ໃນໄລຍະ 15 ປີຜ່ານມາ (2001 - 2016), ຂະແໜງທ່ອງທ່ຽວຫວຽດນາມ ໄດ້ຮັບການພັດທະນາ ແລະ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ. ເຖິງຢ່າງໃດກໍ່ຕາມ, ຄວາມສາມາດບົ່ມຊ້ອນໃນຂົງເຂດນີ້ຍັງໃຫຍ່ຫຼວງຢູ່ ແລະ ເພື່ອຂຸດຄົ້ນທ່າໄດ້ປຽບຂອງຂະແໜງຢ່າງສຸດຂີດ, ກົມການເມືອງໄດ້ປະກາດໃຊ້ມະຕິເລກທີ 08 ນັບແຕ່ຕົ້ນປີ 2017, ໂດຍກຳນົດວ່າ ຮອດປີ 2020, ຂະແໜງທ່ອງທ່ຽວຈະກາຍເປັນຂະແໜງເສດຖະກິດປາຍແຫຼມ, ສ້າງກຳລັງໜູນເພື່ອພັດທະນາເສດຖະກິດສັງຄົມ, ດຶງດູດນັກທ່ອງທ່ຽວສາກົນໃຫ້ໄດ້ແຕ່ 17 – 20 ລ້ານເທື່ອຄົນ, ນັກທ່ອງທ່ຽວພາຍໃນປະເທດ 82 ລ້ານເທື່ອຄົນ, ປະກອບເຂົ້າ GDP ກວ່າ 10%.
ບັນດາມາດຕະການແກ້ໄຂຫຼັກແຫຼ່ງ
ເພື່ອບັນລຸໄດ້ຕົວເລກທີ່ໜ້າປະທັບໃຈນັ້ນ, ລັດຖະບານຫວຽດນາມ ໄດ້ວາງອອກບາງໜ້າທີ່ ແລະ ມາດຕະການແກ້ໄຂຫຼັກແຫຼ່ງ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການປ່ຽນໃໝ່ຄວາມຮັບຮູ້, ຈິນຕະນາການກ່ຽວກັບການພັດທະນາການທ່ອງທ່ຽວ. ການພັດທະນາຂະແໜງທ່ອງທ່ຽວຄວນມີການປະກອບສ່ວນຂອງທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຊົນທຸກຄົນ. ທ່ານ ຫງວຽນວັນຕ໋ວນ, ຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ຖືວ່າ.
“ໜຶ່ງໃນບັນດາທັດສະນະບຸກທະລຸຂອງມະຕິແມ່ນ ທ່ອງທ່ຽວແມ່ນຂະແໜງເສດຖະກິດສັງລວມ, ລະຫວ່າງຂະແໜງ, ລະຫວ່າງເຂດ ແລະ ຫັນເປັນສັງຄົມສູງ, ມີເນື້ອໃນວັດທະນະທຳຢ່າງເລິກເຊິ່ງ. ສະນັ້ນ, ການພັດທະນາການທ່ອງທ່ຽວແມ່ນໜ້າທີ່ຂອງທັງລະບົບການເມືອງ, ຂອງທຸກຂັ້ນ, ທຸກຂະແໜງການ, ຂອງທົ່ວສັງຄົມ, ໃນນັ້ນ, ບົດບາດຂອງປະຊາຄົມວິສາຫະກິດ ແລະ ປະຊາຄົມພົນລະເມືອງທ້ອງຖິ່ນແມ່ນສຳຄັນທີ່ສຸດ”.
