(VOVWORLD) - ວັນທີ 16 ມິຖຸນາ, ບັນດາແຫຼ່ງຂ່າວການທະຫານຂອງສ.ເກົາຫຼີ ໄດ້ຢັ້ງຢືນວ່າ, ສປປ.ເກົາຫຼີ ໄດ້ທຳລາຍຫ້ອງການຕິດຕໍ່ພົວພັນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຢູ່ເຂດອຸດສາຫະກຳຮ່ວມ Kaesong ຢູ່ເທດສະບານຊາຍແດນຕິດກັບ ສ.ເກົາຫຼີ.
ນີ້ໄດ້ຮັບຖືວ່າ: ແມ່ນການກະທຳໂຕ້ຕອບຢ່າງແຮງຕໍ່ເລື່ອງ ສ.ເກົາຫຼີ ຫວ່ານໃບປິວຕ້ານ ສປປ.ເກົາຫຼີ ຢູ່ເຂດຊາຍແດນລະຫວ່າງ 2 ປະເທດ. ການຜັນແປປີນຂັ້ນໄດຄັ້ງຫຼ້າສຸດນີ້ ໄດ້ເຮັດໃຫ້ຄວາມວິຕົກກັງວົນໃນຫາງສຽງສາກົນເພີ່ມຂຶ້ນ ກ່ຽວກັບຄວາມສ່ຽງທີ່ບໍ່ເພິ່ງປາຖະໜາອາດຈະເກີດຂຶ້ນຢູ່ແຫຼມ ເກົາຫຼີ, ເຊິ່ງແມ່ນໜຶ່ງໃນບັນດາເຂດທີ່ຫາຍາກໃນໂລກຍັງຕົກຢູ່ໃນສະພາບສົງຄາມ.
ສປປ.ເກົາຫຼີ ໄດ້ທຳລາຍຫ້ອງການຕິດຕໍ່ພົວພັນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ (ພາບ: Yonhap) |
ຕາມສື່ມວນຊົນ ແລະ ວົງການນັກສັງເກດການສາກົນແລ້ວ, ສະພາບການໃນປະຈຸບັນຢູ່ແຫຼມ ເກົາຫຼີ ແມ່ນເປັນໜ້າວິຕົກກັງວົນທີ່ສຸດ, ມັນກົງກັນຂ້າມກັບບັນຍາກາດທີ່ຕັ້ງໜ້າຢູ່ທີ່ນີ້ພໍດີຄົບ 2 ປີ, ເມື່ອການພົບປະສຸດຍອດຄັ້ງປະຫວັດສາດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທຳອິດໄດ້ຈັດຕັ້ງຢູ່ປະເທດ ສິງກະໂປ (12/06/2018). ເພື່ອໂຕ້ຕອບເລື່ອງຫວ່າງແລ້ວນີ້ ບັນດາກຸ່ມຄົນ ສປປ.ເກົາຫຼີ ໄດ້ປ່ອຍໝາກປູມເປົ້າຫວ່ານໃບປິວເພື່ອຕ້ານອຳນາດການປົກຄອງ ສປປ.ເກົາຫຼີ ຢູ່ຊາຍແດນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ແລ້ວປົບໜີໄປຍັງ ສ.ເກົາຫຼີ, ພຽງຢາງ ໄດ້ອອກບັນດາຖະແຫຼງການພ້ອມທັງມີການກະທຳແຂງກະດ້າງຢ່າງຕໍ່ເນື່ອງ ເພື່ອແນໃສ່ທັງ ສ.ເກົາຫຼີ ແລະ ອາເມລິກາ.
ບັນດາການກະທຳແຂງກະດ້າງຂອງ ສປປ.ເກົາຫຼີ
ເລື່ອງທຳລາຍຫ້ອງການຕິດຕໍ່ພົວພັນຮ່ວມລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ນັ້ນໄດ້ຮັບຖືວ່າ ແມ່ນການຫັນຄຳນາບຂູ່ໃຫ້ປະກົດຜົນເປັນຈິງ ໂດຍທ່ານນາງ Kim Yo-jong, ນ້ອງສາວຄີງຂອງການນຳ Kim Jong-un, ປັດຈຸບັນແມ່ນຮອງຫົວໜ້າຜູ້ທີໜຶ່ງຄະນະກຳມະການສູນກາງ ຍົກອອກມາໃນວັນທີ 13 ມິຖຸນາ, ໃນນັ້ນ ໄດ້ກ່າວເຕືອນວ່າ “ການກະທຳໂຕ້ຕອບຄັ້ງຕໍ່ໄປຂອງ ສປປ.ເກົາຫຼີ ແມ່ນກອງທັບຈະເປັນຜູ້ຮັບຜິດຊອບ”. ຊ່ວງເວລານັ້ນ, ນັກໄຈ້ແຍກຫລາຍຄົນໄດ້ໃຫ້ຂໍ້ສັງເກດວ່າ “ການກະທຳຕໍ່ໄປ” ໃນຄຳນາບຂູ່ຂອງທ່ານນາງ Kim Yo-jong ແມ່ນທຳລາຍຫ້ອງການຕິດຕໍ່ພົວພັນຮ່ວມລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.
