ້ຂອງບັນຫາ ແມ່ນໄດ້ແກ້ໄຂເຖິງຂັ້ນໃດ ແລະ ນຳມາເຊິ່ງໝາກຜົນໃຫ້ແກ່່ພື້ນຖານເສດຖະກິດຄືແນວໃດ.
ກ່ຽວຂ້ອງເຖິງການແກ້ໄຂໜີ້ເສຍເມື່ອ ສ້າງໂຄງປະກອບລະບົບທະນາຄານ, ບັນດາອົງການສິນເຊືອ່ ຄືນໃໝ່, ຕາມທ່ານ ຝ້າມຮີຮຸ່ງ ສ.ສ.ຊ ນະຄອນຮ່າໂນ້ຍແລ້ວ, ເຖິງເວລາແລ້ວ ທີ່ຈະຕ້ອງພິຈາລະນາຄືນກົນໄກເຄື່ອນໄຫວຂອງບໍລິສັດຊື້ຂາຍໜີ້ສິນ. ສ່ວນທ່ານ ເຈີນຢູລິກ ສ.ສ.ຊ ນະຄອນໂຮ່ຈິມິນ ຖືວ່າ ເພື່ອແກ້ໄຂບັນຫາໜີ້ເສຍຢ່່າງມີປະສິດທິຜົນນັ້ນ, ບໍ່ຄວນນຳໃຊ້ແຫຼ່ງງົບປະມານແຫ່ງລັດ.
“ ໜີ້ເສຍ, ທາງດ້ານເນື້ອແທ້ຂອງມັນ ແມ່ນບໍ່ມີຫຍັງຂີ້ຮ້າຍ, ມັນແມ່ນເລື່ອງທຳມະດາຂອງອົງການສິນເຊື່ອ, ແຕ່ເມື່ອມັນກາຍເປັນບັນຫາຂອງພື້ນຖານເສດຖະກິດມະຫາພາກນັ້ນ, ມັນລື່ນກາຍຄວາມສາມາດຂອງອົງການສິນເຊື່ອ. ທັດສະນະຂອງຂ້າພະເຈົ້າແມ່ນບໍ່ໃຊ້ງົບປະມານເພື່ອຊຳລະໜີ້ເສຍ. ເພາະປະຈຸບັນ, ລັດຖະບານຍັງມີຫຼາຍແຫຼ່ງອື່ນເພື່ອປະຕິບັດວຽກງານນີ້. ຂ້າພະເຈົ້າຖືວ່າ ສະພາແຫ່ງຊາດຄວນອອກມະຕິອະນຸຍາດລັດຖະບານນຳໃຊ້ບັນດາແຫຼ່ງທຶນທີ່ພວມຄຸ້ມຄອງ, ເວັ້ນເສຍແຕ່ງົບປະມານເພື່ອແກ້ໄຂໜີ້ສາທາລະນະ”
ປີ 2015, ລັດຖະບານວາງຈຸດໝາຍເພີ່ມທະວີການສ້າງພື້ນຖານເສດຖະກິດມະຫາພາກເປັນປົກກະຕິ, ບັນລຸລະດັບເຕີບໂຕ ຈີດີພີ 6,2%, ລະດັບເພີ່ມລາຄາໃຊ້່ສອຍປະມານ 5%; ອັດຕາການນຳເຂົ້າເກີນດູນເມື່ອທຽບໃສ່ຍອດວົງເງິນສົ່ງອອກຢູ່ໃນລະດັບ 5%. ເພື່ອບັນລຸໄດ້ບັນດາຈຸດໝາຍນີ້, ຄວນມີບັນດານະໂຍບາຍເສດຖະກິດທີ່ແຂງແຮງ ແລະ ລະອຽດກວ່າອີກເພື່ອກະຕຸ້ນເສດຖະກິດພັດທະນາ.