ຖານ​ຂໍ້​ມູນ​ແຫ່ງ​ຊາດ - ບາດ​ກ້າວເດີນ​ໃໝ່​ໃນ​ວິ​ວັດທະ​ນາ​ການ​ບໍ​ລິ​ຫານ​ແຫ່ງ​ຊາດ

(VOVWORLD) -ການປະກາດຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ ແລະ ຖານຂໍ້ມູນກ່ຽວກັບບັດປະຈຳຕົວຂອງພົນລະເມືອງຢ່າງເປັນທາງການແມ່ນຈຸດເນັ້ນທີ່ສຳຄັນ, ແມ່ນບາດກ້າວເດີນສຳຄັນໃນວິວັດທະນາການ ຫວຽດນາມ ປ່ຽນແປງໃໝ່ການບໍລິຫານແຫ່ງຊາດ ຕາມທິດທັນສະໄໝ, ເປັນຕົ້ນແມ່ນການຄຸ້ມຄອງການພັດທະນາ ແລະ ຄຸ້ມຄອງສັງຄົມ, ຕອບສະໜອງຄວາມຕ້ອງການໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ພາກພື້ນ. ນີ້ແມ່ນເຫດການສຳຄັນ, ປະກອບສ່ວນເຂົ້າໃນການຢັ້ງຢືນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນວິວັດການຍູ້ແຮງການຫັນເປັນດີຈີຕອນແຫ່ງຊາດ.

ຖານ​ຂໍ້​ມູນ​ແຫ່ງ​ຊາດ - ບາດ​ກ້າວເດີນ​ໃໝ່​ໃນ​ວິ​ວັດທະ​ນາ​ການ​ບໍ​ລິ​ຫານ​ແຫ່ງ​ຊາດ - ảnh 1ພາບປະກອບ

ສ້າງຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ ແລະ ຖານຂໍ້ມູນກ່ຽວກັບບັດປະຈຳຕົວພົນລະເມືອງແມ່ນສອງໂຄງການລົງທຶນສາທາລະນະທີ່ມີຂອບຂະໜາດໃຫຍ່, ມີຄວາມຫຍຸ້ງຍາກ ແລະ ສັບສົນ ແລະ ນຳເຂົ້າໃຊ້ການຢ່າງມີປະສິດທິຜົນໃນໄລຍະສັ້ນ. ການເຂົ້າຮ່ວມຂອງຂະແໜງການທຸກຂັ້ນ, ການຕອບສະໜອງຂອງປະຊາຊົນ, ສະແດງໃຫ້ເຫັນວ່າ ບັນດາໂຄງການໄດ້ຮັບການເຫັນດີເຫັນພ້ອມຈາກປະຊາຊົນ. ການເສີມຂະຫຍາຍບັນດາຖານຂໍ້ມູນນີ້ໄດ້ເປັນຢ່າງດີ ເພື່ອໃຫ້ປະຊາຊົນ ແລະ ວິສາຫະກິດຊົມໃຊ້ຢ່າງແທດຈິງ ແມ່ນເປົ້າໝາຍຂອງພັກ ແລະ ລັດ ຫວຽດນາມ ໃນປັດຈຸບັນ.

