(VOVWORLD) -ຫວຽດນາມ ໄດ້ຮັບການສະໜັບສະໜູນ ແລະ ຄວາມສາມັກຄີສາກົນແມ່ນມີຄວາມໝາຍທີ່ສຸດ, ນັບທັງການສະໜັບສະໜູນຂອງປະຊາຊົນ ອາເມລິກາ ທີ່ຮຽກຮ້ອງໃຫ້ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່.
ທ່ານນາງ ຫງວຽນທິບິງ, ອະດີດຮອງປະທານປະເທດ ຫວຽດນາມ, ສະມາຊິກຫຼັກແຫຼ່ງໃນໂຕະເຈລະຈາ
(ພາບເອກະສານ)
|
ເຫດການສັນຍາ ປາຣີ ກ່ຽວກັບສັນຕິພາບຢູ່ ຫວຽດນາມ ວັນທີ 27 ມັງກອນ 1973, ເອກະສານນິຕິກຳສາກົນສະບັບທຳອິດ, ໃນນັ້ນບັງຄັບໃຫ້ ອາເມລິກາ ເຄົາລົບເອກະລາດ, ອະທິປະໄຕ ແລະ ການໂຮມປະເທດຊາດເປັນປຶກໜຶ່ງແຜ່ນດຽວຂອງຊາວ ຫວຽດນາມ, ບໍ່ພຽງແຕ່ມີຄວາມໝາຍທີ່ຍິ່ງໃຫຍ່ໃນປະຫວັດສາດ ຫວຽດນາມ ເທົ່ານັ້ນ, ຫາກຍັງສ້າງຂີດໝາຍສຳຄັນໃນປະຫວັດສາດການພົວພັນກັບສາກົນອີກດ້ວຍ. ການຕໍ່ສູ້ທາງປັນຍາ, ຕໍ່ສູ້ດ້ວຍຄຸນນະທາດທີ່ຍືດເຍື້ອຍາວນານ, ລຳບາກກາກກຳ ແຕ່ມີຄວາມສະຫງ່າອົງອາດຂອງຂະແໜງການທູດ ຫວຽດນາມ ໄປເຖິງຜົນສຳເລັດກໍ່ມີບົດບາດ, ການໜູນຊ່ວຍຢ່າງຕັ້ງໜ້າຂອງບັນດາເພື່ອນມິດສາກົນທີ່ຮັກຫອມສັນຕິພາບ, ຫຼັກສິນທຳ. ເຖິງວ່າການປະກອບສ່ວນນັ້ນຈະເປີດເຜີຍ ຫຼື ແບບມິດງຽບກໍ່ຕາມ, ແຕ່ເຂົາເຈົ້າກໍ່ພ້ອມກັບ ຫວຽດນາມ ສ້າງເປັນປະຫວັດສາດ.
ການເຈລະຈາສັນຍາ ປາຣີ ດຳເນີນໃນຈຸດເວລາຂະບວນການສະໜັບສະໜູນການຕໍ່ສູ້ຕ້ານ ອາເມລິກາ ຂອງ ຫວຽດນາມ ດຳເນີນໄປຢ່າງແຮງຢູ່ ຝລັ່ງ. ໃນຈຸດເວລາດຳເນີນການເຈລະຈາທີ່ຄັບຂັນນັ້ນ ກອງທັບ ອາເມລິກາ ດຳເນີນສົງຄາມທຳລາຍທາງອາກາດໃຫຍ່ທີ່ສຸດພາຍຫຼັງສົງຄາມໂລກຄັ້ງທີ 2 ໃນລະດູໜາວປີ 1972. ບັນດາຜູ້ຮັກຫອມສັນຕິພາບຢູ່ ຝລັ່ງ ໄດ້ກ່າວປະນາມການກະທຳອັນໂຫດຮ້າຍປ່າເຖື່ອນຂອງກອງທັບ ອາເມລິກາ ຢ່າງແຮງ.
