ບົດ​ປາ​ໄສ​ຂອງ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ຢູ່​ກອງ​ປະ​ຊຸມ​ສຸດຍອດ ລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຈີນ ກັບ ​ບັນ​ດາ​ພັກ​ການ​ເມືອງ​ໃນ​ໂລກ

(VOVWORLD) -ຕອນຄ່ຳວັນທີ 6 ກໍລະກົດ, ຢູ່ສຳນັກງານສູນການພັກ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍ ລະຫວ່າງ ພັກກອມມູນິດ ຈີນ ກັບບັນດາພັກການເມືອງໃນໂລກ. ກອງປະຊຸມມີຫົວຂໍ້ວ່າ “ເພື່ອຜົນປະໂຫຍດຂອງປະຊາຊົນ, ຄວາມຮັບຜິດຊອບຂອງພັກການເມືອງ”, ໄດ້ຈັດຂຶ້ນຕາມຂໍ້ລິເລີ່ມຂອງພັກກອມມູນິດ ຈີນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 10.000 ຄົນທີ່ມາຈາກ 500 ພັກການເມືອງ ແລະ ອົງການການເມືອງ ສັງກັດ ກ່ວາ 160 ປະເທດ ໃນໂລກ. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ມີບົດປາໄສຢູ່ທີ່ນີ້.
ບົດ​ປາ​ໄສ​ຂອງ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ຢູ່​ກອງ​ປະ​ຊຸມ​ສຸດຍອດ ລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຈີນ ກັບ ​ບັນ​ດາ​ພັກ​ການ​ເມືອງ​ໃນ​ໂລກ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຮຽນ: ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາຊົນ ຈີນ ທີ່ຮັກແພງ,

ຮຽນ: ບັນດາທ່ານແຂກທີ່ມີກຽວຂອງບັນດາພັກການເມືອງ ແລະ ອົງການຈັດຕັ້ງຕ່າງໆໃນທົ່ວໂລກ

 ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດລະຫວ່າງ ພັກກອມມູນິດຈີນ ກັບບັນດາພັກການເມືອງໃນທົ່ວໂລກ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ. ຕາງໜ້າພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າ ຂໍຝາກຄຳອວຍພອນມາຍັງພັກ, ລັດ ແລະ ປະຊາຊົນຈີນຢ່າງສຸດອົກສຸດໃຈ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ ແລະ ຂໍກ່າວຄຳທັກທາຍສະບາຍດີມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ.

ໃນໄລຍະ 100 ປີຜ່ານມາ, ພັກກອມມູນິດ ຈີນ ໄດ້ນຳພາປະຊາຊົນຈີນ ຍາດໄດ້ບັນດາຜົນສຳເລັດໃຫຍ່ຫຼວງ, ມີລັກສະນະປະຫວັດສາດ ແລະ ມີຜົນສຳເລັດຫຼາຍຢ່າງທີ່ວົງຄະນາຍາດສາກົນ ໄດ້ຖືເປັນສຳຄັນ. ພວກຂ້າພະເຈົ້າຂໍອວຍພອນໄຊຢ່າງຈິງໃຈມາຍັງພັກກອມມູນິດ ແລະ ປະຊາຊົນຈີນຕໍ່ກັບບັນດາຜົນສຳເລັດເຫຼົ່ນນັ້ນ ແລະ ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດຈີນ ໂດຍເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ເປັນແກ່ນນຳ, ປະຊາຊົຈີນ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່, ໃຫຍ່ຫຼວງກ່ວາເກົ່າ, ສ້າງປະເທດຈີນກາຍເປັນປະເທດສັງຄົມນິຍົມທີ່ທັນສະໄໝ, ມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ, ປອງດອງ ແລະ ສວຍສົດງົດງາມ.

