(VOVWORLD) -ລັດເຊຍ ແລະ ຢູແກຼນ ພວມດຳເນີນການເຈລະຈາຮອບທີ 4 ຕາມຮູບການທາງໄກ ພາຍຫຼັງດຳເນີນການເຈລະຈາໂດຍກົງມາໄດ້ 3 ຮອບ. ເຖິງວ່າຍັງບໍ່ທັນບັນລຸໄດ້ຄຳສັ່ງຢຸດຍິງ, ຖອນກຳລັງທະຫານກໍຕາມ, ແຕ່ເລື່ອງທີ່ສອງປະເທດສືບຕໍ່ເຈລະຈາ, ພ້ອມກັນສົ່ງຖະແຫຼງການທີ່ຕັ້ງໜ້າ, ອັນໄດ້ສ້າງຄວາມຫວັງໃນການຊອກຫາທາງອອກແກ່ວິກິດການ Moscow – Kiev.
ກ່ອນການເຈລະຈາຮອບໃໝ່ທີ່ໄດ້ເລີ່ມໃນວັນທີ 14 ມີນາ ທີ່ປຶກສາຂອງທ່ານປະທານາທິບໍດີ ຢູແກຼນ Mykhailo Podolyak ໃຫ້ຮູ້ວ່າ, ເປົ້າໝາຍຂອງຮອບເຈລະຈາຄັ້ງນີ້ ແມ່ນສຸມໃສ່ເຮັດແນວໃດບັນລຸໄດ້ຄຳສັ່ງຢຸດຍິງ, ຖອນກຳລັງທະຫານ ແລະ ຮັບປະກັນດ້ານຄວາມໝັ້ນຄົງໃຫ້ແກ່ ຢູແກຼນ. ເຖິງຢ່າງໃດກໍຕາມ, ໃນແຈ້ງການຫຼ້າສຸດ, ສອງຝ່າຍພວມສືບຕໍ່ເຮັດວຽກຢ່າງຮີບດ່ວນເພື່ອກຳນົດທິດທາງລວມ.
ນີ້ແມ່ນການເຈລະຈາຮອບທີ 4 ລະຫວ່າງ ຢູແກຼນ ແລະ ລັດເຊຍ ນັບແຕ່ເມື່ອ ມົດສະກູ ຜັນຂະຫຍາຍບັ້ນການທະຫານພິເສດ ຢູ່ ຢູແກຼນ ໃນວັນທີ 24 ກຸມພາ. ໃນການເຈລະຈາ 3 ຄັ້ງກ່ອນ ຖືກຈັດຂຶ້ນໂດຍກົງຢູ່ ເບລາຣຸດ. ລັດຖະມົນຕີການຕ່າງປະເທດສອງປະເທດກໍພົບກັນໃນວັນທີ 10 ມີນາ ເພື່ອຊອກຫາມາດຕະການແກ້ໄຂການປະທະກັນ.
ທ່ານ Mykhailo Podolyak ໄດ້ ເອົາຮູບກ່ຽວກັບການເຈລະຈາທາງໄກ ລະຫວ່າງເຈົ້າໜ້າທີ່ ຢູແກຼນ ກັບ ລັດເຊຍ ໃນວັນທີ 14 ມີນາ ລົງສື່ສັງຄົມອອນລາຍ (ພາບ: Twitter ຂອງທ່ານ Mykhailo Podolyak) |
ສະພາບຢູ່ພື້ນທີ່ຕົວຈິງ ແລະ ຫຼັກໝັ້ນຂອງແຕ່ລະຝ່າຍ
ໃນການປະທະກັນຫວ່າງມໍ່ມານີ້, ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແມ່ນໜຶ່ງໃນບັນດາການປະທະກັນເຊິ່ງຍາກທີ່ຈະຄາດຄະເນໄດ້ ເພາະວ່າມີຂໍ້ມູນຂ່າວສານຫຼາຍຢ່າງສັບສົນປົນເປກັນ ແລະ ຍາກທີ່ຈະຢັ້ງຢືນໄດ້ຈາກທັງສອງຝ່າຍ. ເຫດຜົນທີ່ເຮັດໃຫ້ເກີດສະພາບການດັ່ງກ່າວ ແມ່ນຍ້ອນວ່າໃນການຜັນແປຕໍ່ສູ້ກັນຢ່າງດຸເດືອດຢູ່ບັ້ນຮົບນັ້ນ ທັງສອງຝ່າຍ, ຝ່າຍໜຶ່ງແມ່ນ ລັດເຊຍ ແລະ ຝ່າຍໜຶ່ງແມ່ນ ຢູແກຼນ, ອາເມລິກາ ແລະ ຝ່າຍຕາເວັນຕົກ ກໍພວມພ້ອມກັນອອກແຮງດຳເນີນບັ້ນຕໍ່ສູ້ທາງສື່ມວນຊົນ. ເຖິງຢ່າງໃດກໍຕາມ, ຄວາມຈິງທີ່ບໍ່ສາມາດປະຕິເສດໄດ້ນັ້ນແມ່ນ ສອງຝ່າຍລ້ວນແຕ່ຖືກເສຍຫາຍ ທັງດ້ານວັດຖຸ ແລະ ຊີວິດອິນຊີ.