ການສະໜັບສະໜູນ ແລະ ຄວາມສາມັກຄີສາກົນ
ຕົວເລກ 52 ອົງການຈັດຕັ້ງມິດຕະພາບຕ້ານສົງຄາມໄດ້ຈັດການແຫ່ຂະບວນປະທ້ວງຕ້ານສົງຄາມຢູ່ ຫວຽດນາມ ເປັນປະຈຳ ໄດ້ສະແດງໃຫ້ເຫັນການສະໜັບສະໜູນຢ່າງແຮງຂອງປະຊາຊົນ ຝລັ່ງ ຜູ້ຮັກຫອມສັນຕິພາບຕໍ່ກັບ ຫວຽດນາມ.
ຢູ່ Choisy le Roi, ແຫ່ງທີ່ກ່ອນນີ້ 50 ປີ ຄະນະເຈລະຈາຂອງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ໄດ້ພັກຢູ່ນີ້ເປັນເວລາເກືອບ 5 ປີໃນການດຳເນີນການເຈລະຈາ ປາຣີ, ປະຈຸບັນຍັງຮັກສາຮ່ອງຮອຍປະຫວັດສາດ ດ້ວຍເຮືອນຫຼັງໜຶ່ງເຊິ່ງຄະນະເຈລະຈາ ຫວຽດນາມ ເຄີຍຢູ່. ທ່ານນາງ Jeanine Rubin, ແມ່ນໜຶ່ງໃນບັນດານັກອາສາສະໝັກຮັບໃຊ້ການກິນໃຫ້ແກ່ຄະນະເຈລະຈາ ຫວຽດນາມ ກ່ອນນີ້ 50 ປີ, ເລົ່າສູ່ຟັງວ່າ:
“ໃນຄາວນັ້ນ, ຂ້າພະເຈົ້າພວມຮັບໃຊ້ຢູ່ໂຮງຮຽນ, ພັກກອມມູນິດໄດ້ສະເໜີຂ້າພະເຈົ້າວ່າ ຢາກມາເຮັດວຽກງານອາສາສະໝັກໃຫ້ແກ່ຄະນະເຈລະຈາ ຫວຽດນາມ ຫຼື ບໍ່, ແລະ ຂ້າພະເຈົ້າໄດ້ເຫັນດີ. ເຖິງວ່າເວລາພົບປະບໍ່ຫຼາຍກໍ່ຕາມ, ແຕ່ຄວາມຮູ້ສຶກໃນຄາວນັ້ນກ່ຽວກັບຄະນະເຈລະຈາ ໄດ້ເປັນກຳລັງໜູນໃຫ້ຂ້າພະເຈົ້າຕົກລົງເຂົ້າເປັນສະມາຊິກພັກກອມມູນິດ ຝລັ່ງ ໃນເວລາຕໍ່ໄປ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວມິດຕະພາບ ຝລັ່ງ - ຫວຽດນາມ ຈົນຮອດປະຈຸບັນ”.