ຮຽນບັນດາທ່ານທີ່ຮັກແພງ

ບົນພື້ນຖານແນວທາງການຕ່າງປະເທດເອກະລາດ, ເປັນເຈົ້ນຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຝ່າຍ, ຫັນເປັນຫຼາຍຮູບແບບເຊິ່ງເລີ່ມຈາກມູນເຊື້ອລັດທິສາກົນອັນຜ່ອງໃສ ແລະ ດ້ວຍການຖືສຳຄັນສາຍພົວພັນມິດຕະພາບທີ່ມາແຕ່ດົນນານລະຫວ່າງສອງພັກ, ສອງລັດ ຫວຽດນາມ ຈີນ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມບົນຈິດໃຈເປີດກ້ວາງ ແລະ ຮ່ວມມື, ມີຄວາມພ້ອມສົນທະນະກັບບັນດາພັກການເມືອງ ພາຍໃຕ້ຫົວຂໍ້ “ເພື່ອຄວາມຜາສຸກຂອງປະຊາຊົນ, ຄວາມຮັບຜິດຊອບຂອງພັກການເມືອງ”.

        ໃນເວລາຍັງມີຊີວິດ, ປະທານ ໂຮ່ຈີມິນ, ຜູ້ກໍ່ຕັ້ງພັກກອມມູນິດຫວຽດນາມ, ຜູ້ນຳທີ່ຍິ່ງໃຫຍ່ຂອງຊົນຊາດ ຫວຽດນາມ, ຜູ້ທີ່ໄດ້ຮັບນາມມະຍົດເປັນວິລະຊົນປົດປ່ອນປະເທດຊາດ ແລະ ນັດວັດທະນະທຳທີ່ດີເດັ່ນຂອງ ຫວຽດນາມ ຈາກອົງການຈັດຕັ້ງ ອຸຍແນັດໂກ (UNESCO), ໄດ້ເຄີຍເວົ້າວ່າ: “ປະຊາຊົນເປັນສິ່ງປະເສີດທີ່ສຸດ, ເປັນສິ່ງສຳຄັນກ່ວາອັນໃດ, ເປັນສິ່ງສູງສຸດ”, “ບົນທ້ອງຟ້າບໍ່ມີສິ່ງໃດປະເກີດເທົ່າກັບປະຊາຊົນ. ໃນໂລກບໍ່ມີສິງໃດເຂັ້ມແຂງກ່ວາກຳລັງສາມັກຄີຂອງປະຊາຊົນ”. ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາທ່ານຜູ້ແທນລ້ວນແຕ່ມີທັດສະນະຄ້າຍຄືກັນນີ້, ເພາະວ່າປະຊາຊົນເປັນພື້ນຖານຂອງສັງຄົມ, ເປັນແຫຼ່ງກຳລັງແຮງຂອງບັນດາພັກການເມືອງ ແລະ ເປັນອົງການຈັດຕັ້ງການເມືອງ, ພ້ອມທັງເປັນຈຸດໝາຍ, ເປົ້າໝາຍທີ່ຈະກ້າວໄປເຖິງຂອງບັນດາແຜນນະໂຍບາຍ, ນະໂຍບາຍຂອງແຕ່ລະປະເທດ ແລະ ບັນດາພັກການເມືອງ ທີ່ແທ້ຈິງ.

