(vovworld) – ທະເລຕາເວັນອອກສືບຕໍ່ແມ່ນຫົວເລື່ອງທີ່ເຄັ່ງຮ້ອນໃນການປຶກສາຫາລືຢູ່ພາກພື້ນ, ທັງແມ່ນຄວາມເອົາໃຈໃສ່ຂອງປະຊາຄົມສາກົນໃນປີ 2016, ພິເສດແມ່ນພາຍຫຼັງສານອະນຸຍາໂຕຕຸລາການ ໄດ້ຮັບການສ້າງຕັ້ງຕາມສ່ວນເພີ່ມເຕີມທີ 7 ຂອງສົນທິສັນຍາ ສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ອອກຄຳຕັດສິນກ່ຽວກັບກໍລະນີຟ້ອງຮ້ອງລະຫວ່າງ ຟີລິບປິນ ແລະ ຈີນ ເຊິ່ງກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ. ການຕັດສິນມີຄວາມໝາຍດ້ານກົດໝາຍ ແລະ ການເມືອງອັນໃຫຍ່ຫຼວງ, ເພາະວ່າເອກະສານໄດ້ຮັບການຮັບຮອງເອົາເປັນຄັ້ງທຳອິດຈາກສານສາກົນ, ສ່ອງແສງໃຫ້ເຫັນຄວາມເປັນລະບຽບຮຽບຮ້ອຍໃໝ່ໃນພາກພື້ນ, ໃນນັ້ນຄວາມເຄົາລົບກົດໝາຍໄດ້ຮັບການຍົກສູງຂຶ້ນ.
ການຕັດສິນຂອງ ສານອະນຸຍາໂຕຕຸລາການ (PCA)
ໃນເອກະສານຕັດສິນທີ່ມີຄວາມຍາວເກືອບ 500 ໜ້າ, ສານອະນຸຍາໂຕ ຕຸລາການໄດ້ປະກາດວ່າ, ຄຳຮຽກສິດ “ເສັ້ນລີ້ນງົວ“ຂອງຈີນແມ່ນບໍ່ມີພື້ນຖານນິຕິກຳ ແລະ ປະຕິເສດ “ອະທິປະໄຕປະຫວັດສາດ“ ຂອງຈີນຢູ່ທະເລຕາເວັນອອກ. ບັນຫາສຳຄັນແມ່ນຄຳຕັດສິນໄດ້ກຳນົດຢ່າງຈະແຈ້ງວ່າ, ບັນດາເກາະທຽມເຊິ່ງ ຈີນ ພວມປ້ານ, ກໍ່ສ້າງຢູ່ດອນຫີນນັ້ນ ບໍ່ໄດ້ຮັບຖືວ່າແມ່ນພາກສ່ວນໜຶ່ງໃນເຂດເສດຖະກິດຈຳເພາະ (EEZ) 200 ໄມທະເລ ແລະ ເຂດນ່ານນ້ຳ 12 ໄມທະເລ.
ການຕັດສິນຂອງ ສານອະນຸຍາໂຕຕຸລາການ (PCA) ແມ່ນການຕັດສິນສາກົນທຳອິດ, ເປັນທາງການ ແລະ ອີງຕາມກົດໝາຍວ່າດ້ວຍທະເລຂອງ ສະຫະປະຊາຊາດ. ບັນດານັກຊ່ຽວຊານກ່ຽວກັບກົດໝາຍວ່າດ້ວຍທະເລ ກໍ່ຄືນັກຊ່ຽວຊານກ່ຽວກັບການພົວພັນກັບສາກົນຕີລາຄາວ່າ, ເລື່ອງຕັດສິນຈະໄດ້ຮັບການປະຕິບັດຫຼືບໍ່ນັ້ນ ຈະບໍ່ເປັນເລື່ອງສຳຄັນເທົ່າກັບເລື່ອງຄຳປະກາດອະທິປະໄຕຂອງ ຈີນ ສຳລັບທະເລຕາເວັນອອກເກືອບທັງໝົດ ໃນຂອບເຂດຂອງອັນທີ່ເອີ້ນວ່າ “ເສັ້ນ 9 ຕອນ“ ເຊິ່ງ ຈີນໄດ້ປະກາດໂດຍບໍ່ມີຫຼັກຖານເມື່ອປີ 1947, ແມ່ນບໍ່ຖືກຕ້ອງຕາມກົດໝາຍຢ່າງສິ້ນເຊີງ. PCA ອາດຈະເປີດຊ່ອງທາງໃຫ້ແກ່ການແກ້ໄຂຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກໃນໄລຍະຍາວ.
ດຶງດູດຄວາມສົນໃຈຈາກຫາງສຽງສາກົນ
ພາຍຫຼັງການຕັດສິນຂອງ ສານອະນຸຍາໂຕ ຕຸລາການ, ມີຫຼາຍປະເທດພາຍໃນ ແລະ ນອກພາກພື້ນ ໄດ້ອອກສຽງຮຽກຮ້ອງຝ່າຍຕ່າງໆປະຕິບັດຄຳຕັດສິນດັ່ງກ່າວ. ປະເທດຕ່າງໆໄດ້ເນັ້ນໜັກເຖິງຄຸນຄ່າດ້ານນິຕິກຳ, ສະໜັບສະໜູນຄວາມເສລີໃນການເດີນທະເລ, ການບິນ ກໍ່ຄືດ້ານການຄ້າທີ່ບໍ່ຖືກກີດຂວາງ, ໂດຍອີງຕາມບັນດາຫຼັກການຂອງກົດໝາຍສາກົນ ເຊິ່ງຖືກສ່ອງແສງພິເສດໃນສົນທິສັນຍາກົດ ໝາຍວ່າດ້ວຍທະເລຂອງ ສະຫະປະຊາຊາດປີ 1982. ປະຊາຄົມສາກົນຖືວ່າ: ບັນດາປະເທດຄວນແກ້ໄຂການຂັດແຍ້ງກັນດ້ວຍບັນດາມາດຕະການສັນຕິພາບ, ຫາກບໍ່ໄດ້ນຳໃຊ້ ຫຼື ືນາບຂູ່ນຳໃຊ້ກຳລັງອາວຸດ, ບໍ່ປະໃຫ້ເກີດບັນດາການເຄື່ອນໄຫວທີ່ພາໃຫ້ສະພາບສັບສົນຂຶ້ນຕື່ມ, ສົ່ງຜົນສະທ້ອນເຖິງສັນຕິພາບ ແລະ ສະຖຽນລະພາບ, ຄວາມວັດທະນາຖາວອນ ແລະ ການພັດທະນາ. ປະຊາຄົມສາກົນຊຸກຍູ້ທຸກຝ່າຍສະແດງໃຫ້ເຫັນຄວາມເຄົາລົບສູງສຸດສຳລັບ UNCLOS, ເຊິ່ງແມ່ນສົນທິສັນຍາທີ່ສ້າງຄວາມເປັນລະບຽບຮຽບຮ້ອຍດ້ານນິຕິກຳສາກົນໃຫ້ແກ່ເຂດທະເລ ແລະ ມະຫາສະໝຸດ, ສະໜັບສະໜູນເລື່ອງຮັກສາຄວາມເປັນລະບຽບຮຽບຮ້ອຍໂດຍອີງຕາມກົດໝາຍ, ຮັກສາ ແລະ ປົກປ້ອງບັນດາສິດ ແລະ ສິດພິເສດຂອງທຸກປະເທດ.
ອາດເວົ້າໄດ້ວ່າ, ພາຍຫຼັງຄຳຕັດສິນຂອງສານອະນຸຍາໂຕຕຸລາການ, ບັນຫາທະເລຕາເວັນອອກ ບໍ່ພຽງແຕ່ແມ່ນກາຍຄວາມສົນໃຈຂອງບັນດາປະເທດທີ່ມີຖະແຫຼງປະກາດອະທິປະໄຕ ແລະ ກາຍເປັນຄວາມສົນໃຈຂອງບັນດາປະເທດນອກພາກພື້ນອີກດ້ວຍ, ຊ້ຳບໍ່ໜຳ, ມັນໄດ້ກາຍເປັນໜຶ່ງໃນບັນດາບັນຫາແກ່ງແຍ້ງດ້ານຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດຢູ່ ອາຊີ - ປາຊີຟິກ. ບັນຫາທະເລຕາເວັນອອກ ຍັງປະກົດອອກ ແລະ ກາຍເປັນຫົວຂໍ້ສຳຄັນໃນການປຶກສາຫາລືຂອງເວທີປາໄສ, ບັນດາກົນໄກຮ່ວມມືຫຼາຍຝ່າຍຄື G7, APEC…ອີກດ້ວຍ
ເພີ່ມທະວີບັນດາການເຄື່ອນໄຫວດ້ານການທະຫານຢູ່ພາກພື້ນ