ຫວຽດນາມ ໄດ້ຮັບການສະໜັບສະໜູນ ແລະ ຄວາມສາມັກຄີສາກົນແມ່ນມີຄວາມໝາຍທີ່ສຸດ, ນັບທັງການສະໜັບສະໜູນຂອງປະຊາຊົນ ອາເມລິກາ ທີ່ຮຽກຮ້ອງໃຫ້ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່. ທ່ານອະດີດທະຫານເຮືອ ອາເມລິກາ John Terzano, ຜູ້ເຂົ້າຮ່ວມການຕໍ່ສູ້ຢູ່ ຫວຽດນາມ 2 ຄັ້ງ, ຕໍ່ມາໄດ້ພ້ອມກັບທ່ານ John Kerry ແລະ ທ່ານ Bobby Muller ເຊິ່ງແມ່ນສະມາຊິກຕັ້ງໜ້າຂອງອົງການ “ອະດີດນັກຮົບ ອາເມລິກາ ຄັດຄ້ານສົງຄາມຢູ່ ຫວຽດນາມ”, ໃຫ້ຮູ້ວ່າ:
“ກ່ອນທີ່ຈະເຊັນສັນຍາ ປາຣີ ໜຶ່ງເດືອນ, ຂ້າພະເຈົ້າໄດ້ອອກຈາກ ຫວຽດນາມ ດ້ວຍກ່ຳປັ່ນພິຄາດຂອງ ອາເມລິກາ. ຂ້າພະເຈົ້າມີຄວາມດີໃຈທີ່ສຸດຍ້ອນວ່າ ໄດ້ອອກຈາກ ຫວຽດນາມ ໂດຍເປັນທີ່ຂ້າພະເຈົ້າໄດ້ມາຄັ້ງທຳອິດ ປີ 1971-1972 ເຊິ່ງບໍ່ແມ່ນສິ່ງທີ່ດີງາມເທື່ອ. ແຕ່ສິ່ງທີ່ຂ້າພະເຈົ້າບໍ່ຄິດເຖິງໃນຄາວນັ້ນແມ່ນ ຂ້າພະເຈົ້າຈະໄດ້ມາ ຫວຽດນາມ ເປັນຫຼາຍເທື່ອອີກ, ແຕ່ລະເທື່ອທີ່ກັບຄືນມານີ້ພັດໄດ້ປ່ຽນໃໝ່ແນວຄິດຂອງຂ້າພະເຈົ້າຄືມາເທື່ອທຳອິດ. ຄາວນັ້ນ, ພວກຂ້າພະເຈົ້າເຫັນວ່າຍັງມີຫຼາຍສິ່ງຫຼາຍຢ່າງທີ່ຕ້ອງເຮັດສຳລັບອະດີດນັກຮົບ ກໍຄືສຳລັບ ຫວຽດນາມ ເພື່ອຫັນການພົວພັນລະຫວ່າງ 2 ປະເທດເປັນປົກກະຕິ”.
ຜູ້ແທນເຂົ້າຮ່ວມລາຍການ "ພົບປະມິດຕະພາບເຊັນສັນຍາ ປາຣີ 1973"
(ພາບ: qdnd.vn)
|
ຫວຽດນາມ ຍາມໃດກໍ່ຕອບບຸນແທນຄຸນຕໍ່ເພື່ອນມິດສາກົນ
ນັບແຕ່ເວລາສິ້ນສຸດສົງຄາມມາຮອດປະຈຸບັນ, ທ່ານ John Terzano ແລະ ບັນດາເພື່ອນ ອາເມລິກາ ຍາມໃດກໍ່ມີການເຄື່ອນໄຫວຕັ້ງໜ້າໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ, ຄື: ຂົນຂວາຍ ອາເມລິກາ ຍົກເລີກຄຳສັ່ງຂວ້ຳບາດຕ້ານ ຫວຽດນາມ, ໜູນຊ່ວຍຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ, ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ… ກັບມາ ຫວຽດນາມ ຄັ້ງນີ້ ເນື່ອງໃນໂອກາດ ຫວຽດນາມ ຈັດການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສັນຍາ ປາຣີ, ທ່ານ John ພ້ອມກັບເພື່ອນມິດສາກົນ ແລະ ຫວຽດນາມ ພັດໄດ້ດຳລົງຊີວິດໃນບັນຍາກາດຂອງຈຸດເວລາປະຫວັດສາດ. ທ່ານນາງ ຫງວຽນທິເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ແບ່ງປັນວ່າ:
“50 ປີໄດ້ຜ່ານພົ້ນໄປແລ້ວ, ແຕ່ພວກເພື່ອນຍັງຮັກສາຄວາມກະຕືລືລົ້ນ, ຄວາມຮັກຕໍ່ປະຊາຊາດ ແລະ ຊາວ ຫວຽດນາມ ເໝືອນເດີມ ແລະ ພ້ອມແລ້ວຮ່ວມກັບ ຫວຽດນາມ ລະດົມນ້ຳໃຈສາມັກຄີສາກົນ ເພື່ອສະໜັບສະໜູນ ຫວຽດນາມ ໃນກິດຈະການສ້າງສາ ແລະ ພັດທະນາປະເທດຊາດ. ອາດເວົ້າວ່າ ນີ້ແມ່ນເພື່ອນບໍ່ທີ່ມີອາຍຸ”.