ການສະແຫວງຫາຄວາມຜາສຸກແມ່ນຄວາມມຸ້ງຫວັງແລະສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນທຸກຄົນ. ນັ້ນແມ່ນຄວາມມຸ້ງຫວັງອັນແຮງກ້າຕໍ່ກັບສັງຄົມອັນດີງາມເຊິ່ງຢູ່ບ່ອນນັ້ນຜູ້ຄົນໃຜໆກໍ່ໄດ້ພັດທະນາຢ່ງາຮອບດ້ານ, ມີຊີວິດອີ່ມໜຳສຳລານ, ມີຄວາມຜາສຸກ, ຢູ່ໃນສັນຕິພາບ, ທຸກຄົນສະເໝີພາບກັນ, ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ. ຄຽງຂ້າງກັບບັນດາຄວາມມຸ້ງຫວັງນັ້ນ, ປະຊາຊົນຢູ່ໃນແຕະລະປະເທດ, ພາກພື້ນລ້ວນແຕ່ມີຄວາມສົນໃຈອັນຊອບທຳສະເພາະຂອງຕົນ, ເຊັ່ນການຢຸດຕິສົງຄາມ, ການປະທະກັນ, ແກ້ໄຂຄວາມບໍ່ສະເໝີພາບທາງສັງຄົມ, ຄວາມທຸກຍາກ, ຕ້ານກັບການປ່ຽນແປງຂອງດິນຟ້າອາກາດ, ປ້ອງກັນພະຍາດລະບາດ ແລະ ອື່ນໆ. ສັນຕິພາບ, ການຮ່ວມມື ແລະ ການພັດທະນາຍັງແມ່ນທ່າອ່ຽງລວມໃນທົ່ວໂລກ, ແຕ່ປະຊາຊົນບັນດາປະເທດຍັງປະເຊີນໜ້າກັບບັນດາສິ່ງທ້າທາຍຢ່າງດຸເດືອດຂອງຄວາມເຄັ່ງຕຶງ, ສັງຄົມຍັງສືບຕໍ່ເກີດຂຶ້ນ, ບັນດາຄວາມສ່ຽງໃນການເຊື່ອມຖອຍດ້ານເສດຖະກິດ, ຄວາມບໍ່ສະຫງົບທາງສັງຄົມ ແລະ ບັນດາໄພຂົ່ມຂູ່ຕໍ່ຄວາມສະຫງົບແບບເກົ່າ ກໍ່ຄືຄວາມສະຫງົບແບບໃໝ່. ບັນດາວິກິດການດ້ານເສດຖະກິດ ສັງຄົມ, ຄວາມບໍ່ສະຫງົບດ້ານການເມືອງ - ສັງຄົມ, ການປ່ຽນແປງຂອງດິນຟ້າອາກາດ, ມົນລະພິດດ້ານສິ່ງແວດລ້ອມ, ການກໍ່ການຮ້າຍ, ພະຍາດໂຄວິດ - 19 ກຳລັງເກີດຂຶ້ນ ຊຶ່ງໄດ້ກະທົບຢ່າງເລິກເຊິ່ງ ໃນທຸກດ້ານຂອງຊີວິດ, ເສດຖະກິດ ສັງຄົມທົ່ວໂລກ ແລະ ຊີວິດການເປັນຢູ່ຂອງຄົນ.

ໂດຍມີບົດບາດ ເປັນການຈັດຕັ້ງການເມືອງ ສັງຄົມທີ່ສຳຄັນໃນຊີວິດການເປັນຢູ່ຂອງບັນດາປະເທດ ແລະ ກໍເປັນຜູ້ທີ່ມີບົດບາດສຳຄັນໃນສາຍພົວພັນສາກົນ, ບັນດາພັກການເມືອງ, ການຈັດຕັ້ງການເມືອງ - ສັງຄົມຕ້ອງເສີມຂະຫຍາຍບົດບາດຂອງຕົນ, ປະຕິບັດງານຮ່ວມກັບບັດຖະບານບັນດາປະເທດ ເພື່ອນຳເອົາຄວາມຜາສຸກມາໃຫ້ແກ່ປະຊາຊົນ, ຕັ້ງໜ້າເຂົ້າຮ່ວມໃນການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ, ຍົກສູງຄວາມສາມາດໃນການຄຸ້ມຄອງບໍລິຫານທົ່ວໂລກ, ຈາກຈຸດນັ້ນ ຈຶ່ງປະຕິບັດຄວາມມຸ້ງຫວັງຢາກມີຄວາມຜາສຸກຂອງມວນມະນຸດ, ຂ້າພະເຈົ້າຂໍແລກປ່ຽນບາງຄຳຄິດເຫັນຄືດັ່ງນີ້:

ອັນທີໜຶ່ງ, ໃນລະດັບປະເທດ, ການສ້າງ ແລະ ປະຕິບັດແຜນນະໂຍບາຍ, ແນວທາງ ໂຄງການການເມືອງຕ້ອງເລີ່ມຈາກຄວາມຮັບຮູ້ “ຖືເອົາປະຊາຊົນເປັນກົກ”, ຖືເອົາປະຊາຊົນເປັນໃຈກາງ, ຖືຄວາມຜາສຸກຂອງປະຊາຊົນເປັນຈຸດໝາຍທີ່ສູງສຸດ, ຈາກຈຸດນັ້ນ ຈຶ່ງຊຸກຍູ້ລັດສ້າງ, ຜັນຂະຫຍາຍປະຕິບັດກົດໝາຍ, ນະໂຍບາຍທີ່ເໝາະສົມ, ມີປະສິດທິຜົນ ແລະ ເປັນລາຍລະອຽດ ເພື່ອຮັບປະກັນການພັດທະນາໄປຕາມທິດທາງນັ້ນ.