ຄຳຕັດສິນຂອງ PCA ໄດ້ພາໄປເຖິງການດັດປັບນະໂຍບາຍຂອງບັນດາປະເທດໃຫຍ່. ໃນເຄິ່ງທ້າຍປີ 2016, ໂລກໄດ້ເຫັນປະຈັກຕາບັນດາການຊ້ອມຮົບຢ່າງຕໍ່ເນື່ອງຢູ່ພາກພື້ນນີ້. ເຖິງວ່າ, ຖືກປະຊາຄົມສາກົນຕຳຫນິຕິຕຽນກໍ່ຕາມແຕ່ ຈີນ ຍັງຄົງຖະແຫຼງບໍ່ຢຸດຕິການກໍ່ສ້າງເກາະທຽມຢູ່ທະເລຕາເວັນອອກ, ພ້ອມທັງດຳເນີນບັນດາການສ້ອມຮົບ, ພິເສດແມ່ນການຊ້ອມຮົບ “ລາດຕາເວນສູ້ຮົບ” ໃນເຂດນ່ານຟ້າໝູ່ເກາະ ເຈື່ອງຊາ ແລະ ຫາດ Scarborough, ສະຖານທີ່ 2 ແຫ່ງດັ່ງກ່າວໄດ້ຮັບການເຕື້ອງເຖິງໃນຄຳຕັດສິນຂອງສານອະນຸຍາໂຕຕຸລາການ ທີ່ໄດ້ປະຕິເສດອັນທີ່ໄດ້ເອີ້ນວ່າ “ອະທິປະໄຕປະຫວັດສາດ” ຂອງຈີນ. ໃນຂະນະນັ້ນ, ອາເມລິກາ ກໍ່ໄດ້ຜັນຂະຫຍາຍກຳລັງຢ່າງຫຼວງຫຼາຍໄປເຖິງທະເລຕາເວັນອອກ ເຊິ່ງລວມມີທັງກ່ຳປັ່ນສະໜາມບິນ, ກ່ຳປັ່ນສູ້ຮົບພ້ອມກັບກຳລັງທະຫານເຮືອ, ກອງທັບອາກາດ, ສົມທົບກັນສ້ອມຮົບກັບ ຍີ່ປຸ່ນ, ອິນເດຍ ແລະ ບັນດາສຳພັນທະມິດ. ບັນດາກ່ຳປັ່ນສູ້ຮົບຂອງ ອາເມລິກາ ໄດ້ລາດຕາເວນ, ຕິດຕາມກວດກາບັນດາເກາະເຊິ່ງ ຈີນ ຢຶດຄອງຢ່າງຜິດກົດໝາຍຢູ່ທະເລຕາເວັນອອກເປັນປະຈຳ. ວົງການຜູ້ສັງເກດການໃຫ້ຂໍ້ສັງເກດວ່າ ປີ 2016, ທະເລຕາເວັນອອກແມ່ນບ່ອນທີ່ບັນດາປະເທດໄດ້ເຕົ້າໂຮມກຳລັງປະກອບອາວຸດຫຼາຍທີ່ສຸດນັບແຕ່ພາຍຫຼັງສົງຄາມຢູ່ ຫວຽດນາມ ເມື່ອປີ 1975.
ຄວາມຈິງແລ້ວ, ຍັງຕ້ອງການມີເວລາຫຼາຍຢູ່ພາຍຫຼັງຄຳຕັດສິນຂອງ PCA ເພື່ອໃຫ້ສະພາບການໃນພາກພື້ນມີສະຖຽນລະພາບຄືນໃໝ່. ແຕ່ເຖິງຢ່າງໃດກໍ່ຕາມ, ຄຳຕັດສິນໄດ້ສ້າງໂອກາດເພື່ອໃຫ້ຝ່າຍຕ່າງໆໄດ້ກັບຄືນສູ່ການເຈລະຈາ, ຫລຸດຜ່ອນຄວາມເຄັ່ງຕຶງ. ການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ ໄດ້ມີບົດບາດສຳຄັນສຳລັບຄວາມວັດທະນາຖາວອນຂອງພາກພື້ນ ອາຊີ - ປາຊີຟິກ, ໃນນັ້ນບໍ່ສະເພາະແຕ່ຂອງປະເທດໃດໜຶ່ງ. ເລື່ອງຮັບປະກັນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ໄດ້ຮັບຄວາມເຄົາລົບ ແມ່ນຜົນປະໂຫຍດຂອງທຸກໆຝ່າຍ. ຄຳຕັດສິນສາມາດສະໜອງພື້ນຖານເພື່ອແກ້ໄຂບັນດາບັນຫາຍາວນານ ແລະ ສັບສົນຢູ່ທະເລຕາເວັນອອກໄດ້.