ວົງການນັກວິຊາການຖືວ່າ, ມະຕິເລກທີ 08 ຂອງກົມການເມືອງກ່ຽວກັບການພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມໄດ້ “ຖານຍິງ” ນຳຂະແໜງອຸດສາຫະກຳປອດຄວັນບືນຕົວຂຶ້ນ. ຍອນວ່າ, ນັບແຕ່ດົນນານມາແລ້ວ, ຊັບພະຍາກອນທ່ອງທ່ຽວຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນອຸດົມຮັ່ງມີ ບາງເທື່ອຖືກຈັດອັນດັບ 24/141 ປະເທດ, ແຕ່ພັດຢືນອັນດັບທີ 75/141 ພື້ນຖານເສດຖະກິດກ່ຽວກັບກຳລັງແກ່ງແຍ້ງດ້ານການທ່ອງທ່ຽວທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ຕາມຄຳເຫັນຂອງບັນດານັກວິຊາການແລ້ວ, ເຖິງວ່າມະຕິຈະດີຄືແນວໃດ ແຕ່ການຈັດຕັ້ງການປະຕິບັດບໍ່ດີ ກໍ່ບໍ່ສາມາດນຳເຂົ້າຊີວິດຕົວຈິງໄດ້. ສະນັ້ນ, ບັນຫາສຳຄັນທີ່ສຸດແມ່ນຕ້ອງນຳມະຕິເຂົ້າຊີວິດຕົວຈິງ ແລະ ຢາກນຳເຂົ້າຊີວິດຕົວຈິງໃຫ້ໄດ້ນັ້ນ ບັນດາອົງການຈັດຕັ້ງຕ້ອງມີຄວາມຮັບຜິດຢ່າງສູງ. ຮັບຮູ້ໄດ້ໜ້າທີ່ຮັບຜິດຊອບຂອງຕົນຢ່າງຈະແຈ້ງດ້ວຍບົດບາດເປັນອົງການເຈົ້າຂອງ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ພວມຜັນຂະຫຍາຍຫຼາຍມາດຕະການຢ່າງຂ້ຽວຂາດ. ທ່ານ ຫງວຽນວັນຕ໋ວນ, ຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ, ຢືນຢັນວ່າ.
“ພວກຂ້າພະເຈົ້າໄດ້ສ້າງຮ່າງໂຄງການດຳເນີນງານຂອງລັດຖະບານ ໃນການປະຕິບັດມະຕິ, ພວມສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆເພື່ອສ້າງຮ່າງມະຕິໃຫ້ສຳເລັດ. ຄາດວ່າ, ຕົ້ນເດືອນ 04 ຈະມາເຖິງ ຈະສ້າງແຜນການດັ່ງກ່າວໃຫ້ສຳເລັດເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີພິຈາລະນາ ແລະ ປະກາດໃຊ້. ໂຄງການດຳເນີນງານດັ່ງກ່າວຈະນອກຳນົດຢ່າງຈະແຈ້ງວ່າ: ເພື່ອຜັນຂະຫຍາຍບັນດາແນວຄວາມຄິດ ແລະ ບັນດາໜ້າທີ່ໃນມະຕິ ຕ້ອງສຸມໃສ່ປະຕິບັດບັນດາໜ້າທີ່ຫຍັງ. ທີ 2 ແມ່ນມອບໜ້າທີ່ລະອຽດໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ແລະ ອີງໃສ່ນັ້ນ, ແຕ່ລະກະຊວງ, ຂະແໜງການ, ທ້ອງຖິ່ນ ຈະຈັດຕັ້ງການສ້າງແຜນການຜັນຂະຫຍານການປະຕິບັດ”.