 ອັນທີ ສອງ, ບັນດາປະເທດ, ພັກການເມືອງຕ້ອງຍົກສູງຈິດໃຈສາມັກຄີ, ວົງຄະນາຍາດມີຄວາມຮັບຜິດຊອບ, ເພີ່ມທະວີການສົນທະນາ, ເຂົ້າໃຈເຊິ່ງກັນແລະກັນ, ຮ່ວມມືກສາກົນ, ເຄົາລົບຜົນປະໂຫຍດອັນຊອບທຳຂອງກັນແລະກັນ, ຮ່ວມມືຮັບມືກັບບັນດາສິ່ງທ້າທາຍດ້ານຄວາມສະຫງົບແບບເກົ່າ ແລະ ຄວາມສະຫງົບແບບໃໝ່, ຍົກສູງການເຄົາລົບກົດໝາຍສາກົນດ ເປັນຕົ້ນແມ່ນການແກ້ໄຂບັນຫາທີ່ຍັງບໍ່ໂລ່ງລອຍກັນ, ຂັດແຍ່ງກັນ. ເມື່ອໃດບັນດາປະເທດ, ບັນດາຊົນຊາດ ດຳລົງຊີວິດຢູ່ຮ່ວມກັນໃນສັນຕິພາບ, ມິດຕະພາບ, ເຄົາລົບເຊິ່ງກັນ, ຊ່ວເຫຼືອເຊິ່ງກັນ, ເພື່ອອະນາຄົດອັນດີງາມຂອງມະນຸດ, ເວລານັ້ນປະຊາຊົນໃນໂລກຈຶ່ງໄດ້ຮັບຄວາມຜາສຸກ ຢ່ງຄົບຖ້ວນ ແລະ ແທ້ຈິງ.

ອັນທີ ສາມ, ໜ້າທີ່ອັນຮີບດ່ວນໃນປັດຈຸບັນຂອງບັນດາປະເທດ, ພັກການເມືອງ ແລະ ການຈັດຕັ້ງການເມືອງ ສັງຄົມ ແມ່ນການປົກປັກຮັກສາຄວາມຜາສຸກຂອງປະຊາຊົນ, ຕີຖອຍພະຍາດໂຄວິດ - 19 ໂດຍໄວ, ຟື້ນຟູການພັດທະນາເສດຖະກິດ, ຮັບປະກັນຄວາມສະຫງົບສັງຄົມ. ເພື່ອປະຕິບັດໜ້າທີ່ນີ້ໃຫ້ມີປະສິດທິຜົນ, ຄວາມມານະພະຍາຍາມ ແລະ ຄວາມເປັນນຳໜຶ່ງໃຈດຽວກັນຂອງບັນດາລັດຖະບານ, ພັກການເມືອງ, ການຈັດຕັ້ງ ແລະ ປະຊາຊົນເປັນປັດໄຈຫຼັກ, ແຕ່ການຮ່ວມມືສາກົນທີ່ມີປະສິດທິຜົນກໍ່ມີຄວາມໝາຍສຳຄັນຫຼາຍ, ໃນນັ້ນການຮັບປະກັນແຫຼ່ງການສະໜອງ, ເຂົ້າເຖິງຄວາມສະເໝີພາບ, ຊັກຢາວັກຊິນປ້ອງກັນພະຍາດລະບາດຢ່າງທັນການ.

ຮຽນບັນດາທ່ານທີ່ຮັກແພງ

ໂຄງການການເມືອງສະບັບທຳອິດຂອງພັກກອມມູນິດ ຫວຽດນາມ ໄດ້ດຳນົດໜ້າທີ່ພື້ນຖານຂອງການປະຕິວັດ ຫວຽດນາມ ແມ່ນຕອບສະໜອງຄວາມຮຽກຮ້ອງອັນຈຳເປັນຂອງຊາດ ແລະ ຄວາມມຸ້ງຫວັງຢ່າງແຮງກ້າຂອງ ປະຊາຊົນ ຫວຽດນາມ. ໃນເວລາຍັງມີຊີວິດ, ປະທານໂຮ່ຈີມິນ ກໍ່ເຄີຍສັ່ງສອນໃຫ້ສະມາຊິກພັກ ບໍ່ວ່າຍາມໃດກໍ່ຕ້ອງເຊື່ອມຊຶມທັດສະນະທີ່ວ່າ: “ທຸກໆຜົນປະໂຫຍດລ້ວນແຕ່ເພື່ອປະຊາຊົນ, ທຸກໆສິດລ້ວນແຕ່ເປັນຂອງປະຊາຊົນ”