ບາດກ້າວເດີນໃໝ່ໃນວິວັດທະນາການບໍລິຫານແຫ່ງຊາດ

ຊຸມປີຜ່ານມາ, ຫວຽດນາມ ໄດ້ມີແຜນນະໂຍບາຍ, ນະໂຍບາຍຍູ້ແຮງການນຳໃຊ້, ພັດທະນາວິທະຍາສາດເຕັກໂນໂລຢີ ຕອບສະໜອງຕາມການຮຽກຮ້ອງຕ້ອງການພັດທະນາແບບຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນ. ໃນນັ້ນ, ມະຕິເລກທີ 36 - NQ/TW ປີ 2012 ຂອງກົມການເມືອງກ່ຽວກັບການຍູ້ແຮງການນຳໃຊ້, ພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານຕອບສະໜອງຄວາມຕ້ອງການໃນການພັດທະນາແບບຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນໄດ້ຮັບການກຳນົດແມ່ນ: “ນຳໃຊ້, ພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານ ໃນທຸກຂະແຫນງການ, ແຕ່ຕ້ອງມີຈຸດສຸມ. ບຸລິມະສຸດການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການຄຸ້ມຄອງວຽກງານບໍລິຫານ, ສະໜອງການບໍລິການສາທາລະນະ, ກ່ອນອື່ນໝົດແມ່ນໃນຂົງເຂດທີ່ກ່ຽວຂ້ອງເຖິງວິສາຫະກິດ, ປະຊາຊົນ”. ໂດຍປະຕິບັດແຜນນະໂຍບາຍນີ້, ກະຊວງຕຳຫຼວດໄດ້ມານະພະຍາຍາມປຸກລະດົມ, ເສີມຂະຫຍາຍພູມປັນຍາ ແລະ ກຳລັງແຮງພາຍໃນ ແລະ ນອກຂະແໜງ, ຜັນຂະຫຍາຍສອງໂຄງການຖານຂໍ້ມູນແຫ່ງຊາດ ກ່ຽວກັບພົນລະເມືອງ ແລະ ຖານຂໍ້ມູນບັດປະຕົວພົນລະເມືອງຢ່າງຂ້ຽວຂາດ, ຕັ້ງໜ້າ, ມີຫົວຄິດປະດິດສ້າງ ແລະ ປະສິດທິຜົນ. ມາຮອດປັດຈຸບັນ, ກະຊວງຕຳຫຼາດສ້າງໄດ້ສູນຂໍ້ມູນແຫ່ງຊາດ ກ່ຽວກັບພົນລະເມືອງທີ່ທັນສະໄໝ, ເຊື່ອມຕໍ່ລະບົບສາຍສົ່ງຂໍ້ມູນລົງຮອດຂັ້ນຕາແສງ, ຮັບປະກັນຄວາມສະຫງົບ, ປອດໄພຢ່າງຖືກຕ້ອງຕາມຫຼັກການທີ່ໄດ້ວາງອອກ, ອັບເດັດເຂົ້າລະບົບໄດ້ຫຼາຍກ່ວາ 100 ລ້ານຂໍ້ມູນຂອງພົນລະເມືອງ ແລະ ສະໜອງລະຫັດສ່ວນບຸກຄົນ ໃຫ້ແກ່ພົນລະເມືອງໃນທົ່ວປະເທດ. ຖາມຂໍ້ມູນແຫ່ງຊາດ ກ່ຽວກັບພົນລະເມືອງໄດ້ກຽມພ້ອມການເຊື່ອມຕໍ່ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອປະກອບສ່ວນຮັບໃຊ້ລັດຖະບານເອເລັກໂຕນິກ. ໝາກຜົນນີ້ມີຄວາມໝາຍສຳຄັນ, ປະກອບສ່ວນປ່ຽນແປງແບບວິທີຄຸ້ມຄອງພົນລະເມືອງ ດ້ວຍປຶ້ມສຳມະໂນຄົວກາຍເປັນທັນສະໄໝ, ຄຸ້ມຄອງພົນລະເມືອງຜ່ານລະຫັດສ່ວນບຸກຄົນ, ສ້າງເງື່ອນໄຂເພື່ອຜັນຂະຫຍາຍບັນດາການບໍລິການສາທາລະນະທາງອອນລາຍ. ພ້ອມທັງກໍ່ປະກອບສ່ວນເຂົ້າໃນການປ່ຽນແປງວຽກງານຄຸ້ມຄອງພົນລະເມືອງ, ຄຸ້ມຄອງລັດ ຕາມທິດທັນສະໄໝ.

ຖານ​ຂໍ້​ມູນ​ແຫ່ງ​ຊາດ - ບາດ​ກ້າວເດີນ​ໃໝ່​ໃນ​ວິ​ວັດທະ​ນາ​ການ​ບໍ​ລິ​ຫານ​ແຫ່ງ​ຊາດ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ

ກ້າວເດີນທຽບທັນ ແລະ ມານະພະຍາຍາມບຸກທະລຸກ້າວຂຶ້ນເມື່ອທຽບໃສ່ພາກພື້ນ ແລະ ໂລກ

ໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ໄດ້ ແລະ ພວມດຳເນີນໄປຢ່າງເລິກເຊິ່ງກວ້າງຂວາງ, ສ້າງຜົນກະທົບຢ່າງຮອບດ້ານ ແລະ ເລິກເຊິ່ງເຖິງທຸກຂົງເຂດຂອງຊີວິດເສດຖະກິດ ສັງຄົມ, ການປ່ຽນແປງໃໝ່ການບໍລິຫານແຫ່ງຊາດຕາມທິດທັນສະໄໝ, ຍູ້ແຮງການຫັນເປັນດີຈີຕອນ, ປ່ຽນແປງໃໝ່ປະດິດຄິດສ້າງ, ນຳໃຊ້ວິທະຍາສາດເຕັກໂນໂລຢີແມ່ນທ່າອ່ຽງຈຳເປັນຕ້ອງເປັນໄປ. ມະຕິຂອງລັດຖະບານໃນວັນທີ 20 ພຶດສະພາ 2021 ກ່ຽວກັບໂຄງການກະທຳປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດວ່າ: “ຍູ້ແຮງການສ້າງລັດຖະບານເອເລັກໂຕນິກ, ກ້າວໄປເຖິງລັດຖະບານດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ, ສັງຄົມດີຈີຕອນຢ່າງແທດເໝາະ, ແທດຈິງ ແລະ ມີປະສິດທິຜົນ”. ຍຸດທະສາດພັດທະນາລັດຖະບານເອກເລັກໂຕນິກ ກ້າວໄປເຖິງລັດຖະບານດີຈີຕອນໄລຍະ 2021 - 2025, ກຳນົດທິດເຖິງປີ 2030 ກໍ່ໄດ້ກຳນົດໜ້າທີ່, ວິທີການແກ້ໄຂລະອຽດແມ່ນ: “ກຳນົດຂໍ້ມູນກ່ຽວກັບພົນລະເມືອງ, ທີ່ດິນ, ວິສາຫະກິດແມ່ນຂໍ້ມູນຫຼັກແຫຼ່ງຕ້ອງປະຕິບັດສຳເລັດ, ນຳເຂົ້າໃຊ້ການໂດຍໄວ ເພື່ອເຊື່ອມຕໍ່, ເປັນເອກະພາບຂໍ້ມູນທັງໝົດ ໃນອົງການແຫ່ງລັດ ກ່ຽວກັບບັນດາຂະແໜງການ, ຂົງເຂດ”. ນີ້ແມ່ນບັນດາໜ້າທີ່ສຳຄັນ, ມີລັກສະນະແຜ່ຂະຫຍາຍຢ່າງສູງ, ມີຜົນປະໂຫຍດອັນແທດຈິງ ແລະ ມີປະສິດທິຜົນໃນໄລຍະຍາວນານ. ເພື່ອປະຕິບັດໄດ້ເປົ້າໝາຍນີ້, ຫວຽດນາມ ຕ້ອງມີແຜນການສືບຕໍ່ນຳໃຊ້ວິທະຍາສາດເຕັກໂນໂລຢີຢ່າງແຮງ, ຊຸກຍູ້ການປ່ຽນແປງໃໝ່, ປະດິດຄິດສ້າງ, ສ້າງກຳລັງໜູນໃຫ້ແກ່ການເຕີບໂຕຕາມຈິດໃຈທັນການ, ຮ່ວມເດີນທາງ ແລະ ມານະພະຍາຍາມບຸກທະລຸກ້າວຂຶ້ນໃນບາງຂົງເຂດ, ໃນນັ້ນມີການຫັນເປັນດີຈີຕອນ, ເມື່ອທຽບໃສ່ກັບພາກພື້ນ ແລະ ໂລກ. ຫວຽດນາມ ກໍ່ມີແຜນການລະດົມທຸກແຫຼ່ງກຳລັງ, ກຳລັງແຮງເຂົ້າຮ່ວມການສ້າງ ແລະ ພັດທະນາພື້ນຖານໂຄງລ່າງດີຈີຕອນ ແລະ ຮັບປະກັນຄວາມໝັ້ນຄົງ, ພ້ອມທັງສ້າງເງື່ອນໄຂຢ່າງສະດວກ ແລະ ປອດໄພໃນການສຳຜັດກັບຊັບພະຍາກອນດີຈີຕອນ, ສ້າງຖານຂໍ້ມູນອັນຍິ່ງໃຫຍ່ໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ການນຳໃຊ້ຊັບພະຍາກອນຂໍ້ມູນຢ່າງແທດຈິງ, ມີປະສິດທິຜົນ, ມີລັກສະນະເຊື່ອມຕໍ່ສູງ ບໍ່ພຽງແຕ່ປະຕິບັດວຽກງານຄຸ້ມຄອງ ແລະ ຮັບໃຊ້ພົນລະເມືອງເທົ່ານັ້ນ ຫາກຍັງນຳໃຊ້ໃຫ້ແກ່ບັນດາໜ້າທີ່ພັດທະນາເສດຖະກິດ ສັງຄົມ ແລະ ບັນດາໜ້າທີ່ຮີບດ່ວນຕ່າງໆ, ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນປັດຈຸບັນ.

ການສ້າງສຳເລັດລະບົບຖານຂໍ້ມູນແຫ່ງຊາດໃໝ່ ພຽງແຕ່ແມ່ນຜົນສຳເລັດເບື້ອງຕົ້ນ. ນຳຖານຂໍ້ມູນນີ້ເຂົ້າສູ່ຊີວິດຕົວຈິງ, ເສີມຂະຫຍາຍຢ່າງມີປະສິດທິຜົນ ເພື່ອໃຫ້ປະຊາຊົນ ແລະ ວິສາຫະກິດໄດ້ຮັບການຊົມໃຊ້ ແມ່ນເປົ້າໝາຍຂອງການບໍລິຫານແຫ່ງຊາດ ແລະ ຂອງພັກ, ລັດ ຫວຽດນາມ ໄລຍະໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