ຍິ່ງໄປກ່ວານັ້ນ, ກ່ອນທີ່ທຳລາຍຫ້ອງການຕິດຕໍ່ພົວພັນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ພຽງ 1 ວັນ, ວັນທີ 15 ມິຖຸນາ, ໜັງສືພິມ Rodong Sinmun, ເຊິ່ງແມ່ນອົງການກະບອກສຽງຂອງພັກແຮງງານສປປ.ເກົາຫຼີ ກໍ່ໄດ້ມີບົດຂຽນທີ່ຢັ້ງຢືນວ່າ "ບັນດາການກະທຳໂຕ້ຕອບຈະສືບຕໍ່ດຳເນີນໄປຢ່າງບໍ່ຢຸດຢັ້ງ". ບົດຂຽນດັ່ງກ່າວໄດ້ເອົາລົງຖືກກັບໂອກາດສະເຫຼີມສະຫຼອງ "ຖະແຫຼງການວັນທີ 15 ມິຖຸນາ" ຄົບຮອບ 20 ປີ, ເຊິ່ງບັນລຸໄດ້ທີ່ການພົບປະສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄັ້ງທຳອິດໃນປີ 2000 ລະຫວ່າງທ່ານປະທານສປປ.ເກົາຫຼີ Kim Jong Il ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Kim Dae-jung, ຕຳໜິຕິຕຽນ ສ.ເກົາຫຼີ ວ່າບໍ່ມີຄວາມມານະພະຍາຍາມສະກັດກັ້ນບັນດານັກເຄື່ອນໄຫວດ້ານການເມືອງທີ່ຫວ່ານໃບປິວຢູ່ຊາຍແດນ, ພ້ອມທັງ ກ່າວຫາ ເຊີອູນ ວ່າໄດ້ກໍ່ຄວາມເຄັ່ງຕຶງ “ຊົ່ວຮ້າຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ” ຢູ່ແຫຼມ ເກົາຫຼີ. ໃນຂະນະນັ້ນ, ສຳນັກຂ່າວສານແຫ່ງລັດ ສປປ.ເກົາຫຼີ KCNA ໄດ້ພັນລະນາການຫວ່ານໃບປິວວ່າແມ່ນ “ການກະທຳບຸກໂຈມຕີແບບໃສ່ບາດຄ້ອນລ່ວງໜ້າຕໍ່ໜ້າສົງຄາມ”. ພິເສດແມ່ນ ນັບແຕ່ຕອນທ່ຽງວັນທີ 09 ມິຖຸນາ ເປັນຕົ້ນມາ, ສປປ.ເກົາຫຼີ ໄດ້ຕັດຂາດທຸກການຕິດຕໍ່ພົວພັນກັບສ.ເກົາຫຼີ, ລວມທັງການທະຫານ, ພ້ອມທັງຢັ້ງຢືນວ່າ ຈະມີການປະພຶດຄືດັ່ງ “ສັດຕູ” ກັບ ສ.ເກົາຫຼີ.
ບໍ່ພຽງແຕ່ບຸກໂຈມຕີໃສ່ ສ.ເກົາຫຼີ ເທົ່ານັ້ນ, ສປປ.ເກົາຫຼີ ຍັງສະແດງໃຫ້ເຫັນຄວາມບໍ່ພໍໃຈຢ່າງແຮງກັບອຳນາດການປົກຄອງ ອາເມລິກາ. ວັນທີ 11 ມິຖຸນາ, KCNA ໄດ້ຄັດສະເໜີຄຳເວົ້າຂອງທ່ານລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ Ri Son-gwon ທີ່ວ່າ: ຄວາມຫວັງຢາກປັບປຸງການພົວພັນລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ໄດ້ກາຍເປັນ “ສິ້ນຫວັງ”, ພາຍຫລັງກອງປະຊຸມສຸດຍອດຢູ່ ສິງກະໂປ ເປັນເວລາ 2 ປີ.
ສະພາບການທີ່ເປັນໜ້າວິຕົກກັງວົນ
ໃນຕົວຈິງ, ບໍ່ພຽງແຕ່ໃນໄລຍະຜ່ານມາເທົ່ານັ້ນ ຫາກນັບທັງພາຍຫລັງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທີ 2 ເມື່ອຕົ້ນປີ 2019 ທີ່ບໍ່ບັນລຸໄດ້ຂໍ້ຕົກລົງຄືດັງຄວາມຫວັງ, ສປປ.ເກົາຫຼີ ໄດ້ມີບັນດາການກະທຳເກາະຜິດ ແລະ ເປີດເຜີຍແບບບໍ່ມີການຮ່ວມມືກັບສ.ເກົາຫຼີ ຢ່າງຕໍ່ເນື່ອງ, ພົ້ນເດັ່ນຂຶ້ນແມ່ນ ເລື່ອງດຳເນີນການທົດລອງອາວຸດນັບຫລາຍສິບຄັ້ງ ແລະ ປະຕິເສດການສົ່ງເສີມບັນດາໂຄງການຮ່ວມມືລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ.