ຍ້ອນວ່າຄວາມສະໜິດຕິດແທດແບບເລືອດເນື້ອກັບປະຊາຊົນ ແລະໄດ້ຮັບການສະໜັບສະໜູນຈາກປະຊາຊົນ, ພັກກອມມູນິດ ຫວຽດນາມ ນຳພາ ເພື່ອພ້ອມກັບປະຊາຊົນ ຫວຽດນາມ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການຕະຫຼອດໄລຍະ 90 ກ່ວາປີຜ່ານມາ. ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ພັກກອມມູນິດ ຫວຽດນາມ ໄດ້ນຳພາຫປະຊາຊົນ ຫວຽດນາມ ປະຕິບັດຄວາມມຸ້ງຫວັງອັນແຮງກ້າ ຂອງປະຊາຊົນຜູ້ທີ່ຕົກເປັນຫົວເມືອງຂຶ້ນຍາດໄດ້ຄວາມເປັນເອກະລາດໃນປີ 1945, ຫຼັງຈາກນັ້ນ, ດຳເນີນການຕໍ່ສູ້ທົ່ວປວງຊົນສອງຄັ້ງຢ່າງມີໄຊເພື່ອຍາດເອົາ ແລະ ປົກປັກຮັກສາຄວາມເປັນເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດ ເປັນອັນໜຶ່ງອັນດຽວໃນປີ 1975. ນັບຈາກນັ້ນ, ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມ ໄດ້ປົກປັກຮັກສາພື້ນຖານເອກະລາດແຫ່ງຊາດຂອງຕົນໄວ້ໄດ້ໜັກແໜ້ນ, ຍາດໄດ້ໄຊຊະນະໃນການສູ້ຮົບປົກປັກຮັກສາປະເທດຊາດ, ຟື້ນຟູຄືນຫຼັງສົງຄາມ ແລະ ບັນລຸໄດ້ຜົນສຳເລັດອັນໃຫຍ່ຫຼວງຫຼາຍດ້ານໃນພາລະກິດແຫ່ງການປ່ຽນແປງໃໝ່, ພັດທະນາປະເທດຊາດ.

ປັດຈຸບັນ, ຫວຽດນາມ ເປັນປະເທດພວມພັດທະນາ, ມີລາຍຮັບລະດັບປານກາງ, ເປັນໜຶ່ງໃນບັນດາຟື້ນຟູນເສດຖະກິດທີ່ມີຈັງຫວະເຕີບໂຕໄວຢູ່ໃນອັນດັບແຖວໜ້າຂອງໂລກ, ວັດທະນະທຳຂະຫຍາຍຕົວ, ຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ປັບປຸງດີຂຶ້ນ, ຈັດຢູ່ໃນກຸ່ມປະເທດມີດັດສະນີສູງໃນດ້ານການພັດທະນາຄົນຂອງ ສປຊ, ເປັນຕົ້ນແມ່ນທຽບກັບບັນດາປະເທດທີ່ມີລະດັບການພັດທະນາທຽບເທົ່າກັນ, ກາຍເປັນພາຄີທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງວົງຄະນາຍາດສາກົນ. ໃນ 1 ກ່ວາ ປີຜ່ານມາ, ຫວຽດນາມ ໄດ້ພະຍາຍາມຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ - 19, ຖືເອົາສຸຂະພາບ ແລະ ຄວາມປອດໄພດ້ານຊີວິດຂອງຄົນຢູ່ເໜືອກ່ວາທຸກໆສິ່ງ, ມາກ່ອນສິ່ງອື່ນໃດ, ເປັນເຈົ້າການ, ຕັ້ງໜ້າປ້ອງກັນພະຍາດຢ່າງມີປະສິດທິຜົນ, ພ້ອມທັງຍູ້ແຮງການຟື້ນຟູ, ພັດທະນາເສດຖະກິດ, ຮັບປະກັນຄວາມສະຫງົບທາງສັງຄົມ.