ເພາະສະນັ້ນ, ຫາງສຽງມີຄວາມເປັນຫ່ວງຫຼາຍ ເມື່ອການເຈລະຈາຮອບຕ່າງໆທີ່ຜ່ານມາຍັງບໍ່ທັນບັນລຸໄດ້ບາດກ້າວບຸກທະລຸໃດຢ່າງແທດຈິງ ນອກຈາກຂໍ້ຕົກລົງຢຸດຍິງຈຳນວນໜຶ່ງ ຊ່ວຍເປີດແລວທາງມະນຸດສະທຳ ແລະ ຍົກຍ້າຍປະຊາຊົນ ຢູແກຼນ.
ຕາມຂໍ້ສັງເກດຂອງນັກຊ່ຽວຊານແລ້ວ, ມີຫຼາຍປັດໄຈສົ່ງຜົນສະທ້ອນເຖິງວິວັດການ ແລະ ໝາກຜົນຂອງການເຈລະຈາ. ທີໜຶ່ງ ແມ່ນຫຼັກໝັ້ນຂອງບັນດາຝ່າຍທີ່ກ່ຽວຂ້ອງ ຍັງມີຄວາມແຕກຕ່າງກັນຫຼາຍ. ລັດເຊຍ ຢຶດໝັ້ນວ່າ ປະເທດນີ້ຈະຢຸດບັ້ນຮົບໃນເມື່ອ ຢູແກຼນ ປັບປຸງລັດຖະທຳມະນູນເພື່ອຮັບປະກັນລັກສະນະເປັນກາງ, ບໍ່ເຂົ້າຮ່ວມບໍ່ວ່າອົງການໃດ, ຮອງຮັບ Crimea ຂຶ້ນກັບ ລັດເຊຍ ແລະ ຮັບຮອງເອກະລາດໃຫ້ສອງລັດສາທາລະນະ ໂດຍກຳລັງແຍກຕົວກໍ່ຕັ້ງຂຶ້ນຢູ່ພາກຕາເວັນອອກ ຢູແກຼນ. ໃນຂະນະນັ້ນ, ຢູແກຼນ ຖືວ່າ ນີ້ແມ່ນ “ຄຳຂາດ” ທີ່ບັງຄັບໃຫ້ເຂົາເຈົ້າຕ້ອງ “ຍອມຈຳນົນ”, ຢູແກຼນ ຈະເຫັນດີເຈລະຈາ ໃນເມື່ອບໍ່ມີ “ເງື່ອນໄຂຊີ້ຂາດ” ໃດໆເທົ່ານັ້ນ. ພ້ອມດຽວກັນນັ້ນ, ສະພາບການພາຍໃນຂອງແຕ່ລະປະເທດ, ເຈດຈຳນົງຂອງການນຳ ແລະ ການສະໜັບສະໜູນຂອງປະຊາຊົນກໍແມ່ນປັດໄຈສົ່ງຜົນສະທ້ອນຕໍ່ຫຼັກໝັ້ນຂອງແຕ່ລະຝ່າຍ. ໃນການສຳຫຼວດຫຼ້າສຸດຊີ້ໃຫ້ເຫັນວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຮັບການສະໜັບສະໜູນຈາກປະຊາຊົນ ລັດເຊຍ 71%, ສ່ວນທ່ານປະທານາທິບໍດີ ຢູແກຼນ Zelensky ໄດ້ຮັບການສະໜັບສະໜູນຈາກປະຊາຊົນ ຢູແກຼນ ກວ່າ 90%. ສຸດທ້າຍ, ສະພາບການພາກພື້ນ ແລະ ສາກົນ, ຜົນສະທ້ອນຂອງ ອາເມລິກາ ແລະ ຝ່າຍຕາເວັນຕົກ ກໍເຮັດໃຫ້ຄວາມເຄັ່ງຕຶງຂອງບັ້ນຮົບຍາກທີ່ຈະຫຼຸດລົງໄດ້.
