ບັນ​ດາ​ຂໍ້​ມູນ​ປະ​ຫວັດ​ສາດ​ໃໝ່ ຢັ້ງ​ຢືນ ວ່າຈີນ ບໍ່​ມີ​ອະ​ທິ​ປະ​ໄຕ​ຢູ່ ທະ​ເລ​ຕາ​ເວັນ​ອອກ

(VOVWORLD) -ກອງປະຊຸມສຳມະນາສາກົນ ກ່ຽວກັບທະເລຕາເວັນອອກຄັ້ງທີ 13 ໄດ້ດຳເນີນຫວ່າງມໍ່ໆມານີ້ ຢູ່ ຮ່າໂນ້ຍ. ນີ້ແມ່ນຊ່ອງທາງແລກປ່ຽນຂໍ້ມູນຂ່າວສານທີ່ສຳຄັນ, ຊີ້ໃຫ້ເຫັນຕົ້ນກຳເນີດຂອງການຂັດແຍ້ງກັນຢູ່ທະເລຕາເວັນອອກ, ຊຸກຍູ້ການໂອ້ລົມສົນທະນາ, ຄວບຄຸມຄວາມບໍ່ລົງລອຍກັນ, ຍົກສູງກົດໝາຍສາກົນ ດ້ວຍເປົ້າໝາຍສ້າງທະເລຕາເວັນອອກໃຫ້ເປັນເຂດທີ່ມີສັນຕິພາບ ແລະ ສະຖຽນລະພາບ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ຢູ່ກອງປະຊຸມສຳມະນາ ນັກຮຽນຮູ້ສາກົນບາງທ່ານ ໄດ້ປະກາດຂໍ້ມູນປະຫວັດສາດໃໝ່ ທີ່ຢັ້ງຢືນວ່າ “ຈີນບໍ່ມີອະທິປະໄຕຢູ່ ທະເລຕາເວັນອອກ”.

ບັນ​ດາ​ຂໍ້​ມູນ​ປະ​ຫວັດ​ສາດ​ໃໝ່ ຢັ້ງ​ຢືນ ວ່າຈີນ ບໍ່​ມີ​ອະ​ທິ​ປະ​ໄຕ​ຢູ່ ທະ​ເລ​ຕາ​ເວັນ​ອອກ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາສາກົນ ກ່ຽວກັບທະເລຕາເວັນອອກຄັ້ງທີ 13
(ພາບ: baoquocte.vn)

ຈາກແງ່ມູນທາງປະຫວັດສາດ, ບັນດານັກຊ່ຽວຊານສາກົນ ໄດ້ປຶກສາຫາລື ຢ່າງກົງໄປກົງມາ ແລະ ແທດຈິງ ກ່ຽວກັບເຫດການ ແລະ ຫຼັກຖານປະຫວັດສາດ ທີ່ກ່ຽວຂ້ອງເຖິງການຂັດແຍ້ງກັນຢູ່ທະເລຕາເວັນອອກ ແລະ ຄວາມໝາຍຂອງຂໍ້ມູນທາງປະຫວັດສາດນີ້ ກັບອະທິປະໄຕສຳລັບ ເຈື່ອງຊາ ແລະ ຮ່ວາງຊາ ຂອງ ຫວຽດນາມ.