ບົດຮຽນຈາກພຶດຕິກຳຕົວຈິງຂອງພວກຂ້າພະເຈົ້າແມ່ນຍາມໃດກໍ່ຖືຄວາມຜາສຸກຂອງປະຊາຊົນເປັນຈຸດມາຍສູ້ຊົນ, ອີງໃສ່ກຳລັງແຮງຂອງປະຊາຊົນ. ພັກນຳພາດ້ວຍແນວທາງການພັດທະນາໂດຍອີງໃສ່ບັນດາກົດແກນພາວະວິໄສ, ການເຕີບໂຕເສດຖະກິດໄປຄຽງຄູ່ກັບການປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ຖືເອົາວັດທະນະທຳເປັນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ສ້າງລັດແຫ່ງກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ, ປຸກລຸກ ແລະ ເສີມຂະຫຍາຍການປ່ຽນແປງໃໝ່, ປະດິດສ້າງ, ມີການເຂົ້າຮ່ວມຂອງທົ່ວສັງຄົມ, ພັດທະນາສາຍພົວພັນສັນຕິພາບ, ມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດໃນໂລກ. ຍ້ອນມານະຈິດ ແລະ ການຕັດສິນໃຈສູງຂອງຊົນຊາດແມ່ນພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມພວມອອກແຮງເພີ່ມທະວີການກໍ່ສ້າງພັກ ແລະ ລະບົບການເມືອງທີ່ໂປ່ງໃສ, ເຂັ້ມແຂງ, ຮອບດ້ານ, ການເຄື່ອນໄຫວທີ່ມີຜົນສັກສິດ, ມີປະສິດທິຜົນ, ຍູ້ແຮງພາລະກິດການປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ, ເຄື່ອນໄຫວຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ, ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ຫັນເປັນອຸດສາຫະກຳ, ເປັນເປັນທັນສະໄໝຢ່າງຮອບດ້ານ, ຄົບຊຸດ, ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫັນເປັນຫຼາຍຮູບແບບ ແລະ ເຊື່ອມໂຍງສາກົນຢ່າງຮອບດ້ານ ແລະ ເລິກເຊິ່ງຢ່າງມີປະສິດທິຜົນ, ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນພາຄີທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນວົງຄະນາຍາດສາກົນ, ເປີດກ້ວາງການພົວພັນ ແລະ ຍູ້ແຮງການຮ່ວມມືກັບບັນດາກຳລັງການເມືອງ, ສັງຄົມ ແລະ ປະຊາຊົນບັນດາປະເທດ, ສູ້ຊົນເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ, ການຮ່ວມມືພັດທະນາ ແລະ ຄວາມກ້າວໜ້າທາງສັງຄົມ.

ເນື່ອງໃນໂອກາດນີ້, ຕາງໜ້າພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອຂອງປະຊາຊົນບັນດາປະເທດ, ບັນດາພັກການເມືອງ, ບັນດາການຈັດຕັ້ງການເມືອງ ສັງຄົມໃຫ້ແກ່ ຫວຽດນາມ ໃນໄລຍະຜ່ານມາ. ພວກຂ້າພະເຈົ້າສະແດງຄວາມນັບຖື ແລະ ຂອບອົກຂອບໃຈຕໍ່ການຊ່ວຍເຫຼືອໃນຫຼາຍດ້ານຂອງຈີນ ໃນການຕໍ່ສູ້ຍາດເອົາຄວາມເປັນເອກະລາດຂອງຫວຽດນາມ ໃນເມື່ອກ່ອນ ແລະ ການພັດທະນາປະເທດຊາດໃນປັດຈຸບັນ.

ອວຍພອນໃຫ້ກອງປະຊຸມສຸດຍອດລະຫວ່າງພັກກອມມູນິດຈີນ ກັບບັນດາພັກການເມືອງໃນທົ່ວໂລກປະສົບຜົນສຳເລັດຢ່າງຈົບງາມ.

ຂໍຂອບໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