ຕາມວົງການນັກໄຈ້ແຍກແລ້ວ, ສະພາບຄວາມເຄັ່ງຕຶງໃນປັດຈຸບັນແມ່ນຜົນຮ້າຍຢ້ອນຫລັງທີ່ບໍ່ສາມາດຫຼີກລ້ຽງໄດ້ຂອງສະພາບການຈົນຕະແຈທີ່ແກ່ຍາວໃນວິວັດປະເຈລະຈາປອດນິວເຄຼຍລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ.
ຕໍ່ໜ້າສະພາບຕົວຈິງດັ່ງກ່າວ, ວົງການເຈົ້າໜ້າທີ່ ສ.ເກົາຫຼີ ໄດ້ຮຽກຮ້ອງໃຫ້ ສປປ.ເກົາຫຼີ ຮ່ວມມືບົນເນື້ອໃນຈິດໃຈບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງຕໍ່ເນື່ອງ. ວັນທີ 15 ມິຖຸນາ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ສະເໜີໃຫ້ ສປປ.ເກົາຫຼີ ຊອກຫາບາດກ້າວບຸກທະລຸໂດຍຜ່ານການເຈລະຈາ. ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງທ້ອນໂຮມຊາດ ສ.ເກົາຫຼີ Kim Yeon-chul ໄດ້ອອກຖະແຫຼງການໂດຍຊີ້ແຈ້ງວ່າ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄວນຈົດຈຳເນື້ອໃນຈິດໃຈການໄກ່ເກ່ຍ ເຊິ່ງໄດ້ຍົກອອກໃນກອງປະຊຸມສຸດຍອດຄັ້ງທຳອິດລະຫວ່າງການນຳ 2 ປະເທດ ທີ່ໄດ້ຈັດຕັ້ງເມື່ອປີ 2000. ຕາມນັ້ນແລ້ວ, ເນື້ອໃນຈິດໃຈຂອງກອງປະຊຸມສຸດຍອດ ບໍ່ແມ່ນວ່າຝ່າຍທີ່ອ່ອນແອກ່ວາຕ້ອງປະຕິບັດຕາມຝ່າຍທີ່ແຂງແຮງກ່ວາ, ແຕ່ນັ້ນແມ່ນຄວາມເສລີທາງເຈດຈຳນົງ; ບໍ່ແມ່ນການສູ້ຢັນກັນ ແຕ່ແມ່ນສັນຕິພາບ; ບໍ່ແມ່ນແບ່ງແຍກ ແຕ່ແມ່ນຄວາມເປັນເອກະພາບ. 2 ຝ່າຍຄວນຈົກຈຳເນື້ອໃນຈິດໃຈດັ່ງກ່າວນີ້ ຖ້າບໍ່ຢາກສູນເສຍທິດທາງໃນສະພາບວິກິດການປັດຈຸບັນ. ສ່ວນສະພາຫົວໜ້າເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ (JCS) ໃຫ້ຮູ້ວ່າ: ກອງທັບປະເທດນີ້ິ້ ພວມຕິດຕາມການກະທຳດ້ານທະຫານຂອງສປປ.ເກົາຫຼີ ຢ່າງໃກ້ຊິດ ແລະ ຮັກສາທ່າທີກຽມພ້ອມຮັບມືຕໍ່ທຸກກໍລະນີທີ່ອາດຈະເກີດຂຶ້ນ.
ຕາມວົງການນັກໄຈ້ແຍກແລ້ວ, ສະພາບການໃນປັດຈຸບັນຢູ່ແຫຼມເກົາຫຼີ ແມ່ນເປັນໜ້າວິຕົກກັງວົນທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ນັກຊ່ຽວຊານຫລາຍທ່ານ ຍັງມີຄວາມເຊື່ອໝັ້ນຕໍ່ວົງການການນຳ 2 ປະເທດວ່າ ຈະລະງັບໃຈ, ມີການກະທຳຢ່າງມີສະຕິ, ບໍ່ປະໃຫ້ການຜັນແປມີຄວາມເຄັ່ງຕຶງເກີນຄວາມສາມາດຄວບຄຸມ, ຍ້ອນວ່າ ຜົນຮ້າຍຢ້ອນຫລັງບໍ່ວ່າກໍລະນີໃດ ທີ່ບໍ່ເພິ່ງປາຖະໜາ ຈະດຸເດືອດຮ້າຍກາດທີ່ສຸດ, ກໍ່ຜົນເສຍຫາຍຢ່າງໃຫຍ່ຫລວງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງທັງໝົດ./.