ຫວ່າງມໍ່ໆມານີ້, ທ່ານ Carl Zha ນັກຄົ້ນຄວ້າ ເອກະລາດ ຈີນ ໄດ້ຍົກອອກທັດສະນະກ່ຽວກັບສິ່ງທີ່ ເອີ້ນວ່າ “ຫຼັກຖານປະຫວັດສາດ” ຂອງ ຈີນ ແລະ ຖືວ່າ ຈີນ ໄດ້ມີໜ້າ ແລະ ປະກາດອະທິປະໄຕສຳລັບເກາະຕ່າງໆທີ່ຢູ່ທະເລຕາເວັນອອກ ມາແຕ່ຫຼາຍສະຕະວັດກ່ອນແລ້ວ. ເຖິງຢ່າງໃດກໍຕາມ, ທັດສະນະນີ້ ຖືກນັກຮຽນຮູ້ສາກົນ ປະຕິເສດໃນທັນທີ. ບາງຂໍ້ມູນທາງປະຫວັດສາດໃໝ່ທີ່ຫາກໍ່ໄດ້ປະກາດຢູ່ກອງປະຊຸມສຳມະນາ ຜ່ານວິວັດການຄົ້ນຄ້ວາເອກະສານທີ່ໄດ້ເກັບຮັກສາ ໄດ້ສະແດງໃຫ້ເຫັນວ່າ ຮອດປີ 1899, ບັນດາລາຊະວົງໃນສະໄໝສັກດີນາ ຂອງຈີນ ຍັງຢັ້ງຢືນວ່າ ຮ່ວາງຊາ ແລະ ເຈື່ອງຊາ ບໍ່ຂຶ້ນກັບຂອບເຂດການຄຸ້ມຄອງຂອງປະເທດນີ້. ໃນນັ້ນ, ຕາມການຈົດກ່າຍຂອງ ພະມະຫາອາຈານທີ່ມີຊື່ສຽງຊາວ ຈີນ Xu Shillun ຢັ້ງຢືນວ່າ ເຈື່ອງຊາ ແລະ ຮ່ວາງຊາ ແມ່ນຂຶ້ນກັບສິດຄຸ້ມຄອງຂອງ ລາຊະວົງຫງວຽນ, ຫວຽດນາມ.

ທ່ານ Bill Hayton, ນັກຊ່ຽວຊານຂັ້ນສູງ, ໂຄງການອາຊີ - ປາຊີຟິກ ຂຶ້ນກັບ ສະຖາບັນ Chatham House ປະເທດ ອັງກິດ ຖືວ່າ ມີ 2 ເຫດການທີ່ເກີດຂຶ້ນໃນປະຫວັດສາດ ທີ່ໄດ້ພິສູດໃຫ້ເຫັນວ່າ ຈີນ ບໍ່ມີອະທິປະໄຕຢ່າງກ້ວາງໃຫຍ່ ຢູ່ທະເລຕາເວັນອອກ ຄື ຈີນໄດ້ປະກາດເອງ. ເຫດການທີ 1 ໄດ້ເກີດຂຶ້ນໃນເດືອນກັນຍາ ປີ 1884 ແມ່ນເຫດການກ່ຳປັ່ນຍີ່ປຸ່ນຈົມນ້ຳ ຢູ່ເຂດດອນຫີນ ໂບງໄບ (Bombay reef), ຂຶ້ນກັບກຸ່ມເກາະ ອານວິງ ຂອງ ໝູ່ເກາະ ຮ່ວາງຊາ. ໃນຈຸດເວລານັ້ນ, ເຈົ້າໜ້າທີ່ຂອງ ຈີນ ໄດ້ປະຕິເສດການທົດແທນຄ່າເສຍຫາຍຍ້ອນ ເຂົາເຈົ້າຖືວ່າ ເຫດການກ່ຳປັ່ນຈົມນ້ຳນີ້ ບໍ່ນອນໃນເຂດທະເລຂອງ ເຂົາເຈົ້າ. ເຫດການທີ 2 ແມ່ນກ່ຳປັ່ນຂົນສົ່ງທອງ Bellona ຂອງ ເຢຍລະມັນ ຖືກຈົມນ້ຳຢູ່ເຂດທະເລ ຮ່ວາງຊາ, ແຕ່ຈີນເວົ້າວ່າ: ເຫດການນີ້ບໍ່ມີສ່ວນກ່ຽວຂ້ອງຫຍັງກັບເຂົາເຈົ້າ ຍ້ອນວ່າ ເຫດການນີ້ ເກີດຂຶ້ນຢູ່ ເຂດທະເລເລິກ ຢູ່ໄກຈາກ ຈີນ. ທ່ານ Bill Hayton ຢັ້ງຢືນວ່າ:

ພວກເຮົາອາດຈະຢັ້ງຢືນໄດ້ວ່າ ຍັງບໍ່ມີອຳນາດການປົກຄອງໃດຂອງ ຈີນ ເຄີຍຢັ້ງຢືນອະທິປະໄຕສຳລັບເກາະຮ່ວາງຊາໃນໄລຍະກ່ອນປີ 1909. ເຖິງວ່າ, ການພົວພັນແລກປ່ຽນການຄ້າໄດ້ເກີດຂຶ້ນຢູ່ແຫ່ງນີ້ກໍ່ຕາມ, ແຕ່ກໍ່ຍັງບໍ່ມີການຢັ້ງຢືນຢ່າງເປັນທາງການໃດ ກ່ຽວກັບເລື່ອງ ຈີນ ຄຸ້ມຄອງໝູ່ເກາະ ຈົນຮອດປະມານສະຕະວັດທີ 19. ໃນເຫດການດັ່ງກ່າວ, ອຳນາດການປົກຄອງ ຈີນ ໄດ້ປະຕິເສດຄວາມຮັບຜິດຊອບທັງໝົດ ກໍ່ຄືທຸກສິ່ງທຸກຢ່າງທີ່ກ່ຽວຂ້ອງເຖິງໝູ່ເກາະເຈື່ອງຊາ.