ໃນສານທີ່ສົ່ງເຖິງເພື່ອນມິດສາກົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສັນຍາ ປາຣີ, ທ່ານນາງ ຫງວຽນທິບິງ, ອະດີດຮອງປະທານປະເທດ ຫວຽດນາມ, ສະມາຊິກຫຼັກແຫຼ່ງໃນໂຕະເຈລະຈາຄາວນັ້ນ, ຢືນຢັນວ່າ:
“ພວກຂ້າພະເຈົ້າຈົດຈຳຮູບພາບບັນດາເພື່ອນ ອາເມລິກາ ໄດ້ເຜົາຕົວຕາຍເພື່ອຄັດຄ້ານສົງຄາມ, ພວກຂ້າພະເຈົ້າກໍ່ບໍ່ສາມາດລື່ມໄດ້ປະຊາຊົນນັບລ້ານຄົນຢູ່ທົ່ວໂລກ ທີ່ບໍ່ຫົວຊາຕໍ່ການປາບປາມ, ຖືກຈຳຄຸກ ໄດ້ແຫ່ຂະບວນປະທ້ວງ ເພື່ອຮຽກຮ້ອງໃຫ້ ອາເມລິກາ ຢຸດຕິສົງຄາມ. ຄວາມສາມັກຄີ ແລະ ການສະໜັບສະໜູນຂອງພວກເພື່ອນທັງໝົດນັ້ນ ເປັນກຳລັງແຮງຊ່ວຍໃຫ້ພວກຂ້າພະເຈົ້າຢູ່ສະໜາມຮົບ ກໍຄືຢູ່ໂຕະເຈລະຈາໃນຊຸມມື້ທີ່ຕໍ່ສູ້ຢ່າງດຸເດືອດ”.
50 ປີໄດ້ຜ່ານພົ້ນໄປ, ບັນດາຜູ້ເຂົ້າຮ່ວມຄະນະເຈລະຈາ ຫວຽດນາມ ໂດຍກົງ ຫຼື ທາງອ້ອມໃນເມື່ອກ່ອນ, ປະຈຸບັນບັນດາເພື່ອນ ຝລັ່ງ ຫຼື ອາເມລິກາ ໃນຄາວນັ້ນ ກໍ່ມີຜູ້ຍັງມີຊີວິດຢູ່, ກໍມີຜູ້ລ່ວງລັບໄປແລ້ວ ຫຼື ເຖົ້າແກ່ຊະລາ. ແຕ່ປະຫວັດສາດໄດ້ຮັບຮູ້ເຂົາເຈົ້າ, ດ້ວຍບັນດາການກະທຳສ່ວນຕົວ ໄດ້ສ້າງເປັນກຳແພງຢ່າງໝັ້ນແກ່ນພ້ອມກັບເຈດຈຳນົງຂອງປະຊາຊົນ ຫວຽດນາມ ປົກປັກຮັກສາສັນຕິພາບໃຫ້ແກ່ຊາດ ຫວຽດນາມ ບັນລຸຜົນສຳເລັດ. ເຂົາເຈົ້າກໍ່ແມ່ນສ່ວນໜຶ່ງຂອງປະຫວັດສາດ, ເປັນຕົວພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ເພື່ອນມິດສາກົນ.