ບັນດາສັນຍານເປັນໜ້າປະເອີບໃຈ
ໃນ 3 ເດືອນຕົ້ນປີ, ຂະແໜງທ່ອງທ່ຽວໄດ້ຮັບບັນດາສັນຍານທີ່ຕັ້ງໜ້າຢ່າງລຽນຕິດ. ໃນເດືອນ 01, ເປັນຄັ້ງທຳອິດທີ່ຫວຽດນາມ ຕ້ອນຮັບຈຳນວນນັກທ່ອງທ່ຽວສາກົນມາຫວຽດນາມ ລື່ນກາຍຄາດໝາຍ 1 ລ້ານຄົນ/ເດືອນ, ເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ເດືອນ 02, ຈຳນວນນັກທ່ອງທ່ຽວສາກົນສືບຕໍ່ເພີ່ມຂຶ້ນຢ່າງແຮງບັນລຸເກືອບ 1,2 ລ້ານເທື່ອຄົນ. ໄລ່ລວມ 2 ເດືອນຕົ້ນປີ, ມີນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມ ກວ່າ 2,2 ລ້ານເທື່ອຄົນ. ແລະມີເຫດການພິເສດຂອງຂະແໜງທ່ອງທ່ຽວໃນເດືອນ 03 ນັ້ນແມ່ນຟິມຮູບເງົາ “Kong: Skull Island” ຂອງອາເມລິກາ ໄດ້ສາຍຢູ່ຫວຽດນາມ ດ້ວຍການຖ່າຍທຳຮູບພາບສ່ວນຫຼາຍແມ່ນຢູ່ບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງຫວຽດນາມ. ເຫດການນີ້ໄດ້ດຶງດູດຄວາມສົນໃຈຢ່າງໃຫຍ່ຫຼວງຈາກວົງການສື່ມວນຊົນສາກົນ, ສ້າງກຳລັງແຜ່ລາມຢ່າງແຮງ. ຟິມຮູບເງົາບໍ່ພຽງແຕ່ເປັນການໂຄສະນາທັດສະນີຍະພາບທີ່ສວຍສົດງົດງາມຂອງຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນການໂຄສະນາບັນດາສະຖານທີ່ທ່ອງທ່ຽວຊີວະພາບ, ຜະຈົນໄພ, ກໍຄືວັດທະນະທຳຫວຽດນາມ ເຖິງນັກທ່ອງທ່ຽວອີກດ້ວຍ. ທ່ານ ດິງຫງອກດຶກ, ຫົວໜ້າກົມຕະຫຼາດ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ.
“ນີ້ແມ່ນສັນຍານທີ່ດີ, ແມ່ນໝາກຜົນ ແລະ ຄວາມມານະພະຍາຍາມລວມຂອງຂະແໜງທ່ອງທ່ຽວຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ການປະກາດໃຊ້ການຊີ້ນຳນຳພາຂອງລັດຖະບານ. ບັນລຸໄດ້ບັນດາໝາກຜົນດັ່ງກ່າວແມ່ນຍ້ອນມີນະໂຍບາຍສ້າງເງື່ອນໄຂສະດວກໃຫ້ນັກທ່ອງທ່ຽວມາຢ້ຽມຢາມ, ບັນດາວິສາຫະກິດ, ບັນດາຂະແໜງທ່ອງທ່ຽວມີຄວາມມານະພະຍາຍາມກ່ຽວກັບຜະລິດຕະພັນ, ນະໂຍບາຍ, ສ້າງສະພາບແວດລ້ອມສະຖານທີ່ທ່ອງທ່ຽວໃຫ້ດີກວ່າ, ມີຄຸນນະພາບການບໍລິການດີກວ່າ ແລະ ວຽກງານສົ່ງເສີມການໂຄສະນາໄດ້ຮັບການຍູ້ແຮງກວ່າ”.
ເປັນທີ່ຈະແຈ້ງແລ້ວວ່າ, ຂະແໜງທ່ອງທ່ຽວຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດໃຫຍ່ຫຼວງທີ່ສຸດເພື່ອບືນຕົວຂຶ້ນ. ດ້ວຍບັນດາມາດຕະການຫຼັກແຫຼ່ງ, ລະອຽດ ພ້ອມກັບການຊີ້ນຳ, ນຳພາ, ການສົມທົບກັນແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ, ຫວັງວ່າຂະແໜງອຸດສາຫະກຳປອດຄວັນຂອງຫວຽດນາມ ສືບຕໍ່ມີການປ່ຽນແປງຢ່າງຕັ້ງໜ້າກວ່າໃນໄລຍະຈະມາເຖິງ.