ນັກຄົ້ນຄ້ວາ Bill Hayton ກໍ່ຢັ້ງຢືນຄືນໃໝ່ວ່າ, ອີງຕາມຂໍ້ມູນທີ່ທ່ານມີຢູ່ແລ້ວ, ລາຊະວົງ ຫວຽນຂອງ ຫວຽດນາມ ໄດ້ມີໜ້າຢູ່ໝູ່ເກາະ ເຈື່ອງຊາ ນັບແຕ່ຕົ້ນສະຕະວັດທີ 19. ຫຼັງຈາກນັ້ນແມ່ນ ອຳນາດການປົກຄອງຂອງ ອັງກິດ ມີໜ້າຢູ່ ໝູ່ເກາະ ເຈື່ອງຊາ ແຕ່ປີ 1870, ອຳນາດການປົກຄອງ ຝລັ່ງ ມີໜ້າຢູ່ເຈື່ອງຊາ ແຕ່ ປີ 1933, ສ່ວນຈີນ ຍັງບໍ່ທັນ ຖະແຫຼງປະກາດອະທິປະໄຕຢູ່ໝູ່ເກາະເຈື່ອງຊາ ນັບແຕ່ຊຸມສະຕະວັດກ່ອນນັ້ນ ຈົນຮອດ ປີ 1948, ກົງກັນຂ້າມກັບບັນດາຖະແຫຼງການປະກາດອະທິປະໄຕທີ່ໄຮ້ເຫດຜົນ ເຊິ່ງຝ່າຍຈີນຍົກອອກມາ.

ໃນຂະນະນັ້ນ, ທ່ານປ.ອ ຫວູຫ໋າຍດັງ, ນັກຄົ້ນຄ້ວາຂັ້ນສູງຢູ່ສູນກົດໝາຍສາກົນ ສັງກັດ ມະຫາວິທະຍາໄລແຫ່ງຊາດ ສິງກະໂປ ໄດ້ຢັ້ງຢືນວ່າ, ຢູ່ໃນໄລຍະປີ 1950, ອຳນາດການປົກຄອງຂອງ ລ່າເມືອງຂຶ້ນຝລັ່ງ ແລະ ຖັດຈາກນັ້ນແມ່ນ ອຳນາດການປົກຄອງຂອງ ປະເທດ ສາທາລະນະລັດ ຫວຽດນາມ ລ້ວນແຕ່ຄຸ້ມຄອງບັນດາໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ຫວຽດນາມ ແມ່ນປະເທດທຳອິດທີ່ຖະແຫຼງປະກາດອະທິປະໄຕ ແລະ ແມ່ນປະເທດໜຶ່ງດຽວທີ່ມີການຄຸ້ມຄອງ ຮ່ວາງຊາ, ເຈື່ອງຊາ ຢ່າງຕໍ່ເນື່ອງ ຕາມກົດໝາຍສາກົນ. ທ່ານກ່າວວ່າ:

ຫວຽດນາມ ໄດ້ຢັ້ງຢືນອະທິປະໄຕກັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ນັບແຕ່ປະມານສະຕະວັດທີ 15. ໃນຈຸດເວລານັ້ນ, ທຸກໆປີ, ເຈົ້າພະຍາ ຫງວຽນ ໄດ້ອະນຸຍາດໃຫ້ຂຸດຄົ້ນຊັບພະຍາກອນທຳມະຊາດ ແລະ ກໍ່ສ້າງກິດຈະກຳຕ່າງໆຢູ່ໝູ່ເກາະແຫ່ງນີ້. ຫຼັງຈາກນັ້ນ, ເຈົ້າຊີວິດອົງຕ່າງໆຂອງ ຫວຽດນາມ ກໍ່ໄດ້ປ້ອງກັນຄວາມປອດໄພໃຫ້ແກ່ກ່ຳປັ່ນທີ່ແລ່ນຜ່ານຫຼີກລ້ຽງຈາກພາຍຸ ແລະ ເກັບພາສີນຳກ່ຳປັ່ນເຫຼົ່ານີ້. ບັນດາການເຄື່ອນໄຫວນີ້ ໄດ້ບັນທຶກໄວ້ ໃນເອກະສານທາງການຂອງ ຫວຽດນາມ. ຫຼັງຈາກນັ້ນ, ຊາວຝລັ່ງ ເຂົ້າມາຮຸກຮານ ຫວຽດນາມ ແລະ ກໍ່ເລີ່ມລົງມືກໍ່ສ້າງກິດຈະກຳຕ່າງໆໃນເກາະ. ພາຍຫຼັງຕີຂັບໄລ່ພວກລ່າເມືອງຂຶ້ນຝລັ່ງ, ຫວຽດນາມ ສືບຕໍ່ມີອະທິປະໄຕຢູ່ ຮ່ວາງຊາ ແລະ ເຈື່ອງຊາ ຄືນໃໝ່. ເມື່ອຈີນມີ ເຈດຕະນາຢາກ ຢຶດຄອງ 2 ໝູ່ເກາະນີ້, ຫວຽດນາມ ກໍ່ໄດ້ຕໍ່ສູ້ຕ້ານຄືນ. ແລະ ເມື່ອຈີນ ຢຶດຄອງຮ່ວາງຊາ ແລະ ເຈືອງຊາຢ່າງຜິດກົດໝາຍ, ຫວຽດນາມ ໄດ້ຍື່ນບັນຫານີ້ຕໍ່ສະມັດຊາໃຫຍ່ ສປຊ. ເມື່ອ ຫວຽດນາມ ທ້ອນໂຮມປະເທດຊາດເປັນເອກະພາບ, ລັດຖະບານ ຫວຽດນາມ ສືບຕໍ່ກໍ່ສ້າງກິດຈະກຳຕ່າງໆ, ຮັກສາສັນຕິພາບ ແລະ ຢັ້ງຢືນອະທິປະໄຕຢູ່ໝູ່ແຫ່ງນີ້. ຫວຽດນາມ ກໍ່ໄດ້ກໍ່ສ້າງໂຮງຮຽນ, ອາຄານເຮືອນຢູ່, ວັດວາອາຮາມຫຼາຍແຫ່ງ ແລະ ມີເດັກນ້ອຍຫຼາຍຄົນໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ ແຫ່ງນີ້.

ທີ່ການປຶກສາຫາລື “ຈົ່ງຊື່ສັດຕໍ່ຄວາມຈິງ: ປະຫວັດສາດ ແລະ ທະເລຕາເວັນອອກ”, ທ່ານສາດສະດາຈານ Monique Chemillier-Gendreau ຂອງ ມະຫາວິທະຍາໄລ Diderot Paris, ຝລັ່ງ ໃຫ້ຮູ້ວ່າ: ສົນທິສັນຍາ San Francisco ເມື່ອປີ 1951 ຫຼື ສັນຍາສະຫງົບເສິກຈີນ - ຍີ່ປຸ່ນ ໃນປີ 1952 ລ້ວນແຕ່ບໍ່ໄດ້ເຕື້ອງເຖິງການຮັບຮອງອະທິປະໄຕຂອງ ຈີນ ສຳລັບຮ່ວາງຊາ ແລະ ເຈື່ອງຊາ. ໃນຂະນະນັ້ນ, ບັນດາສົນທິສັນຍາລ້ວນແຕ່ຮັບຮອງເອົາບັນດາຖະແຫຼງການປະກາດອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ.

ເປັນທີ່ຈະແຈ້ງແລ້ວວ່າ, ບັນດາຂໍ້ມູນທາງປະຫວັດສາດໃໝ່ນີ້ ມີຄວາມໝາຍສຳຄັນ, ປະກອບສ່ວນເຮັດໃຫ້ຄວາມຈິງທາງປະຫວັດສາດຈະແຈ້ງ, ເປັນພື້ນຖານເພື່ອໃຫ້ບັນດາຝ່າຍຮ່ວມແຮງຮ່ວມໃຈສ້າງທະເລຕາເວັນອອກກາຍເປັນເຂດທະເລແຫ່ງສັນຕິພາບ, ມິດຕະພາບ ແລະ ມີການຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