ເຖິງຢ່າງໃດກໍຕາມ, ບໍ່ວ່າຫຼັກໝັ້ນຂອງແຕ່ລະຝ່າຍຍັງມີຄວາມແຕກຕ່າງກັນກໍຕາມ ແຕ່ປັດຈຸບັນນີ້, ບັນດາຝ່າຍໃນການປະທະກັນລ້ວນແຕ່ຖືກເສຍຫາຍຢູ່ໃນລະດັບທີ່ແຕກຕ່າງກັນ, ລ້ວນແຕ່ຢາກແກ້ໄຂວິກິດການນີ້ຜ່ານການໄກ່ເກ່ຍ ແລະ ເຈລະຈາຢ່າງຕັ້ງໜ້າໃນທຸກຂັ້ນ. ເລື່ອງສອງຝ່າຍສືບຕໍ່ດຳເນີນການເຈລະຈາ ຢ່າງລຽນຕິດແມ່ນຫຼັກຖານພິສູດໃຫ້ແກ່ສິ່ງດັ່ງກ່າວ.
ສານຕ່າງໆທີ່ຕັ້ງໜ້າ
ເຖິງວ່າສະພາບສົງຄາມຍັງເປັນໜ້າວິຕົກກັງວົນກໍຕາມ ແຕ່ໃນຊຸມວັນຜ່ານມາ, ໃນແນວໂຮມການທູດ ກໍມີສັນຍານທີ່ສະແດງໃຫ້ເຫັນວ່າ ລັດເຊຍ ແລະ ຢູແກຼນ ຢາກຫຼຸດພົ້ນອອກຈາກການປະທະກັນນີ້. ຖ້າຫາກວ່າ ເມື່ອເລີ່ມປຸກລະດົມບັ້ນການທະຫານພິເສດຢູ່ ຢູແກຼນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງເປົ້າໝາຍຫຼັກແມ່ນ "ການຫັນເປັນການປອດລັດທິຟາດຊິດ” (ການລົບລ້າງລັດທິຟາດຊິດ), “ການຫັນເປັນການປອດການທະຫານ” ຢູແກຼນ, ປັດຈຸບັນ, ໃນສານສະບັບຫຼ້າສຸດ, ວັງ Kremlin ຖະແຫຼງວ່າ ທ່ານປະທານາທິບໍດີ Valadimir Putin ບໍ່ສົນໃຈເຖິງເລື່ອງປ່ຽນແປງອຳນາດການປົກຄອງ Kiev. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ກໍບໍ່ແນວ່າ ມົດສະກູ ຢາກແກ່ຍາວສົງຄາມອີກ.
ສ່ວນຢູແກຼນ ກໍໄດ້ສົ່ງສັນຍານກຽມພ້ອມທີ່ຈະເຈລະຈາກັບ ລັດເຊຍ ກ່ຽວກັບບັນຫາທີ່ລະອຽດອ່ອນ. ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ເຖິງວ່າໄດ້ຢັ້ງຢືນວ່າ ຈະບໍ່ຍອມຈຳນົນກໍ່ຕາມ, ແຕ່ທ່ານຍັງໃຫ້ຮູ້ວ່າ Kiev ພ້ອມແລ້ວທີ່ຈະເຈລະຈາກັບ ລັດເຊຍ ກ່ຽວກັບສະພາບການຢູ່ Crimea, ເຂດແຍກຕົວ ແລະ ຄວາມເປັນໄປໄດ້ທີ່ຈະບໍ່ເຂົ້າຮ່ວມ NATO. ທ່ານ Zelensky ຖະແຫຼງວ່າ ວິທີໜຶ່ງດຽວເພື່ອຫຼຸດພົ້ນອອກຈາກສົງຄາມ ແມ່ນການນຳຂັ້ນສູງສຸດຂອງສອງຝ່າຍຕ້ອງພ້ອມກັນເຈລະຈາ.
ເປັນທີ່ຈະແຈ້ງແລ້ວວ່າ ຕາມບັນດານັກວິເຄາະແລ້ວ, ຫຼັກໝັ້ນຂອງສອງຝ່າຍລ້ວນແຕ່ມີການປ່ຽນແປງຕາມທ່າອ່ຽງຕົວຈິງກວ່າ. ສິ່ງທີ່ປະຊາຄົມສາກົນມີຄວາມຫວັງທີ່ສຸດແມ່ນ ບັນດາຝ່າຍບັນລຸໄດ້ມາດຕະການໂດຍຜ່ານການເຈລະຈາ. ບັນດາຝ່າຍຈະຮັບຟັງ ແລະ ຕອບສະໜອງຕໍ່ເງື່ອນໄຂຕ່າງໆທີ່ໄດ້ຍົກອອກ, ສ້າງເງື່ອນໄຂເພື່ອສ້າງ ແລະ ປະຕິບັດຄຳສັ່ງຢຸດຍິງໃນໄລຍະຈະມາເຖິງ./.